ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 ປ່ຽນແປງໃໝ່, ສາມັກຄີ, ປະດິດຄິດສ້າງເພືຶ່ອຜົນປະໂຫຍດຂອງ

(VOVWORLD) - ຕອນເຊົ້າວັນທີ 21 ມິຖຸນາ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 ຈັດວາລະອັດ ພາຍຫລັງເຮັດວຽກເປັນເວລາກ່ວາ 4 ອາທິດ. ຈຸດພົ້ນເດັ່ນທີ່ກອງປະຊຸມສະໄໝສາມັນຄັ້ງນີ້ ແມ່ນສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍ, ມະຕິສຳຄັນຫລາຍສະບັບ ເພື່ອແກ້ໄຂບັນດາສິ່ງຕິດຂັດໃນການພັດທະນາເສດຖະກິດ - ສັງຄົມຢ່າງທັນການ.

ພ້ອມກັນນັ້ນ, ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ດ້ວຍການປ່ຽນແປງໃໝ່ຫລາຍຢ່າງ ໄດ້ຮັບຖືວ່າ ປະກອບສ່ວນຊອກຫາມາດຕະການດີກ່ວາ ໃຫ້ແກ່ແຕ່ລະຂົງເຂດຄື: ກະສິກຳ, ສາທາລະນະສຸກ, ການລົງທຶນສາທາລະນະ ເພື່ອຊຸກຍູ້ເສດຖະກິດ - ສັງຄົມໃນໄລຍະຈະມາເຖິງ. ບົດບັນນາທິການຂອງນັກຂ່າວ VOV ດ້ວຍຫົວຂໍ້ວ່າ: ປ່ຽນແປງໃໝ່, ສາມັກຄີ, ປະດິດຄິດສ້າງເພື່ອຜົນປະໂຫຍດຂອງປະຊາຊົນ, ປະເທດຊາດ.

ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 ປ່ຽນແປງໃໝ່, ສາມັກຄີ, ປະດິດຄິດສ້າງເພືຶ່ອຜົນປະໂຫຍດຂອງ  - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ

ທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14, ສະພາແຫ່ງຊາດສືບຕໍ່ສະແດງໃຫ້ເຫັນຈິດໃຈປ່ຽນແປງໃໝ່, ສາມັກຄີ, ປະດິດຄິດສ້າງ, ກະທຳເພື່ອຜົນປະໂຫຍດຂອງປະຊາຊົນ, ຂອງປະເທດຊາດ, ປຶກສາຫາລືຢ່າງກົງໄປກົງມາ, ປະກອບຄຳເຫັນຫລາຍຢ່າງ ທີ່ສ່ອງແສງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດ ໃນວຽກງານສ້າງກົດໝາຍ, ຕິດຕາມກວດກາສູງສຸດ.

ຈຸດສຸມແມ່ນເຄື່ອນໄຫວນິຕິບັນຍັດ, ປ່ຽນໃໝ່ໃນການເຄື່ອນໄຫວຕິດຕາມກວດກາ

        ກອງປະຊຸມສະໄໝສາມັນເທື່ອທີ 3 ມີຄວາມໝາຍສຳຄັນໃນການສືບຕໍ່ຫັນບັນດາຂໍ້ກຳນົດຂອງລັດຖະທຳມະນູນ 2013 ເປັນລະບອບລະບຽບການ, ສ້າງບັນດາຂໍ້ກຳນົດກົດໝາຍກ່ຽວກັບເສດຖະກິດການຕະຫລາດຕາມ ກຳນົດທິດລັດທິສັງຄົມໃຫ້ສົມບູນແບບ, ສ້າງໂຄງປະກອບເສດຖະກິດຄືນໃໝ່, ສ້າງພື້ນຖານນິຕິທຳແບບຍືນຍົງໃຫ້ການພັດທະນາເສດຖະກິດ - ສັງຄົມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່. ດັ່ງນັ້ນ, ສະພາແຫ່ງຊາດໄດ້ສະຫງວຽນເວລາສ່ວນຫລາຍຂອງກອງປະຊຸມສະໄໝສາມັນ ເພື່ອປຶກສາຫາລື, ຮັບຮອງເອົາບັນດາຮ່າງກົດໝາຍ, ຮ່າງມະຕິ. ໂດຍລະອຽດ ສະພາແຫ່ງຊາດໄດ້ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 12 ສະບັບ, ມະຕິ 5 ສະບັບ ແລະ ໃຫ້ຄຳເຫັນໃສ່ຮ່າງກົດໝາຍອື່ນໆ 5 ສະບັບ. ບັນດາຮ່າງກົດໝາຍ, ມະຕິໄດ້ພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມ ລ້ວນແຕ່ແມ່ນບັນດາເອກະສານສຳຄັນ, ທີ່ກ່ຽວຂ້ອງເຖິງສິດທິມະນຸດ, ສິດພົນລະເມືອງ, ກ່ຽວຂ້ອງເຖິງການເຄື່ອນໄຫວຜະລິດດຳເນີນທຸລະກິດ, ບໍລິຫານເສດຖະກິດ - ສັງຄົມ ຊຶ່ງໄດ້ຮັບຄວາມສົນໃຈຈາກຫາງສຽງສັງຄົມຄື: ກົດໝາຍວ່າດ້ວຍຖ່າຍທອດເຕັກໂນໂລຊີ, ກົດໝາຍວ່າດ້ວຍໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ, ມະຕິກ່ຽວກັບການແກ້ໄຂໜີ້ເສຍຂອງບັນດາອົງການສິນເຊື່ອ…ສິ່ງທີ່ເປັນໜ້າສົນໃຈແມ່ນ ມະຕິກ່ຽວກັບການແກ້ໄຂໜີ້ເສຍຈະມີຜົນສັກສິດນັບແຕ່ວັນທີ 15 ສິງຫາ 2017 ແນໃສ່ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບດ້ານນິຕິກຳ, ສ້າງບັນດາຂໍ້ກຳນົດເພື່ອແກ້ໄຂໜີ້ເສຍ. ທ່ານ ຫງວຽນງອັກເຟືອງ ຮອງຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງ ກວາງບີງ ໃຫ້ຂໍ້ສັງເກດວ່າ:

        ບັນດາມະຕິ ແລະ ຮ່າງກົດໝາຍທີ່ໄດ້ຮັບການຮັບຮອງເອົາໃນຄັ້ງນີ້ ໂດຍພື້ນຖານແມ່ນຕອບສະໜອງໄດ້ການດັດສົມຕໍ່ສັງຄົມ. ຄັ້ງນີ້ ບາງກົດໝາຍ, ບາງມະຕິປະກາດໃຊ້ມີຄວາມສຳຄັນທີ່ສຸດ, ຕົວຢ່າງຄືມະຕິດັດປັບໜິ້ເສຍ.

ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 ປ່ຽນແປງໃໝ່, ສາມັກຄີ, ປະດິດຄິດສ້າງເພືຶ່ອຜົນປະໂຫຍດຂອງ  - ảnh 2 (ພາບປະກອບ)

        ເພື່ອຮັບຮອງເອົາໄດ້ບັນດາຮ່າງກົດໝາຍ, ມະຕິນີ້ ດ້ວຍອັດຕາເຫັນດີເຫັນພ້ອມສູງ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ມີວິວັດການຄົ້ນຄວ້າ, ປຶກສາຫາລືຢ່າງແໜ້ນແຟ້ນ ແລະ ການໂຕ້ວາທີຢ່າງຟົດຟື້ນ. ທ່ານນາງໂຕນງອັກແຮ້ງ ຮອງຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງ ບີງເຟືອກ ໃຫ້ຮູ້ວ່າ:

        ດ້ວຍຈິດໃຈຮັບຜິດຊອບສູງສຸດ, ບັນດາສະມາຊິກສະພາແຫ່ງຊາດໄດ້ມານະພະຍາຍາມໃນການຄົ້ນຄວ້າ, ເກັບກຳເອກະສານ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, ດັ່ງນັ້ນ ຄຸນນະພາບຂອງບັນດາຮ່າງກົດໝາຍໄດ້ເພີ່ມຂຶ້ນຫລາຍ. ພວກເຮົາໄດ້ປຶກສາຫາລືລະອຽດແຕ່ລະຂັ້ນຕອນ, ແຕ່ລະຂອດ, ຈາກກອງປະຊຸມສຳມະນາຢູ່ຂັ້ນລຸ່ມ, ຢູ່ບັນດາຄະນະສະມາຊິກຕະຫລອດຮອດບັນດາກອງປະຊຸມສຳມະນາຂັ້ນຊ່ຽວຊານຢູ່ບັນດານະຄອນ, ແຂວງ ແລະ ຢູ່ຫໍປະຊຸມ, ປະຕິບັດຫລາຍຂັ້ນຕອນຄືດັ່ງກ່າວ ຈຶ່ງສ້າງຄວາມເຫັນດີເຫັນພ້ອມຫລາຍທີ່ສຸດ ດັ່ງນັ້ນ ລັກສະນະເປັນໄປໄດ້ຈະສູງກ່ວາຫລາຍເທົ່າໃນໄລຍະຈະມາເຖິງ ເມື່ອກົດໝາຍມີຜົນສັກສິດ.

ປະຊາທິປະໄຕໃນການປຶກສາຫາລື, ໄຫວພິບໃນການບໍລິຫານ

        ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 ສືບຕໍ່ໄດ້ຮັບການປັບປຸງກ່ຽວກັບວິທີບໍລິຫານ, ໃນນັ້ນ ມີການໂຕ້ວາທີ, ພົບປະເຈລະຈາໂດຍກົງກ່ຽວກັບບັນດາບັນຫາ ຊຶ່ງມີຄຳເຫັນແຕກຕ່າງກັນ, ເລື່ອງບັນດາລັດຖະມົນຕີອະພິປາຍໂດຍກົງ, ຮັບເອົາຄຳເຫັນໃນວິວັດການປຶກສາຫາລືບັນດາຮ່າງກົດໝາຍ, ມະຕິ, ບົດລາຍງານ ໄດ້ສ້າງບັນຍາກາດການເຮັດວຽກປະຊາທິປະໄຕ, ກົງໄປກົງມາ, ເປີດເຜີຍ, ມີຄວາມຮັບຜິດຊອບ, ປະກອບສ່ວນຍົກສູງຄຸນນະພາບຂອງກອງປະຊຸມ. ທ່ານ ຫງວຽນວັນຫຽນ ສະມາຊິກສະພາແຫ່ງຊາດແຂວງ ເລີມດົງ ໃຫ້ຂໍ້ສັງເກດວ່າ:

        ຖ້າຫາກຕິດຕາມແຕ່ຕົ້ນອາຍຸການຈົນຮອດປະຈຸບັນ ບັນດາບັນຫາເກືອບທັງໝົດ ແຕ່ຮ່າງກົດໝາຍເຖິງບັນດາບັນຫາເສດຖະກິດ, ສັງຄົມ, ຈຳນວນບັນດາສະມາຊິກສະພາແຫ່ງຊາດຊັກຖາມແມ່ນຫລວງຫລາຍ. ເລື່ອງແກ່ຍາວເວລາປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດມີຫລາຍໂອກາດກ່ວາ ເພື່ອໄຈ້ແຍກເຮັດແຈ້ງບັນຫາພ້ອມກັບລັດຖະບານ, ກະຊວງ, ຂະແໜງການ ສາມາດຍົກອອກບັນດາມາດຕະການດີກ່ວາ ໃຫ້ການຄຸ້ມຄອງ, ບໍລິຫານພື້ນຖານເສດຖະກິດ. ດ້ວຍການດັດປັບຄືດັ່ງກ່າວ ຂ້າພະເຈົ້າຫວັງວ່າ ບັນດາວາລະປະຊຸມຄັ້ງໜ້າ ໄລຍະເວລາຊັກຖາມບໍ່ພຽງແຕ່ແມ່ນ 3 ວັນເທົ່ານັ້ນ ຫາກຍັງຈະເພີ່ມຂຶ້ນຫລາຍກ່ວາອີກດ້ວຍ.

ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 ປ່ຽນແປງໃໝ່, ສາມັກຄີ, ປະດິດຄິດສ້າງເພືຶ່ອຜົນປະໂຫຍດຂອງ  - ảnh 3 (ພາບປະກອບ)

        ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ເປັນຄັ້ງທຳອິດ ສະພາແຫ່ງຊາດແກ່ຍາວເວລາຕື່ມອີກ 1 ຊົ່ວໂມງ 30 ນາທີ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດມີເງື່ອນໄຂປຶກສາຫາລືລະອຽດກ່ວາກ່ຽວກັບການພັດທະນາເສດຖະກິດ - ສັງຄົມ. ທ່ານ ຫງວຽນງອັກເຟືອງ ຮອງຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງ ກວາງບີງ ໃຫ້ຮູ້ວ່າ:

        ວິວັດການບໍລິຫານຂອງປະທານຄະນະສະມາຊິກສະພາແຫ່ງຊາດດີສຸດ, ຮູ້ຈັກວິທີດັດປັບ ເພື່ອໃຫ້ບັນດາແຂວງພ້ອມກັນເຂົ້າຮ່ວມປະກອບຄຳເຫັນ. ບັນດາຄຳເຫັນທີ່ມີການຄັດເລືອກ, ມີຫົວຂໍ້. ການໂຕ້ວາທີຢູ່ຫໍປະຊຸມສະພາແຫ່ງຊາດຄັ້ງນີ້ ມີຄວາມຟົດຟື້ນກ່ວາ ເພື່ອກ້າວໄປສູ່ຄວາມເປັນເອກະພາບ.

        ກອງປະຊຸມສະໄໝສາມັນເທື່ອທີ 3 ມີວຽກງານ ແລະ ເນື້ອໃນສຳຄັນຫລາຍຢ່າງ. ດ້ວຍຈິດໃຈສາມັກຄີ, ປະດິດຄິດສ້າງ ແລະ ກະທຳເພື່ອຜົນປະໂຫຍດຂອງປະຊາຊົນ, ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ສະພາແຫ່ງຊາດສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ