ການຂາດຄວາມມີສະຖຽນລະພາບຢູ່ Afghanistan

ການຂາດຄວາມມີສະຖຽນລະພາບຢູ່ Afghanistan - ảnh 1

ການບຸກໂຈມຕີຕ່າງໆເກີດຂຶ້ນຢູ່ Afghanistan ໃນວັນທີ 15/4 (ພາບ: AP)


(vovworld) - ທ້າຍ​ອາທິດ​ຜ່ານ​ມາ, ກຳລັງ​ຕາ​ລີ​ບານ ​ໄດ້​ບຸກ​ໂຈມ​ຕີນະຄອນຫຼວງ Kabul ​ແລະ 3 ​ແຂວງ​​ໃກ​້ຄຽງ Paktia, Logar  ​ແລະ Nangarhar ຢູ່ Afghanistan, ອັນ​ໄດ້​ເຮັດ​ໃຫ້​ນັບ​ສິບ​ຄົນ​ຖືກ​ເສຍ​ຊີວິດ ​ແລະ​ ຮັບ​ບາດ​ເຈັບ. ນີ້​ຖືກ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່​ທີ່​ເລັ່ງ​ໃສ່​ນະຄອນຫຼວງ Kabul ນັບ​ແຕ່​​ເມື່ອທະຫານອາ​ເມ​ລິ​ກາ​ມີໜ້າ​ຢູ່ Afghanistan ​ໃນ​ກວ່າ 10 ປີ​ທີ່​ຜ່ານ​ມາ. ​ເຖິງ​ວ່າ​​ພາຍຫຼັງ​ເກີດ​ເຫດການ 1 ວັນ ລັດຖະບານສາມາດຄວບ​ຄຸມ​ສະຖານະການ​ໄດ້​ແລ້ວ​ກໍ່ຕາມ, ​ແຕ່​ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ກຳລັງຕາ​ລີ​ບານຍັງ​ແຂງ​ແຮງ​ຢູ່ ​ແລະ ໝາຍ​ຄວາມ​ວ່າ ສະພາບ​ຂາດ​ສະຖຽນ​ລະ​ພາບຈະ​ນັບ​ມື້ນັບ​ເພີ່ມ​ຂຶ້ນ​ຢູ່​ປະ​ເທດ​ອິດສະ​ລາມ​ນີ້.

        ການ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ, ພາຍຫຼັງ​ທີ່​ຕາ​ລີ​ບານ​ປະກາດ​ດຳ​ເນີນ​ບັ້ນຕ່າວ​ບຸກ​ໂຈມ​ຕີ​ລະດູບານ​ໃໝ່. ສະຖານ​ທີ່ 7 ​ແຫ່ງ​ຢູ່​ໃຈກາງ​ນະຄອນຫຼວງ Kabul ​ໄດ້​ກາຍ​ເປັນ​ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ຂອງ​ກຳລັງ​ນີ້, ນັ້ນ​ແມ່ນ ບັນດາ​ສະຖານທູດ, ​ໃນ​ນັ້ນ​ມີ​ສະຖານທູດ​ອາ​ເມ​ລິ​ກາ, ອັງກິດ, ​ເຢຍລະ​ມັນ ​ແລະ​ ຍີ່ປຸ່ນ, ພ້ອມ​ກັບ​ສຳນັກງານ​ຂອງ NATO ​ແລະ ສຳນັກງານ​ສະພາ​ແຫ່ງ​ຊາດ Afghanistan. ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ການ​ບຸກ​ໂຈມ​ຕີ​ເຫຼົ່າ​ນັ້ນ ບໍ່​ແມ່ນ​ເລື່ອງ​ບັງ​ເອີນ, ​ແຕ່​ພັດ​ພາ​ໃຫ້​ຊາວ Afghanistan ຕົກສະ​ເງີ້ ຍ້ອນ​ຂອບ​ຂະໜາດ ​ແລະ ລະດັບ​ການ​ປະສານ​ສົມທົບ. ອະທິບາຍ​ໃຫ້​ແກ່​ການ​ກະທຳ​ຂອງ​ຕົນ, ​ໂຄສົກ​ຂອງ​ຕາ​ລີ​ບານ ທ່ານ Zabihullah Mujahid ​ໃຫ້​ຮູ້​ວ່າ, ການ​ບຸກ​ໂຈມ​ຕີ​ເຫຼົ່າ​ນັ້ນ ​ແມ່ນ​ເພື່ອ​ແນ​ໃສ່​​ໂຕ້​ຕອບ​ເລື່ອງ​ທະຫານ​ອາ​ເມ​ລິ​ກາ​ຈູດ​ປື້​ມຄຳ​ພີ Koran ​ແລະ ​​ເລື່ອງ​ສາມັນ​ຊົນ Afghanistan ຖືກ​ເຂັ່ນຂ້າ​ກ່ອນ​ນັ້ນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ກະທຳ​ນີ້​ໄດ້​ປະສົບ​ກັບ​ການ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາຊົນ Banki-Moon ​ແລະ​ ທ່ານຖື​ວ່າ​ຄວນ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ, ພ້ອມ​ທັງ​ໜູນຊ່ວຍ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ແກ່​ລັດຖະບານ Afghanistan. ທ່ານ​ນາງ Catherine Ashton ​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ​ກໍ່​ກ່າວ​ປະນາມ​ການ​ບຸກ​ໂຈມ​ຕີ​ຂອງ ຕາ​ລີ​ບານ ​ໃນວັນ​ທີ 15/4.

        ການ​ບຸກ​ໂຈມ​ຕີ​ເຫຼົ່າ​ນັ້ນ​ໄດ້​ເພີ່ມ​ທະວີ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢູ່ Afghanistan. ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ​ເຖິງ​ວ່າ​ພຽງ​ແຕ່​ດຳ​ເນີນ​ພາຍ​ໃນ​ເວລາ​ບໍ່​ທັນ​ຮອດ 1 ມື້​ກໍ່ຕາມ, ​ແຕ່​ການ​ບຸກ​ໂຈມ​ຕີ​ເຫຼົ່າ​ນັ້ນ ​ໄດ້​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງຂອງ​ອຳນາດ​ການ​ປົກຄອງ Kabul ຖືກ​ຢຸດ​ສະ​ງັກ. ຍິ່ງ​​ໄປກວ່າ​ນັ້ນ, ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ລ້ວນ​ແຕ່​ເລັ່ງ​ໃສ່​ບັນດາ​ສະຖານ​ທີ່ ທີ່​ໄດ້​ຮັບ​ການ​ປ້ອງ​ການ​ຢ່າງ​ເຂັ້ມ​ງວດ​ຢູ່​ນະຄອນຫຼວງ Kabul . ສິ່ງ​ດັ່ງກ່າວ​​ໄດ້​ເຮັດໃຫ້ຫາ​ງສຽງ​ໂລກ ​ແລະ ​ເຈົ້າ​ໜ້າ​ທີ່ Afghanistan ຫຼາຍ​ທ່ານ​ຕ້ອງ​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ຄວາມ​ສາມາດ​ດ້ານ​ການສືບ​ຂ່າວ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ Afghanistan. ປະທານາທິບໍດີ Afghanistan Hamid Karzai ຕ້ອງ​ຍອມຮັບ​ວ່າ, ການ​ບຸກ​ໂຈມ​ຕີ​ເຫຼົ່າ​ນັ້ນ​ຂອງຕາ​ລີ​ບານ ​ແມ່ນ​ການ​ປະລາ​ໄຊ​ດ້ານ​ສືບ​ຂ່າວ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ Afghanistanກໍ່​ຄື​ຂອງ NATO ຢູ່​ປະ​ເທດ​ນີ້. ທ່ານ​ກໍ່​ໄດ້​ສະ​ເໜີ​​ໃຫ້ເປີດ​ການ​ສືບສວນ​ຢ່າງ​ເຂັ້ມ​ງວດ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ. ສະມາຊິກ​ສະພາ​ແຫ່ງ​ຊາດ ທ່ານ​ນາງ Shukria Barakzai ​ໃຫ້​ຮູ້​ວ່າ, ທ່ານ​ນາງ​​ສົງ​ໄສ​ຕໍ່​ຄວາມ​ສາມາດຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ Afghanistan ​ເພື່ອ​ຮັບ​ມື​ກັບ​ພວກ​ລຸກ​ຮຶ້ຂຶ້ນ ​ເມື່ອ​ບໍ່ມ​ີການ​ຊ່ວຍ​ເຫຼືອ​ຈາກ​ສາກົນ. ທ່ານ​ນາງ​ກໍ່​ຫວັງ​ວ່າ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຕ້ອງ​ມີ​ຄຳ​ຕອບ​ຢ່າງ​ລະອຽດ​ກ່ຽວ​ກັບ​ເລື່ອງ ​ເປັນ​ຫຍັງ​ຕ້ອງ​ໃຊ້​ເວລາ​ຫຼາຍ​ທີ່​ສຸດ ​ເພື່ອ​ຢຸດ​ຕະການ​ບຸກ​ໂຈມ​ຕີ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ການ​ບຸກ​ໂຈມ​ຕີ​ຍັງ​ເຮັດ​ໃຫ້​ຊາວ Afghanistan ຂາດ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ໝັ້ນຄົງຢູ່​ປະ​ເທດ​ນີ້​ອີກ​ດ້ວຍ.

        ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ການ​ບຸກ​ໂຈມ​ຕີ​ຂອງຕາ​ລີ​ບານ ບໍ່​ພຽງ​ແຕ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສະພາບ​ພາຍ​ໃນ​ປະ​ເທດ​ເທົົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ອິດ​ທິພົນ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ໃນ​ສະພາບ​ການ​ທີ່​ການ​ເລືອກ​ຕັ້ງ​ປະທານາທິບໍດີອາ​ເມ​ລິ​ກາ ​​ໃກ້​ຈະ​ມາ​ຮອດ​ແລ້ວ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ອ່ອນ​ດ້ອຍ​ຂອງ​ທະຫານ Afghanistan . ວົງ​ການ​ນັກ​ໄຈ້​ແຍກ​ຍັງ​ຖື​ວ່າ, ສະພາບ​​ຄວາມ​ສະຫງົບ​ປອດ​ໄພ​ຢູ່ Afghanistan ອາດ​ຈະ​ສັບສົນ​ກວ່າ​ອີກ, ​ເມື່ອ​ກຳລັງ​ຕາ​ລີ​ບານ​ປະກາດ​ຈະ​ປຸກລະດົມ​ການ​ບຸກ​ໂຈມ​ຕີ​ຕ່າງໆ​ທີ່​ຄ້າຍຄື​ກັນ​ອີກ. ​ໃນ​ສະຖານະ​ການ​ຄື​ດັ່ງກ່າວ, ລັດຖະບານ Afghanistan ຍາກ​ທີ່​ຈະ​ອີງ​ໃສ່​ການ​ໜູນ​ຊ່ວຍ​ຈາກ​ອາ​ເມ​ລິ​ກາ ​ແລະ NATO  ​ໃນ​ໄລຍະ​ຍາວໄດ້. ​ເພາະວ່າ, ວັນ​ທີ 16/4, ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ທ່ານ​ໜຶ່ງ​ໄດ້​ເວົ້າ​ວ່າ​ເຫດການ​ນີ້​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​​ແຜນການ​ຖອນ​ທະຫານ​ຂອງ​ອາ​ເມ​ລິ​ກາ ​ແລະ NATO ​ໃນ​ທ້າຍ​ປີ 2014 ​ເພື່ອ​ມອບ​ໜ້າ​ທີ່​ຮັບ​ຜິດ​ຊອບດ້ານ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ທະຫານ Afghanistan. ນີ້​ແມ່ນ​ການ​ເລືອກ​ເຟັ້ນຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ເພື່ອ​ແນ​ໃສ່ ຢຸດຕິ​ສົງ​ຄາມ​ທີ່​ແກ່ຍາວ​ມາ​ເປັນ​ເວລາ​ກວ່າ 10 ປີ​ທີ່​ຜ່ານ​ມາ, ​ເຊິ່ງ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ທັງ​ດ້ານ​ວັດຖຸ ​ແລະ​ ຊີວິດ​ອີນຊີ​ໃຫ້​ແກ່​ອາ​ເມ​ລິ​ກາ.

        ດ້ວຍ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວມ​ເກີດ​ຂຶ້ນນັ້ນ, ​ເບິ່ງ​ຄື​ວ່າ​ລັດຖະບານ Afghanistan ນັບ​ມື້​ນັບ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຮັບປະກັນ​ຄວາມ​ສະ​ຫົງ​ບ​ໃຫ້​ແກ່​ຊາວ Afghanistan ກໍ່​ຄື​ຄວາມ​ມີ​ສະຖຽນ​ລະ​ພາບ​ຢູ່​ປະ​ເທດ​ອິດສະ​ລາມ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ