ການຊອກຫາສຽງເວົ້າລວມຂອງ G7 ແມ່ນນັບມື້ນັບຍາກຂຶ້ນ

(VOVWORLD) -  ເປັນຄືດັ່ງທີ່ວົງການນັກໄຈ້ແຍກເກີດຄວາມວິຕົກກັງວົງ, ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ສິ້ນສຸດລົງຢູ່ ຝຣັ່ງ ໃນວັນທີ 26 ສິງຫາ ເຊິ່ງບໍ່ສາມາດບັນລຸໄດ້ບັນຫາໝາກຜົນທີ່ເປັນໜ້າຊື່ນຊົມ.

  ຄວາມແຕກຕ່າງກັນກ່ຽວກັບທັດສະນະລະຫວ່າງບັນດາປະເທດສະມາຊິກໃນບັນດາເນື້ອໃນປຶກສາຫາລືສຳຄັນ ໄດ້ເຮັດໃຫ້ກອງປະຊຸມ ບໍ່ມີບໍ່ວ່າຂໍ້ຕົກລົງທີ່ມີລັກສະນະບຸກທະລຸໃດ. ບໍ່ພຽງແຕ່ເທົ່ານັ້ນ, ບັນດາວາລະປະຊຸມປຶກສາຫາລືທີ່ກອງປະຊຸມ ຍັງສະແດງໃຫ້ເຫັນການແບ່ງແຍກລະຫວ່າງບັນດາປະເທດຢ່າງເລິກເຊິ່ງ.

ການຊອກຫາສຽງເວົ້າລວມຂອງ G7 ແມ່ນນັບມື້ນັບຍາກຂຶ້ນ - ảnh 1ການນຳບັນດາປະເທດ G7 ປະຊຸມຢູ່  Biarritz, ຝຣັ່ງ ໃນວັນທີ 25/8/2019. ພາບ: AFP/TTXVN

        ດ້ວຍຫົວຂໍ້ກວມລວມແມ່ນຕ້ານການຂາດຄວາມສະເໝີພາບ, ບັນດາບັນຫາເຄັ່ງຮ້ອນທັງໝົດຂອງໂລກໄດ້ຍົກອອກມາປຶກສາຫາລືຢູ່ກອງປະຊຸມສຸດຍອດ G7 ຄັ້ງນີ້, ນັບແຕ່ເກີດເຫດໄຟໃໝ້ປ່າຢ່າງຮ້າຍແຮງ ເຊິ່ງພວມທຳລາຍ “ສິ່ງແວດລ້ອມ” ຂອງໜ່ວຍໂລກ, ນັ້ນແມ່ນປ່າ Amazon, ຕະຫລອດຮອດບັນດາຄວາມສ່ຽງເກີດການຊຸດໂຊມຂອງເສດຖະກິດທົ່ວໂລກ ຍ້ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ, ນັບແຕ່ບັນຫານິວເຄຼຍ ອີຣານ ແລະ ສະພາບຄວາມເຄັ່ງຕຶງຢູ່ເຂດອ່າວເປີເຊຍ ຈົນຮອດການຈັດວາງອັດຕາພາສີບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່…

ການແບ່ງແຍກຢ່າງເລິກເຊິ່ງ

       ເມື່ອປຶກສາຫາລືບັນດາບັນຫາໃຫຍ່, ທີ່ມີລັກສະນະເປັນຕາຍໃນຊີວິດດ້ານການເມືອງສາກົນ ກໍ່ມີຄວາມໝາຍດຽວກັນກັບເລື່ອງແຕະຕ້ອງເຖິງຜົນປະໂຫຍດແຫ່ງຊາດ ຍ້ອນເຫດນັ້ນ ກອງປະຊຸມ G7 ຈຶ່ງໄດ້ສໍ່ສະແດງໃຫ້ເຫັນອອກຄວາມແຕກຕ່າງກັນ, ການແບ່ງແຍກກັນນັບມື້ນັບໃຫຍ່ລະຫວ່າງບັນດາປະເທດສະມາຊິກ. ກອງປະຊຸມສິ້ນສຸດລົງດ້ວຍຖະແຫຼງການໜ້າ 1 ຢ່າງກະທັດຮັດ ໄດ້ສະແດງໃຫ້ເຫັນວ່າ ບໍ່ມີບັນດາຂໍ້ຕົກລົງ ຫຼື ມີ ກໍ່ພຽງແຕ່ແມ່ນທັດສະນະລວມໆເທົ່ານັ້ນ ຫາກບໍ່ໄດ້ລົງເລິກຢ່າງລະອຽດກ່ຽວກັບບັນດາບັນຫາທີ່ G7 ມີຄວາມສົນໃຈ.

        ເມື່ອສັງເກດໝາກຜົນຕົວຈິງແລ້ວ, G7 ບໍ່ຍົກອອກມາດຕະການແກ້ໄຂໃຫ້ແກ່ບັນຫາຕ້ານການຂາດຄວາມສະເໝີພາບ, ເຖິງວ່າ ນີ້ແມ່ນເນື້ອໃນບຸລິມະສິດຕົ້ນຕໍໃນປີເປັນປະທານ G7 ຂອງ ຝຣັ່ງ ກໍ່ຕາມ. ປາຣີ ກໍ່ບໍ່ມີຄວາມສາມາດຂົນຂວາຍບັນດາປະເທດພັດທະນາແບກຫາບຄວາມຮັບຜິດຊອບໃນການໜູນຊ່ວຍບັນດາປະເທດທຸກຍາກທີ່ສຸດໄດ້, ພົ້ນເດັ່ນແມ່ນບັນດາປະເທດຢູ່ພາກພື້ນ Sahel ຂອງ ອາຟຣິກາ, ເຊິ່ງຮັບມືຕໍ່ສິ່ງທ້າທາຍກ່ຽວກັບການຂາດຄວາມສະເໝີພາບ.

        ເຖິງວ່າ ຖະແຫຼງການໄດ້ສະໜັບສະໜູນການຕ້ານເຫດໄຟໄໝ້ປ່າ Amazon ກໍ່ຕາມ, ແຕ່ບັນດາປະເທດ G7 ກໍ່ບໍ່ຍົກອອກຄຳໝັ້ນສັນຍາ “ຫລຸດຜ່ອນຢ່າງເຂັ້ມງວດ” ປະລິມານອາຍພິດທີ່ກໍ່ໃຫ້ເກີດການກະທົບເຮືອນແກ້ວ. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ເຂົ້າຮ່ວມວາລະປຶກສາຫາລືສຳຄັນກ່ຽວກັບສະພາບການຂອງດິນຟ້າອາກາດ.

        ໂດຍບໍ່ຫົວຊາຕໍ່ເລື່ອງ ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ມາ ຝຣັ່ງ ເພື່ອພົບປະກັບວົງການເຈົ້າໜ້າທີ່ ຝຣັ່ງ ແລະ ທີ່ປຶກສາການທູດຂອງ ເຢຍລະມັນ, ອັງກິດ ຢູ່ນອກກອງປະຊຸມສຸດຍອດ, G7 ກໍ່ບໍ່ປະສົບຜົນສຳເລັດ ໃນການຫລຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ເມື່ອບັນດາການນຳຂອງກຸ່ມນີ້ ບໍ່ເຫັນດີເປັນເອກະພາບຕໍ່ແຜນການດຳເນີນງານຮ່ວມກ່ຽວກັບບັນຫານິວເຄຼຍ ອີຣານ, ບໍ່ມີມາດຕະການແກ້ໄຂໃຫ້ສະພາບຈົນຕາແຈລະຫວ່າງ ອາເມລິກາ ແລະ ອີຢູ ທີ່ກ່ຽວຂ້ອງເຖິງວິທີການສຳຜັດແຕກຕ່າງກັນກ່ຽວກັບບັນຫານີ້. ນອນນັ້ນ, ບັນດາການນຳ G7 ກໍ່ບໍ່ບັນລຸໄດ້ຄວາມກ້າວໜ້າໃນການເກ້ຍກ່ອມທ່ານປະທານາທິບໍດີ ອາເມລິກາ Donald Trump ຕໍ່ກຳນົດເວລາ ລະບຽບການຍົກເວັ້ນຄຳສັ່ງລົງໂທດທາງດ້ານນ້ຳມັນບໍ່ ສຳລັບການເຄື່ອນໄຫວຊື້ຂາຍນີ້ຈາກ ອີຣານ.

        ເສດຖະກິດ ແລະ ການຄ້າ ເຊິ່ງແມ່ນບັນດາຂົງເຂດທີ່ເຄີຍບັນລຸໄດ້ຄວາມເຫັນດີເຫັນພ້ອມລະຫວ່າງບັນດາການນຳ G7 ໄດ້ຢ່າງງ່າຍດາຍນັ້ນ, ປັດຈຸບັນພັດກາຍເປັນບ່ອນເກີດຄວາມບໍ່ລົງລອຍກັນ. ໃນຂອບເຂດກອງປະຊຸມສຸດຍອດ G7, ທ່ານປະທານາທິບໍດີ ອາເມລິກາ Donald Trump ຕ້ອງປະເຊີນໜ້າຕໍ່ກຳລັງກົດດັນຈາກບັນດາການນຳອື່ນ ກ່ຽວກັບສົງຄາມການຄ້າພວມປີນຂັ້ນໄດກັບ ຈີນ. ໃນຂະນະທີ່ບັນດາປະເທດສະເໜີໃຫ້ “ຫລຸດຜ່ອນຄວາມເຄັ່ງຕຶງ” ກັບ ປັກກິ່ງ ນັ້ນ  ຝ່າຍ ອາເມລິກາ ພັດມີສານທີ່ວ່າ ສິ່ງໜຶ່ງດຽວເຊິ່ງທ່ານປະທານາທິບໍດີ Donald Trump ມີຄວາມເສຍດາຍ ນັ້ນແມ່ນບໍ່ຈັດວາງອັດຕາພາສີສູງກ່ວານັ້ນອີກຕໍ່ບັນດາປະເພດສິນຄ້າທີ່ນຳເຂົ້າຈາກ ຈີນ.

        ນັ້ນຍັງບໍ່ທັນເວົ້າເຖິງເລື່ອງທ່ານ Donald Trump ສະເໜີວ່າ ຈະເຊີນທ່ານປະທານາທິບໍດີ ລັດເຊຍ Vladimir Putin ເຂົ້າຮ່ວມກອງປະຊຸມສຸດຍອດ G7 ໃນປີ 2020, ໂດຍ ອາເມລິກາ ເປັນປະເທດເຈົ້າພາບ. ນີ້ເຄີຍແມ່ນຫົວເລື່ອງທີ່ມີຄວາມສະດຸ້ງໄວກັບບັນດາປະເທດສະຫະພາບ ເອີຣົບ (ອີຢູ), ຍາມໃດກໍ່ຖືວ່າ: ເລື່ອງ ລັດເຊຍ ເຂົ້າເປັນສະມາຊິກກຸ່ມບັນດາປະເທດອຸດສາຫະກຳນີ້ຄືນໃໝ່ ຕ້ອງຕິດພັນກັບຄວາມກ້າວໜ້າທີ່ດີໃນການແກ້ໄຂວິກິດການຢູ່ ຢູແກຼນ ຕາເວັນອອກ. ຄວາມບໍ່ລົງລອຍກັນລະຫວ່າງທ່ານປະທານາທິບໍດີ ອາເມລິກາ ກັບບັນດາປະເທດພັນທະມິດເອີຣົບ ຍິ່ງນັບມື້ນັບສະແດງໃຫ້ເຫັນແຈ້ງ ເມື່ອທ່ານ Donald Trump ສະໜັບສະໜູນທ່ານນາຍົກລັດຖະມົນຕີ ອັງກິດ Johnson, ເຊິ່ງແມ່ນຜູ້ພວມມີທ່າທີແຂງກະດ້າງກັບ ອີຢູ ກ່ຽວກັບຂໍ້ຕົກລົງ Brexit, ດ້ວຍຄຳໝັ້ນໝາຍວ່າ ຈະລົງນາມ “ຂໍ້ຕົກລົງການຄ້າມະຫຶມາ” ກັບ ອັງກິດ.

ບັນດາຈຸດພົ້ນເດັ່ນທີ່ຫາຍາກ

       ບັນດາຄວາມບໍ່ລົງລອຍກັນໄດ້ປົກຄຸມເອົາກອງປະຊຸມສຸດຍອດ G7 ປີນີ້ ແຕ່ບໍ່ແມ່ນວ່າ  ຈະບໍ່ມີຄວາມຫວັງ. ກອງປະຊຸມ G7 ອັດລົງ, ການນຳກຸ່ມ 7 ປະເທດອຸດສາຫະກຳພັດທະນາແຖວໜ້າໂລກໄດ້ອອກຖະແຫຼງການໂດຍຫຍໍ້, ສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມທີ່ຫາຍາກ ກ່ຽວກັບການປ່ອຍເງິນ 20 ລ້ານ USD ໂດຍໄວ ເພື່ອຊ່ວຍດັບມອດໄຟໄໝ້ປ່າ Amazon, ກໍ່ຄືເຫັນດີເປັນເອກະພາບກ່ຽວກັບແຜນການອຸປະຖຳການປູກປ່າຄືນໃໝ່ຢູ່ຂັ້ນສະຫະປະຊາຊາດ. ກ່ຽວກັບສະພາບການ ຢູແກຼນ, G7 ສະໜັບສະໜູນ ຝຣັ່ງ ແລະ ເຢຍລະມັນ ຈັດຕັ້ງກອງປະຊຸມສຸດຍອດຂອງກຸ່ມ 4 ປະເທດ Normandy ໃນໄລຍະຈະມາເຖິງ “ເພື່ອບັນລຸໄດ້ໝາກຜົນຢ່າງລະອຽດ”. ໃນຂົງເຂດເສດຖະກິດ, G7 ສະໜັບສະໜູນ “ການຄ້າທົ່ວໂລກເປີດປະຕູ ແລະ ຍຸຕິທຳ, ແລະ ຄວາມເປັນປົກກະຕິຂອງພື້ນຖານເສດຖະກິດໂລກ”…ໄປຄຽງຄູ່ກັນນັ້ນ, ບັນດາການພົບປະເຈລະຈາ 2 ຝ່າຍ ກໍ່ເຮັດໃຫ້ຫລຸດຜ່ອນຄວາມເຄັ່ງຕຶງພາຍໃນກຸ່ມ G7 ໄດ້ສ່ວນໃດສ່ວນໜຶ່ງ, ຄື ຝຣັ່ງ ແລະ ອາເມລິກາ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບການຈັດວາງອັດຕາພາສີສຳລັບບັນດາກຸ່ມບໍລິສັດເຕັກໂນໂລຊີໃຫຍ່, ຫຼື ອາເມລິກາ ແລະ ຍີ່ປຸ່ນ ເຫັນດີເປັນເອກະພາບໃນຫຼັກການກ່ຽວກັບບັນດາປັດໄຈຫຼັກແຫຼ່ງຂອງຂໍ້ຕົກລົງການຄ້າ.

        ໂດຍໄດ້ຮັບການສ້າງຕັ້ງມາແຕ່ປີ 1975 ຈາກບັນດາປະເທດທຶນນິຍົມຝ່າຍຕາເວັນຕົກ ເພື່ອແນໃສ່ຮັບມືຕໍ່ບັນດາວິກິດການພະລັງງານ, ໃນຫລາຍປີ G7 ໄດ້ຮັບຖືວ່າເປັນແບບຢ່າງຂອງຄວາມວັດທະນາຖາວອນ ແລະ ການບໍລິຫານທີ່ກ້າວໜ້າ. ເຖິງຢ່າງໃດກໍ່ຕາມ, G7 ໃນວັນນີ້ ບໍ່ມີຜົນສະທ້ອນຢ່າງພຽງພໍ ກໍ່ຄືເປັນຕົວແທນທີ່ດີທີ່ສຸດໃຫ້ແກ່ບັນດາຄຸນຄ່າ ເຊິ່ງ G7 ເຄີຍໄດ້ຮັບການຍ້ອງຍໍ. ເລື່ອງພຽງແຕ່ບັນລຸໄດ້ໝາກຜົນທີ່ຈຳກັດຢູ່ກອງປະຊຸມສຸດຍອດ ເຊິ່ງຫາກໍ່ສິ້ນສຸດລົງຢູ່ ຝຣັ່ງ ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນວ່າ G7 ພວມປະສົບກັບຄວາມຫຍຸ້ງຍາກກ່ຽວກັບສຽງເວົ້າລວມໃນບັນດາບັນຫາທົ່ວໂລກຄືປັດຈຸບັນ./.

ຕອບກັບ

ຂ່າວ/ບົດ​ອື່ນ