ການຊ່ວງເສັງເຂົ້າຂົ້ວໂລກເຫນືອ

(vovworld)- ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ຫາ​ກໍ​ເດີນ​ທາງ​ຢ້ຽມ​ຢາມ ເຖິງ​ຂົ້ວ​ໂລກ​ເຫນືອ ໃນ​ເວ​ລາ 3 ວັນ, ເປັນ​ຂີດ​ໝາຍ​ແຫ່ງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ອາ​ເມ​ລິ​ກາ ໃນ​ການ​ຊ່ວງ​ເສັງ​ຍາດ​ສິດ​ຄວບ​ຄຸມ​ຢູ່​ເຂດ​ທີ່​ຮົກ​ເຮື້ອ​ເປົ່າ​ຫວ່າງ​ຊື່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ເຂດ​ມີ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຫລາຍ​ສຸດ​ໃນ​ໂລກ​ປະ​ຈຸ​ບັນ, ພິ​ເສດ ແມ່ນ​ນ້ຳ​ມັນ. ໃນ​ສະ​ພາ​ວະ ລັດ​ເຊຍ ເປີດ​ກວ້າງ​ຜົນ​ສະ​ທ້ອນ​ຢູ່​ຂົ້ວ​ໂລກ​ເຫນືອ ຢ່າງວ່ອງ​ໄວ, ການ​ເດີນ​ທາງ​ຢ້ຽມ​ຢາມ​ຂອງ​ທ່ານ B. Obama ແມ​່ນ​ເພື່ອ​ສົ່ງ​ສານ​ຢ່າງ​ແຮງວ່າ ອາ​ເມ​ລິ​ກາ ກຽມ​ພ້ອມ​ໃຫ້​ການ​ຊ່ວງ​ເສັງ​ຍາດ​ສິດ​ຄວບ​ຄຸມ​ຢູ່​​ເຂດນີ້.
ການຊ່ວງເສັງເຂົ້າຂົ້ວໂລກເຫນືອ - ảnh 1
ພາບ​ປະ​ກອບ:baomoi.com

        ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ຊຸມ​ປີມໍ່ໆ​ມານີ້ ພວ​ມ​ເຮັດ​ໃຫ້ນ້ຳ​ແຂງ​ຢູ່ ຂົ້ວ​ໂລກ​ເຫນືອເປື່ອຍ​ອອກ​ຢ່າງວ່ອງ​ໄວ ແລະ ນີ້​ອາດ​ຈະ​ແມ່ນ​ໄພ​ພິ​ບັດ​ສິ່ງ​ແວດ​ລ້ອມ​ທີ່​ຮ້າຍ​ແຮງ​ທີ່​ສຸດ ຊື່ງມວນ​ມະ​ນຸດ​ພວມ​ຮັບ​ມື. ພະ​ຍາ​ກອນວ່າ ຮອດ​ປີ 2030, ນ້ຳ​ແຂງ​ສ່ວນ​ຫລາຍ​ຢູ່ ຂົ້ວ​ໂລກ​ເຫນືອ ຈະ​ເປື່ອຍ​ອອກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່ ຂົ້ວ​ໂລກ​ເຫນືອ ພັດ​ເປີດ​ກາ​ລະ​ໂອ​ກາດບໍ່​ທັນ​ມີ​ມາ​ກ່ອນ​ໃຫ້​ມະ​ນຸດ​ເມື່ອ​ສາ​ມາດ​ສຳ​ພັດ ແລະ ຂຸດ​ຄົ້ນ​ແຫລ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ອຸ​ດົມ​ສົມ​ບູນ​ຢູ່​ທີ່ນີ້.

        ການ​ຊ່ວງ​ເສັງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ

       ໃນ​ໄລ​ຍະ​ຜ່ານ​ມາ, ລັດ​ເຊຍ ໄດ້​ເປີດກວ້າງ​ລະ​ດັບ​ຜົນ​ສະ​ທ້ອນ​ຂອງ​ຕົນ​ຢູ່ ຂົ້ວ​ໂລກ​ເຫນືອ ຢ່າງວ່ອງ​ໄວ ດ້ວຍ​ການ​ເພີ່ມ​ທະ​ວີ​ພື້ນ​ຖານ​ໂຄງ​ລ່າງ ແລະ ການ​ມີ​ຫນ້າ​ຂອງ​ກຳ​ລັງ​ທະ​ຫານ. ປີ 2014, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin ໄດ້​ຕົກ​ລົງ​ເບີກ​ຈ່າຍ​ຈຳ​ນວ​ນ​ເງິນກວ່າ 4,2 ຕື້ USD ໃຫ້​ໂຄງ​ກາ​ນ​ພັດ​ທະ​ນາ ຂົ້ວ​ໂລກ​ເຫນືອ ໃນ​ໄລ​ຍະ 5 ປີ ເພື່ອ​ພັດ​ທະ​ນາ​ການ​ທະ​ຫານ ແລະ ອຸດ​ສາ​ຫະ​ກຳ​ຢູ່​ທີ່ນີ້. ທ້າຍ​ເດືອນ 3 ຜ່ານ​ມາ, ລັດ​ເຊຍ ໄດ້​ປະ​ຕິ​ບັດ​ການ​ຊ້ອມ​ຮົມ​ກ​ານ​ທະ​ຫານ​ທີ່​ມີ​ຂອບ​ຂະ​ຫນາດ​ໃຫຍ່ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພົນ​ທະ​ຫານ 40.000 ຄົນ ແລະ ເຮືອ​ດຳ​ນ້ຳ ພ້ອມ​ກັບ​ກຳ​ປັ່ນ​ຮົບ​ ນັບ​ສີບໆ​ລຳ ຢູ່ ຂົ້ວ​ໂລກ​ເຫນືອ. ຫວ່າງ​ແລ້ວນີ້, ວັນ​ທີ 31/8, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ລັດ​ເຊຍ Sergei Shoigu ໄດ້​ຢືນ​ຢັນ: ທ້າຍ​ປີ 2015 ລັດ​ເຊຍ ຈະ​ເພີ່ມ​ທະ​ວີ​ການ​ຜັນ​ຂະ​ຫຍາຍ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຢູ່​ເຂດນີ້.

        ເມື່ອ​ຊ່ວງ​ເສັງ​ກັບ​ລັດ​ເຊຍ, ອາ​ເມ​ລິ​ກາ ກໍ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ໃຫມ່​ຢ່າງວ່ອງ​ໄວ​ສຳ​ລັບ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງນີ້. ລະ​ອຽດ​ຄື: ປະ​ເທດນີ້ ຍຸ້​ແຮງ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ພັນ​ທະ​ມິດ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສິ່ງ​ແວດ​ລ້ອມ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ເສດ​ຖະ​ກິດ ຢູ່ ຂົ້ວ​ໂລກ​ເຫນືອ, ຍົກ​ສູງ​ຄວາມ​ສາ​ມາດ​ຊອກ​ຫາ ແລະ ກູ້​ໄພ​ກູ້​ຊີບ ພື້ນ​ຖານ​ໂຄງ​ລ່າງ​ກາ​ນ​ທະ​ຫານ, ຮັກ​ສາ​ລະ​ບົບ radar ກ່າວ​ເຕືອນ​ຢູ່​ພາກ​ເຫນືອໂດຍ​ໄວ.

        ບໍ່​ພຽງ​ແຕ່ ອາ​ເມ​ລິ​ກາ, ລັດ​ເຊຍ ເຖິງ ຂົ້ວ​ໂລກ​ເຫນືອ ເທົ່າ​ນັ້ນ ຫາກ​ຫລາຍ​ປະ​ເທດ​ອື່ນ​ກໍ​ພວມ​ພະ​ຍາ​ຍາມ​ເພີ່​ມ​ທະ​ວີ​ຂອບ​ຂະ​ຫນາດ ແລະ ການ​ມີ​ຫນ້າ​ຢູ່​ເຂດນີ້. ຈີນ ຖະ​ແຫລງ ວ່າ ປະ​ເທດນີ້ ມີ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ຢູ່ ​ມະ​ຫາ​ສະ​ມຸດ​ອະ​ຄະ​ຕີກ ແລະ ກໍ່​ສ້າງກອງ​ເຮືອ​ທຳ​ລາຍ​ນ້ຳ​ແຂງ. ປັກ​ກີງ ຍັງ​ມາ​ນະ​ພະ​ຍາ​ຍາມ​ຍາດ​ໄດ້​ຖາ​ນະ “​ປະ​ເທດສັງ​ເກດ​ການ​ປະ​ຈຳ” ຢູ່ ສະ​ພາ ຂົ້ວ​ໂລກ​ເຫນືອ (ລວມ​ມີ 8 ປະ​ເທດ​ຄື: ກາ​ນາ​ດາ, ດານ​ມາກ, ອາ​ເມ​ລິ​ກາ, ແຟງ​ລັງ, ໄອ​ແລນ, ນອກ​ແວ, ສະ​ວິດ ແລະ ລັດ​ເຊຍ). ໃນ​ການ​ກະ​ທຳ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມັກ​ໃຫຍ່​ໄຝ່​ສູງ​ຂອງ​ຕົນ​, ກົງ​ກັບ​ວ​ັນ​ທີ່​ທ່ານ B. Obama ເດີນ​ທາງ​ເຖ​ິງ ຂົ້ວ​ໂລກ​ເຫນືອ, ຢູ່ນອກ​ຝັ່ງ​ທະ​ເລ Alaska ປະ​ກົດ​ອອກກອງ​ເຮືອ​ຮົບ​ໃຫຍ່ 5 ລຳ​ຂອງ​ຈີນ ມາ​ຕ້ອນ​ຮັບ.

        ປະ​ເທດ​ໃດ​​ຈະຍາດ​ໄດ້​ສິດ​ຄວບ​ຄຸມ

        ຕາມ​ບັນ​ດາ​ຕົວ​ເລກ​ຂອງ ສ​ປ​ຊ ແລ້ວ, ຄ​າດ​ວ່າ ຢູ່ ຂົ້ວ​ໂລກ​ເຫນືອ ມີ​ເຖິງ ¼ ຊັບ​ພະ​ຍາ​ກອນ​ຂອງ​ຫນ່ວຍ​ໂລກ ບໍ່​ທັນ​ໄດ້​ຄົ້ນ​ພົບ​ເທື່ອ. ອີງ​ຕາມ​ການ​ຕີ​ລາ​ຄາ​ຂອງ​ອົງ​ການ​ທໍ​ລະ​ນີ​ສາດ ອາ​ເມ​ລິ​ກາ ແລ້ວ, ຢູ່​ເຂດນີ້ ມີ​30% ປະ​ລິ​ມານ​ອາຍ​ແກ​ສ​ຂອງ​ໂລກ, 13% ປະ​ລິ​ມານ​ນ້ຳ​ມ​ັນ, 10% ປະ​ລິ​ມານ​ຖ່ານ​ຫີນ ແລະ ໂລກ​ຫະ​ອື່ນ ນັບ​ທັງ​ດິ​ນ​ຫາ​ຍາກ. ສິ່ງ​ດັ່ງ​ກ່າວ​ພວມ​ຊຸ​ກ​ຍູ້​ການ​ແກ້ງ​ແຍ້ງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ຢູ່​ພາຍ​ໃນ ແລະ ນອກ​ເຂດ ຂົ້ວ​ໂລກ​ເຫນືອ ເພື່ອ​ຍາດ​ສິດ​ຄວບ​ຄຸມ​ບັນ​ດາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ປະ​ຈຸ​ບັນ ພວມ​ຢູ່​ໃຕ້​ນ້ຳ ແລະ ນ້ຳ​ແຂງ​ທີ່​ຫນານີ້.

        ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ແລ້ວ, ເກືອບ​ຄື​ວ່າ ໃນ​ການ​ຊ່ວງ​ເສັງ​ນີ້ ລັດ​ເຊຍ ພວມ​ສະ​ແດງ​ໃຫ້​ເຫັນ​ທ່າ​ດີດກວ່າ. ກຳ​ລັງ​ຄວາມ​ສາ​ມາດ​ຂອງ ອາ​ເມ​ລິ​ກາ ຢູ່​ເຂດນີ້ ຍັງ​ຄົງ​ມີ​ຄວາມ​ຈຳ​ກັດ​ຫລາຍ​ຢ່າງ, ໃນ​ນັ້ນ ຄວາມ​ຈຳ​ກັດ​ໃຫຍ່​ສຸດ​ ນັ້ນ​ແມ່ນ ອາ​ເມ​ລິ​ກາ ຂາດ​ແຄນ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ​ເພື່ອ​ສາ​ມາດ​ຮັກ​ສາ​ການ​ມີ​ຫນ້າ​ຢູ່ ຂົ້ວ​ໂລກ​ເຫນືອ. ກອງ​ເຮືອ​ຂອງ​ອາ​ເມ​ລິ​ກາ ຢູ່ ຂົ້ວ​ໂລກ​ເຫນືອ ປະ​ຈຸ​ບັນ ມ​ີ​ກຳ​ປັ່ນ​ທຳ​ລາຍ​ນ້ຳ​ແຂງ ພຽງ 2 ລຳ, ໃນ​ຂ​ະ​ນະ​ນັ້ນ ​ລັດ​ເຊຍ ມີ​ເຖິງ 40 ລຳ ພ້ອມ​ກັບ ກຳ​ປັ່ນ 11 ລຳ ພວມກະ​ກຽມ​ຕໍ່​ໃຫ​ມ່. ນອກນັ້ນ ອາ​ເມ​ລິ​ກາ ປະ​ຈຸ​ບັນ ບໍ່​ທັນ​ມີ​ທ່າ​ກຳ​ປັ່ນ​ຢູ່​ພາກ​ເຫນືອ, ຂາດ​ແຄນ​ພາ​ຫະ​ນະ​ຫນູນ​ຊ່ວຍ​ບັນ​ດາ​ຄວ​າມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ, ກູ້​ໄພ​ກູ້​ຊີບ ແລະ ຕ​ິດ​ຕາມກວດ​ກາ​ສິ່ງ​ແວດ​ລ້ອມ. ອ​າ​ເມ​ລິ​ກາ ບໍ່​ມີ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ພູມ​ສາດ ແລະ ຈຳ​ນວນພົນ​ລະ​ເມືອງ ເມື່ອ​ທຽບ​ໃສ່​ກັບ​ລັດ​ເຊຍ ໃນ​ການ​ຊ່ວງ​ເສັງ​ຍາດ​ຜົນ​ສະ​ທ້ອນ​ຢູ່ ຂົ້ວ​ໂລກ​ເຫນືອ ເມື່ອ​ມີ​ເນື້ອ​ທີ່ກວ່າ 60% ຢູ່ ຂົ້ວ​ໂລກ​ເຫນືອ ແມ່ນ​ຂຶ້ນ​ກັບ​ດິນ​ແດນ​ຂອງ​ລັດ​ເຊຍ ແລະ ຈຳ​ນວນ​ພົນ​ລະ​ເມືອງກວ່າ 80% ຂອງຂົ້ວ​ໂລກ​ເຫນືອແມ່ນ​ດຳ​ລົງ​ຊີ​ວິດ​ຢູ່ ລັດ​ເຊຍ. ສະ​ນັ້ນ ໂດຍ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ບັນ​ດາ​ຈຸ​ດ​ອ່ອນນີ້, ໃນ​ການ​ຢ້ຽມ​ຢາມ 3 ມື້ ເຖິງ ຂົ້ວ​ໂລກ​ເຫນືອ, ປະ​ທາ​ນາ​ທິ​ບໍ​ດີ Obama ໄດ້​ສະ​ເຫນີ ເພີ່ມ​ງົບ​ປະ​ມານ​ເພື່ອກໍ່​ສ້າງກອງ​ເຮືອ​ທຳ​ລາຍ​ນ້ຳ​ແຂງ ໃຫມ່​ເພື່ອ​ໃຫ້​ອາ​ເມ​ລິ​ກາ ມີ​ກາ​ລະ​ໂອ​ກາດ​ລາ​ດ​ຕະ​ເວັນ​ຢູ່​ເຂດນີ້​ໃນ​ຕະ​ຫ​ລອດ​ປີ. ທຳ​ນຽບ​ຂາວ ປາດ​ຖະ​ຫນາ​ວ່າ ບັນ​ດາ​ກຳ​ປັ່ນ​ທຳ​ລາຍ​ນ້ຳ​ແຂງນີ້ ຈະ​ຊ່ວຍ​ຮັບ​ປະ​ກັນ​ວ່າ ອາ​ເມ​ລິ​ກາ ສາ​ມາດ​ຕອບ​ສະ​ຫນອງ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຢ່າງ​ພຽງ​ພໍ, ຮັກ​ສາ ແລະ ຄຸ​້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ກໍ​ຄື​ລະ​ຫວ່າງ​ລັດ​ກັບ​ທ້ອງ​ຖິ່ນ ແລະ ບັນ​ດາ​ກົກ​ເຫລົ່າ.

        ໃນ​ຂະ​ນະ​ນັ້ນ ຈີນ ເຖິງ​ວ່າມີ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ ແຕ່​ສ່ອງ​ຫວ່າງ​ກ່ຽວ​ກັບ​ພູມ​ສາດ ແລະ ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ​ປະ​ຈຸ​ບັນ ຈະ​ກໍ່​ຄວາມ​ຈຳ​ກັດ​ແນ່ນອນບົນ​ເສັ້ນ​ທາງ​ທີ່ ປັກ​ກີງ​ ຊອກ​ຫາ​ເສັ້ນທາງເດີນ​ທະ​ເລ​ໃຫມ່ຢູ່​ມະ​ຫາ​ສະ​ມຸດ​ອະ​ຄະ​ຕີກ. ການ​ຊ່ວງ​ເສັງ​ຍາດ​​ສິດ​ຄວບ​ຄຸມ​ຢູ່ ຂົ້ວ​ໂລກ​ເຫນືອ, ຊື່ງ​ແມ່ນ​ເຂດ​ຮົກ​ເຮື້​ອ​ເປົ່າ​ຫ​ວ່າງ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ມີ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຫລາຍ​ສຸດ​ໃນ​ໂລກ​ປະ​ຈຸ​ບັນ ພຽງ​ເລີ່ມ​ຕົ້ນ ແລະ ແນ່ນອນ​ວ່າ​ຈະ​ຂ້ຽວ​ຂາດກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ