ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ: ເຈດຈຳນົງ,ຄວາມຕັດສິນໃຈໃຫມ່

(VOVWORLD) -ກອງປະຊຸມອອນລາຍທົ່ວປະເທດກ່ຽວກັບການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ທີ່ຈັດຂຶ້ນໃນທ້າຍອາທິດຜ່ານມາຢູ່ ຮ່າໂນ້ຍ ແມ່ນມີຄວາມສຳຄັນທີ່ສຸດກ່ຽວກັບຄວາມຮັບຮູ້ສຳລັບພະນັກງານ, ສະມາຊິກພັກ ເປັນຕົ້ນແມ່ນສຳລັບຄະນະພັກທຸກຂັ້ນ ເພື່ອຜັນຂະຫຍາຍນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກເຂົ້າປະຕິບັດໃນຊີວິດຕົວຈິງ. ກອງປະຊຸມໄດ້ເຮັດໃຫ້ເຈດຈຳນົງ, ຄວາມຄາດຫວັງ ແລະ ຄວາມຕັດສິນໃຈໃຫມ່ໃນການສ້າງສາ ແລະ ພັດທະນາປະເທດຫວຽດນາມ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ຮັ່ງມີ, ໝັ້ນຄົງເຂັ້ມແຂງຍິ່ງໆຂຶ້ນ.

ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ: ເຈດຈຳນົງ,ຄວາມຕັດສິນໃຈໃຫມ່ - ảnh 1ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ 

ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ຄັ້ງນີ້ ມີຫລາຍຈຸດໃຫມ່ທີ່ບໍ່ເຄີຍມີມາກອ່ນ. ກ່ອນນີ້ ຍັງບໍ່ທັນມີກອງປະຊຸມຜັນຂະຫຍາຍມະຕິຄັ້ງໃດທີ່ໄດ້ໝູນໃຊ້ເຕັກໂນໂລຊີການສື່ສານເພື່ອເຜີຍແຜ່ມະຕິໃຫ້ສະມາຊິກພັກເກືອບ 1 ລ້ານຄົນໃນຈຸດເວລາດຽວກັນຢູ່ ເກືອບ 7.500 ສະຖານທີ່ຖ່າຍທອດສົດໃນທົ່ວປະເທດ. ບັນດາການນຳຄະນະ, ກະຊວງ, ຂະແຫນງການສູນກາງ, ຄະນະພັກແຂວງ, ນະຄອນ, ອົງຄະນະພັກຂຶ້ນກັບສູນກາງ, ອົງການ, ຫົວຫນ່ວຍຕ່າງໆ, ພະນັກງານຫລັກແຫລ່ງຂັ້ນແຂວງ, ເມືອງ, ຂັ້ນຮາກຖານຂອງຄະນະພັກ, ນະຄອນ.. ໃນທົ່ວປະເທດເຂົ້າຮ່ວມກອງປະຊຸມໄດ້ຮັບການຖ່າຍທອດບັນດາເນື້ອໃນຫລັກແຫລ່ງ, ຈຸດໃຫມ່ໃນບັນດາເອກະສານການເມືອງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໂດຍກົງໃນເວລາໂດຍໄວທີ່ສຸດ ແລະ ມີປະສິດທິຜົນທີ່ສຸດ. ສິ່ງດັ່ງກ່າວແມ່ນການຍົກສູງລັກສະນະເປັນເຈົ້າການຂອງບັນດາທ້ອງຖິ່ນໃນການປະຕິບັດບັນດາມະຕິ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.

ບົນພື້ນຖານນັ້ນ, ຄະນະພັກ, ການນຳຂັ້ນຕ່າງໆ ໄດ້ຊີ້ນຳການສ້າງໂຄງການດຳເນີນງານເພື່ອຈັດຕັ້ງການປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ XIII ໃຫ້ໄວກວ່າ, ສະດວກກວ່າ, ພ້ອມທັງໂຄສະນາເຜີຍແຜ່ຢ່າງເລິກເຊິ່ງ ກວ້າງຂວາງໃນທົ່ວພັກ,  ທົ່ວປວງຊົນ ແລະ ທົ່ວກອງທັບ, ສ້າງຄວາມເປັນເອກະພາບດ້ານເຈດຈຳນົງ ແລະ ການກະທຳໃນວິວັດການຜັນຂະຫຍາຍປະຕິບັດມະຕິເຂົ້າໃນຊີວິດຕົວຈິງ.

ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ: ເຈດຈຳນົງ,ຄວາມຕັດສິນໃຈໃຫມ່ - ảnh 2ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ສິ່ງພິເສດກວ່າໃນກອງປະຊຸມເຊື່ອມຊຶມມະຕິຄັ້ງນີ້ ນັ້ນແມ່ນບັນດານັກລາຍງານ ເຜີຍແຜ່ ເຊື່ອມຊຶມມະຕິ ລ້ວນແຕ່ແມ່ນບັນດາພະນັກງານຫລັກແຫລ່ງໃນພັກ, ໃນກົມການເມືອງ ສະນັ້ນ ການເຊື່ອມຊຶມ, ເຜີຍແຜ່, ໂຄສະນານຳເອົາມະຕິເຂົ້າປະຕິບັດໃນຊີວິດແມ່ນເລິກເຊິ່ງທີ່ສຸດ ແລະ ມີຄວາມໝາຍທີ່ສຸດ. ອີກອັນຫນຶ່ງ ດ້ວຍວິທິຜັນຂະຫຍາຍການຮ່ຳຮຽນມະຕິຄືຄັ້ງນີ້ ໄດ້ປະກອບສ່ວນໃນການປະຢັດເວລາ ແລະ ງົບປະມານໃຫ້ລັດ, ການໃຊ້ຈ່າຍຂອງປະຊາຊົນ.

ການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊຶມມະຕິຂອງພັກ ແມ່ນຂອດປະຖົມປັດໄຈ, ມີຄວາມໝາຍສຳຄັນທີ່ສຸດໃນວິວັດການນຳເອົາມະຕິປະຕິບັດໃນຊີວິດຕົວຈິງ, ແມ່ນວຽກງານປະຈຳ ເຊິ່ງໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ເປັນລະບົບ, ມີວິທະຍາສາດໃນຕະຫລອດອາຍຸການ.

ຄວາມຮຽກຮ້ອງຕ້ອງການໃນການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊຶມ, ໂຄສະນາເຜີຍແຜ່ມະຕິ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ນັ້ນແມ່ນ ພະນັກງານ, ສະມາຊິກພັກແຕ່ລະຄົນ ຕ້ອງກຳແຫນ້ນເນື້ອໃນພື້ນຖານ, ຫລັກແຫລ່ງ ແລະ ບັນດາຈຸດໃຫມ່ໃນບັນດາເອກະສານການເມືອງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.

ເລື່ອງເຂົ້າໃຈແຈ້ງມະຕິຂອງພັກ ຈະປະກອບສ່ວນເພີ່ມທະວີການກໍ່ສ້າງພັກກ່ຽວກັບດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະ ພະນັກງານ; ສະກັດກັ້ນ, ຍູ້ການເຊື່ອມຄຸນດ້ານແນວຄິດການເມືອງ, ແບບແຜນການດຳລົງຊີວິດ, ບັນດາປະກົດການ “ຜັນປ່ຽນຕົນເອງ, ປ່ຽນແປງຕົນເອງ” ພາຍໃນອົງການໃຫ້ຖອຍໄປ; ປະກອບສ່ວນປົກປັກຮັກສາພື້ນຖານແນວຄິດຂອງພັກ, ການຕໍ່ສູ້ປະຕິເສດບັນດາຖ້ອຍທຳນອງບິດເບືອນ, ເປັນປໍລະປັກ ແລະ ການກຳນົດທິດຫາງສຽງໃນສັງຄົມ.

ສິ່ງພິເສດ ເລື່ອງເຂົ້າໃຈແຈ້ງມະຕິຂອງພັກ ຈະຊ່ວຍໃຫ້ຮັບຮູ້ໄດ້ບັນດາກາລະໂອກາດ ຄວາມສະດວກ ແລະ ຫຍຸ້ງຍາກ, ສິ່ງທ້າທາຍໃນຊຸມປີຈະມາເຖິງ, ສ້າງຄວາມເຫັນດີເຫັນພ້ອມໃນການປະຕິບັດເປົ້າໝາຍພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ສັນຕິສຸກ ຄືດັ່ງຄາດໝາຍຊື່ງມະຕິ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ