ການກໍ່ການຮ້າຍ: ສິ່ງທ້າທາຍໃຫຍ່ຂອງຄວາມສະຫງົບປອດໄພທົ່ວໂລກປີ 2016

(vovworld)-ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ໄດ້​ເກີດ​ຂຶ້ນ​ຫລາຍ​ຄັ້ງ​ຢູ່  ຕວກ​ກີ, ແບນ​ຊີກ ດ້ວຍ​ການ​ວາງ​ລະ​ເບີດ​ຢູ່​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ, ສະ​ຫນາມ​ບິນຄັ້ງ​ຕ່າງໆ ແລະ ເຮືອ​ບິນ​ຂອງ​ບໍ​ລິ​ສັດ​ການ​ບິນ ອີ​ຢີບ ຕົກ​ໃນ​ໄລ​ຍະ​ທາງ​​ບິນຈາກ ປາ​ຣີ ເຖິງ Cairo…. ແມ່ນ 3 ໃນ​ຈຳ​ນວນ​ເຫດເຫດກໍ່​ການ​ຮ້າຍນັບຮ້ອຍ​​ຄັ້ງ​ໃນ​ປີ 2016, ໄດ້​ເຮັດ​ໃຫ້​ປະ​ຊາ​ຄົ​ມ​ໂລກ ​ມີ​ຄວາມ​ສົນ​ໃຈ​ຢ່າງ​ແຮງ ແລະ ເກີດ​ຄວາມຄ​ຽດ​ແຄ້​ນ​. ພວກ​ກໍ່​ກາ​ນ​ຮ້າຍ ດ້ວຍ​ກົນ​ອຸ​ບາຍ​ນັບ​ມື້​ນັບ​ແຍບ​ຍົນ​ກວ່າ ໄດ້​ກາຍ​ເປັນ​ໄພ​ນາບ​ຂູ່​ເຊິ່ງບໍ່​ເຄີຍ​ມີ​ມາ​ກ່ອນ​ສຳ​ລັບ​ຄວາມ​ສະ​ຫງົບ​ປອດ​ໄພ ແລະ ສັນ​ຕິ​ພາບ​ສາ​ກົນ​ໃນປີ 2016.

ການກໍ່ການຮ້າຍ: ສິ່ງທ້າທາຍໃຫຍ່ຂອງຄວາມສະຫງົບປອດໄພທົ່ວໂລກປີ 2016 - ảnh 1

ພາບ​ປະ​ກອບ:TTXVN

 ປີ 2016 ແມ່ນ​ປີ​​ແຫ່ງຄວາມ​ເຈັບ​ປວດ ແລະ ຄວາມ​ເສຍ​ຫາຍ

        ​ຕາ​ເວັນ​ອອກ​ກາງ, ແມ່ນພາກ​ພື້ນເຕັມ​ໄປ​ດ້ວ​ຍ​ຄວາມ​ຂາດ​​ສະ​ຖຽນ​ລະ​ພາບ​ຂອງ​ໂລກ​ໃນ​ສິບໆ​ປີ​ຜ່ານ​ມາ, ອີກ​ຄັ້ງ​ຫນຶ່ງ​ໄດ້​ກາຍ​ເປັນ​​ເຂດ​ທີ​່​ໂລກມີ​ຄວາມ​ສົນ​ໃຈ​ທີ່​ສຸດ ​ໃນ​ຂະ​ນະ​ທີ່ 2 ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ​ໃຫຍ່​ສຸດ​ຢູ່​ພາກ​ພື້ນ ນັ້ນ​ແມ່ນ ອີ​ຢີບ ແລະ ຕວກ​ກີ ຖືກ​​ບຸກ​ໂຈມ​ຕີ​​​ຢ່າງນອງ​ເລືອດ​​ຫລາຍ​ຄັ້ງໃນ​ຊຸມມື້​ຜ່ານ​ມາ. ຕາມ​​ການສະ​ຖິ​ຕິ​ຢ່າງ​ເປັນ​ທາງ​ການ​ແລ້ວ, ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ຫນ້ອຍ​ສຸດກວ່າ 100 ຄົນ ແລະ ອີກ​ຮ້ອຍ​ໆ​ຄົນ​ຖື​ກ​ຮັບ​ບາດ​ເຈັບ​ໃນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທີ່​ເກີດ​ຂຶ້ນ​ໃນ 3 ມື້​ຜ່ານ​ມາ ຢູ່ 2 ປະ​ເທດນີ້.

ຢູ່ ອີ​ຢີບ, ຊື່ງ​ແມ່ນ​ປະ​ເທດ​ພວມ​ຖືກ​ຕົກ​ເຂົ້າ​ສູ່ວິ​ກິດ​ການ​ຄວາມ​ສະ​ຫງົບ​ປອດ​ໄພ ແລະ ເສດ​ຖະ​ກິດ ນັບ​ແຕ່ກວ່າ 5 ປີ​ຜ່ານ​ມາ, ​ໃນ​ເວ​ລາ ພຽງ 3 ວັນ ຄື​ແຕ່​ວັນ​ທີ 9 -11/12 ​ໄດ້​ເກີດ​ເຫດ​ການ​ວາງ​ລະ​ເບີດກໍ່​ການ​ຮ້າຍ​ທີ່​ຮ້າຍ​ແຮງ 2 ຄັ້ງ ​ໄດ​້ເຮັດ​ໃຫ້ ມີ​ຜູ້​ເສຍ​ຊີ​ວິດກວ່າ 30 ຄົນ ແລະ ອີກ ເກືອບ 60 ຄົນ​ຖືກ​ຮັບ​ບາດ​ເຈັບ. ສ່ວນ ຢູ່ ຕວກ​ກີ, ເຫດ​ວາງ​ລະ​ເບີດ​ສອງ​ຄັ້ງ​ໄດ້​ເກີດ​ຂຶ້ນ​ທີ່ນອກ​ເດີນ​ແຕະ​ບານ​ຢູ່ນ​ະ​ຄອນ​ໃຫຍ່​ກວ່າ​ໝູ່​ຂອງ​ປະ​ເທດນີ້ ນັ້ນ​ແມ່ນ​ນະ​ຄອນ Istanbul ໃນ​ຕອນ​ຄ່ຳ​ວັນ​ທີ 10/12 ຜ່ານ​ມາ ໄດ້​ເຮັດ​ໃຫ້ 38 ຄົນ​ຖືກ​ເສຍ​ຊີ​ວິດ ແລະ ອີກ 155 ຄົນ​ຖືກ​ຮັບ​ບາດ​ເຈັບ. ກຳ​ລັງ​ພັກ​ກຳ​ມະ​ກອນ​ຊາວ ເຄີດ​ສ (PKK) ໄດ້​ຖະ​ແຫລງ​ ຮັບ​ຜິດ​ຊອບ​ຕໍ່​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ. PKK ກໍ​ແມ່ນ​ຕົວ​ການ​ຂອງ​ເຫດ​ວາງ​ລະ​ເບີດກໍ່​ການ​ຮ້າຍ​ທີ່​ຮ້າຍ​ແຮງ​ຢູ່​ນະ​ຄອນ​ຫລວງ Ankara ໃນ​ປີ​ກາຍ ໄດ້​ເຮັດ​ໃຫ້ 37 ຄົນ​ຖືກ​ເສຍ​ຊີ​ວິດ ແລະ ນັບ​ຮ້ອຍໆ​ຄົນ​ຖືກ​ຮັບ​ບາດ​ເຈັບ. ບັນ​ດາ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ທີ່​ຮ້າຍ​ແຮງ​ໃນ​ຊຸມມື້​ຜ່ານ​ມາ​ຢູ່ ພາກ​ຕາ​ເວັນ​ອອກ​ກາງ, ຕາມ​ບັນ​ດາ​ນັກ​ສັງ​ເຫດ​ການ​ແລ້ວ, ອາດ​ຈະ​ແມ່ນ​ການ​ເລີ່ມ​ຕົ້ນ​​ກະ​ແສ​ຟອງກໍ່​ການ​ຮ້າຍ ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ນອງ​ເລືອດ​ຄັ້​ງ​ໃຫມ່​ຢູ່ ຕາ​ເວັນ​ອອກ​ກາງ, ຊື່ງ​ແມ່ນ​ພາກ​ພື້ນ​ທີ່​ເຕັມ​ໄປ​ດ້ວຍ​​ຄວາມຂາດ​ເຂດ​ສະ​ຖຽນ​ລະ​ພາບ ແລະ ປະ​ຈຸ​ບັນ ພວມ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສະ​ຖານ​ທີ່​ສະ​ດວກ​ທີ່​ສຸດ​ເພື່ອ​​ໃຫ້​ແກ່ລັດ​ທິກໍ່​ການ​ຮ້າຍ, ​ກຳ​ລັງຫົວ​ຮຸນ​ແຮງ ພັດ​ທະ​ນາ ແລະ ແຜ່​ຂະ​ຫຍາຍ​ໂທດ​ກຳ.

ລະດັບ​ກໍ່​ການ​ຮ້າຍ​ນັບ​ມື້​ນັບ​ອັນຕະລາຍ

​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຫວນ​ຄືນ​ຫຼັງ 1 ປີຜ່ານມາ, ບໍ່​ພຽງ​ແຕ່​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ເທົ່າ​ນັ້ນ, ຫາກ​ຢູ່​ຫຼາຍ​ພາກ​ພື້ນ​ອື່ນໆ​ຢູ່​ໃນ​ໂລກ​ກໍ່​ຖືກ​ຜົນ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຍ້ອນການ​ກໍ່​ການ​ຮ້າຍນັບ​ມື້​ນັບ​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ. ຕາມ​ການ​ສະຖິຕິ​ບໍ່​ທັນ​ຄົບ​ຖ້ວນ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ປະ​ເທດ ອາ​ເມ​ລິ​ກາ ​ແລ້ວ, ​ໃນ​ປີຜ່ານມາມີ​ກົນອຸບາຍ​ກໍ່​ການ​ຮ້າຍ​ປະມານ 100 ຢ່າງ​ທີ່​ເລັ່ງ​ໃສ່​ຝ່າຍ​ຕາ​ເວັນ​ຕົກ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ 44% ​ໃນ​ຈຳນວນ​ກົນອຸບາຍ​ດັ່ງກ່າວ​ແມ່ນ​ໄດ້​ຮັບ​ການ​ປະຕິບັດ​ສຳ​ເລັດ​ຜົນ, ​ແມ່ນ​ສູງ​ກວ່າ​ຕົວ​​ເລກ 33% ຂອງ​ປີ 2015.

​ແລະ​ກໍ່ຕາມ​ແຜນ​ທີ່​ລັບ​ຂອງ​ທຳນຽບຂາວ, ​ເຊິ່ງວິທະຍຸ NBC News ​ໄດ້​ອອກ​ອາກາດ​ຫວ່າງ​ແລ້ວ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, IS ​ເຊິ່ງ​ແມ່ນ​ອົງການ​ກໍ່​ການ​ຮ້າຍ​ໃຫຍ່​ສຸດ​ໃນ​ປະຈຸ​ບັນ, ​ໄດ້​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ຢູ່ 18 ປະ​ເທດ​ໃນ​ປີ 2016, ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ ​ເມື່ອ​ທຽບ​ໃສ່​ປີ 2014. ດ້ວຍ​ງົບປະມານ​ໃນ​ແຕ່ລະ​ປີ​ຂອງ IS ​ແມ່ນ​ຂຶ້ນ​ເຖິງ 2,2 ຕື້ USD, ມີມື​ປືນປະມານ 200 ຄົນ ​ພ້ອມ​ກັບ​ນະ​ໂຍບາຍຕ່າງໆ​ກ່ຽວ​ກັບ​ການຮັບສະໝັກ​ເປັນ​ທະຫານ, IS ພວມ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ອົງການ​ກໍ່​ການ​ຮ້າຍ​​ແຂງ​​ແຮງ​ທີ່​ສຸດ​ຂອງ​ໂລກ, ດ້ວຍ​ແຫຼ່ງລາຍ​ຮັບ​ຈາກ​ການ​ຂາຍ​ນຳ້ມັນ​ບໍ່ ​ແລະ ການ​ຈັບ​ຕົວ​ປະກັນ​ທວງ​ເອົາ​ເງິນ​ຄ່າໄຖ່​ແມ່ນ​ຂຶ້ນ​ເຖິງ​ກວ່າ 2 ລ້ານUSD/ວັນ,

​ເຖິງ​ວ່າ​ປີ 2016 ​ເປັນ​ຂີດ​ໝາຍ​ບາດ​ລ້ຽວ​ໃນ​ບັ້ນ​ຮົບ​ຕ້ານ IS ​ໂດຍ​ກອງ​ທະຫານ​ປະສົມສາກົນ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ ອາ​ເມ​ລິ​ກາ ​ໄດ້​ຮັບ​ຜົນງານ​ດີ​ສົມ​ຄວນ​ຫຼາຍ​ຢ່າງ​. ການ​ປະລາ​ໄຊ​ຄັ້ງ​ຕ່າງໆ​ຢ່າງ​ລຽນຕິດ​ໃນ​ໄລຍະ​ຫວ່າງ​ແລ້ວ​ນີ້, ​ເຮັດ​ໃຫ້ຜືນ​ແຜ່ນດິນ​ຂອງ IS ຢູ່ຊີຣີ ​ແລະ ອີຣັກ ຖືກ​ຮັດ​ແຄບ​ເຂົ້າ (ປະມານ 40%). ນີ້​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້ IS ປ່ວງ​ບ້າ​ບຸກ​ໂຈມ​ຕີ​ໂຕ້​ຕອບ​ຢູ່​ນອກ​ຜືນ​ແຜ່ນດິນ​ທີ່​ພວກ​ມັນ​ພວມ​ຢຶດຄອງ, ​ໃນ​ນັ້ນ​ມີ​ເລື່ອງ​ບຸກ​ໂຈມ​ຕີ​ນັກ​ທ່ອງ​ທ່ຽວ​ຢູ່​ນະຄອນ​ຕ່າງໆ​​ໃນ​ໂລກ. ສິ່ງ​ເປັນ​ໜ້າ​ວິຕົກ​ກັງວົນ​ນັ້ນ​ແມ່ນ, ບັນດາ​ການ​ບຸກ​ໂຈມ​ຕີ​ຕາມ​ຮູບ​ແບບ “ໝາ​ໄນໂດດ​ດ່​ຽວ” ເຊິ່ງ​ພິ​ສູດ​ໃຫ້​ເຫ​ັນ​ຄວາມ​ເປັນ​ຕາ​ຢ້ານ​ຕໍ່ລ​ະ​ດັບ​ຄວາມ​ອັນ​ຕະ​ລາຍ​ຂອງ​ຮູບ​ການກໍ່​ການ​ຮ້າຍແບບ​ໃໝ່ນີ້. ເຫດ​ບຸກ​ໂຈມ​ຕີ​ດ້ວຍ​ລົດ​ໂອ​ໂຕ​ຢູ່​ນະ​ຄອນ​ທ່ອງ​ທ່ຽວ Nice, ທາງ​ພາກ​ໃຕ້​ປະ​ເທດ​ຝ​ລັ່ງ, ເຊິ່ງ​ເຮັດ​ໃຫ້​ 84 ຄົນ​ເສຍ​ຊີ​ວິດ ເມື່​ອ​ເດືອນ 07/2016 ຫຼື ເຫດ​​ຖະ​ຫຼົ່ມປືນ​ໃນ​ວັນ​ທີ 22/07 ຢູ່ Munich, ປະ​ເທດ​ເຢຍ​ລະ​ມັນ, ແມ່ນ​ບັນ​ດາ​ຕົວ​ຢ່າງ​ທີ່​​ພົ້​ນ​ເດັ່ນ

ສົງ​ຄາມ​ຍັງ​ດຸ​ເດືອດ​ຢູ່

        ຈຳ​ນວນ​ບັນ​ດາ​ເປົ້າ​ໝາຍກໍ່​ການ​ຮ້າຍ​ແບບ​ໂດດ​ດ່ຽວ​ຄື​​ວ່າ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ສາຍ​ເຫດ​ແມ່ນ​ມາ​ຈາກ​ຄວາມ​ຜິດ​ໂຕນ​ກັນ​ໃນ​ສັງ​ຄົມ​​ລະ​ຫວ່າງ​ຄົນ​ຮັ່ງ​ມີ ​ກັບ ທຸກ​ຍາກ, ລະ​ຫວ່າງ​ຊາວ​​ປະຈ​ຳ​ຖິ່ນ ແລະ ຊາວ​ອົບ​ພະ​ຍົບ​ນັບ​ມື້​ນັບ​ຫຼາຍ​ຂຶ້​ນ​ເຮັດ​ໃຫ້​ສັງ​ຄົມ​ຖືກ​ແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງ. ການ​ເພີ່ມ​ຈຳ​ນວນ​ຊາວ​​​ອົບ​ພະ​ຍົບ​ເປັນ​ຈຳ​ນວ​ນ​ຫຼວງ​ຫຼາຍ​ນັບ​ແຕ່​ປີ 2015 ມາ​ຮອດ​ປະ​ຈຸ​ບັນ​ສືບ​ຕໍ່​​ເຮັດ​ໃຫ້​​ທ່າ​ອ່ຽງຂາດ​ຄວາມ​ສະ​ເໝີ​ພາບເພີ່ມ​ຂຶ້ນ. ບັນ​ດາ​ຜູ້ຄົນ​ເຫຼົ່ານີ້​ຖືກ​ແກ່​ດຶງ​​ເຂົ້າ​ບັນ​ດາ​ຂະ​ບວນ​ການ ຫຼື ແນວ​ຄວາມ​ຄ​ິດ​ຫົວ​ຮຸນ​ແຮງຢ່າງ​ງ່າຍ ຫຼື ຕົກ​ເຂົ້າ​ສູ່​​ຊຶມ​ເສົ້າ, ​ຈາກນັ້ນ​ກາຍ​ເປັນ​​ພວກກໍ່​ການ​ຮ້າຍ ຍາມ​ໃດ​ກໍ່ຫວັງ​ມີ​​ກົນ​ອຸ​ບາຍ​ດຳ​ເນີນ​​ການບຸກ​ໂຈ​ມ​ຕີກໍ່​ຄວາມ​ເສຍ​ຫາຍ​ຕາຍຈາກ.

ຂ່າວ/ບົດ​ອື່ນ