ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ: ເປີດໄລຍະພັດທະນາໃຫມ່ຂອງປະເທດຊາດ, ກ້າວຂຶ້ນສັງຄົມນິຍົມ

(vovworld)- ອ່​ານ​ສູນ​ທອນ​ພົດ​ອັດ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ໃນ​ຕອນ​ເຊົ້າ​ວັນ​ທີ 28/1, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ເນັ້ນ​ຫນັກ​ວ່າ: ​ຜົນ​ສຳ​ເລັດ​ຂອງກອ​ງ​ປະ​ຊຸມ​ໃຫຍ່ໄດ້​ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ສູ້​ຊົນ​ນຳ​ປະ​ເທດ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໂດຍ​ໄວ. ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່​ກໍ​ເປີດ​ໄລ​ຍະ​ພັດ​ທະ​ນາ​ໃຫມ່​ຂອງ​ປະ​ເທດ​ຊາດ, ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢ່າງ​ໝັ້ນ​ຄົງ. ຕໍ່​ໄປ​ນີ້ ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຄັດ​ສະ​ເຫນີ​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ບົດ​ປາ​ໄສ​ດັ່ງ​ກ່າວ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ: ເປີດໄລຍະພັດທະນາໃຫມ່ຂອງປະເທດຊາດ, ກ້າວຂຶ້ນສັງຄົມນິຍົມ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
ອ່​ານ​ສູນ​ທອນ​ພົດ​ອັດ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ

        ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ສຳ​ຄັນ​ຂອງກອ​ງ​ປະ​ຊຸມ​ໃຫຍ່​ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເຕື້ອງ​ເຖິງ ຊື່ງ​ລວມ​ມີ: ເລື່ອງ​ຮັບ​ຮອງ​ເອົາ​ບັນ​ດາ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່; ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ ແລະ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ສັງ​ລວມ, ສຳ​ເລັດ​ວຽກ​ງານ​ບຸກ​ຄະ​ລາ​ກອນ.

       ຮັບ​ຮອງ​ເອົາ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ລັດ​ຖະ​ນະ​ໂຍ​ບາຍ​ສຳ​ຄັນ

        ​ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ແລ້ວ, ກອງ​ປະ​ຊຸມ​ໃຫຍ່ ໄດ້​ປຶກ​ສາ​ຫາ​ລື​ຢ່າງ​ກົງ​ໄປ​ກົງ​ມາ, ປະ​ຊາ​ທິ​ປະ​ໄຕ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຢ່າງ​ສູງ ເມື່ອ​ຮັບ​ຮອງ​ເອົາ​ບັນ​ດາ​ເອ​ກະ​ສານ​ສຳ​ຄັນ, ບົດ​ລາຍ​ງານ​ການ​ເມືອງ, ບົດ​ລາຍ​ງານ​ຕີ​ລາ​ຄາ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 5 ປີ ຄື​ແຕ່​ປີ 2011-2015 ແລະ ທິດ​ທາງ, ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 5 ປີ​ຄື​ແຕ່​ປີ 2016-2020, ບົດ​ລາຍ​ງານ​ສຳ​ຫລວດກວດ​ຄື​ນ​ການ​ຊີ້​ນຳ​ນຳ​ພາ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11; ບົດ​ລາຍ​ງານ​ສະ​ຫລຸບ​ການ​ປະ​ຕິ​ບັດ​ກົດ​ລະ​ບຽບ​ຂອງ​ພັກ​ຊຸດ​ທີ 11 ແລະ ບົດ​ລາຍ​ງານ​ສະ​ຫລຸບ​ການ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 “ບາງ​ບັນ​ຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການກໍ່​ສ້າງ​ພັກ​ປະ​ຈຸ​ບັນ”. ບັນ​ດາ​ແຜນ​ນະ​ໂຍ​ບາຍ, ລັດ​ຖະ​ນະ​ໂຍ​ບາຍ​ສຳ​ຄັນ​ນີ້​ມີ​ຄຸນ​ຄ່າ​ກ່ຽວ​ກັບ​ການ​ກຳ​ນົດ​ທິດ ແລະ ຊີ້​ນຳ​ຢ່າງ​ເລິກ​ເຊິ່ງ​ ແລະ ຄົບ​ຊຸດ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​​ການປະ​ຕິ​ບັດ​ທິດ​ທາງ, ຫນ້າ​ທີ່​ພັດ​ທະ​ນາ​ປະ​ເທດ​ຊາດ​ຢ່າງວ່ອງ​ໄວ, ໝັ້ນ​ຄົງ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

        “ບັນ​ດາ​ເອ​ກະ​ສານນີ້​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ບົນ​ພື້ນ​ຖານ​ສະ​ຫລຸບ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, 5 ປີ​ປະ​ຕິ​ບັດ​ໂຄງ​ການ​ການ​ເມືອງ​ກ່ຽວ​ກັບ​ການ​ສ້າງ​ສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຂ້າມ​ຜ່ານ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ, ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 2011-2020 ແລະ 2 ປີ​ແຫ່ງ​ການ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ສຸມ​ພູມ​ປັນ​ຍາ, ເຈດ​ຈຳ​ນົງ, ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ. ບັນ​ດາ​ເອ​ກະ​ສານ​ດັ່ງ​ກ່າວ​ແມ່ນ​ສືບ​ຕໍ່​ຢັ້ງ​ຢືນ,  ​ປັບ​ປຸງທັດ​ສະ​ນະ,ແນວ​ທາງປ່ຽນ​ໃຫມ່​ຂອງ​ພັກ​ໃຫ້​ສົມ​ບູ​ນ​ແບບ ບົນ​ພື້ນ​ຖານ​ໝູ​ນ​ໃຊ້​​ຢ່າງ​ມີຫົວ​ຄິດ​ປະ​ດິ​ດ​ສ້າງ, ພັດ​ທະ​ນາ​ລັດ​ທິ ມາກ​ເລ​ນີນ ແນວ​ຄິດ​ໂຮ່​ຈິ​ມີນ ແລະ ຮັບ​ເອົາ​ບັນ​ດາ​ບົດ​ຮຽນ​ສາ​ກົນ​ທີ່​ເໝາະ​ສົມ​ກັບ​ເງື່ອ​ນ​ໄຂ​ຢູ່​ຫວຽດ​ນາມ; ກຳ​ນົດ​ຄາດ​ໝາຍ, ຫນ້າ​ທີ່​ສ້າງ​ສາ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ໃນ​ໄລ​ຍະ​ພັດ​ທະ​ນາ​ໃຫມ່​ທີ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ ແຕ່​ສິ່ງ​ທ້າ​ທາຍກໍ່ບໍ່​ແມ່ນ​ຫນ້ອຍ.”

        ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ສັງ​ລວມໃຫ້​ໄດ້

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ຢືນ​ຢັນ​ວ່າ: ກອງ​ປະ​ຊຸມ​ໃຫຍ່​ແມ່ນ​ສະ​ແດງ​ໃຫ້​ເຫັນ​​ຄວາມ​ເປັນ​ເອ​ກະ​ພາບ​ດ້ານເຈດ​ຈຳ​ນົງ ແລະ ຄວາມ​ຕັດ​ສິນ​ໃຈ​ຢ່າງ​ແຮງ​ກ້າ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ປະ​ຕິ​ບັດ​​ໃຫ້​ໄດ້ຄາດ​ໝາຍ​ສັງ​ລວມ ນັ້ນ​ແມ່ນ “ເພີ່ມ​ທະ​ວີ​ການກໍ່​ສ້າງ​ພັກ​ໃຫ້​ປອດ​ໃສ,ເຂັ້ມ​ແຂງ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ການ​ຊີ້​ນຳ​ນຳ​ພາ ແລະ ກຳ​ລັງ​ຕໍ່​ສູ້​ຂອງ​ພັກ, ກໍ່​ສ້າງ​ລະ​ບົບ​ການ​ເມືອງ​ໃຫ້​ເຂັ້ມ​ແຂງ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ທົ່ວ​ປວງ​ຊົນທັງ​ຊາດ ແລະ ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ; ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່ ​ຢ່າງ​ຮອບ​ດ້ານ, ຄົບ​ຊຸດ, ພັດ​ທະ​ນາ​ເສດ​ຖະ​ກິດຢ່າງວ່ອງ​ໄວ, ໝັ້ນ​ຄົງ, ເຂັ້ມ​ແຂງ, ສູ້​ຊົນ​ນຳ​ຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​

 

ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໂດຍ​ໄວ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ  ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ຢືດ​ໝັ້ນ, ເດັດ​ດ່ຽວ, ຕັ້ງ​ໝັ້ນ​ຕໍ່​ສູ້ ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທ​ິ​ປະ​ໄຕ, ເອ​ກະ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​, ຮັກ​ສາ​ພັກ, ລັດ, ປະ​ຊາ​ຊົນ ແລະ ລະ​ບອບ​ສັງ​ຄົມ​ນິ​ຍົມຢ່າງ​ໝັ້ນ​ຄົງ, ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ເປັນ​ເຈົ້າ​ການ ແລະ ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ. ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ ແລະ ອິດ​ທິ​ພົນ​ຊື່​ສຽງຂອງ​ຫວຽດ​ນາມ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

        “ໂດຍ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ພາ​ລະ​ກຳ​ປະ​ຫວັດ​ສາດ ແລະ ພາ​ລະ​ຫນ້າ​ທີ່​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ກອງ​ປະ​ຊຸມ​ໃຫຍ່ ໄດ້​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ສືບ​ຕໍ່​ເພີ່ມ​ທະ​ວີ​ການກໍ່​ສ້າງ, ປັບ​ປຸງ​ພັກ, ຍົກ​ສູງ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ກຳ​ລັງ​ຄວາມ​ສາ​ມາດ ພູມ​ປັນ​ຍາ, ສັດ​ຈະ​ທຳ ແລະ ຄຸນ​ສົມ​ບັດປະ​ຕິ​ວັດ, ເຮັດ​ໃຫ້​ພັກ​ປອດ​ໃສ, ເຂັ້ມ​ແຂງ​ຢ່າງ​ແທ້​ຈິງ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ພັກ. ກອງ​ປະ​ຊຸມ​ໃຫຍ່ ໄດ້​ເນັ້ນ​ຫນັກ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ເອ​ກະ​ພາບ​ເຈດ​ຈຳ​ນົງ ແລະ ການ​ກະ​ທຳ​ຂອງ​ທົ່ວ​ພັກ, ເພີ່ມ​ຄວາມສະ​ຫນິດ​ຕິດ​ພັນລະ​ຫວ່າ​ງ​ພັກກັບ​ປະ​ຊາ​ຊົນ​ເປັນ​ປະ​ຈຳ.”

        ສະ​ຫລາດ​ສ່ອງ​ໃສ​ໃນ​ການ​ຄັດ​ເລືອກ ແລະ ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໄດ້​ຢືນ​ຢັນ​​ວ່າ ກອງ​ປະ​ຊຸມ​ໃຫຍ່​ດຳ​ເນີນ​ໄປ​ຢ່າງ​ເຂັ້ມ​ງວດ, ຖືກ​ຕ້ອງ​ກັບ​ກົດ​ລະ​ບຽບ​ຂອງ​ພັກ, ມີ​ຄວາມສະ​ຫລາດ​ສ່ອງ​ໃສ​ໃນ​ການ​ຄັດ​ເລືອກ ແລະ ເລືອກ​ຕັ້ງ​ບັນ​ດາ​ສະ​ຫາຍ​ທີ່ມີ​ມາດ​ຕະ​ຖານ​ເງື່ອ​ນ​ໄຂ​ຄົບ​ຖ້ວນ ແລະ ສົມເປັນ​ສະ​ມາ​ຊິກ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ຊື່ງ​ລວມ​ມີ: ກຳ​ມະ​ການ​ສູນ​ກາງ​ພັກ​ສົມ​ບູນ 180 ທ່ານ ແລະ ກຳ​ມະ​ການ​ສູນ​ກາງ​ພັກ ສຳ​ຮອງ 20 ທ່ານ. ກອງ​ປະ​ຊຸມ​ໄດ້​ມອບ​ຫນ້າ​ທີ່​ສຳ​ຄັນ ໃຫ້​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ​ໃນ​ການ​ຊີ້​ນຳ​ນຳ​ພາ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຢ່າງ​ມີ​ໄຊ. ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ແລ້ວ, ຄວາມ​ສາ​ມັກ​ຄີ​ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ, ສຸດ​ຈິດ​ສຸດ​ໃຈ​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະ​ຊາ​ຊົນ, ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ, ຫນ້າ​ທີ່​ອັນ​ຍິ່ງ​ໃຫຍ່​​ຊື່ງກອງ​ປະ​ຊຸມ​ໄດ້​ກຳ​ນົດ​ຢ່າງ​ມີ​ໄຊ.

        ຮຽກ​ຮ້ອງ​ຄວາມ​ສາ​ມັກ​ຄີ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນເພື່ອປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸ​ມ​ໃຫຍ່​ຢ່າງ​ມີ​ໄຊ.

       ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ເນັ້ນ​ຫນັກ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ​ຂອງກອ​ງ​ປະ​ຊຸມໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ໄດ້​ລະ​ດົມ​ກຳ​ລັງ​ໃຈ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ຍາດ​ແຍ່ງ​ກາ​ລະ​ໂອ​ກາດໃຫມ່ ສູ້​ຊົນ​ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸ​ດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໂດຍ​ໄວ.

        “ພາຍ​ຫລັງ​ກອງ​ປະ​ຊຸມ​ໃຫຍ່, ອົງ​ຄະ​ນະ​ພັກ, ອົງ​ການ​ຈັດ​ຕັ້ງ​ພັກ​ທຸກ​ຂັ້ນ ຄວນ​ປະ​ຕິ​ບັດການ​ເຜີຍ​ແຜ່, ໂຄ​ສະ​ນາ​ໝາກ​ຜົນ​ກອງ​ປະ​ຊຸມ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ​, ຄົ້ນ​ຄ້​ວາ, ໍ​ຊາບ​ຊືມ​ມະ​ຕິ ແລະ ບັນ​ດາ​ເອ​ກະ​ສານ​ກອງ​ປະ​ຊຸມ​ໃຫຍ່​ຢ່າງ​ເລິກ​ເຊິ່ງ. ຮີບ​ເຮັ່ງ​ກໍ່​ສ້າງ, ຜັນ​ຂະ​ຫຍາຍ​ໂຄງ​ການ, ແຜນ​ການ​ດຳ​ເນີນ​ງານ, ປຸກ​ລຸກ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ໃນ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ນຳ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ. ກອງ​ປະ​ຊຸມ​ໃຫຍ່​ໄດ້​ຮຽກ​ຮ້ອງ​ໃຫ້​ທົ່ວ​ພ​ັກ, ທົ່ວ​ປວ​ງ​ຊົນ, ທົ່ວ​ກອງ​ທັບ, ປະ​ຊາ​ຊົນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຮັກ​ຊາດ, ເຈດ​ຈຳ​ນົງ ເພີ່ງຕົນ​ເອງ ສ້າງ​ຄ​ວາມ​ເຂັ້​ມ​ແຂງ​ດ້ວຍ​ຕົນ​ເອງ, ກຳ​ລັງ​ແຮງ​ມະ​ຫາ​ສາ​ມັ​ກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ແຂ່ງ​ຂັນ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຢ່າງ​ມີ​ໄຊ, ເປີດ​ໄລ​ຍະ​ພ​ັ​ດ​ທະ​ນາ​ໃຫມ່​ຂອງ​ປະ​ເທດ​ຊາດຢ່າງ​ສ​ະ​ຫງ່າ​ລາ​ສີ, ຈົບ​ງາມ, ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢ່າງ​ໝັ້ນ​ຄົງ."​

        ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ໄດ້​ອັດ​ລົງ​ດ້ວຍ​ການ​ສຳ​ເລັດ​ຫລາຍ​ເນື້ອ​ໃນ​ສຳ​ຄັນ. ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ໃຫຍ່​ພ້ອມ​ກັບ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ຈະ​ນຳ​ປະ​ເທດ​ຫວຽດ​ນາມ ສືບ​ຕໍ່​ພັດ​ທະ​ນາ​ສີ​ວິ​ໄລ, ທັນ​ສະ​ໄຫມ, ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມຢ່າງ​ໝັ້ນ​ຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ