ກອງ​ປະ​ຊຸມ​ໃຫ່​ຍ​ແຂ່ງ​ຂັນ​ຮັກ​ຊາດ​ຄັ້ງ​ທີ 10-ຂີດ​ໝາຍ​ໃໝ່​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ

(VOVWORLD) -ດ້ວຍຫົວເລື່ອງ “ສາມັກຄີ, ປະດິດຄິດສ້າງ, ແຂ່ງຂັນສ້າງສາ ແລະ ປົກປັກຮັກສາປະເທດຊາດ” ນັ້ນ, ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດຄັ້ງທີ 10 ຈະດຳເນີນໃນລະຫວ່າງວັນທີ 9-10 ທັນວາ ຢູ່ ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງທີ່ສຳຄັນ, ແມ່ນແຫ່ງເຕົ້າໂຮມ, ຍ້ອງຍໍຊົມເຊີຍ, ເຊີດຊູບັນດານັກວິລະຊົນ, ນັກຮົບແຂ່ງຂັນ, ແບບຢ່າງດີເດັ່ນ, ບັນດາປັດໄຈດີເດັ່ນກ່ວາໝູ່ ໃນຂະບວນການແຂ່ງຂັນຮັກຊາດ. ຜ່ານນັ້ນ, ສືບຕໍ່ປຸກລຸກກຳລັງແຮງອັນໃຫ່ຍຫຼວງ ຂອງກຸ່ມກ້ອນມະຫາສາມັກຄີແຫ່ງຊາດ ເພື່ອແນໃສ່ປະຕິບັດໜ້າທີ່ພັດທະນເສດຖະກິດສັງຄົມ ໃນໄລຍະທີ່ຈະມາເຖິງຢ່າງມີໄຊ.
ກອງ​ປະ​ຊຸມ​ໃຫ່​ຍ​ແຂ່ງ​ຂັນ​ຮັກ​ຊາດ​ຄັ້ງ​ທີ 10-ຂີດ​ໝາຍ​ໃໝ່​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ - ảnh 1

ທ່ານໂງແຊັກທຶກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

(ພາບ: mattran.org.vn)

     ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດຄັ້ງທີ 10 ມີຜູ້ແທນທາງການປະມານ 2000 ຄົນ. ໃນນັ້ນ, ມີຜູ້ແທນຫຼາຍຄົນແມ່ນບຸກຄົນ, ຜູ້ຕາງໜ້າລວມໝູ່ ທີ່ໄດ້ຮັບນາມະຍົດວິລະຊົນແຮງງານ, ວິລະຊົນກຳລັງປະກອບອາວຸດປະຊາຊົນ ໄລຍະປ່ຽນແປງໃໝ່, ບັນດາບຸກຄົນດີເດັ່ນຕາງໜ້າຂອງ 53 ຊົນເຜົ່າສ່ວນໜ້ອຍ. ພິເສດ, ມີ 20 ຄົນເປັນແບບຢ່າງດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19;  30 ຄົນເປັນຜູ້ມີຄວາມເກ່ັງກ້າສາມາດໜຸ່ມ, ເຍົາວະຊົນ, ອະນຸຊົນດີເດັ່ນ…

ຂະບວນການແຂ່ງຂັນກາຍເປັນກຳລັງໜູນພັດທະນາເສດຖະກິດສັງຄົມ

    ໃນ 5 ປິຜ່ານມາ, ນັບແຕ່ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດຄັ້ງທີ 9 (ເດືອນທັນວາປີ 2015), ຂະບວນການແຂ່ງຂັນຮັກຊາດ ໄດ້ຮັບການພັດທະນາຢ່າງເລິກເຊິ່ງກ້ວາງຂວາງຢູ່ພາຍໃນປະເທດ, ໄດ້ຮັບການປ່ຽນແປງໃໝ່ເທື່ອລະກ້າວ ດ້ວຍບັນດາຮູບການ, ເນື້ອໃນທີ່ອຸດົມສົມບູນ, ຕິດພັນກັບໜ້າທີ່ການເມືອງ ແລະ ສະພາບເສດຖະກິດສັງຄົມຂອງປະເທດຊາດ. ບັນດາຂະບວນການແຂ່ງຂັນ ໄດ້ກາຍເປັນກຳລັງໜູນພັດທະນາເສດຖະກິດສັງຄົມ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

  ຂະບວນການ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່” ໄດ້ປະກອບສ່ວນນຳໂຄງການເປົ້າໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃໝ່ໄລຍະ 2010-2020 ປະຕິບັດສຳເລັດກ່ອນເກືອບ 2 ປີ. ຂະບວນການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ-ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ” ໄດ້ເສີມຂະຫຍາຍມູນເຊື້ອສາມັກຄີໃນປະຊາຄົມ, ປະກອບສ່ວນນຳຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດທຳອິດ ທີ່ປະຕິບັດສຳເລັດເປົ້າໝານສະຫັດສະວັດຂອງ ສປຊ ກ່ຽວກັບການຫລຸດຜ່ອນຄວາມທຸກຍາກ, ອັດຕາສ່ວນຄອບຄົວທຸກຍາກຫລຸດລົງຢ່າງໄວວາ, ຈາກ 9.2% ປີ 2016  ລົງຕຳ່ກ່ວາ 3% ໃນປີ 2020.

    ຂະບວນການ “ວິສາຫະກິດຫວຽດນາມ ເຊື່ອມໂຍງ ແລະ ພັດທະນາ” ໄດ້ຫັນເປັນລະອຽດ ດ້ວຍການດັດປັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ; ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃຫ້ແກ່ວິສາຫະກິດ; ສ້າງບັນດາລາຍການ, ແຜນການ, ແຜນຮ່າງ ກ່ຽວຂ້ອງເຖິງການໜູນຊ່ວຍວິສາຫະກິດ start up , ໜູນຊ່ວຍການສົ່ງເສີມການຄ້າ, ໜູນຊ່ວຍການປ່ຽນແປງໃໝ່ເຕັກໂນໂລຊີ… ໃນສະພາບການປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ 19 ແລະ ການຊຸດໂຊມເສດຖະກິດໂລກຢ່າງຮ້າຍແຮງນັ້ນ, ແຕ່ຈຳນວນວິສາຫະກິດທີ່ສ້າງຕັ້ງໃໝ່ແຕ່ປີ 2016 ມາຮອດປະຈຸບັນ ແມ່ນເພີ່ມຂຶ້ນຢ່າງລຽນຕິດ. ທ່ານໂງແຊັກທຶກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕີລາຄາວ່າ:

   ປະເທດຊາດມີການພັດທະນາຄືປັດຈຸບັນ ແມ່ນຍ້ອນກຳລັງເຫື່ອແຮງຂອງທົ່ວພັກ, ທົ່ວປວງຊົນ, ຂອງກຳມະກອນ, ຊາວກະສິກອນ, ນັກທຸລະກິດ, ນັກປັນຍາຊົນນັບລ້ານໆຄົນ ແລະ ສະມາຊິກທຸກຄົນໃນສັງຄົມ. ຍ້ອນການແຂ່ງຂັນ ແລະ ສາມັກຄີກັນ, ສະນັ້ນ ໃນການຕໍ່ຕ້ານກໍ່ຍາດໄດ້ເອກະລາດ, ໃນການສ້າງສາປະເທດຊາດ ກໍ່ໄດ້ມີຄວາມສາມັກຄີກັນເພື່ອກ້າວຂຶ້ນ, ເພື່ອໃຫ້ປະເທດຊາດ ມີທີ່ຕັ້ງບົດບາດຄືປັດຈຸບັນນີ້.

ສືບຕໍ່ປຸກລຸກກຳລັງແຮງອັນໃຫ່ຍຫຼວງຂອງກຸ່ມກ້ອນມະຫາສາມັກຄີທັງຊາດ

    ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດຄັ້ງທີ 10 ແມ່ນເຫດການການເມືອງສຳຄັນ, ແມ່ນແຫ່ງແບ່ງປັນ ບັນດາວິທີເຮັດທີ່ດີ, ບັນດາຮູບແບບໃໝ່ ເພື່ອແນໃສ່ສ້າງການແຜ່ຂະຫຍາຍຄວາມໝາຍວັດທະນະທຳມະນຸດ, ມູນເຊື້ອຄຸນສົມບັດອັນລ້ຳຄ່າຂອງປະເທດຊາດ ແລະ ຊາວຫວຽດນາມ ໃນສັງຄົມ, ພິເສດແມ່ນໃນສະພາບການໃໝ່ປະຈຸບັນ. ກອງປະຊຸມໃຫ່ຍ ຈະສືບຕໍ່ປຸກລຸກກຳລັງແຮງສາມັກຄີ, ມານະພະຍາຍາມປະຕິບັດບັນດາແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດເປັນຢ່າງດີ. ກອງປະຊຸມໃຫ່ຍໄດ້ປຸກລະດົມຂະບວນການແຂ່ງຂັນ ໃນບັນດາຂົງເຂດ ແລະ ສືບຕໍ່ຍູ້ແຮງ 4 ຂະບວນການແຂ່ງຂັນຈຸດສຸມຄື: “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່”, “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ-ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ”, “ວິສາຫະກິດຫວຽດນາມ ເຊື່ອມໂຍງ ແລະ ພັດທະນາ”, “ພະນັກງານ, ລັດຖະກອນແຂ່ງຂັນປະຕິບັດວັດທະນະທຳຢູ່ສຳນັກງານ”, ຕິດພັນກັບການຍູ້ແຮງ “ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບວິທີໂຮ່ຈີມິນ”… ທ່ານຮອງສາດສະດາຈານ, ດຣ ບຸ່ຍດິນຟອງ, ຄູສອນຂັ້ນສູງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໃຫ້ຮູ້ວ່າ:

   ແຂ່ງຂັນແມ່ນຕ້ອງມີປະຊາທິປະໄຕ, ຕ້ອງໃກ້ຊິດຕິດແທດ, ພິເສດ, ໂດຍພາຍໃຕ້ການນຳພາຂອງພັກ, ຕ້ອງເສີມຂະຫຍາຍບົດບາດ, ພູມປັນຍາ, ກຳລັງຂອງປະຊາຊົນໃຫ້ໝົດ. ຍ້ອນວ່າ ທຸກສິ່ງທຸກຢ່າງຖ້າບໍ່ອີງໃສ່ປະຊາຊົນ ໂດຍພາຍໃຕ້ການນຳພາຂອງພັກ, ແມ່ນຈະບໍ່ປະສົບຜົນສຳເລັດໄດ້.

   ດ້ວຍບັນດາໝາກຜົນບັນລຸໄດ້ ໃນຂະບວນການແຂ່ງຂັນໃນຊຸມປີທີ່ຜ່ານມາ ແລະ ບັນດາລັດຖະນະໂຍບາຍຈະໄດ້ຮັບຮອງເອົາທີ່ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດຄັ້ງທີ 10, ຂະບວນການແຂ່ງຂັນ ກໍ່ຈະມີກຳລັງໜູນໃໝ່, ປະດິດຄິດສ້າງ, ສ້າງພື້ນຖານທີ່ໝັ້ນຄົງ ໃຫ້ແກ່ການປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດ ໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ