ການຈັດຕັ້ງກົງຈັກບໍລິຫານໃຫ້ກະທັດລັດ

(VOVWORLD) - ບັນດາພະແນກ, ຄະນະ, ຂະແໜງການເກືອບທັງໝົດລ້ວນແຕ່ກະທັດລັດຫົວໜ່ວຍຮັບຜິດຊອບແຕ່ 1 ເຖິງ 3 ຂະແໜງ. 

ການປະຕິຮູບການຈັດຕັ້ງກົງຈັກບໍລິຫານລັດແມ່ນແຜນນະໂຍບາຍໃຫຍ່ ແລະສຳຄັນ, ທີ່ໄດ້ເຕື້ອງເຖິງໃນບັນດາເອກະສານຂອງພັກ, ເປັນຕົ້ນແມ່ນມະຕິເລກທີ 39-ມຕ/ສກ ລົງວັນທີ 17/04/2015 ຂອງກົມການເມືອງ ກ່ຽວກັບເລື່ອງເຮັດໃຫ້ກົງຈັກກະທັດລັດ ແລະ ສ້າງໂຄງປະກອບຖັນແຖວພະນັກງານ, ລັດຖະກອນ, ພາລະກອນຄືນໃໝ່. ນີ້ກໍ່ແມ່ນໜຶ່ງໃນບັນດາເນືື້ອໃນ ທີ່ໄດ້ນຳມາປຶກສາຫາລືໃນຂອບເຂດກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 6 ຊຸດທີ 12 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 4 ຕຸລາ ຢູ່ ຮ່າໂນ້ຍ. ບົດຂຽນ “ການຈັດຕັ້ງກົງຈັກບໍລິຫານໃຫ້ກະທັດລັດ” ຂອງ ຮວາເຈີມ ນັກຂ່າວ VOV.

ການຈັດຕັ້ງກົງຈັກບໍລິຫານໃຫ້ກະທັດລັດ - ảnh 1 ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 6 ຊຸດທີ 12

        ຕາມການຄິດໄລ່, ເມືອງໜຶ່ງເມື່ອສ້າງຄວາມກະທັດລັດດ້ານພະນັກງານ, ລັດຖະກອນບັນຈຸກ່ວາ 50 ຄົນ ຈະປະຢັດງົບປະມານໃນແຕ່ລະປີນັບຮ້ອຍລ້ານດົ່ງ. ບໍ່ທັນນັບທັງບັນດາກະຊວງ, ຂະແໜງການຂັ້ນສູນກາງ, ສະເພາະແຕ່ບັນດາຮູບແບບທີ່ເໝາະສົມໄດ້ໝູນໃຊ້ຢູ່ 63 ແຂວງ, ນະຄອນ, ດ້ວຍຫົວໜ່ວຍຂັ້ນເມືອງ 700 ແຫ່ງ ແລະ ຫົວໜ່ວຍຂັ້ນຕາແສງ ກ່ວາ 11.000 ແຫ່ງ ແລະ ຈະແມ່ນຕົວເລກທີ່ສູງທົບຫລາຍເທົ່າ. ຕາມການຄິດໄລ່ໃນເບື້ອງຕົ້ນ ຮອດປີ 2021, ຖ້າຫາກຫລຸດຜ່ອນພະນັກງານ, ລັດຖະກອນບັນຈຸໄດ້ 10% ຈະປະຢັດງົບປະມານໄດ້ 70.000 ຕື້ດົ່ງ. ນັ້ນຈຶ່ງແມ່ນຕົວເລກທີ່ສະແດງໃຫ້ເຫັນ, ຢູ່ດ້ານຫລັງນັ້ນ ແມ່ນປະສິດທິຜົນອັນໃຫຍ່ຫລວງ ກ່ຽວກັບເລື່ອງບັນດາຫົວໜ່ວຍຮັບຜິດຊອບ ຈະໄດ້ກະທັດລັດ, ບໍ່ຖືກຊ້ຳຊ້ອນກັນ, ຍົກສູງປະສິດທິຜົນແຫ່ງການຄຸ້ມຄອງ ແລະ ອິດທິພົນຊື່ສຽງຂອງກົງຈັກບໍລິຫານລັດ.

ບັນດາການຫັນປ່ຽນໃນເບື້ອງຕົ້ນ

        ຢູ່ທ້ອງຖິ່ນ, ເລື່ອງເຮັດໃຫ້ກົງຈັກກະທັດລັດໄດ້ຮັບຮູ້ບັນດາໝາກຜົນໃນເບື້ອງຕົ້ນ. ຍ້ອນມີຄວາມຕັດສິນເຮັດໃຫ້ກົງຈັກກະທັດລັດ, ຄວບບັນດາຕຳແໜ່ງທີ່ຄ້າຍຄືກັນຢູ່ຂັ້ນຮາກຖານເຂົ້າກັນ, ປີ 2016, ແຂວງ ຮ່າຢາງ ປະຢັດງົບປະມານໄດ້ກ່ວາ 24 ຕື້ດົ່ງ. ພ້ອມກັນນັ້ນ, ສ້າງແຜນຮ່າງຫັນບາງຖານະຕຳແໜ່ງທີ່ມີໜ້າທີ່ຄ້າຍຄືກັນເປັນໜຶ່ງດຽວ, ແຂວງ ຮ່າຢາງ ກໍ່ມີແຜນຮ່າງໂຮມບັນດາອົງການສຳນັກງານທີ່ມີໜ້າທີ່ເກືອບຄືກັນຢູ່ຂັ້ນແຂວງ, ເມືອງເຂົ້າກັນ. ບັນດາພະແນກ, ຄະນະ, ຂະແໜງການເກືອບທັງໝົດລ້ວນແຕ່ກະທັດລັດຫົວໜ່ວຍຮັບຜິດຊອບແຕ່ 1 ເຖິງ 3 ຂະແໜງ. ເລື່ອງປະຕິບັດການຊັບຊ້ອນ, ບູລະນະກົງຈັກ ຊ່ວຍໃຫ້ບັນດາອົງການ, ຫົວໜ່ວຍກະທັດລັດກ່ຽວກັບການຈັດຕັ້ງ, ແຕ່ລະຄົນ, ແຕ່ລະວຽກ, ບໍ່ຖືກຊ້ຳຊ້ອນກັນ. ນີ້ກໍ່ແມ່ນເງື່ອນໄຂ ເພື່ອໃຫ້ບັນດາຫົວໜ່ວຍມີຄວາມສະດວກໃນການຜັນຂະຫຍາຍປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ຂອງແຂວງລົງສູ່ຂັ້ນຮາກຖານໄດ້ທັນການ ແລະ ມີປະສິດທິຜົນ. ລັດຖະມົນຕີກະຊວງພາຍໃນ ຫວຽດນາມ ເລຫວີງເຕີນ ໃຫ້ຮູ້ວ່າ:

        “ມະຕິ 34 ຂອງລັດຖະບານ ກຳນົດກະຊວງພາຍໃນພຽງແຕ່ຫລຸດຜ່ອນໂຮງຮຽນບຳລຸງສ້າງຝຶກອົບຮົມພະນັກງານ, ລັດຖະກອນ 1 ແຫ່ງເທົ່ານັ້ນ ແຕ່ເມື່ອຊັບຊ້ອນຫົວໜ່ວຍ, ກະຊວງພາຍໃນໄດ້ຍຸບເລີກຕື່ມ 3 ໂຮງຮຽນອີກ ແລະ ອີກ 2 ຫົວໜ່ວຍແມ່ນຫ້ອງການປະຈຳຢູ່ ດ່າໜັງ ແລະ ນະຄອນໂຮ່ຈີມິນ.

        ວິທີປະຕິບັດຂອງກະຊວງພາຍໃນສະແດງໃຫ້ເຫັນວ່າ ເລື່ອງຈັດຕັ້ງການຊັບຊ້ອນພາຍໃນຫົວໜ່ວຍແມ່ນບັນຫາສຳຄັນໃນການປະຕິບັດເຮັດໃຫ້ກົງຈັກກະທັດລັດ, ຫລຸດຜ່ອນຫົວໜ່ວຍຮັບຜິດຊອບ.

ໃນໄລຍະຈະມາເຖິງຈະຂ້ຽວຂາດກ່ວາ

        ຕາມພຶດຕິກຳຕົວຈິງໃຫ້ເຫັນວ່າ, ການປະຕິບັດມະຕິເລກທີ 39 ຂອງກົມການເມືອງກ່ຽວກັບການເຮັດໃຫ້ກົງຈັກກະທັດລັດ ແລະ ສ້າງໂຄງປະກອບຖັນແຖວພະນັກງານຄືນໃໝ່ມາຮອດປະຈຸບັນ ຍັງບໍ່ທັນສ້າງການຫັນປ່ຽນກ່ຽວກັບດ້ານຄຸນນະທາດ, ຊຶ່ງຕົ້ນຕໍພຽງແມ່ນດ້ານຈຳນວນ ດ້ວຍໝາກຜົນຖືກຈຳກັດ. ຕາມທ່ານປະລິນຍາເອກ ດິງຢີວຮ່ວາ ນັກທ່ຽວຊານກະຊວງພາຍໃນແລ້ວ ການປະຕິຮູບການຈັດຕັ້ງກົງຈັກບໍລິຫານລັດໃນໄລຍະຜ່ານມາ ຍັງບໍ່ທັນບັນລຸໄດ້ປະສິດທິຜົນສູງ ຍ້ອນວ່າ ບໍ່ທັນໄດ້ປະຕິບັດບົນພື້ນຖານວິທະຍາສາດ. ບັນດາເງື່ອນໄຂທີ່ຮັບປະກັນໃຫ້ວຽກງານປະຕິຮູບການຈັດຕັ້ງກົງຈັກບໍລິຫານລັດ, ເປັນຕົ້ນແມ່ນຄຸນນະພາບຖັນແຖວລັດຖະກອນຍັງຖືກຈຳກັດຢູ່. ດັ່ງນັ້ນ, ບັນຫາສຳຄັນໃນໄລຍະຈະມາເຖິງແມ່ນການຄຸ້ມຄອງ ແລະ ຄວບຄຸມໄດ້ໂຄງປະກອບພາຍໃນບັນດາຫົວໜ່ວຍດ້ວຍລະບຽບກົດໝາຍ. ທ່ານ ດິງຢີວຮ່ວາ ຖືວ່າ:

        “ສະພາແຫ່ງຊາດຄວນມອບໝາຍໃຫ້ລັດຖະບານຄົ້ນຄວ້າສ້າງດຳລັດກ່ຽວກັບພະແນກ, ກົມ, ກົມໃຫຍ່. ບັນດາຫົວໜ່ວຍຈັດຕັ້ງບໍລິຫານນີ້ ໄດ້ກຳນົດເອກະພາບຕາມທິດເອກະພາບ, ມີມາດຕະຖານລະອຽດ. ບັນດາຂໍ້ກຳນົດຄືດັ່ງກ່າວ ໄດ້ນຳເຂົ້າເອກະສານ ແລະ ເອກະສານນີ້ ຈະລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ ກ່ອນທີ່ຈະປະກາດໃຊ້, ເປັນເອກະພາບໃນກົງຈັກບໍລິຫານ.

        ໃນອາຍຸການກອງປະຊຸມໃຫຍ່ຂອງພັກຊຸດທີ 12, ພັກກອມມູນິດ ຫວຽດນາມ ໄດ້ກຳນົດໜ້າທີ່ຈຸດສຸມ. ໃນນັ້ນມີ 2 ໜ້າທີ່ໃຫຍ່, ທີໜຶ່ງແມ່ນສືບຕໍ່ກໍ່ສ້າງ, ປັບປຸງພັກ, ທີສອງແມ່ນສ້າງກົງຈັກກະທັດລັດ, ມີປະສິດທິພາບ, ມີປະສິດທິຜົນ. ເລື່ອງຍູ້ແຮງຜັນຂະຫຍາຍຄົບຊຸດວິວັດການເຮັດໃຫ້ກົງຈັກກະທັດລັດ ແລະ ສ້າງໂຄງປະກອບຖັນແຖວພະນັກງານ, ລັດຖະກອນຄືນໃໝ່ ໃນໄລຍະຈະມາເຖິງ ຈະຍົກສູງຄຸນນະພາບຖັນແຖວພະນັກງານ, ລັດຖະກອນ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ