ການກໍ່ສ້າງ,ປັບປຸງພັກແມ່ນເລີ່ມມາຈາກສະມາຊິກພັກແຕ່ລະຄົນ

(vovworld) - ​ຫາງ​ສຽງ​ພາຍ​ໃນ​ປະ​ເທດ​ໄດ້​ຕີ​ລາ​ຄາ​ສູງ​ຈຸດ​ໃໝ່​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 4, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດ ຫວຽດ​ນາມ ຊຸດ​ທີ 12 ໄດ້​ຕີ​ລາ​ຄາ​ຢ່າງ​ກົງ​ໄປ​ກົງ​ມາ​ບັນ​ດາ​ການ​ປະ​ກົດ​ການກ່ຽວ​ກັບ​ການ​ຊຸດ​ໂຊມ​​ດ້ານ​ແນວ​ຄິດ​ການ​ເມືອງ ແລະ ຄຸນ​ສົມ​ບັດ, ແບບ​ແຜນການ​ດຳ​ລົງ​ຊີ​ວິດ, “ການ​ຜັນ​ປ່ຽນເອງ”, “​ການ​ຫັນ​ປ່​ຽນ​ເອງ” ພາຍ​ໃນ​ພັກ. ປະ​ຊາ​ຊົນ​ຍາມ​ໃດ​ກໍ່​ປາດ​ຖະ​ໜາ​ວ່າ: ເພື່ອ​ໃຫ້​ພັກ​​ມີ​ຄວາມປອດ​ໄສ, ເຂັ້ມ​ແຂງນັ້ນ, ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ​ຕ້ອງ​ມີ​ສະ​ຕິ​​ຕື່ນ​ຕົວ​ໃນ​ການປະ​ຕິ​ບັດ​ມະ​ຕິ​ ກ່ຽວ​ກັບ​ການກໍ່​ສ້າງ​ພັກ​ຢ່າງ​ເຂັ້ມ​ງວດ. ບົດ​ຂຽນ “ການກໍ່​ສ້າງ, ປັບ​ປຸງ​ພັກ ​ແມ່ນເລີ່ມ​ມາ​ຈາກ​ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ” ຂອງ​ບັນ​ນາ​ທິ​ການ VOV: ລ້າ​ຍ​ຮ​ວາ, ມີງ​ແຫ້ງ, ແທງ​ຕູ່ງ.

ການກໍ່ສ້າງ,ປັບປຸງພັກແມ່ນເລີ່ມມາຈາກສະມາຊິກພັກແຕ່ລະຄົນ - ảnh 1
ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ


        ຄຳ​ເຫັນ​ສ່ວນຫຼາຍ​ຖື​ວ່າ, ຕ້ອງ​ສັງ​ເກດ​​ຄວາມ​ຈິງ​ເພື່ອ​ເຫັນ​ໄດ້​ສາຍ​ເຫດຕົ້ນ​ຕໍ່​ຂອງ​ສະ​ພາບ​ການ​ຊຸດ​ໂຊມ​​ດ້ານ​ແນວ​ຄິດກ​ານ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດ​ໃນ​​ໝູ່ພະ​ນັກ​ງານ, ສະ​ມາ​ຊິກ​ພັກ. ຖ້າບໍ່​ສາ​ມາດ​ຮັບ​ຮູ້​ໄດ້​ ​ຢ່າງ​ເລິກ​ເຊິ່ງ ແລະ ຕັດ​ສິນ​ໃຈ​ລົບ​ລ້າງ​ບັນ​ດາສາຍ​ເຫດນັ້ນ, ທຸກໆ​ມາດ​ຕະ​ການກໍ່​ສ້າງ​ພັກ​ຍາກ​ທີ່ຈະເສີມ​ຂະ​ຫຍາຍ​​ປະ​ສິດ​ທິ​ຜົນ​ໄດ້ ຫຼື ພຽງ​​ແຕ່​ມີ​ປະ​ສິດ​ທິ​ຜົນຊົ່ວ​ຄາວ​ເທົ່າ​ນັ້ນ.

ເດັດ​ຂາດ​ກ່​ວາ​​ອີກໃນ​​ການ​ກໍ​່​ສ້າງ​ພັກ

        ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ​ຖື​ວ່າ ກອງ​ປະ​ຊຸມ​ສູນ​ກາງ​​ພັກຄັ້ງ​ນີ້​ໄດ້​​ຖອດ​ຖອນ​ບົດ​ຮຽນ​ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການກໍ່​ສ້າງ, ປັບ​ປຸງ​ພັກ ​ເພື່ອຍົກ​ອອກ​ມະ​ຕິ​​ຕິດ​ແທດ​ເໝາະ​ສົມກັບ​ສະ​ພາບ​ຕົວ​ຈິງ​, ເພື່ອ​ຍົກ​ສູງ​​​ຜົນ​ສັກ​ສິດ, ປະ​ສິດ​ທິ​ຜົນ​ໃນ​ການ​ຕໍ່​ສູ້​ປ້ອງ​ກັນ, ຕ້ານ​​ປະ​ກົດ​ການ​ຫຍໍ້​ທໍ້, ການ​ສໍ້​ລາດ​ບັງຫຼວງ​ໃນ​ພັກ, ຈາກນັ້ນ​ສ້າງ​ຄວາ​ມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​​ທີ່​ມີຕໍ່​ພັກ. ສາດ​ສະ​ດາ​ຈາ, ປອ ເຈີ່ນງອກ​ເດື່ອງ, ​ອະ​ດີດຮອງ​ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ, ຖື​ວ່າ:

        “ປະ​ຊາ​ຊົນ​ມີ​ຄວາມ​ເຊື​່ອ​ໝັ້ນ​ທີ່​ສຸດ​ຕໍ່​ການ​ນຳ​ພາ​ຂອງ​ພັກ, ຖ້າ​ບໍ່​ປະ​ຕິ​ບັດ​ຢ່າງ​ແຮງ ສັງ​ຄົມ​​ຈະກຳ​ນົດ​ທິດ​ໃນ​ການ​ຕໍ່​ສູ້​ຕ້ານ​​ປະ​ກົດ​ການຫຍໍ້​ທໍ້, ກໍ່​ສ້າງ​ພັກ​ຍາກ. ດັ່ງ​ນັ້ນ, ພັກ​​ມີ​ແຜນ​ນະ​ໂຍ​ບາຍ​ອອກ​ມະ​ຕິ ປະ​ຊາ​ຊົນ​ສະ​ໜັບ​ສະ​ໜູນ, ມີ​ບ່ອນ​ອີງ​ຢ່າງ​ໜັກ​ແໜ້ນ​ ເພື່ອ​ພ້ອມ​ກັບ​ພັກ​ສ້າງ​ລັດ​ເຮົາໃຫ້​ນັບ​ມື້​ນັບ​ໝັ້ນ​ຄົງ ເຂັ້ມ​ແຂງ, ໃນ​ເງື່ອນ​ໄຂ​ໃໝ່. ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ, ພາຍຫຼັງ​ມະ​ຕິ​ຄັ້ງ​ນີ້, ການ​ຕໍ່​ສູ້ກໍ່​ສ້າງ​ພັກ​ຂອງ​ພວກ​ເຮົາ​ຈະ​ໄດ້​ຮັບ​ການຍົກ​ສູງ​ຂຶ້ນ​ສູ່​ບາດ​ກ້າວ​ໃໝ່, ມ​ີ​ຄຸນ​ນະ​ພາບ​ໃໝ່”

        ທ່ານ ບູ່ຍ​ກວາງຮູຍ, ອະ​ດີດ​ຮອງ​ຫົວ​ໜ​້າ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ໃຫ້​ຮູ້​ວ່າ: ທ່ານ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ທີ່​ສຸດກ​ຕໍ່​​ຂໍ້​ສັງ​ເກດ​ທີ່​ວ່າ: ວຽກ​ງານກໍ່​ສ້າງ, ປັບ​ປຸງ​ພັກ​ແມ່ນ​ບັນ​ຫາ​ຫຼັກ​ແຫຼ່ງ, ຈຳ​ເປັນ​ເພື່ອກໍ່​ສ້າງ​ພັກ​ໃຫ້​ນັບ​ມື້​ນັບ​ໝັ້​ນ​ຄົງ​ເຂັ້ມ​ແຂງ​ກ່​ວາ:

        “ຈຸດ​ປະ​ສົ​ງ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້ ຄື​ດັ່ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ກ່າວ​ຄຳ​ເຫັນ​ນັ້ນ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ປັບ​ປຸງ, ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ສະ​ມາ​ຊິກ​ພັກ​​ນັບແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ຢ່າງ​ທັນ​ການ. ​ເຮັດ​ແນວ​ໃດເພື່ອ​ໃຫ້​ພັກ​ປອດ​ໃສ ແລະ ຫຼີກ​ລ້ຽງ​​ໄດ້ ໜຶ່ງ​ໃນ 4 ໄພ​ອັນ​ຕະ​ລາຍ​ກ່ຽວ​ກັບ​ການ​ຊຸດ​ໂຊມ​ດ້ານ​ການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ການ​ຜັນ​ແປ​ຈາກ​ພາຍ​ໃນ”

        ຄວາມ​ເຫັນ​ຂອງ​ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົ​ນ​ຖື​ວ່າ: ​ຕ້ອງ​ເດັດ​ດ່ຽ​ວ, ແຂງ​ແຮງ​ກ່​ວາ​ອີກໃນ​ການ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ຊຸດ​ທີ 12. ທ່ານ ຟ້າມ​ຊວນ​ຮັ່ງ, ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ສູ​ນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ:

        “ກອງ​ປະ​ຊຸມ​ຄັ້ງ​ນີ້, ປຶກ​ສາ​ຫາ​ລື​ບັນ​ຫານີ້​ ​ໝາຍ​ຄວາມ​ວ່າ​ສູນ​ກາງ​ກຳ​ນົດຕ້ອງ​ເຮັດ​ເຮັດຢ່າງ​ເລິ
ກ​ເຊິ່ງ​ກ່​ວາ, ລະ​ອຽດ​ກ່​ວາ, ມີ​ປະ​ສິດ​ທິ​ຜົນ​ກ່​ວາ. ຍ້ອນ​ວ່າ​ມີ​ກຸ່ມ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ຄື​​ທ່ານເລ​ຂາ​ທິ​ການ​ໃຫຍ່​ໄດ້​ເວົ້າ​ແມ່ນ​ຍາກ​ທີ່​​ຈະປະ​ຕິ​ບັດ​ໄດ້. ດັ່ງ​ນັ້ນ, ຄະ​ນະ​ຊີ້​ນຳ​​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​​ຂັ້ນ​ ຕ້ອງ​ມີ​ບັນ​ດາ​ມາດ​ຕະ​ການ​ຢ່າງລະ​ອຽດ, ແທດ​ຈ​ິງ​ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃນ​​ໝູ່ປະ​ຊາ​ຊົນ, ເພື່ອ​ໃຫ້​ປະ​ຊາ​ຊົນ​ເຫັນ​ວ່າ​ພັກ​ເວົ້າໄປ​ຄຽງ​ຄູ່​ກັບ​ການ​ປະ​ຕິ​ບັດ.”

ການກໍ່ສ້າງ,ປັບປຸງພັກແມ່ນເລີ່ມມາຈາກສະມາຊິກພັກແຕ່ລະຄົນ - ảnh 2


​ການກໍ່​ສ້າງ​ພັກ​​ແມ່ນເລີ່ມ​ມາ​ຈາກ​ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ

        ​ເມື່ອໄຈ້​ແຍກ​ບັນ​ດາ​ການ​ປະ​ກົດ​ການ​ທີ່​ສະ​ແດງ​ອອກ​ຂອງ “ການ​ຜັນ​ປ່ຽນເອງ” ​ແລະ “​ການ​ຫັນ​ປ່​ຽນ​ເອງ” ພາຍ​ໃນ​ພັກ, ທ່ານ​ ປອ ຫງວຽນ​ວຽດ​ຈືກ, ອະ​ດີດ​ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ​ຊາວ​ໜຸ່ມ, ເຍົາ​ວະ​ຊົນ, ອະ​ນຸ​ຊົນ​ຂອງ​ສະ​ພາ​ແຫ່ງ​ຊາດ, ໄດ້​​ໃຫ້​ຂໍ້​ສັງ​ເກດວ່າ: ຕ້ອງ​ເລີ່ມ​ປັບ​ປຸ​ງ​ພັກ​ແຕ່​ຕົ້ນ​ບັນ​ຫາ. ຕົ້ນ​ບັນ​ຫາ​ແມ່ນ​ການ​ຮັກ​ສາ​ຄວາມ​ປອດ​​ໃສ​ຂອງ​ພັກ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​​ຕ້ອງ​ມີມີ​ປະ​ສິດ​ທິ​ຜົນ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ໝູ່​ປະ​ຊາ​ຊົນ. ທ່ານ ຫງວຽນ​ວຽດ​ຈືກ ຢັ້ງ​ຢືນ​ວ່າ: ສະ​ມາ​ຊິກ​ພັກບໍ່​ຝຶກ​ຝົນຫຼໍ່ຫຼອມ, ຈະພາ​ໄປ​ເຖິງ “ການ​ຜັນ​ປ່ຽນເອງ”, “​ການ​ຫັນ​ປ່​ຽນ​ເອງ”, ດັ່ງ​ນັ້ນ, ເລື່ອງ​ເຮັດ​ໃຫ້​ພັກມີ​ຄວາມ​ປອດ​ໃສ, ຮັກ​ສາ​ພັກ​​ໃຫ້ມີ​​ໝັ້ນ​ຄົງເຂັ້ມ​ແຂງ​​ນັ້ນແມ່ນ​ມາດ​ຕະ​ການ​ຕ້ານ “ການ​ຜັນ​ປ່ຽນເອງ” ຢ່າ​ງ​ເລິກ​ເຊິ່ງ​ທີ່​ສຸດ:

        “ຈິດ​ໃຈ​ຊີ້​ນຳ​ຂອງ​ມະ​ຕິ​ໃນຄັ້ງ​ນີ້​​ແມ່ນຕ້ອງ​​ລົງເລິກ, ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ​ຕ້ອງ​ຝຶກ​ຝົນຫຼໍ່​ຫຼອມ​ຕົນ​ເອງ, ບ່ອນ​ໃດ​ຫຍຸ້ງ​ຍາກ​ແມ່ນ​ຕ້ອງ​​ລົງ​ມືປະ​ຕິ​ບັດ. ​ຫາກສະ​ມາ​ຊິ​ກ​ພັກ​​ຈປາ​ສະ​ຈາກບົດ​ບາດ​​ນຳພາຂອງ​ຕົນ ຫຼື ບໍ່​ເໝາະ​ສົມ​ກັບ​ບົດ​ບາດ​​ນຳ​ພາ ນັ້ນ​ແມ່ນ​ການ​ຫັນ​ປ່ຽນ​ເອງ, ເຮັດ​ໃຫ້​ຕົນ​ເອງ​ເສຍ​ບົດ​ບາດ​​ນຳ​ພາ​ຂອງ​ຕົນ. ນັ້ນ​ແມ່ນ​ການ​ຫັນ​ປ່ຽນ​ເອງ​​ໃຫຍທີ່​ສຸດ, ເລິກ​ເຊິ່ງ​ທີ່​ສຸດ​ໃນ​ເງື່ອນ​ໄຂ​ປະ​ຈຸ​ບັ​ນ”

        ກໍ່​ກ່ຽວ​ກັບ​ບັນ​ຫານີ້, ພັນ​ເອກ ຈິ້ງ​ຄັກ​ທວຽດ, ​​​ອາ​ຍຸ​ການ​ພັກ 65 ປີ, ອະ​ດ​ີດ​ຮອງ​ເສ​ນາ​ທິ​ການ​ເຫຼົ່າ​ທັບ​ເຮືອ, ຖື​ວ່າ:

        “ບັນ​ດາ​ຜູ້​ນຳ, ບັນ​ດ​າ​ຜູ້​ຊ​ີ້​ນຳ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ຕ້ອງ​​ເປັນ​ແບບ​ຢ່າງ​ໃຫ້​ມະ​ຫາ​ຊົນ​ປະ​ຕິ​ບັດ​ຕາມ. ​ແກ່ນ​ສານ​ໃນ​ການ​ນຳ​ພາ​ແມ່​ນ​ ເວົ້າ​​ຕ້ອງໄປ​ຄຽງ​ຄູ່​ກັບ​ການ​ກະ​ທຳ

ແລະ ຕ້ອງກວດ​ເບິ່ງວ່າ ສິ່ງນັ້ນ​ຜິດ ຫຼື ຖືກ, ຕ້ອງ​ຊີ້​ແຈ້ງ​ຢ່າ​ງ​ເຖິງ​ຖອງ. ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ ໂຮ່​ຈີ​ມິນ ແມ່ນ​ຕ້ອງ​ເຮັດ​ແຕ່ກົກ, ເຖິງ​ປາຍ ເຮັດ​ໃຫ້​ສຳ​ເລັດ​ຈຶ່ງ​ແລ້ວ… ສິ່ງ​ດັ່ງກ່າວ​ແມ່ນ​ແກ່ນ​ສານ​ເພື່ອກໍ່​ສ້າງ​​ຖາ​ນະຂອງ​ສະ​ມາ​ຊິກ​ພັກ”

        ສາ​ມາດ​ເຫັນ​ໄດ້​ວ່າ, ປະ​ຊາ​ຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ພັກ, ​ຟັງ​ຕາມ​ພັກ, ປະ​ຕິ​ບັດ​ຕາມ​ພັກ ຫຼື ບໍ່​ແມ່ນ​ອີງ​ໃສ່​​ບົດ​ບາດ​ຂອງ​ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນຫຼາຍ​ທີ່​ສຸດ ເພາະ​ວ່າ​ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ​ເປັນ​ຄົນ​ດີ ເຮັດຫຼ້ອນ​ບົດ​ບາດ​ຂອ​ງ​ຕົນ​ ຈຶ່ງ​​ສາ​ມາດມີ​ໜ່ວຍ​ພັກ​ດີ, ​ມີອົງ​ຄະ​ນະ​ພັກ​​ປອ​ດ​ໃສໝັ້ນ​ຄົງ, ເຂັ້ມ​ແຂງ​ໄດ້. ຍິ່ງ​ກ່​ວາ​ເວ​ລາ​ໃດ​ໝົດ, ການ​ປັບ​ປຸງ​ພັກ​ໃນ​ປະ​ຈຸ​ບັນ​ ​​ແມ່ນເລີ່ມມ​າ​ຈາກ​ການ​ຝຶກ​ຝົນຫຼໍ່ຫຼອມ​ຂອງ​ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ.


ຂ່າວ/ບົດ​ອື່ນ