ກະ​ທຳ​ເພື່ອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ສານ​ພິດ​ສີ​ສົ້ມ ຢູ່ ຫວຽດ​ນາມ

(VOVWORLD) - ວັນທີ 10 ສິງຫາ ແມ່ນວັນເພື່ອຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ ຫວຽດນາມ. 62 ປີ ພາຍຫຼັງເກີດໄພພິບັດ ທາດພິດສີສົ້ມ (1961 - 2023), ລັດຖະບານ ຫວຽດນາມ ຍາມໃດກໍ່ມານະພະຍາຍາມລະດົມທຸກແຫຼ່ງກຳລັງພາຍໃນປະເທດ ເພື່ອ ສົມທົບກັນການໜູນຊ່ວຍຂອງປະຊາຄົມສາກົນ ເພື່ອເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ.

ກະ​ທຳ​ເພື່ອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ສານ​ພິດ​ສີ​ສົ້ມ ຢູ່ ຫວຽດ​ນາມ - ảnh 1ການເຄື່ອນໄຫວຍ່າງກັບຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ (ພາບ: laodongxahoi.net)

ວັນທີ 10 ເດືອນສິງຫາ ປີ 1961, ກອງທັບ ອາເມລິກາ ໄດ້ເລີ່ມດຳເນີນສົງຄາມເຄມີ ຢູ່ ຫວຽດນາມ. ໃນໄລຍະເວລາພຽງ 10 ປີ (1961 - 1971), ກອງທັບອາເມລິກາ ໄດ້ ຫວ່ານສານພິດເຄມີ ກ່ວາ 80 ລ້ານລິດ, ໃນນັ້ນມີ 61%ແມ່ນສານພິດສີສົ້ມ, ລົງ ¼ ເນື້ອທີ່ດິນທຳມະຊາດຢູ່ເຂດພາກໃຕ້ ຫວຽດນາມ.

 ແກ້ໄຂຜົນຕາມມາຂອງສານພິດສີສົ້ມແມ່ນບັນຫາຮີບດ່ວນ, ຍາວນານ

ສານພິດສີສົ້ມກໍ່ຜົນຕາມມາທີ່ໜັກໜ່ວງໃຫ້ແກ່ປະຊາຊົນ ແລະ ສິ່ງແວດລ້ອມ ຫວຽດນາມ. ມີລະບົບນິເວດຫຼາຍແຫ່ງຖືກທຳລາຍ, ຍັງບໍ່ທັນສາມາດ ຟື້ນຟູໄດ້. ຊາວຫວຽດນາມ ຫຼາຍລຸ້ນຄົນ ຕ້ອງຮັບຄວາມເຈັບປວດທາງດ້ານຮ່າງກາຍ ແລະ ຈິດໃຈຍ້ອນຕິດສານພິດສີສົ້ນ. ລັດຖະບານ ຫວຽດນາມ ໄດ້ຢັ້ງຢືນວ່າການແກ້ໄຂຜົນຕາມມາຈາກສານພິດສີສົ້ມຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ ຫວຽດນາມ ແມ່ນບັນຫາຮີບດ່ວນ, ຍາວນານ.

ສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຂອງ ຫວຽດນາມ, ທຸກເດືອນເຂົາເຈົ້າລ້ວນແຕ່ໄດ້ຮັບເງິນໜູນຊ່ວຍ, ປະກັນໄພສຸຂະພາບ ຫຼື ໄດ້ຮັບການກວດປິ່ນປົວພະຍາດໂດຍບໍ່ເສຍຄ່າ. ທຸກປີ ມີຄົນພິການໜັກນັບຫຼາຍພັນຄົນ ໃນນັ້ນມີຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ ໄດ້ຮັບການຜ່າຕັດສັນຍະກຳ, ຟື້ນຟູສະມັດຕະພາບ, ເດັກນ້ອຍພິການນັບໝຶ່ນຄົນ ໄດ້ໄປໂຮງຮຽນ.

ໃນ 6 ເດືອນ ຕົ້ນປີນີ້, ວຽກງານເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ ມີລັກສະນະຍືນຍົງກ່ວາ ເມື່ອສຸມໃສ່ເຂົ້າໃນການໜູນຊ່ວຍກໍ່ສ້າງ, ສ້ອມແປງເຮືອນຊານ, ຮົມຢາ, ແກ້ພິດ… ກ່າວຄຳເຫັນທີ່ພີທີປຸກລະດົມເດືອນກະທຳເພື່ອຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ/ດີໂອຊິນ ປີ 2023 (ວັນທີ 1/08 ຢູ່ຮ່າໂນ້ຍ) ທ່ານນາງ ບຸຍທິມິງຮ່ວາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໃຫ້ຮູ້ວ່າ:

ຫວຽດນາມ ໄດ້ປະກາດໃຊ້ຫຼາຍນະໂຍບາຍເພື່ອແກ້ໄຂຜົນຕາມມາຈາກສານພິດສີສົ້ມ. ລັດໄດ້ສະຫງວນບ້ວງງົບປະມານນັບໝຶ່ນຕື້ດົ່ງ/ປີ ເພື່ອໜູນຊ່ວຍ, ເບິ່ງແຍງດູແລສຸຂະພາບ, ຟື້ນຟູສະມັດຕະພາບໃຫ້ແກ່ຜູ້ປະສົບເຄາະຮ້າຍ, ໜູນຊ່ວຍເຂດປະສົບກັບຄວາມຫຍຸ້ງຍາກຍ້ອນຜົນສະທ້ອນຢ່າງໜັກໜ່ວງຈາກສານພິດສີສົ້ມ. ຂະບວນການກະທຳເພື່ອຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ ຫວຽດນາມ ໂດຍ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມ (ເດືອນມິຖຸນາ ປີ 2011) ໄດ້ຮັບການຕອບສະໜອງຈາກປະຊາຊົນຫຼາຍຊັ້ນຄົນ, ດຶງດູດຄວາມສົນໃຈຈາກພໍ່ແມ່ປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມກັບເພື່ອນມິດສາກົນ, ປະກອບສ່ວນຊ່ວຍຜູ້ປະສົບເຄາະຮ້າຍຫຼຸດຜ່ອນຄວາມຫຍຸ້ງຍາກ, ນຳຊີວິດການເປັນຢູ່ກັບຄືນສູ່ປົກກະຕິເທື່ອລະກ້າວ, ເຊື່ອມຕົວເຂົ້າກັບປະຊາຄົມ.

ການຮ່ວມແຮງຮ່ວມໃຈຂອງເພື່ອນມິດສາກົນ

ໃນຄວາມມານະພະຍາຍາມແກ້ໄຂຜົນຕາມມາຈາກສານພິດສີສົ້ມ, ຫວຽດນາມ ໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຂອງເພື່ອນມິດສາກົນ. ກອງປະຊຸມຄະນະບໍລິຫານງານຂອງສະພາສັນຕິພາບ ໂລກ (WPC) ຢູ່ Damas, Syria, ໃນເດືອນຕຸລາ ປີ 2009 ໄດ້ຕົກລົງຖືວັນທີ 10 ສິງຫາ ທຸກປີ ແມ່ນວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ. ນັບແຕ່ປີ 2004 – 2009, ສະມາຄົມນັກກົດໝາຍປະຊາທິປະໄຕສາກົນ  (IADJ)  ຈັດສານຫາງສຽງມະຫາຊົນສາກົນ ດຳເນີນຄະດີ  ບໍລິສັດເຄມີ ຂອງ ອາເມລິກາ 37 ແຫ່ງ ຍ້ອນສະໜອງສານພິດເຄມີໃຫ້ແກ່ກອງທັບອາເມລິກາ ເພື່ອນຳໃຊ້ໃນສົງຄາມຢູ່ ຫວຽດນາມ. ອົງການ ສປຊ ເພື່ອການ ພັດທະນາ (UNDP) ເພື່ອໜູນຊ່ວຍເງິນໃຊ້ຈ່າຍ ເພື່ອປະຕິບັດໂຄງການກຳຈັດດິນມົນລະພິດດິໂອຊິນຢູ່ ສະໜາມບິນ ຝຸກາດ (ບິ່ງດິງ) ແລະ (ສ້າງຫ້ອງທົດລອງວິໄຈດີໂອຊິນໃຫ້ແກ່ ຫວຽດນາມ… ມີຫຼາຍອົງການ, ສ່ວນບຸກຄົນຊາວຕ່າງປະເທດກໍ່ໄດ້ມາຢາມ ຫວຽດນາມ ເພື່ອຝືກອົບຮົບ ຮົມຢາ, ແກ້ສານດີໂອຊິນໃຫ້ແກ່ຜູ້ປະສົບເຄາະຮ້າຍ. ທ່ານ Mark Antony Castro ນັກຊ່ຽວຊານດ້ານສານພິດແບ່ງປັນວ່າ:

ບັນດາຂັ້ນຕອນໃນການຝືກອົບຮົບຂອງພວກຂ້າພະເຈົ້າໄດ້ຖືກຍົກລະດັບສູງຂຶ້ນກ່ວາເກົ່າ. ພວກຂ້າພະເຈົ້າ ໄດ້ແລກປ່ຽນຄວາມຮູ້ໂດຍກົງກັບພະນັກງານການແພດກ່ຽວກັບການປະຕິບັດຂັ້ນຕອນຮົມຢາຖືກຕ້ອງຕາມມາດຖານ. ຈາກນັ້ນ ເຂົາເຈົ້າຈະເຂົ້າໃຈແຈ້ງກ່ວາອີກ, ມີການໝູນໃຊ້ທີ່ມີປະສິດທິຜົນກ່ວາເກົ່າ, ກຳແໜ້ນຂ່າວສານ ຫຼາຍກ່ວາ ເພື່ອແກ້ໄຂບັນດາບັນຫາຂອງຜູ້ປະສົບເຄາະຮ້າຍແຕ່ລະຄົນ ຢູ່ສູນຊ່ວຍເຫຼືອສັງຄົມຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ/ດີໂອຊິນ ຫວຽດນາມ ເພື່ອມີວິທີການປິ່ນປົວທີ່ມີປະສິດທິຜົນທີ່ສຸດ.

ສ່ວນຝ່າຍອາເມລິກາ, ລັດຖະບານ ອາເມລິກາ ໄດ້ສົມທົບກັບ ຫວຽດນາມ ປະຕິບັດສຳເລັດໂຄງການລ້າງສານພິດຢູ່ສະໜາມບິນ ດ່ານັ້ງ , ລ້າງສານພິດໃນເນື້ອທີ່ດິນເກືອບ 30.000 ຕາເມັດ ຢູ່ສະໜາມບິນ ບຽນຮ່ວາ, ປະຕິບັດບັນດາໂຄງການໜູນຊ່ວຍຄົນພິການ, ໃນນັ້ນມີຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ ຢູ່ຫຼາຍແຂວງ ຄື: ກ໋ວາງຈິ, ເທື່ອທຽນເຫ້ວ, ກ໋ວາງນາມ…

ຫວຽດນາມມີຜູ້ຕິດສານພິດສີສົ້ມ/ດີໂອຊິນ ປະມານ 5 ລ້ານຄົນ. ບັນດາການກະທຳໜູນຊ່ວຍຈາກທາງຝ່າຍອຳນາດການປົກຄອງ, ປະຊາຄົມທັງ ຢູ່ພາຍ ໃນປະເທດ ກໍ່ຄືເພື່ອນມິດສາກົນ ໄດ້ ແລະ ພວມປະກອບສ່ວນຊ່ວຍບັນເທົາຄວາມຫຍຸ້ງຍາກໃນຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງເຂົາເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ