ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ: ເລືອກເອົາບັນດາຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງແທ້ຈິງ

(VOVWORLD) -ດ້ວຍໝາກຜົນທີ່ບັນລຸໄດ້, ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ (ທີ່ຈະໄຂຂຶ້ນໃນວັນທີ 25 ມັງກອນ) ໄດ້ສຳເລັດໂດຍພື້ນຖານຖືກຕ້ອງຕາມຈຸດປະສົງ, ຄຳຮຽກຮ້ອງ ແລະ ແຜນການທີ່ໄດ້ວາງອອກ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ: ເລືອກເອົາບັນດາຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງແທ້ຈິງ - ảnh 1ກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກຊຸດທີ 12 ໄດ້ອັດລົງຢູ່ຮ່າໂນ້ຍໃນວັນທີ 17 ມັງກອນ
(ພາບ: TTXVN)

ກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກຊຸດທີ 12 ໄດ້ອັດລົງຢູ່ຮ່າໂນ້ຍໃນວັນທີ 17 ມັງກອນ, ພາຍຫຼັງເຮັດວຽກມາເປັນເວລາມື້ເຄິ່ງ. ກອງປະຊຸມບັນລຸໄດ້ຄວາມເຫັນດີເຫັນພ້ອມເປັນຢ່າງສູງຕໍ່ບັນດາເນື້ອໃນພື້ນຖານ ແລະ ສຳຄັນ ນັ້ນແມ່ນຮັບຮອງເອົາການແນະນຳ, ເພີ່ມເຕີ່ມ, ສະເໜີບຸກຄະລາກອນ “ພິເສດ” ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 13 ແລະ ບັນຊີລາຍຊື່ບຸກຄະລາກອນຮັບສະໜັກເລືອກຕັ້ງບັນດາຕຳແໜ່ງການນຳຫຼັກແຫຼ່ງຂອງພັກ ແລະ ລັດ ອາຍຸການຊຸດທີ 13. ດ້ວຍໝາກຜົນທີ່ບັນລຸໄດ້, ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ (ທີ່ຈະໄຂຂຶ້ນໃນວັນທີ 25 ມັງກອນ) ໄດ້ສຳເລັດໂດຍພື້ນຖານຖືກຕ້ອງຕາມຈຸດປະສົງ, ຄຳຮຽກຮ້ອງ ແລະ ແຜນການທີ່ໄດ້ວາງອອກ.

        ໃນປະຫວັດສາດ 90 ກວ່າປີແຫ່ງການຊີ້ນຳນຳພາ, ຍາມໃດພັກກອມມູນິດຫວຽດນາມ ກໍ່ກຳນົດວ່າ ວຽກງານພະນັກງານບໍ່ພຽງແຕ່ແມ່ນຂອດຫຼັກແຫຼ່ງໃນວຽກງານກໍ່ສ້າງພັກເທົ່ານັ້ນ, ຫາກຍັງແມ່ນຕ່ອງໂສ້ສຳຄັນຍິ່ງໃຫ້ແກ່ການເຄື່ອນໄຫວຂອງພັກ, ຕັດສິນຜົນສຳເລັດ ແລະ ປະລາໄຊຂອງການປະຕິວັດ. ໃນວິວັດການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ວຽກງານກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ແມ່ນມີຄວາມໝາຍສຳຄັງຍິ່ງ. ການກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ຮັບການປະຕິບັດຢ່າງຮັດກຸ່ມຕາມ 5 ຂັ້ນຕອນ ແລະ ຕາມລຳດັບ: ກະກຽມບຸກຄະລາກອນຮັບເລືອກຕັ້ງອີກສະໄໝໜຶ່ງເຂົ້າຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການຊຸດໃໝ່, ຕໍ່ຈາກນັ້ນແມ່ນບຸກຄະລາກອນໃໝ່ ແລະ ສຸດທ້າຍແມ່ນກໍລະນີ “ພິເສດ”.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ: ເລືອກເອົາບັນດາຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງແທ້ຈິງ - ảnh 2ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ
(ພາບ: TTXVN)

ຂັ້ນຕອນທີ່ຮັດກຸ່ມ

        ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ໄດ້ປຶກສາຫາລືວຽກງານກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຢ່າງລະອຽດ, ເປັນໄປຕາມຂັ້ນຕອນຢ່າງຮັດກຸ່ມ, ມີຄວາມລະມັດລະວັງທີ່ສຸດໃນຫຼາຍກອງປະຊຸມ. ອະນຸກຳມະການບຸກຄະລາກອນໄດ້ຮັບການສ້າງຕັ້ງທີ່ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 12 (ເດືອນ ຕຸລາ 2018). ຕໍ່ຈາກນັ້ນ, ກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສູນກາງພັກຊຸດທີ 12 (ເດືອນ ທັນວາ 2018) ເລີ່ມພິຈາລະນາ, ປະກອບຄຳເຫັນກ່ຽວກັບການແນະນຳບຸກຄະລາກອນໃນແຜນກຳນົດເຂົ້າຄະນະບໍລິຫານງານສູນກາງພັກ ອາຍຸການ 2021 - 2026 ສຳລັບຜູ້ແທນກວ່າ 200 ທ່ານ ເພື່ອໃຫ້ກົມການເມືອງພິຈາລະນາ, ຕົກລົງຂຶ້ນແຜນກຳນົດຕາມສິດອຳນາດ. ທີ່ກອງປະຊຸມໃຫຍ່ຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ 12 (ເດືອນ ພຶດສະພາ 2020), ປຶກສາຫາລືທິດທາງວຽກງານບຸກຄະລາກອນ, ມາດຖານສະມາຊິກຄະນະບໍລິຫານງານສູນກາງພັກ; ເງື່ອນໄຂ, ໂຄງປະກອບ, ຈຳນວນ… ບົນພື້ນຖານໝາກຜົນການປຶກສາຫາລືດັ່ງກ່າວ, ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 13 (ຕຸລາ 2020) ຄະນະບໍລິຫານງານສູນກາງພັກ ໄດ້ປ່ອນບັດລົງມະຕິບຸກຄະລາກອນເຂົ້າເປັນສະມາຊິກສົມບູນ, ສະມາຊິກຮຳຮອງຄະນະບໍລິຫານງານສູນກາງພັກ, ສະມາຊິກຄະນະກຳມະການກວດກາສູນກາງພັກຊຸດທີ 13. ເດືອນ ທັນວາ 2020, ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 14 ໄດ້ປຶກສາຫາລືການປ່ອນບັດແນະນຳບຸກຄະລາກອນເຂົ້າຮ່ວມກົມການເມືອງ, ຄະນະເລຂາສູນກາງຊຸດທີ 13 ຢ່າງລະອຽດ; ມອບໃຫ້ກົມການເມືອງ ແລະ ອະນຸກຳມະການບຸກຄະລາກອນສືບຕໍ່ພິຈາລະນາ, ເພີ່ມເຕີມ, ສ້າງບັນດາແຜນຮ່າງບຸກຄະລາກອນໃຫ້ສົມບູນແບບ ເພື່ອລາຍງານຕໍ່ຄະນະບໍລິຫານງານສູນກາງພັກ ພິຈາລະຈາ, ຕົກລົງທີ່ກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກ ເຊິ່ງຫາກໍ່ອັດລົງໃນວັນທີ 17 ມັງກອນ 2021. ກ່າວຄຳເຫັນອັດກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ໃນວັນທີ 17 ມັງກອນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ຢືນຢັນວ່າ.

        “ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລືຢ່າງມີປະຊາທິປະໄຕ, ກົງໄປກົງມາ, ມີຄວາມຮັບຜິດຊອບ ແລະ ລົງມະຕິຮັບຮອງເອົາບັນຊີລາຍຊື່ບຸກຄະລາກອນ ເພື່ອເພີ່ມບາງສະຫາຍ ເຊິ່ງເປັນຄັ້ງທຳອິດເຂົ້າຮ່ວມຄະນະບໍລິຫານງານສູນກາງພັກຊຸດທີ 13, ເພີ່ມເຕີ່ມກຳມະການສູນກາງພັກຊຸດທີ 12 ບາງສະຫາຍ ນອນໃນກໍລະນີ “ພິເສດ” ຮັບການເລືອກຄັ້ງຄືນໃໝ່ໃນອາຍຸການຊຸດທີ 13… ແລະ ບັນຊີລາຍຊື່ສະເໜີບັນດາສະຫາຍດຳລົງຕຳແໜ່ງການນຳຫຼັກແຫຼ່ງຂອງພັກ ແລະ ລັດ ອາຍຸການຊຸດທີ 13 ດ້ວຍຈຳນວນບັດເຫັນດີສູງທີ່ສຸດ”.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ: ເລືອກເອົາບັນດາຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງແທ້ຈິງ - ảnh 3ຍາມໃດພັກກອມມູນິດຫວຽດນາມ ກໍ່ກຳນົດວ່າ ວຽກງານພະນັກງານບໍ່ພຽງແຕ່ແມ່ນຂອດຫຼັກແຫຼ່ງໃນວຽກງານກໍ່ສ້າງພັກ
(ພາບ: TTXVN)

ເອົາໃຈໃສ່ເປັນພິເສດທາງດ້ານຄຸນນະພາບ

        ວຽກງານກະກຽມບຸກຄະລາກອນໃຫ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງຄຸນນະພາບ ບົນພື້ນຖານຮັບປະກັນທາງດ້ານຈຳນວນ ແລະ ໂຄງປະກອບທີ່ເໝາະສົມ.ເລື່ອງກະກຽມ, ແນະນຳ ແລະ ເລືອກຕັ້ງກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 13 ແມ່ນມີປະຊາທິປະໄຕ, ພາວະວິໄສ, ທ່ຽງທຳຢ່າງແທ້ຈິງ ແລະ ຖືກຜົນປະໂຫຍດຂອງຊາດ ແລະ ຂອງປະຊາຊົນເໜືອກວ່າສິ່ງໃດໝົດ. ພ້ອມກັນນັ້ນ, ສູນກາງໄດ້ຢືນຢັນຄວາມຕັດສິນໃຈດ້ານການເມືອງເປັນຢ່າງສູງ ໃນພາລະກິດປ້ອງກັນ, ຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ຟູມເຟືອຍ, ສິ່ງຫຍໍ້ທໍ້; ເດັດດ່ຽວບໍ່ປະໃຫ້ມີຜູ້ບໍ່ຮັບປະກັນມາດຕະຖານ, ເງື່ອນໄຂບໍ່ພຽງພໍລອດເຂົ້າຄະນະບໍລິຫານງານສູນກາງພັກ ແລະ ບໍ່ປະໃຫ້ພະນັກງານມີຄຸນນະທາດ, ມີຄວາມເກ່ັງກ້າສາມາດຫຼຸດໄປ ຄືດັ່ງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເນັ້ນໜັກເປັນຫຼາຍຄັ້ງແລ້ວ. ທ່ານ ຫງວຽນແມ້ງທັ໊ງ, ສະມາຊິກພັກ, ເມືອງ ຮ່ວາງມາຍ, ຮ່າໂນ້ຍ, ສະແດງຄວາມເຫັນວ່າ.

        “ພັກມີການກະກຽມຢ່າງມີແບບມີແຜນ, ມີວິທະຍາສາດ, ເຂັ້ມງວດ ແລະ ເລືອກເອົາພະນັກງານດີທີ່ສຸດໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13. ຂ້າພະເຈົ້າຕີລາຄາວ່າ ບາດກ້າວກະກຽມບຸກຄະລາກອນໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງໃຫຍ່ຫຼວງຂອງສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ໃນການກໍ່ສ້າງ, ປັບປຸງພັກ. ພະນັກງານດີ, ເພື່ອປະຊາຊົນ, ກ້າຄິດກ້າທຳ ຈຶ່ງນຳມາເຊິ່ງການປ່ຽນແປງໃໝ່ ແລະ ນຳມາເຊິ່ງໄຊຊະນະທີ່ໃຫຍ່ຫຼວງໃຫ້ແກ່ພາລະກິດສ້າງສາປະເທດຊາດ”.

        ໄລ່ມາຮອດຈຸດເວລານີ້, ຍັງມີເວລາບໍ່ຮອດ 1 ອາທິດ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະໄຂຂຶ້ນນັ້ນ, ປະຊາຊົນຫວຽດນາມ ໝົດທຸກຄົນໄດ້ຕັ້ງຄວາມຫວັງວ່າ ດ້ວຍຂັ້ນຕອນທີ່ຮັດກຸ່ມ, ມີວິທະຍາສາດໃນການກະກຽມບຸກຄະລາກອນ ຈະປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່, ສ້າງຄວາມໄວ້ເນື້ອເຊື່ອໃຈໃໝ່, ກຳລັງໜູນໃໝ່, ບັນຍາກາດໃໝ່ ນຳພາປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ