ການຈັດ​ຕັ້ງ​ກອງ​ປະຊ​ຸມສຸດ​ຍອດ ອາຊຽນ ຄັ້ງ​ທີ 36 ຢ່າງ​ສໍ​າ​​ເລັດ​ຜົນ ​​ເຮັດ​ໃຫ້​ອິດ​ທິພົນ​ຊື່ສຽງຂອງຫວຽດນາມ​​ຖືກ​ຍົກ​ສູງຂຶ້ນ

(VOVWORLD) - ຄໍາວ່າ “ຫວຽດນາມ” ອີກຄັ້ງໜຶ່ງໄດ້ເຕື້ອງເຖິງໃນສື່ມວນຊົນຂອງພາກພື້ນ ແລະ ໃນໂລກ ໃນຊຸມວັນຜ່ານມາ ພາຍຫຼັງການຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີີ 36 ໄດ້ຢ່າງສໍາເລັດຜົນ ໃນສະພາບການໂລກລະບາດໂຄວິດ ຍັງສືບຕໍ່ມີການຜັນແປຢ່າງສັບສົນໃນໂລກ. ບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຍ້ອນມີການປະສານສົມທົບຢ່າງມີໄຫວພິບ ແລະ ຄວາມເປັນເຈົ້າການຂອງປະເທດເຈົ້າພາບ ຫວຽດນາມ ໃນການສະເໜີ, ປຶກສາຫາລືຫຼາຍນະໂຍບາຍຊີ້ຂາດສໍາຄັນ ທີ່ກ່ຽວຂ້ອງເຖິງທິດທາງການຮ່ວມມື, ພັດທະນາຂອງ ອາຊຽນ ໃນໄລຍະຈະມາເຖິງ. ໝາກຜົນດັ່ງກ່າວ ບໍ່ພຽງແຕ່ພິສູດໃຫ້ເຫັນຄວາມສາມັກຄີຂອງບັນດາປະເທດ ອາຊຽນ ເທົ່ານັ້ນ, ຫາກຍັງປະກອບສ່ວນສໍາຄັນເຂົ້າໃນການຍົກສູງອິດທິພົນຊື່ສຽງຂອງຫວຽດນາມໃນລະດັບພາກພື້ນ ແລະ ໃນໂລກອີກດ້ວຍ. 

    ໂດຍພາຍໃຕ້ການເປັນປະທານຂອງຫວຽດນາມ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ດ້ວຍຫົວຂໍ້ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ການນໍາບັນດາປະເທດ ໄດ້ປຶກສາຫາລືຫຼາຍບັນຫາ ເຊິ່ງພາກພື້ນມີຄວາມສົນໃຈ, ໃນນັ້ນ ຈຸດສຸມແມ່ນຊອກຫາບັນດາມາດຕະການເພື່ອຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດໂຄວິດ - 19 ກໍຄືບັນຫາເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືອື່ນໆ.

        ຈຸດໃຈກາງຂອງສື່ມວນຊົນພາຍໃນ ແລະ ພາຍນອກພາກພື້ນ

        ສື່ມວນຊົນພາຍໃນ ແລະ ພາຍນອກພາກພື້ນ ໄດ້ຕີລາຄາສູງຜົນສໍາເລັດຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36. ຕາມນັ້ນແລ້ວ, ເຖິງວ່າການນໍາບັນດາປະເທດ ອາຊຽນ ບໍ່ສາມາດພົບປະກັນໂດຍກົງຢູ່ຫວຽດນາມ, ແຕ່ກອງປະຊຸມຕ່າງໆ ແລະ ການພົບປະແລກປ່ຽນເກືອບທັງໝົດໄດ້ດໍາເນີນເປັນປົກກະຕິ ແລະ ມີປະສິດທິຜົນ. ຫຼັກຖານແມ່ນ, ການນໍາບັນດາປະເທດ ໄດ້ເຫັນດີເປັນເອກະພາບ ແລະ ອອກຖະແຫຼງການ “ວິໄສທັດກ່ຽວກັບ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື: ຜ່ານຜ່າສິ່ງທ້າທາຍ ແລະ ຮັກສາທ່າເຕີບໂຕ”, ຖະແຫຼງການ ອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ໂລກແຫ່ງການປ່ຽນແປງວຽກເຮັດງານທໍາ ແລະ ຮັບຮູ້ເອກະສານອື່ນໆ 9 ສະບັບ.

        ມີບົດຂຽນຫຼາຍບົດໄດ້ຄັດສະເໜີຄໍາກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ດ້ວຍຖານະເປັນປະທານ ອາຊຽນ 2020, ໂດຍຊີ້ໃຫ້ເຫັນວ່າ, ໃນໄລຍະແຕ່ນີ້ຮອດທ້າຍປີ 2020, ສິ່ງທ້າທາຍສໍາລັບລັດຖະບານບັນດາປະເທດ ອາຊຽນ ແມ່ນຕ້ອງເຮັດແນວໃດເພື່ອນໍາພາກຸ່ມຫຼຸດພົ້ນອອກຈາກໄລຍະໄຮ້ຜົນປະໂຫຍດຄືໃນປັດຈຸບັນ. ຖ້າຫາກປະສົບຜົນສໍາເລັດ, ນີ້ຈະແມ່ນຫຼັກຖານທີ່ຈະແຈ້ງໃຫ້ແກ່ບັນດາຄຸນຄ່າທີ່ມີມາແຕ່ດົນນານ ແລະ ພະລັງຊີວິດອັນແຮງກ້າຂອງປະຊາຄົມ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຂະຫຍັນຂັນເຄື່ອນ.

        ດ້ວຍຫົວຂໍ້ “ຫວຽດນາມພວມຊີ້ໃຫ້ເຫັນບັນດາຄຸນຄ່າຂອງການນໍາໃໝ່ຂອງ ອາຊຽນ”, ໜັງສືພິມ Nikkei Review ຂອງ ຍີ່ປຸ່ນ ຕີລາຄາວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກທີ່ເຂົ້າຮ່ວມກຸ່ມຕາມຫຼັງ ແຕ່ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດຕັ້ງໜ້າ, ນໍາໜ້າໃນບັນດາຄວາມມານະພະຍາຍາມແກ້ໄຂສິ່ງທ້າທາຍຂອງກຸ່ມ.

        ຫວຽດນາມ ກໍພວມກາຍເປັນ “ຜູ້ພາທາງ” ເພື່ອນໍາມາປຶກສາຫາລືກ່ຽວກັບບັນດາບັນຫາຮ້ອນເຮັ່ງຂອງພາກພື້ນ ຄື ການຂັດແຍ້ງຢູ່ທະເລຕາເວັນອອກ ຫຼືບັນດາການຂັດແຍ້ງດ້ານການຄ້າລະຫວ່າງບັນດາປະເທດໃຫຍ່ທີ່ມີຜົນກະທົບຕໍ່ພາກພື້ນ.

        ໜັງສືພິມ Chanel News Asia ໄດ້ລົງພິມບົດຂຽນຕີລາຄາສູງເລື່ອງ ຫວຽດນາມ ໄດ້ມານະພະຍາຍາມຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36. ບົດລາຍງານໄດ້ຢັ້ງຢືນວ່າ,ຫວຽດນາມ ແມ່ນແບບຢ່າງທີ່ດີເດັ່ນໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ພ້ອມທັງກໍແມ່ນໜຶ່ງໃນບັນດາປະເທດທີ່ມີຂໍ້ລິເລີ່ມນໍາພາພາກພື້ນຮັບມືກັບໂລກລະບາດ.

ການຈັດ​ຕັ້ງ​ກອງ​ປະຊ​ຸມສຸດ​ຍອດ ອາຊຽນ ຄັ້ງ​ທີ 36 ຢ່າງ​ສໍ​າ​​ເລັດ​ຜົນ ​​ເຮັດ​ໃຫ້​ອິດ​ທິພົນ​ຊື່ສຽງຂອງຫວຽດນາມ​​ຖືກ​ຍົກ​ສູງຂຶ້ນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນໄຂກອງປະຊຸມ ສຸດຍອດອາຊຽນຄັ້ງທີ 36 

(ພາບ: VGP)

ສິ່ງທີ່ສ້າງ ອິດທິພົນຊື່ສຽງຂອງຫວຽດນາມ

        ຜົນສຳເລັດເຊິ່ງຫວຽດນາມບັນລຸໄດ້ໃນປັດຈຸບັນ ແມ່ນເລີ່ມມາຈາກຈິດໃຈຂອງສະມາຊິກທີ່ມີຄວາມຮັບຜິດຊອບ ບໍ່ພຽງແຕ່ໃນການແກ້ໄຂບັນດາສິ່ງທ້າທາຍຂອງພາກພື້ນເທົ່ານັ້ນ, ຫາກຍັງ ແມ່ນຄວາມຮັບຜິດຊອບຕໍ່ການພັດທະນາຂອງອາຊຽນ, ໂດຍເປັນພາກພື້ນທີ່ໄດ້ຄາດຄະເນວ່າແມ່ນ ຂົງເຂດທີ່ມີການເຕີບໂຕຄືນໃໝ່ຢ່າງແຮງທີ່ສຸດໃນໄລຍະຫຼັງ Covid – 19 ອີກດ້ວຍ.

        ເມື່ອເບິ່ງຄືນແລ້ວ, ເຫັນວ່າ ຫວຽດາມໄດ້ເປັນເຈົ້າການຮັບປະກັບບັນດາການເຄື່ອນໄຂຂອງອາຊຽນຢ່າງທັນການ ແລະ ມີຫົວຄິດປະດິດສ້າງ. ໂລກລະບາດໄດ້ແຜ່ລາມອອກສູ່ພາກພື້ນໃນເດືອນມັງກອນ ແລະ ໃນທັນທີ ນັບແຕ່ເດືອນກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊັວນຟຸກ ໄດ້ອອກຖະແຫຼງການຂອງປະທານອາຊຽນ, ຖັດຈາກນັ້ນແມ່ນບັນດາກອງປະຊຸມສຳມະນາ ແລະ ປຶກສາຫາລືເຊິ່ງໄດ້ຮັບການຈັດຕັ້ງຂຶ້ນດ້ວຍຮູບແບບທາງອອນລາຍເປັນສ່ວນຫຼາຍ ເພື່ອປະສານສົມທົບ ທັງຢູ່ພາຍໃນ ແລະ ນອກພາກພື້ນກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ. ຫວຽດນາມ ໄດ້ຈັດຕັ້ງບັນດາການປຶກສາຫາລືໃນລະດັບລັດຖະມົນຕີ, ຮອງລັດຖະມົນຕີ ແລະ ບັນດາການແລກປ່ຽນກັບບັນດາປະເທດຄູ່ຮ່ວມມືຄື: ອາເມລິກາ, ຈີນ, ລັດເຊຍ, EUຫຼາຍຄັ້ງ.

        ໂດຍຜ່ານຜ່າທຸກສິ່ງທຸກຢ່າງ, ກອງປະຊຸມສຸດຍອດຄັ້ງທີ 36 ໄດ້ຮັບການຈັດຕັ້ງຂຶ້ນຕາມຮູບການທາງອອນລາຍ ເພື່ອໃຫ້ ອາຊຽນ ບໍ່ພຽງແຕ່ຮັກສາໄດ້ບັນດາການເຄື່ອນໄຫວ, ໃນສະພາບການບັນດາປະເທດລ້ວນແຕ່ຕ້ອງປິດປະຕູຍ້ອນໂລກລະບາດເທົ່ານັ້ນ ຫາກຍັງສືບຕໍ່ສົມທົບກັບບັນດາຄູ່ຮ່ວມມື ແລະ ເສີມຂະຫຍາຍບົດບາດຂອງຕົນຢູ່ພາກພື້ນອີກດ້ວຍ. ວິທີການສຳຜັດຂອງຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາສັນຕິພາບ ຢູ່ພາກພື້ນນີ້, ທັດນະນະຕັ້ງໜ້າຂອງຫວຽດນາມ ໄດ້ຮັບການສະໜັບສະໜູນໃນວົງກ້ວາງຈາກປະຊາຄົມສາກົນ.

        ເລື່ອງຈັດຕັ້ງ ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ໄດ້ຮັບການຈັດຄັ້ງຢ່າງສຳເລັດຜົນ ໄດ້ຢັ້ງຢືນຄືນຈິດໃຈສາມັກຄີ, ເຈດຈຳນົງດ້ານການເມືອງຢ່າງແຮງ ແລະ ຄຳໝັ້ນສັນຍາໃນການຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ກ້າວຂຶ້ນໄປທາງໜ້າຂອງບັນດາປະເທດອາຊຽນ. ສິ່ງນີ້ແມ່ນຫຼັກຖານຈະແຈ້ງທີ່ສຸດໃຫ້ແກ່ບັນດາຄວາມມານະພະຍາຍາມ ຂອງຫວຽດນາມ ໂດຍເປັນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນພາກພື້ນ ແລະ ປະຊາຄົມສາກົນ, ປະທານອາຊຽນ 2020.

ຕອບກັບ

ຂ່າວ/ບົດ​ອື່ນ