ການດັບມອດໂລກ Ebola ຕ້ອງການມີເວລາຍາວນານ

   ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ໂລກ Ebola ຂອງ​ປະ​ຊາ​ຄົມ​ໂລກ​ໄດ້​ມີ​ສັນ​ຍານ​ໃໝ່​ຂະ​ນະ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກ WHO ໄດ້ປະ​ກາດບາງ​ປະ​ເທດ​ອາ​ຟ​ະລິ​ກາຕາ​ເວັນ​ຕົກໄດ້ຫຼຸກ​ພົ້ນ​ອອກ​ຈາກໂລກ Ebola ແລະ ຢາ​ວັກ​ຊິນທົ​ດ​ລອງງວດ​ທຳ​ອິດໄດ້​ນຳ​ມາ​ເຊິ່ງ​ໝາກ​ຜົນ​ທີ່​ໜ້າ​ຊື່ນ​ຊົມ. ແຕ່​ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດນີ້, ໂລກ​ຕ້ອງ​ການ​ມີ​ແຫຼ່ງ​ກຳ​ລັງ​ຕື່ມ​ອີກ ນັບ​ທັງ​ດ້ານ​ການ​ເງິນ , ບຸກ​ຄະ​ລາ​ກອນ ແລະ ການ​ສູ້​ຮົບ​ຕ້ານ ໂລກ Ebola ນີ້ ແນ່ນອນ​ວ່າ​ຕ້ອງ​ໃຊ້​ເວ​ລາ​ຍາວ​ນານ.

ການດັບມອດໂລກ Ebola ຕ້ອງການມີເວລາຍາວນານ - ảnh 1
(ພາບປະ​ກອບ )

     ຕາມ​ແຈ້ງ​ການຫຼ້າ​ສຸດ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ WHO, ໄລ່​ຮອດ​ຈຸດ​ເວ​ລາ​ເກີດ​ກໍ​ລະ​ນີ​ຄົນ​ເຈັບ​ຕິດໂລກ Ebola ຄົນ​ທຳ​ອິດ​ເມື່ອ​ເດືອນ 3/2014 ມາ​ຮອດ​ປະ​ຈຸ​ບັນ, ໂລກ Ebola ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 4.500 ຄົ​ນ ແລະ ປະ​ຈຸ​ບັນ, ຈ​ຳ​ນວນ​ຜູ້​ຕິດ​ໂລດ​ດັ່ງ​ກ່າວ​ຢູ່​ທັງພາກ​ພື້ນ​ອາ​ຟ​ະລິ​ກາຕາ​ເວັນ​ຕົກ ໄດ້​ລື່ນ​ກາຍ​ຕົວ​ເລກ 9.200 ຄົນ ແລະ ໄດ້​ແຜ່​ລະ​ບາດ​ອອກ​ສູ່​ບັນ​ດາ​ປະ​ເທດ​ອື່ນໆ. ອັດ​ຕາ​ການ​ຕາຍ​ກໍ​ໄດ້​ເພີ່ມ​ຂຶ້ນ​ຢູ່ 3 ປະ​ເທດ​ທີ່​ຖືກ​ຖື​ວ່າ​ແຫ່ງກຳ​ເນີດ​ໂລກ​ລະ​ບາດ​ເຊັ​່ນ : ລີ​ເບ​ເຣຍ, ຊີ​ຣາ​ລີອອນ ແລະ ກີ​ເນ. ຢູ່​ອາ​ເມ​ລີ​ກາ, ເມື່ອບໍ່​ດົນ​ມານີ້, ໄດ້​ກວດ​ພົບ 2 ກໍ​ລະ​ນີຕິດ​ເຊື້ອໂລກ Ebola. ສ່ວ​ນ​ຢູ່​ແອດ​ສະ​ປາຍ ຊຶ່ງ​ແມ່ນ​ປະ​ເທດ​ທຳ​ອິດ​ຢູ່​ເອີ​ລົບ ກໍ​ໄດ້​ຍອມ​ຮັບ​ມີ​ກໍ​ລະ​ນີ​ຄົນ​ເຈັບ​ຕິດໂລກ Ebola ແລະ ປະ​ເທດນີ້ ກໍ​ພວມ​ຮີບ​ຮ້ອນກວດ​ສຸ​ຂະ​ພາບ​ບັນ​ດາ​ຜູ້​ທີ່​ຖືກ​ລະ​ແວງ​ສົງ​ໄສ​ຕິດໂລກ Ebola.

    ບັນ​ດາ​ສັນ​ຍານ​ທີ່​ໜ້າ​ຊື່ນ​ຊົມ​ທຳ​ອິດ

  ໃນ​ຂະ​ນະ​ດຽວ​ກັນ, ບັນ​ດາ​ສັນ​ຍານໃໝ່ກ່ຽວ​ກັບ​ການ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາ​ດນີ້​ໄດ້​ມີ​ຂຶ້ນ, ເມ​ື່ອ​ຢາ​ວັກ​ຊິນ​ປິນ​ປົວໂລກ Ebola VSV – EBOV ໂດຍ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ກາ​ນາ​ດາ ຜະ​ລິດ​ໄດ້​ຖືກ​ນຳ​ມາ​ທົດ​ລອງ​ປິນ​ປົວ​ສຳ​ລັບ​ຄົນ, ອັນ​ໄດ້​ນຳ​ມາ​ເຊິ່ງ​ຄວາມ​ປາ​ຖະ​ໜາ​ທີ່​ໜ້າ​ຊື່ນ​ຊົມ. ຢາ​ວັກ​ຊິນບັນ​ດາກວດ​ທຳ​ອິດໃນ​ຈຳ​ນວນ 800 ກວດ​ທີ່​ໃຊ້​ທົດ​ລອງ​ຂອງ​ກາ​ນາ​ດານີ້, ປະ​ຈຸ​ບັນ​ໄດ້​ຖືກ​ສົ່ງ​ໄປ​ຍັງ​ອົງ​ການ​ອະ​ນາ​ໄມ​ໂລກ WHO ຢູ່​ເຊີ​ແນວ ແລະ ປາ​ຖະ​ໜາ​ວ່າ ແຕ່ນີ້​ຮອດ​ທ້າຍ​ປີ, ໂລກ​ຈະ​ມີ ຢາ​ວັກ​ຊິນ​ເພື່ອປິນ​ປົວໂລກ Ebola. ໃນ​ຂະ​ນະ​ນັ້ນ, ບາງ​ປະ​ເທດ​ອື່ນ​ຄື : ລັດ​ເຊຍ, ໄທ ກໍ​ໄດ້​ປະ​ກາດ​ສາ​ມາດ​ຜະ​ລິດ ຢາ​ວັກ​ຊິນ​ໃໝ່​ເພື່ອປ້ອງ​ກັນ ແລະ ຕ້ານໂລກ Ebolaໃນ 2-3 ເດືອນ​ຂ້າງ​ໜ້າ. ວັນ​ທີ 20/10, ອົງ​ການ​ອະ​ນາ​ໄມ​ໂລກ WHO ໄດ້ປະ​ກາດ ນີ​ເຢ​ເຣຍ ​ ຫຼຸກ​ພົ້ນ​ອອກ​ຈາກໂລກ Ebola . ກ່ອນ​ໜ້ານັ້ນ, ເຊ​ເນ​ການ ກໍ​ແມ່ນ​ປະ​ເທດ​ທຳ​ອິດໄດ້​ຮັບ​ການ​ເລືອກ​ເຟັ້ນ ຍ້ອນ​ບໍ່​ມີ​ກໍ​ລະ​ນີ​ຕິດໂລກ Ebola ຄົນ​ໃໝ່​ໃນ​ຮອບ​ເວ​ລາ 42 ວັນ ນັບ​ຕັ້ງ​ແຕ່​ວັນ​ທີ 18/10. ໃນ​ຂະ​ນະ​ນັ້ນ, ຢູ່ແອດ​ສະ​ປາຍ, ສຸ​ຂະ​ພາບ​ຂອງ​ຜູ້​ຕິດໂລກ Ebola ຄົນ​ທຳ​ອິດ ສືບ​ຕໍ່​ດີ​ຂຶ້ນ. ກໍ​ເຊັ່ນ​ດຽວ​ກັນ​ຢູ່​ອາ​ເມ​ລິ​ກາ, ອາ​ການ​ສຸ​ຂະ​ພາບ​ຂອງ​ນາງ​ພະ​ຍາ​ບານ​ຊາວ​ອາ​ເມ​ລິ​ກາ​ເຊື້ອ​ຊາດ​ຫວຽດ​ນາມ ກ​ໍ​ມີ​ສັນ​ຍານ​ທີ່​ໜ້າ​ຊື່ນ​ຊົມ.

    ໂລກ​ມາ​ນະພະ​ຍາ​ຍາມ​ຮັບ​ມື​ກັບ​ໂລກ Ebola

  ນັບ​ແຕ່​ເວ​ລາ​ໂລກ​ລະ​ບາດ​ລະ​ເບີດ​ຂຶ້ນ, ປະ​ຊາ​ຄົມ​ໂລກ ຊຶ່ງ​ນຳ​ໜ້າ​ແມ່ນ​ອັງ​ກິດ, ອາ​ເມ​ລິ​ກາ ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼາຍ​ຢ່າງ​ໃນ​ການ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ເກີດ​ໂລກ​ລະ​ບາດ ກໍ​ຄື​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ມັນ, ແຕ່​ໝາກ​ຜົນ​ກໍ​ບໍ່ບັນ​ລຸ​ດັ່ງ​ຄວາມ​ຫວັງດ້ວຍ​ບັນ​ດາ​ກໍ​ລະ​ນີ​ຄົນ​ເຈັບ​ຕິດໂລກ Ebola​ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ. ຍ​້ອນ​ເຫດນີ້​ເອງ, ໃນ​ປະ​ຈຸ​ບັ​ນ, ບັນ​ດາ​ມາດ​ຕະ​ການ​ສະ​ກັດກັ້ນໂລກ​ລະ​ບາດນີ້ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຮີບ​ດ່ວຍ​ຍິ່ງກວ່າ​ເວ​ລາ​ໃດ​ໝົດ​ຈາກ​ປະ​ຊາ​ຄົມ​ໂລກ.

   ພ້ອມ​ກັບ​ການ​ຄວບ​ຄຸມ​ບັນ​ດາ​ສະ​ຖານ​ທີ່​ເກີດ​ໂລກ​ລະ​ບາດ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ, ບັນ​ດາ​ປະ​ເທດ​ຍັງ​ໝັ້ນ​ໝາຍຈັດ​ສົ່ງກຳ​ລັງ​ພາ​ລະ​ກອນ​ການ​ແພດ​ໄປ​ໜູນ​ຊ່ວຍ​ແກ່​ເຂດ​ເກີດໂລກ Ebola, ພ້ອມ​ທັງ​ຂຶ້ນ​ແຜນ​ການ​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ລະ​ບົບ​ສະ​ໜາມ​ບິນ, ທ່າ​ກຳ​ປັ່ນ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງໂລກ Ebola.

    ຫັນ​ບັນ​ດາ ຄຳ​ໝັ້ນ​ສັນ​ຍາ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ ແລະ ມະ​ນຸດ​ສະ​ທຳ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

   ຕາມ​ຂໍ້​ສັງ​ເກດ​ຂອງ ອົງ​ການ​ອະ​ນາ​ໄມ​ໂລກ WHO , ຈະ​ຕ້ອງ​ໃຊ້​ເວ​ລາຫຼາຍ​ອາ​ທິດ, ຊ້ຳບໍ​ໜຳແມ່ນຫຼາຍ​ເດືອນ​ເພື່ອ​​ດັບ​ມອດໂລກ Ebola​ໄດ້. ໃນ​ຈຸດ​ເວ​ລານີ້, ສິ່ງສຳ​ຄັນ​ແມ່ນ​ຕ້ອງ​ສະ​ກັດກັ້ນ​ການ​ແຜ່​ລະ​ບາດ​ຂອງ ໂລກ Ebola​ອອກ​ສູ່​ປະ​ເທດ​ອື່ນໆ. ແຕ່​ເພື່ອ​ເຮັດ​ໄດ້​ສິ່ງ​ດັ່ງ​ກ່າວ, ໂລກ​ຕ້ອງ​ການ​ມີ​ແຫຼ່ງ​ກຳ​ລັງຫຼາຍ​ຕື່ມ​ອີກ, ໃນ​ນັ້ນ​ມີ​ແຫຼ່ງ​ການ​ເງິນ. ໃນ​ເນື້ອ​ໃນ​ຂອງ “ ຈົດ​ໝາຍ​ສົ່ງ​ເຖິງ​ໂລກ ” , ປະ​ທາ​ນາ​ທິ​ບໍ​ດີ ລີ​ເບ​ເຣຍ Sirleaf ໄດ້​ກ່າວ​ເຕືອນ​ວ່າ ໂລກ Ebola ຢູ່ ​ອາ​ຟ​ະລິ​ກາຕາ​ເວັນ​ຕົກ ບໍ່​ພຽງ​ແຕ່​ແມ່ນ​ວິ​ກິດ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ເທົ່າ​ນັ້ນ, ຫາກ​ຍັງ​ກໍ່​ໃຫ້​ເກີດ​ໄພ​ພິ​ບັດ​ເສດ​ຖະ​ກິດ, ແລະ ໄພ​ອັນ​ຕະ​ລາຍ​ອື່ນໆ. ປະ​ທາ​ນາ​ທິ​ບໍ​ດີ ລີ​ເບ​ເຣຍ Sirleaf ເນັ້ນ​ໜັກ​ວ່າ ໂລກ​ລະ​ບາດນີ້ ບໍ່​ມີ​ພົມ​ແດນ ແລະ ປະ​ຊາ​ຄົມ​ໂລກ​ຕ້ອງ​ມີ​ການ​ກະ​ທຳ​ຢ່າງ​ແທດ​ຈິງ, ຊ້ຳ​ບໍ​ໜຳ ຖ້າ​ຫາກ​ລັ່ງ​ເລ​ໃຈ​ໃນ​ການ​ປະ​ກອບ​ການ​ເງິນຫຼື​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ ແມ່ນອດ​ຈະ​ເຮັດ​ໃຫ້ ໂລກ Ebola ກາຍ​ເປັນ​ມະ​ຫັນ​ຕະ​ໄພ​ທົ່ວ​ໂລກ

ຕອບກັບ

ຂ່າວ/ບົດ​ອື່ນ