ການ​ຊັກ​ຖາມ​ຢູ່​ສະ​ພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ແທດ​ຈິງ ແລະ ບັນ​ລຸ​ປະ​ສິດ​ທິ​ຜົນ

(VOVWORLD) -ແຕ່ວັນທີ 6-8 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ດຳເນີນການຊັກຖາມທ່ານລັດຖະມົນຕີກະຊວງພາຍໃນ, ກະຊວງອຸດສາຫະກຳ-ການຄ້າ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ. ຫາງສຽງ ແລະ ສະມາຊິກສະພາແຫ່ງຊາດ ໄດ້ຕີລາຄາສູງການຊັກຖາມຄັ້ງຕ່າງໆ, ຖືວ່າ: ການຊັກຖາມນັບມື້ນັບແທດຈິງ ແລະ ບັນລຸປະສິດທິຜົນ.

ເສີມຂະຫຍາຍຈິດໃຈຕອບຄຳຊັກຖາມຢ່າງຈະແຈ້ງ, ກົງກັບບັນຫາຊັກຖາມ

   ທ່ານ ຫງວຽນແຮັ້ງຟຸກ ເລຂານຸການໃຫ່ຍສະພາແຫ່ງຊາດໃຫ້ຮູ້ວ່າ: ບັນດາໝວດບັນຫາທີ່ຖືກຊັກຖາມທີ່ສະໄໝປະຊຸມຄັ້ງນີ້ ລ້ວນແຕ່ແມ່ນບັນຫາທີ່ປະຊາຊົນ, ຜູ້ມີສິດເລືອກຕັ້ງທົ່ວປະເທດມີຄວາມສົນໃຈ ແລະ ຕັ້ງຄວາມຫວັງຫຼາຍຢ່າງ.

   ໃນຕົວຈິງແລ້ວ, ບັນຍາກາດລວມຂອງວາລະຊັກຖາມຄັ້ງຕ່າງໆ ໄດ້ດຳເນີນໄປຢ່າງຟົດຟື້ນ, ປະຊາທິປະໄຕ, ກົງໄປກົງມາ, ມີຄວາມຮັບຜິດຊອບ ແລະ ສ້າງສັນ. ຄຳຖາມກະທັດລັດ, ຈະແຈ້ງ, ຖືກກັບບັນດາບັນຫາທີ່ຕ້ອງການຊັກຖາມ.

ການ​ຊັກ​ຖາມ​ຢູ່​ສະ​ພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ແທດ​ຈິງ ແລະ ບັນ​ລຸ​ປະ​ສິດ​ທິ​ຜົນ - ảnh 1

ທ່ານ ລຶວບິ່ນເຍື້ອງ ສະມາຊິກສະພາແຫ່ງຊາດແຂວງເບັນແຈ

    ທ່ານ ລຶວບິ່ນເຍື້ອງ ສະມາຊິກສະພາແຫ່ງຊາດແຂວງ ເບັນແຈ ໄດ້ຕີລາຄາວ່າ: ມີຜູ້ມີສິດເລືອກຕັ້ງຫຼາຍຄົນ ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບວາລະຊັກຖາມ ແລະ ຖືວ່າ: ຄຸນນະພາບຂອງວາລະຊັກຖາມ ແລະ ຕອບຄຳຊັກຖາມນັບມື້ນັບໄດ້ຍົກສູງຂຶ້ນ. ດ້ວຍຮູບແບບຖາມ-ຕອບ, ປະທານກອງປະຊຸມ ໄດ້ມີໄຫວພິບໃນການຊີ້ນຳວາລະຊັກຖາມ ແລະ ຕອບຕຳຊັກຖາມ, ພ້ອມທັງຮັບປະກັນຄວາມຖືກຕ້ອງຕາມການກຳນົດເວລາ. ທ່ານ ລຶວບິ່ນເຍື້ອງ ເວົ້າວ່າ: 

   ວິທີຊີ້ນຳມີຄວາມລະອຽດໃນແຕ່ລະບັນຫາທີ່ສະມາຊິກສະພາແຫ່ງຊາດໄດ້ຖາມ. ໃນຂະນະທີ່ທ່ານລັດຖະມົນຕີຕອບບໍ່ທັນສຸດຄວາມ, ທ່ານນາງປະທານສະພາແຫ່ງຊາດຍັງເຈາະຈີ້ມໃຫ້ເລີຍ. ອາດເວົ້າໄດ້ວ່າວິທີຊີ້ນຳການຊັກຖາມ ໄດ້ເຮັດໃຫ້ວາລະຊັກຖາມມີຄວາມເຂັ້ມງວດ ແຕ່ບໍ່ມີຄວາມເຄັ່ງຕຶງ ແລະ ມີຊີວິດຊີວາ.

ຍົກສູງບົດບາດຕິດຕາມກວດກາ ແລະ ຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດ

  ຜ່ານວາລະຊັກຖາມຄັ້ງຕ່າງໆ, ບັນດາທ່ານລັດຖະມົນຕີໄດ້ຕອບຫຼາຍບັນຫາທີ່ເຄັ່ງຮ້ອນຂອງປະເທດຊາດ ໂດຍຫາງສຽງ ແລະ ຜູ້ມີສິດເລືອກຕັ້ງສົນໃຈ ຢ່າງເຖິງຖອງທີ່ສຸດ. ທ່ານ ໂງແທັງແຢງ ສະມາຊິກສະພາແຫ່ງຊາດແຂວງ ດັກນົງ ຖືວ່າ: ໃນສະໄໝປະຊຸມຄັ້ງນີ້, ສະມາຊິກສະພາແຫ່ງຊາດໄດ້ຊັກຖາມບັນດາບັນຫາທີ່ເລິກເຊິ່ງທີ່ສຸດ:

   ອາດເວົ້າໄດ້ວ່າ, ການຊັກຖາມແມ່ນກົງໄປກົງມາ, ບົນຈິດໃຈສ້າງສັນ. ດ້ວຍຄວາມຮັບຜິດຊອບຂອງຕົນທີ່ມີຕໍ່ປະຊາຊົນ, ບັນດາສະມາຊິກສະພາແຫ່ງຊາດໄດ້ຊັກຖາມຢ່າງເຂັ້ມງວດທີ່ສຸດ. ມີຫຼາຍບັນຫາທີ່ທ່ານລັດຖະມົນຕີຕອບບໍ່ທັນເລິກເຊິ່ງ, ບັນດາສະມາຊິກສະພາແຫ່ງຊາດກໍ່ໂຕ້ວາທີຄືນ, ຈາກນັ້ນກໍມີຄຳຕອບທີ່ດີເພື່ອລາຍງານຕໍ່ຜູ້ມີສິດເລືອກຕັ້ງ, ປະຊາຊົນ.

ການ​ຊັກ​ຖາມ​ຢູ່​ສະ​ພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ແທດ​ຈິງ ແລະ ບັນ​ລຸ​ປະ​ສິດ​ທິ​ຜົນ - ảnh 2

ທ່ານ ຫງວຽນເຈື່ອງຢາງ ສະມາຊິກສະພາແຫ່ງຊາດ

ແຂວງ ດັກນົງ ກ່າວຄຳເຫັນທີ່ວາລະຊັກຖາມ

    ຜ່ານການຊັກຖາມໃນເວລາ 3 ວັນ, ບັນດາທ່ານລັດຖະມົນຕີໄດ້ກ່າວຄຳຮັບຜິດຊອບຢ່າງເຂັ້ມງວດ, ກົງໄປກົງມາກ່ຽວກັບບັນດາບັນຫາທີ່ຍັງຄົງຄ້າງ ແລະ ໃຫ້ຄຳໝັ້ນສັນຍາວ່າຈະປັບປຸງແກ້ໄຂ ເພື່ອສ້າງໃຫ້ມີການຫັນປ່ຽນໃນໄລຍະທີ່ຈະມາເຖິງ. ທ່ານຫງວຽນງອກເຟືອງ ສະມາຊິກສະພາແຫ່ງຊາດ ແຂວງກວາງບິນ ຕີລາຄາວ່າ: ແຕ່ລະຄຳຕອບ, ທ່ານລັດຖະມົນຕີຕ້ອງເຮັດແຈ້ງບັນຫາ, ຍົກອອກບັນດາມາດຕະການລະອຽດ, ມີລັກສະນະເປັນໄປໄດ້ສູງ ພ້ອມທັງສະແດງໃຫ້ເຫັນໄດ້ຄວາມຮັບຜິດຊອບຂອງຕົນຕໍ່ບັນຫານັ້ນ:

       ຄະນະປະຈຳສະພາແຫ່ງຊາດ ໄດ້ກະກຽມຢ່າງລະອຽດ, ມີຈຸດສຸມໃນການຊັກຖາມ, ມີເນື້ອໃນຫຍັງແດ່ ແລະ ຄຳຖາມທັງໝົດຂອງບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ຖືກກັບຈຸດໃຈກາງທີ່ໄດ້ຮຽກຮ້ອງ. ບັນຫານຳມາຊັກຖາມລ້ວນແລ້ວແຕ່ແມ່ນບັນດາບັນຫາຊື່ງສັງຄົມ, ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງມີຄວາມສົນໃຈ ແລະ ລໍຄອຍຄຳຕອບຈາກທ່ານລັດຖະມົນຕີ.

ການ​ຊັກ​ຖາມ​ຢູ່​ສະ​ພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ແທດ​ຈິງ ແລະ ບັນ​ລຸ​ປະ​ສິດ​ທິ​ຜົນ - ảnh 3

ທ່ານລັດຖະມົນຕີກະຊວງພາຍໃນ ເລວິ້ງເຕິນ ຕອບຄຳຊັກຖາມ

    ຜ່ານວາລະຊັກຖາມຄັ້ງຕ່າງໆ, ຫຼາຍບັນຫາສຳຄັນຂອງປະເທດຊາດໄດ້ເຮັດແຈ້ງ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ກໍ່ຄືປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງທົ່ວປະເທດ ມີຄວາມເຫັນດີເຫັນພ້ອມ, ໃຫ້ສະໜັບສະໜູນ. ກໍ່ຜ່ານວາລະຊັກຖາມຄັ້ງຕ່າງໆ, ແນ່ນອນວ່າ, ບັນດາທ່ານລັດຖະມົນຕີຈະຍົກສູງຄວາມຮັບຜິດຊອບຂອງຕົນກ່ວາອີກ ໃນບັນດາບັນຫາທີ່ສະມາຊິກສະພາແຫ່ງຊາດໄດ້ຊັກຖາມ, ຈາກນັ້ນຈະມີທິດແກ້ໄຂຢ່າງຕັ້ງໜ້າທີ່ສຸດ, ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດສ້າງສາ, ພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ