ກະກຽມບຸກຄະລາກອນ ອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມລະບຽບກົດໝາຍ

ປະ​ຈຸ​ບັນ, ຢູ່​ຫວຽດ​ນາມ​ພວມ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ກະ​ກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ຊຶ່ງ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 22/5ທີ່​ຈະ​ມາ​ເຖິງ. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຂັ້ນ​ຕ່າງໆ​ກໍ​ດຳ​ເນີນ​ບັນ​ດາ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລືແນ​ະ​ນຳ​ບຸກ​ຄະ​ລາ​ກອນ​ ອອກສະ​ໝັກ​ເລືອກ​ຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ, ຖືກ​ຕ້ອງ​ກັບ​ລະ​ບຽບ​ກົດ​ໝາຍ.  

 

ກະກຽມບຸກຄະລາກອນ ອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມລະບຽບກົດໝາຍ - ảnh 1
(ພາບ​ປະ​ກອບ)

   ອາ​ທິດ​ແລ້ວນີ້, ຢູ່​ຮ​່າ​ໂນ້ຍ, ຄະ​ນະ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໄດ້​ດຳ​ເນີນ ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລືຄັ້ງ​ທີ 1, ຕົກ​ລົງ​ກ່ຽວ​ກັບ​ໂຄງ​ປະ​ກອບ, ພາກ​ສ່ວນ, ຈຳ​ນວນ​ພະ​ນັກ​ງານ​ຂອງ​ບັນ​ດາ​ອົງ​ການ, ສຳ​ນັກ​ງານ​ຂັ້ນ​ສູນ​ກາງ​ ໄດ້​ຮັບ​ການ​ແນະ​ນຳອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14. ຕໍ່​ຈາກນັ້ນ, ຢູ່ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່​ວປະ​ເທດ ກໍ​ໄດ້​ດຳ​ເນີນ​ບັນ​ດາ ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ເພື່ອ​ກະ​ກຽມບຸກ​ຄະ​ລາ​ກອນ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ຄັ້ງ​ນີ້.

  ປຶກ​ສາ​ຫາ​ລື​ແນະ​ນຳ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຕາມ​ໂຄງ​ປະ​ກອບ, ພາກ​ສ່ວນ

 ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ມີ​ສິດ ແລະ ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ຮ່ວມ​ວຽກ​ງານ​ການ​ເລືອກ​ຕັ້ງ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ໃຫ້​ການ​ເລືອກ​ຕັ້ງ​ໄດ້​ດຳ​ເນີນ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ, ສະ​ເໝີ​ພາບ, ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ມີ​ຄວາມ​ປອດ​ໄພ, ປະ​ຢັດ ແລະ ກາຍ​ເປັນ​ວັນ​ບຸນ​ຂອງ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ. ຍ້ອນ​ເຫດນີ້​ເອງ, ວຽກ​ງານ​ປຶກ​ສາ​ຫາ​ລືແນ​ະ​ນຳ​ບຸກ​ຄະ​ລາ​ກອນ​ອອກສະ​ໝັກ​ເລືອກ​ຕັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແມ່ນ​ຕ້ອງ​ຮັບ​ປະ​ກັນ​ໃຫ້​ມີ​ປະ​ຊາ​ທິ​ປະ​ໄຕ, ຖືກ​ຕ້ອງ​ກັບ​ລະ​ບຽບ​ກົດ​ໝາຍ ແລະ ກຳ​ນົດ​ເວ​ລາ​ທີ່​ໄດ້​ວາງ​ອອກ. ທ່ານ​ຫງວຽນ​ວັນ​ຟາ ຮອງ​ປະ​ທານຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໃຫ້​ຮູ້​ວ່າ :

   “ ພວກຂ້າ​ພະ​ເຈົ້າ​ໄດ້​ສະ​ເໜີ ແລະ ແນະ​ນຳ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງ​ຕາມ​ມາດ​ຕາ 8 ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ, ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຈຳ​ນວນ​ຜູ້ອອກສະ​ໝັກ​ເລືອກ​ຕັ້ງເປັນ​ແມ່​ຍິງ​ບັນ​ລຸ​ອັດ​ຕາ​ຢ່າງ​ໜ້ອຍ 35%, ຈຳ​ນວນ​ຜູ້ອອກສະ​ໝັກ​ເລືອກ​ຕັ້ງເປັນຊາວ​ເຜົ່າ​ສ່ວນ​ໜ້ອຍບັນ​ລຸ​ອັດ​ຕາ​ຢ່າງ​ໜ້ອຍ 18%. ​ຕາມ​ມາດ​ຕາ 9 ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ, ຄະ​ນະ​ປະ​ຈຳຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຂັ້ນ​ຕ່າງໆ ຕ້ອງ​ເປັນ​ເຈົ້າ​ການ​ແລກ​ປ່ຽນ, ເປັນ​ເອ​ກະ​ພາບ​ກັບ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ດຽວ​ກັນ ເພື່ອ​ຄາດ​ຄະ​ເນ​ຮ່​າງ​ໂຄງ​ປະ​ກອ​ບ, ພາກ​ສ່ວນ, ຈຳ​ນວນ​ຄົນ​ທີ່​ໄດ້​ຮັບ​ການ​ແນະ​ນຳອອກສະ​ໝັກ​ເລືອກ​ຕັ້ງ​​ຢູ່​ທ້ອງ​ຖິ່ນ​ຂອງ​ຕົນ ​”

   ມາ​ຮອດ​ຈຸດ​ເວ​ລານີ້, ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໄດ້​ດຳ​ເນີນ ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລືຄັ້ງ​ທີ 1, ໄດ້ຕົກ​ລົງກັນ​ກ່ຽວ​ກັບ​ໂຄງ​ປະ​ກອບ, ພາກ​ສ່ວນ, ຈຳນວນ​ພະ​ນັກ​ງານ​ຂອງ​ບັນ​ດາ​ອົງ​ການ, ສຳ​ນັກ​ງານ​ຂັ້ນ​ສູນ​ກາງ​​ໄດ້​ຮັບ​ການ​ແນະ​ນຳອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດບົນ​ພື້ນ​ຖານ​ການ​ຄາດ​ຄະ​ເນ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ. ຊຸມມື້ນີ້, ທ້ອງ​ຖິ່ນ​ຕ່າງໆ​ເຊັ່ນ: ກວາງ​ນິງ, ດ້ຽນ​ບຽນ, ຕຽນ​ຢາງ, ​ດັກ​ລັກ ຕ່າງກໍ​ສຳ​ເລັດ​ການ​ດຳ​ເນີນກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຄັ້ງ​ທີ 1 ເພື່ອຕົກ​ລົງ​ກ່ຽວ​ກັບ​ໂຄງ​ປະ​ກອບ, ພວກ​ສ່ວນ, ຈຳນວນ​ພະ​ນັກ​ງານໄດ້​ຮັບ​ການ​ແນະ​ນຳອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ ແລະ ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງດ້ວຍ​ຕົນ​ເອງເປັນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ຢູ່​ທ້ອງ​ຖິ່ນ. ທ່ານ​ນາງ​ໂດ້​ທິ​ຮ່​ວາງ ຮອງ​ເລ​ຂາ​ຜູ້​ປະ​ຈຳ​ການ​ຄະ​ນະ​ພັກ​ແຂວງ, ຫົວ​ໜ້າ​ຄະ​ນະສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງກວາງ​ນິງ​ໃຫ້​ຮູ້​ວ່າ :

    “ 1 ວັນ ພາຍຫຼັງ​ທີ່​ໄດ້ດຳ​ເນີນກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຜັນ​ຂະ​ຫຍາຍ​ວຽກ​ງານ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ແຂວງກວາງ​ນິງ​ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື. ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ ໂດຍ​ອີງ​ໃສ່​ຂອບ​ຂະ​ໜາດ​ປະ​ຊາ​ກອນ, ລັກ​ສະ​ນະ​ພິ​ເສດ​ສະ​ເພາະ​ຂອງ​ເສດ​ຖະ​ກິດ​ສັງ​ຄົມ, ບໍ​ລິ​ເວນ​ຂອງ​ແຂວງ ເພື່ອ​ວາງວິ​ທີ​ການ​ຈັດ​ສັນ​ພາກ​ສ່ວນ, ໂຄງ​ປະ​ກອບ, ຈຳ​ນວນ​ຜູ້​ແທນໄດ້​ຮັບ​ການ​ແນະ​ນຳອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ ”

    ຜັນ​ຂະ​ຫຍາຍຫຼາຍ​ຈຸດ​ໃໝ່ ແຕ່​ຍັງ​ຄົງ​ຮັບ​ປະ​ກັນ​ໃຫ້​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ

       ການເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຄັ້ງ​ນີ້ ໄດ້​ຮັບ​ການ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ​ສະ​ມາ​ຊິກ​ສະ​ພາປະ​ຊາ​ຊົນປີ 2015. ຕາມນັ້ນ​ແລ້ວ, ແນວ​ໂຮມ​ປະ​ເທດ​ຊາດຂັ້ນ​ຕ່າງໆ ຈຳ​ເປັນ​ຕ້ອງ​ແນ​ະ​ນຳ, ຮັບ​ປະ​ກັນ​ທັງ​ຈຳ​ນວນ​ສ່ວນ​ເກີນ​ບຸກ​ຄະ​ລາ​ກອນອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ. ທ່ານ​ຫງວຽນ​ວັນ​ຟາ ຮອງ​ປະ​ທານຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຢືນ​ຢັນ​ວ່າ ທານຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມໄດ້​ນຳ​ສະ​ເໜີ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ແນະ​ນຳ​ບັນ​ຫານີ້​ໂດຍ​ລະ​ອຽດ​ເພື່ອ​ນຳ​ໃຊ້​ຢ່າງ​ເປັນ​ເອ​ກະ​ພາບ​ໃນ​ທົ່ວ​ປະ​ເທດ. ສິ່ງ​ທີ່ສຳ​ຄັນ​ກ່​ວາ​ໝູ່​ແມ່ນ​ຕ້ອງ​ຮັບ​ປະ​ກັນ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໃນ​ວິ​ວັດ​ການ ປຶກ​ສາ​ຫາ​ລືແນ​ະ​ນຳ​ບຸກ​ຄະ​ລາ​ກອນ​ອອກສະ​ໝັກ​ເລືອກ​ຕັ້ງ​.

        ທ່ານ​ຫງວຽນ​ວັນ​ຟາ ຮອງ​ປະ​ທານຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຊີ້​ແຈ້ງວ່າ :

    “ ​ການ​ແນະ​ນຳຜູ້ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງແມ່ນ​ບັນ​ດາ​ຂັ້ນ​ຕອນ​ປະ​ຕິ​ບັດ​ຢ່າງ​ຮັດ​ກຸ່ມ, ບໍ່​ສະ​ເພາະ​ແຕ່ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມພຽງ​ແຕ່​ເຮັດ​ຂັ້ນ​ຕອນ​ສຸດ​ທ້າຍ, ດັ່ງນັ້ນ ​ເມື່ອກອງ​ປະ​ຊຸມ​ປຶກ​ສາ​ຫາ​ລືຈະ​ຈັດ​ສັນ​ຄາດ​ໝາຍໃຫ້ອົງ​ການ, ສຳ​ນັກ​ງານ, ຫົວ​ໜ່ວຍ​ໃດໆ​, ອົງ​ການ, ສຳ​ນັກ​ງານ, ຫົວ​ໜ່ວຍ​ນັ້ນ ຕ້ອງ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ບຸກ​ຄະ​ລາ​ກອນ​ໂດຍ​ຕົນ​ເອງ​ແນະ​ນຳ​ຕາມ​ລະ​ບຽບ​ກົດ​ໝາຍ. ສຳ​ລັບ​ຜູ້ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ ທີ່​ຄາດ​ວ່າ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເພາະ​ກິດນັ້ນ ກໍ​ຕ້ອງ​ມີ​ການ​ກຳ​ນົດ​ສ​ະເພາະ ຫຼື​ວ່າ​ຜູ້ອອກສະ​ໝັກ​ເລືອກ​ຕັ້ງ​​ແມ່ນສະ​ມາ​ຊິກພັກ ກໍ​ຕ້ອງ​ຮັບ​ປະ​ກັນ​ຕາມ​ການ​ແນະ​ນຳ​ຂອງ​ພັກ ”

     ການເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ໄດ້​ດຳ​ເນີນ​ໃນ​ວັນ​ທີ 22/5 ທີ່​ຈະ​ມາ​ເຖິງ ແມ່ນ​ເຫດ​ການ​ທີ່​ມີ​ຄວ​າມ​ໝາຍການ​ເມືອງ​ສຳ​ຄັນ​ຍິ່ງ. ແນວ​ໂຮມ​ປະ​ເທດ​ຊາດໄດ້ ແລະ ພວ​ມ​ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ມີ​ຄວາມ​ຮັບ​ຜິດ​ຊອບ​ເພື່ອ​ແນະ​ນຳ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ກ່ຽວ​ກັບ​ບັນ​ດາ​ຜູ້​ຄົນ​ສົມ​ເປັນ​ຜູ້ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຶ່ງ​ແມ່ນ​ອົງ​ການ​ທີ່​ມີ​ສິດອຳ​ນາດ​ສູງ​ສຸດຂອງ​ປະ​ຊາ​ຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ