ກອງປະຊຸມໃຫຍ່ AIPA – 35: ຢັ້ງຢືນບົດບາດໃນການກໍ່ສ້າງ ປະຊາຄົມອາຊຽນ


(vovworld) - ກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 35 (AIPA – 35) ດຳ​ເນີນ​ຢູ່​ນະຄອນຫຼວງວຽງ​ຈັນ, ສປປ ລາວ​, ແຕ່​ວັນ​ທີ 15-17/9. AIPA – 35 ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ມີ​ທັງ​ກາລະ​ໂອກາດ ​ແລະ ການ​ທ້າ​ທາຍ. ດັ່ງ​ນັ້ນ, ດ້ວຍ​ຫົວ​ຂໍ້​ວ່າ “​ເພີ່ມ​ທະວີ​ການ​ຮ່ວມ​ມື​ລັດຖະສະພາ​ ເພື່ອ​ແນ​ໃສ່​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ“ນັ້ນ, ຫວັງ​ວ່າ AIPA – 35 ​ຈະ​ໄດ້​ຮັບ​ຜົນງານ​ຢ່າງ​ຕັ້ງໜ້າ, ສ້າງ​ກົນ​ໄກ​ໜູນ​ຊ່ວຍ​ທີ່​ສຳຄັນ​ເພື່ອ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015.


ກອງປະຊຸມໃຫຍ່ AIPA – 35:  ຢັ້ງຢືນບົດບາດໃນການກໍ່ສ້າງ ປະຊາຄົມອາຊຽນ - ảnh 1
ບັນດາຜູ້ແທນເຂົ້າຮ່ວມພິທີໄຂ
(ພາບ: Nhan Sáng/TTXVN)

ກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ AIPA ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການນັບ​ແຕ່​ປີ 1977. ນີ້​ແມ່ນ​ເວທີ​ປາ​ໄສ ​ເພື່ອ​ໃຫ້​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ​ສະມາຊິກອາ​ຊຽນພົບ​ປະກັນ, ​ແລກປ່ຽນ​ທັດສະນະ ​ແລະ ສົມທົບ​ກັນ​ແກ້​ໄຂ​ບັນດາ​ບັນຫາ​ພາກ​ພື້ນ, ຊຸກຍູ້​ການ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ​ຂ່າວ, ບົດຮຽນ​ດ້ານ​ນິຕິບັນ​ຍັດ ກໍ່​ຄື​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ລັດຖະບານ​ບັນດາ​ປະ​ເທດ​ສະມາຊິກ​ປະຕິບັດ​ບັນດາ​ຈຸດໝາຍ​ລວມ. ພາຍຫຼັງ​ກວ່າ 3 ທົດ​ສະ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ດ້ວຍ 10 ປະ​ເທດ​ສະມາຊິກ​ຢ່າງ​ເປັນ​ທາງ​ການ ​ແລະ 12 ປະ​ເທດ​ສັງ​ເກດ​ການ. AIPA ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ກໍ່ສ້າງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃຫ້​ກາຍ​ເປັນ​ພາກ​ພື້ນ​ສັນຕິພາບ, ສະ​ສຽນ​ລະ​ພາບ, ຮ່ວມ​ມື​ພັດທະນາ​ຢ່າງ​ໝັ້ນຄົງ. AIPA ກໍ່​ກາຍ​ເປັນ​ກົນ​ໄກ​ໜູນ​ຊ່ວຍ​ສຳຄັນ​ຂອງ​ອາ​ຊຽນ ​​ຢູ່ທຸກ​ຂັ້ນ​ໃນ 3 ​ເສົາ​ຄຳ້​ຄື: ຄວາມ​ໝັ້ນຄົງ - ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ - ສັງຄົມ.

        ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ AIPA 35 ມີ​ຜູ້​ແທນ 400 ທ່ານ​ທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ, 8 ປະ​ເທດ​ສັງ​ເກດ​ການ ​ຄື: ອົດ​ສະ​ຕາ​ລີ, ​ເບ​ລາຣູດ, ຈີນ, ອິນ​ເດຍ, ຍີ່ປຸ່ນ, ສ​ເກົາຫຼີ, ລັດ​ເຊຍ, Timor - Leste.

ຊ່ອງ​ສຳຄັນ​ໃນ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015

ດ້ວຍ​ຫົວ​ຂໍ້​ວ່າ “​ເພີ່ມ​ທະວີ​ການ​ຮ່ວມ​ມື​ສະພາ​ແຫ່ງ​ຊາດ​​ໃນ​ປະຊາ​ຄົມ ອາ​ຊຽນ”, ກອງ​ປະຊຸມ​ໃຫຍ່ AIPA – 35 ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງ AIPA - ອາ​ຊຽນ ທີ່ກ່ຽວ​ຂ້ອງ​ເຖິງ​ກອງ​ປະຊຸມ​​ຂັ້ນ​ສູງ ອາ​ຊຽນ 24, ມະຕິ​ກ່ຽວ​ກັບ​ການ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 6 ຂອງ AIPA ​ແລະ ຮ່ວມ​ມື​ສະພາ​ແຫ່ງ​ຊາດ ​ໃນ​ການ​ສ້າງປະຊາ​ຄົມ​ການ​ເມືອງ - ຄວາມ​ໝັ້ນຄົງ ອາ​ຊຽນ. ບັນດາ​ຜູ້​ແທນ​ກໍ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພັດທະນາ​ຂຽວ​​ແບບ​ຍືນ​ຍົງ, ຊຸກຍູ້​ການ​ຮັດ​ແຄບ​ຊ່ອງ​ວ່າງ​​ໃນ​ການພັດທະນາ​ຢູ່​ພາກ​ພື້ນ, ປຶກສາ​ຫາລື​ບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ໄພພິບັດ​ຈາກ​ຢາ​ເສບ​ຕິດ​, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສະພາ​ແຫ່ງ​ຊາດ​ໃນ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໂລກລະບາດ Ebola.

        ກອງ​ປະຊຸມ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ບັນ​ຫາ​ແພດ​ດ້ວຍ​ເລື່ອງ​ປຶກສາ​ຫາລື​ວິທີ​ການ​ເພີ່ມ​ທະວີ​ບົດບາດ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ​ໃນ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ, ຊຸກຍູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ຈຳ​ແນ​ກການ​ປະພຶດ ​ແລະ ​ໃຊ້​ຄວາມ​ຮຸນ​ແຮງ​ສຳລັບ​ແມ່ຍິງ ​ແລະ ​ເດັກນ້ອຍ.

        ຄາດ​ວ່າ, ມີ​ມະຕິ​ປະມານ 13 ສະບັບ​ກ່ຽວ​ກັບ​ບັນຫາ​ການຈັດ​ຕັ້ງ​ຈະ​ໄດ້​ຍົກ​ອອກ​ມາ​ປຶກສາ​ຫາລື, ​ໃນ​ນັ້ນ​ມີ​ມະຕິ​​ປັບປຸງ​ຂໍ້​ຕົກລົງ​ກ່ຽວກັບ​ການ​ສ້າງ​ຄະນະ​ເລຂາ AIPA ​ແລະ ມະຕິ​​ປັບປຸງ​ກົດ​ລະບຽບ AIPA. ນອກ​ຈາກນັ້ນ, ກອງ​ປະຊຸມ​ກໍ່​ໄດ້​ເຕື້ອງ​ເຖິງ​ວິທີ​ການ​ສຳ​ພັດ​ໃໝ່​ໃນ​ການ​ຮ່ວມ​ມື ​ແລະ ການ​ພົວພັນ​ລະຫວ່າງ​ລັດຖະສະພາ​ສະມາຊິກ AIPA ​ແລະ ບັນດາ​ປະ​ເທດ​ສັງ​ເກດ​ການ.

        ຫວຽດນາມ​ຕັ້ງໜ້າ​ພ້ອມ​ກັບ​ AIPA ສ້າງ​ປະຊາ​ຄົມ ອາ​ຊຽນ ວັດທະນາ​ຖາວອນ

        ​ໂດຍ​ເຂົ້າ​ເປັນ​ສະມາຊິກ AIPA ຢ່າງ​ເປັນ​ທາງ​ການ​ໃນ​ປີ 1995, ຍາມ​ໃດ ຫວຽດນາມ ກໍ່​ເປັນ​ເຈົ້າ​ການ​​ໃນ​ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ພັນທະ​ມິດ ​ແລະ ຕັ້ງໜ້າ​ປະກອບ​ສ່ວນ​ທີ່​ກອງ​ປະຊຸມ​ຄັ້ງ​ຕ່າງ​ຂອງ ສະມັດຊາ​ໃຫຍ່ AIPA, ກໍ່​ຄື​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ AIPA – 23 (2001 – 2002), AIPA – 31 (2009 - 2010) ​ແລະ ບັນດາ​ກອງປະຊຸມ​ຫົວ​ເລື່ອ​ງສ​ະເພາະ, ກອງ​ປະຊຸມ​ຂັ້ນ​ຄະນະ​ກຳມະການ​ຄືກ​ອງປະຊຸມ​ກ່ຽວ​ກັບ “ຫຼັງ​ວິ​ກິດ​ການ​ການ​ເມືອງ​ເສດຖະກິດ​ໂລກ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ” ປີ 2010, ກອງ​ປະຊຸມ​ກ່ຽວ​ກັບ “ບົດບາດ​ຂອງ​ອົງການ​ນິຕິບັນຍັດ​ຕໍ່ໜ້າ​ວິກິດ​ການ​ການ​ເງິນ, ​ເງິນຕາ” ປີ 1998 ​ແລະ ກອງ​ປະຊຸມ “ຜັນ​ຂະຫຍາຍ​ໂຄງການ​ຄົ້ນ​ຄ້ວາ​ຮ່ວມ​ມື​ດ້ານ​ນິຕິ​ກຳ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​​ແມ່ຍິງ ​ແລະ ​ເດັກນ້ອຍ” ປີ 2005 ສຳ​ເລດ​ຜົນ. ມີ​​ຂໍ້​ສະ​ເໜີ​ຫຼາຍຢ່າງຂອງ ຫວຽດນາມ ​ໄດ້ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ສະມາຊິກ AIPA. ຫວຽດນາມ ກໍ່​ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ນ້ຳ​ໃຈ​ມິດຕະພາບ, ການ​ຮ່ວມ​ມື, ​ແລກປ່ຽນ ​ແລະ ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ໃນ​ປະຊາ​ຄົມ AIPA; ມານະ​ພະຍາຍາມ​ຍົກ​ສູງ​ບົດບາດ, ທີ່​ຕັ້ງ ​ແລະ ປະສິດ​ທິຜົນ​ການ​ເຄື່ອນ​ໄຫວ​ຂອງ AIPA ​ເພື່ອ​ສັນຕິພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ ​ແລະ ​ໂລກ. ສະພາ​ແຫ່ງ​ຊາດ​ຫວຽດນາມ​​ໄດ້​ມີ​ການ​ປ່ຽນ​ໃໝ່ ​ແລະ ປະກາດ​ໃຊ້​ຫຼາຍ​ນະ​ໂຍບາຍ, ​ເອກະສານ​ນິຕິ​ກຳ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ມະຕິ​​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ໃຫຍ່ AIPA ຄັ້ງ​ຕ່າງໆ.

        ທີ່ AIPA 35, ຄະນະ​ຫວຽດນາມ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ​ ນຳ​ໜ້າ ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ກອງ​ປະຊຸມ​ໃຫຍ່. ການ​ມີໜ້າ​ຂອງ​ທ່ານ ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ​ ​ແລະ ບັນດາ​ທ່ານ​ຫົວໜ້າ​ກຳມາ​ທີ​ການ​ຕ່າງໆ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເປັນ​ການ​ຢືນຢັນ​ອີກ​ຄັ້ງ​ໜຶ່ງ​ວ່າ, ຫວຽດນາມ​ຍາມ​ໃດ​ກໍ່​ແມ່ນ​ສະມາຊິກ​ທີ່​ມີ​ຄວາມ​ມານະ​ພະຍາຍາມ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ປະຊາ​ຄົມ​ອາ​ຊຽນ ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ​ວັດທະນາ​ຖາ​ວອນ.

        ດ້ວຍ​​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຕັ້ງ ໜ້າ ​ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ຫວຽດນາມ​ຈະ​ເພີ່ມ​ທະວີ, ປ່ຽນ​ໃໝ່ ​ແລະ ພັດທະນາ​ການ​ພົວພັນ​ສາມັກ​ຄີ​ມິດຕະພາບ, ການຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ພ້ອມ​ກັບປະ​ເທດ​ຕ່າງໆ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ​ແລະ ວິ​ໄສ​ທັດ​ອາ​ຊຽນຫຼັງ​ປີ 2015.

        ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ແຕ່ລະ​ປະ​ເທດ, ກອງ​ປະຊຸມ​ໃຫຍ່ AIPA 35 ຈະ​ເພີ່ມ​ທະວີ​ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ລັດຖະ ສະພາ​ບັນດາ​ປະ​ເທດ​ສະມາຊິກ, ພ້ອມ​ທັງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ປະຊາ​ຄົມ​ອາ​ຊຽນສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ວັດທະນາ​ຖາວອນ.


ຕອບກັບ

ຂ່າວ/ບົດ​ອື່ນ