ການກຳ​ນົດ​ທິດ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໃນ​ໄລ​ຍະ​ຈະ​ມາ​ເຖິງ

(VOVWORLD) - ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ XV ໄລຍະທຳອິດ ຫາກໍ່ສິ້ນສຸດໃນວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ພາຍຫລັງການເຮັດວຽກໃນລະຫວ່າງວັນທີ 23 ຕຸລາ ຫາວັນທີ 10 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລື ແລະ ຕັດສິນຫຼາຍເນື້ອໃນສຳຄັນ, ມີການກຳນົດທິດໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະຈະມາເຖິງ.

ການກຳ​ນົດ​ທິດ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໃນ​ໄລ​ຍະ​ຈະ​ມາ​ເຖິງ - ảnh 1ພາບປະກອບ:  quochoi.vn

ຈຸດທີ່ເປັນໜ້າສົນໃຈນັ້ນແມ່ນໃນໄລຍະທີ 1 ຢູ່ກອງປະຊຸມສະໄໝສາມັນຄັ້ງທີ 6, ສະພາແຫ່ງຊາດຊຸດທີ XV ໄດ້ສຸມໃສ່ການປະຕິບັດໜ້າທີ່ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ.

ຍົກສູງປະສິດທິຜົນໃນການຕິດຕາມກວດກາສູງສຸດ

ໃນວັນເຮັດວຽກທຳອິດຂອງກອງປະຊຸມສະໄໝສາມັນເທື່ອທີ 6 ນີ້, ໃນການປະຕິບັດໜ້າທີ່ຕິດຕາມກວດກາ, ສະພາແຫ່ງຊາດໄດ້ປ່ອນບັດໄວ້ວາງໄຈ ຕໍ່ 44 ຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ການປ່ອນບັດ ໄວ້ວາງໃຈ ແມ່ນເພື່ອແນໃສ່ຍົກສູງປະສິດທິພາບ, ປະສິດທິຜົນ ໃນການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງກົງຈັກລັດ.  ນີ້ກໍ່ແມ່ນການເຄື່ອນໄຫວປະກອບສ່ວນເຂົ້າໃນການຕີລາຄາອິດທິພົນຊື່ສຽງ ແລະ ໝາກຜົນໃນການປະຕິບັດໜ້າທີ່, ສິດອຳນາດທີ່ໄດ້ຮັບການມອບໝາຍ ຂອງຜູ້ໄດ້ຮັບບັດໄວ້ວາງໄຈ, ຊ່ວຍໃຫ້ບັນດາຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ, ໃຫ້ສັດຕະຍາບັນ ເຫັນໄດ້ເຖິງລະດັບຄວາມໄວ້ວາງໃຈຂອງຕົນ ເພື່ອສືບຕໍ່ສູ້ຊົນ, ຍົກສູງຄຸນນະພາບ, ປະສິດທິຜົນຂອງການປະຕິບັດງານ. ພິເສດ, ຕາມຂໍ້ກຳນົດໃໝ່ໃນມະຕິເລກທີ 96 ຂອງສະພາແຫ່ງຊາດ, ໝາກຜົນຂອງການປ່ອນບັດໄວ້ວາງໃຈ ກໍ່ແມ່ນພື້ນຖານເພື່ອໃຫ້ບັນດາ ອົງການທີ່ມີສິດອຳນາດພິຈາລະນາ, ວາງແຜນຜັງ, ບຳລຸງສ້າງ, ສັບຊ້ອນ ແລະ ນຳໃຊ້ພະນັກງານ.

ກໍ່ໃນໜ້າທີ່ຕິດຕາມກວດກາ, ຈຸດພົ້ນເດັ່ນພິເສດແມ່ນວາລະຊັກຖາມ ແລະ ຕອບຄຳຊັກຖາມ ກາງອະຍຸການ. ນີ້ເປັນຄັ້ງທຳອິດໃນອາຍຸການຊຸດທີ XV, ທ່ານນາຍົກລັດຖະມົນຕີ ພ້ອມກັບທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ, ຫົວໜ້າຂະແໜງການ21 ທ່ານໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດໂດຍກົງ. ດ້ວຍຂອບຂະໜາດທີ່ກວ້າງໃຫຍ່ທີ່ສຸດ, ກ່ຽວຂ້ອງເຖິງ 21 ຂົງເຂດທີ່ແຕກຕ່າງກັນ, 10 ມະຕິຂອງສະພາແຫ່ງຊາດ, ບົນພື້ນຖານສັບຊ້ອນເປັນ 4 ກຸ່ມຂົງເຂດ, ມີຫຼາຍຄຳເຫັນໄດ້ເນັ້ນໜັກເຖິງເລື່ອງສະພາແຫ່ງຊາດ ຕອບຄຳຊັກຖາມເປັນກຸ່ມຂົງເຂດທັງແມ່ນຄວາມກົດດັນ ທັງແມ່ນກຳລັງໜູນເພື່ອໃຫ້ ບັນດາຫົວໜ້າຂະແໜງ ເຫັນໄດ້ວ່າ ຕ້ອງເພີ່ມທະວີຄວາມຮັບຜິດຊອບ, ສົມທົບກັນຫຼາຍກ່ວາອີກເພື່ອສຸມໃສ່ແກ້ໄຂບັນຫາຕົນເອງຮັບຜິດຊອບ.

ພາຍຫຼັງການຊັກຖາມມາເປັນເວລາ 2,5 ມື້, ມີສະມາຊິກສະພາແຫ່ງຊາດ 457 ເທື່ອຄົນ ຈົດເຂົ້າຮ່ວມການຊັກຖາມ, ສະມາຊິກສະພາແຫ່ງຊາດ 152 ເທື່ອຄົນ ປະຕິບັດສິດຊັກຖາມ, ໃນນັ້ນມີ ສະມາຊິກສະພາແຫ່ງຊາດ 39 ເທື່ອຄົນ ເຂົ້າຮ່ວມການໂຕ້ວາທີ. ບັນດາຕົວເລກປະທັບໃຈດັ່ງກ່າວໄດ້ສະແດງໃຫ້ເຫັນບັນຍາກາດການຊັກຖາມທີ່ຟົດຟື້ນ, ກົງໄກກົງມາ, ບໍ່ມີການຫຼີກລ້ຽງ, ແກ້ໄຂບັນຫາຢ່າງເຖິງຖອງ. ທ່ານ ຮ່ວາງວັນເກື່ອງ, ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

ບໍ່ພຽງແຕ່ມີລັດຖະມົນຕີ ທ່ານໜຶ່ງເທົ່ານັ້ນ ເມື່ອ ບັນຫາໜຶ່ງໄດ້ວາງອອກ ອາດສາມາດກ່ຽວຂ້ອງເຖິງຫຼາຍກະຊວງ, ຫຼາຍຂະແໜງການ ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ສະມາຊິກຕ່າງໆຂອງລັດຖະບານ ຕອບຄຳຖາມເພີ່ມເຕີມ.

ນອກຈາກນັ້ນ, ໃນໄລຍະທີ 1 ນີ້, ສະພາແຫ່ງຊາດໄດ້ດຳເນີນການຕິດຕາມກວດກາສູງສຸດ ເພື່ອປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງ.

ສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ

ຈຸດພົ້ນເດັ່ນໃນໄລຍະທີ 1 ຂອງກອງປະຊຸມສະໄໝສາມັນເທື່ອທີ 6 ນີ້ແມ່ນ ສະພາແຫ່ງຊາດ ໄດ້ສະຫງວນເວລາເພື່ອປຶກສາຫາລືກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ, ຕີລາຄາກາງອາຍຸການກ່ຽວກັບ ການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ 2021 – 2025, ແຜນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ໄລຍະ 2021 – 2025, ໝາກຜົນຂອງການປະຕິບັດມະຕິສະບັບ43/2022/QH 15 ກ່ຽວກັບນະໂຍບາຍປີການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.

ສະພາແຫ່ງຊາດໄດ້ລົງມະຕິ ຮັບຮອງເອົາມະຕິວ່າດ້ວຍແຜນການພັດທະນາເສດຖະກິດ - ສັງຄົມປີ 2024 ດ້ວຍບັດເຫັນດີເປັນຈຳນວນຫຼາຍ. ມະຕິໄດ້ວາງອອກເປົ້າຫມາຍ, ອັດຕາການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ແຕ່ 6 – 6,5%, ຊຶ່ງແມ່ນເປົ້າໝາຍຮຽກຮ້ອງຕ້ອງການຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຢ່າງສູງທີ່ສຸດຂອງທົ່ວລະບົບ. ທ່ານ ຈິ້ງຊວັນອານ, ສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍຖືວ່າ:

ເປົ້າໝາຍເຕີບໂຕທີ່ສູງພໍສົມຄວນໄດ້ສ້າງກຳລັງດັນຕໍ່ການຫັນເປົ້າໝາຍໃຫ້ປະກົດຜົນເປັນຈິງ, ແຕ່ກໍ່ສ້າງກຳລັງໜູນໃຫ້ແກ່ລັດຖະບານ ແລະ ທົ່ວລະບົບການເມືອງ ສູ້ຊົນເພື່ອບັນລຸໄດ້ເປົ້າໝາຍນັ້ນ. ຂ້າພະເຈົ້າເຫັນດີຕໍ່ບັນດາຄາດໝາຍ ທີ່ໄດ້ວາງອອກໃນມະຕິກ່ຽວກັບເສດຖະກິດ - ສັງຄົມ, ເມື່ອ ບັນດາວຽກງານເຊິ່ງ ພວກເຮົາຄາດຄະເນ ໄດ້ຮັບການປຶກສາຫາລືຢ່າງລະອຽດ, ກໍ່ຈະສ້າງພື້ນຖານເພື່ອໃຫ້ພວກເຮົາເຊື່ອໝັ້ນວ່າ ບັນດາສິ່ງດັ່ງກ່າວອາດສາມາດປະຕິບັດໃຫ້ປະກົດຜົນເປັນຈິງໄດ້.

ຈຳນວນວຽກງານຂອງກອງປະຊຸມສະໄໝສາມັນເທື່ອທີ 6 ແມ່ນຫຼາຍທີ່ສຸດ. ມີຫຼາຍບັນຫາຫຍຸ້ງຍາກ, ສັບສົນ ເຊິ່ງໄດ້ວາງອອກຄວາມຮຽກຮ້ອງຕ້ອງການຢ່າງສູງຕໍ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດແຕ່ລະຄົນ. ດ້ວຍບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນໄລຍະທີ 1 ຂອງກອງປະຊຸມຄັ້ງນີ້ ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມເວົ້າສະເພາະ ແລະ ມີຜົນກະທົບຢ່າງຕັ້ງໜ້າຕໍ່ການພັດທະນາຂອງປະເທດຊາດ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ