ການຕໍ່ສູ້ສະກັດກັ້ນຂ່າວຮ້າຍທາງເຄືອຂ່າຍອິນເຕີແນັດ

(VOVWORLD) - ກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ ປະຈຸບັນ ພວມມີຫລາຍກາລະໂອກາດ, ຄວາມສະດວກ ແຕ່ກໍ່ປະສົບກັບສິ່ງທ້າທາຍບໍ່ແມ່ນຫນ້ອຍ ພິເສດ ແມ່ນໄພອັນຕະລາຍຈາກອາດຊະຍາກຳແບບໃຫມ່. ໃນນັ້ນ ຂ່າວຮ້າຍທາງອິນເຕີແນັດ ກໍ່ແມ່ນສາຍເຫດກໍ່ຜົນຮ້າຍຢ່າງແທ້ຈິງ, ເຮັດໃຫ້ດ້ານການເມືອງຂາດສະຖຽນລະພາບ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກກໍ່ຖືກຫລຸດລົງ. ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບພວມຕໍ່ສູ້ກັບອາດຊະຍາກຳແບບໃຫມ່ນີ້ຢ່າງມີປະສິດທິຜົນ.
ການຕໍ່ສູ້ສະກັດກັ້ນຂ່າວຮ້າຍທາງເຄືອຂ່າຍອິນເຕີແນັດ - ảnh 1 ພາບປະກອບ:laodong.vn

ຕາມການສະຖິຕິແລ້ວ ຫວຽດນາມ ມີ 50 ລ້ານຄົນ ນຳໃຊ້ສື່ສັງຄົມອອນລາຍ face book ຢືນອັນດັບ 7 ໃນໂລກ, ນອກນັ້ນຍັງມີຫລາຍຄົນນຳໃຊ້ສື່ສັງຄົມອອນລາຍປະເພດອື່ນອີກ. ອິນເຕີແນັດ ກາຍເປັນຊ່ອງສຳຄັນເພື່ອຮັບເອົາຂໍ້ມູນຂ່າວສານ.

ຕ້ອງຮູ້ຈັກໄດ້ອາດຊະຍາກຳທາງເຄືອຂ່າຍອິນເຕີແນັດ

ຄຽງຄູ່ກັບຄວາມສະດວກ ແລະ ມີປະໂຫຍດ, ເຄືອຂ່າຍ ອິນເຕີແນັດ ກໍ່ແມ່ນບ່ອນເພື່ອເຜີຍແຜ່ຂ່າວຮ້າຍຢ່າງສະດວກທີ່ສຸດ. ໃນ 6 ເດືອນຕົ້ນປີນີ້, ກະຊວງ ຕຳຫລວດ ໄດ້ຄົ້ນພົບ, ຈັບຕົວ ແລະ ເປີດການສືບສວນ 70 ກໍລະນີ, ໃນນັ້ນ ສ່ວນຫລາຍແມ່ນພວກສວຍໃຊ້ສື່ສັງຄົມອອນລາຍເພື່ອສ້າງຕັ້ງບັນດາກຸ່ມປະຕິການຄື: ຈ່ຽວດ້າຍຫວຽດ, ຫວຽດເຕີນ.. ສະເພາະໃນເຫດເກີດການວຸ້ນວາຍຈາລະຈົນຢູ່ ແຂວງບີ່ງທ້ວນ, ການແຫ່ຂະບວນປະທ້ວງຄັດຄ້ານຮ່າງກົດໝາຍວ່າດ້ວຍເຂດປົກຄອງພິເສດ ແລະ ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ໄລ່ຮອດຕົ້ນເດືອນມິຖຸນາປີ 2019 ມີ 127 ກໍລະນີຖືກຕັດສິນລົງໂທດຈຳຄຸກ. ອາດເວົ້າໄດ້ວ່າ ບັນດາກໍລະນີໂຄສະນາ, ປຸກປັ່ນຍຸ້ແຍ່ມະຫາຊົນທາງສື່ສັງຄົມອອນລາຍ ພວມເກີດຂຶ້ນໃນແຕ່ລະມື້, ແຕ່ລະຊົ່ວໂມງ, ເຮັດໃຫ້ຫລາຍຄົນມີຄວາມວິຕົກກັງວົນ. ພົນໂທ ບູ່ຍວັນນາມ ຮອງລັດຖະມົນຕີ ກະຊວງຕຳຫລວດຫວຽດນາມໃຫ້ຮູ້ວ່າ:

 “ອົງການທີ່ເປັນປໍລະປັກຕ່າງປະເທດໄດ້ນຳໃຊ້ອິນເຕີແນັດ ແລະ ສື່ສັງຄົມອອນລາຍ, ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອຕ້ານທຳລາຍຫວຽດນາມ. ເຫດແຫ່ຂະບວນປະທ້ວງກ່ຽວຂ້ອງເຖິງ Formosa ຢູ່ ຮ່າຕິ້ງ ແລະ ຢູ່ ບີ່ງທ້ວນ ປີກາຍນີ້ ລ້ວນແຕ່ນຳໃຊ້ ສື່ສັງຄົມອອນລາຍ ກໍຄືນຳໃຊ້ອິນເຕີແນັດເພື່ອປຸກປັ່ນຍຸແຍ່. ບັນດາອົງການປະຕິການຕ່າງປະເທດ, ອົງການກໍ່ການຮ້າຍ ກໍ່ລ້ວນແຕ່ນຳໃຊ້ອິນເຕີແນັດເພື່ອຮັບສະໝັກ, ອົບຮົມກຳລັງ,ຄວບຄຸມກວດກາ ນັບທັງບັນດາການເຄື່ອນໄຫວທຳລາຍກໍ່ລ້ວນແຕ່ນຳໃຊ້ເຄືອຂ່າຍອິນເຕີແນັດ. ນອກນັ້ນ ອາດຊະຍາກຳຄ້າຂາຍຢາເສບຕິດ, ການຄ້າມະນຸດທີ່ນຳໃຊ້ເຕັກໂນໂລຊີສູງ ແມ່ນອັນຕະລາຍແລະສັບສົນທີ່ສຸດ.”

ກົມປ້ອງກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແລະ ປ້ອງກັນຕ້ານອາດຊະຍາກຳນຳໃຊ້ເຕັກໂນໂລຊີສູງ, ສັງກັດກະຊວງຕຳຫລວດຫວຽດນາມ ໄດ້ລວບລວມໃຫ້ຮູ້ວ່າ: ປະຈຸບັນ ມີເກືອບ 2 500 ຫນ້າເວັບປະຕິການ ຕັ້ງຢູ່ຕ່າງປະເທດ ເພື່ອໂຄສະນາຕ້ານທຳລາຍພັກ, ລັດຫວຽດນາມ. ໃນນັ້ນ ມີເກືອບ 30 ຫນ້າເວັບ, ເກືອບ 200 ບັນຊີ facebook ແລະ 50 youtube ເຄື່ອນໄຫວຕ້ານທຳລາຍອຳນາດການປົກຄອງເປັນປະຈຳ. ພົນຈັດຕະວາ ຫງວຽນມີງຈິງ ຫົວຫນ້າກົມດັ່ງກ່າວ ໃຫ້ຮູ້ວ່າ:

 “ເຄືອຂ່າຍອິນເຕີແນັດ ພວມຖືກບັນດາອິດທິກຳລັງເປັນປໍລະປັກ ແລະ ອາດຊະຍາກຳນຳໃຊ້ ເພື່ອປະຕິບັດບັນດາການເຄື່ອນໄຫວລ່ວງລະເມີດຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ພິເສດແມ່ນການເຄື່ອນໄຫວໂຄສະນາຕ້ານທຳລາຍລະບອບ, ປຸກປັ່ນຍຸແຍ່, ແຫ່ຂະບວນປະທ້ວງ, ການວຸ້ນວາຍຈາລະຈົນ ປະຕິບັດການປະຕິວັດສີ, ປະຕິວັດຕາມຖະຫນົນ ເພື່ອແນໃສ່ປ່ຽນແປງລະບອບການເມືອງຢູ່ຫວຽດນາມ. ສະພາບການຂ່າວປ່ອມ, ຂ່າວຮ້າຍ, ບໍ່ຖືກຕາມຄວາມຈິງ ພວມໄດ້ເອົາລົງຢ່າງຫລວງຫລາຍທາງເຄືອຂ່າຍອິນເຕີແນັດ.”

ເພີ່ມທະວີການຕໍ່ສູ້ຢ່າງມີປະສິດທິຜົນ

ຫວຽດນາມ ພວມແມ່ນປະເທດຖືກຈັດອັນດັບທີ 20 ໃນໂລກ ຖືກບຸກໂຈມຕີດ້ວຍຊອບແວ ຮ້າຍ, ແມ່ນ 8 ໃນຈຳນວນ 10 ປະເທດແຖວຫນ້າໂລກຖືກຕິດເຊື້ອມັນແວ(Malware)

ສະເພາະໃນ 6 ເດືອນຕົ້ນປີ 2019, ບັນດາອົງການມີຫນ້າທີ່ຮັບຜິດຊອບ ໄດ້ຄົ້ນພົບມີເກືອບ 2.150 ຫນ້າເວັບ, ປະຕູຖານຂໍ້ມູນເອເລັກໂຕນິກຢູ່ພາຍໃນປະເທດ ຖືກບຸກໂຈມຕີຢຶດເອົາສິດບັນຊາ.

ໃນຈຳນວນຫນ້າເວັບນັ້ນ ມີ 8 ຫນ້າເວັບແມ່ນຂຶ້ນກັບການຄຸ້ມຄອງຂອງບັນດາອົງການລັດ.

ສູນຕິດຕາມກວດກາຄວາມປອດໄພທາງເຄືອຂ່າຍອິນເຕີແນັດແຫ່ງຊາດ ຄາດວ່າ ໃນແຕ່ລະມື້ ສືບຕໍ່ຍົກສູງກຳລັງຄວາມສາມາດແກ້ໄຂຂ່າວຮ້າຍຈາກ 100 – 300 ລ້້ານຂ່າວ ເພື່ອຈຳກັດຢ່າງສຸດຂີດເລື່ອງແຜ່ລາມຂ່າວຮ້າຍທາງສື່ສັງຄົມອອນລາຍ. ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ເນັ້ນຫນັກວ່າ:

“ບັນດາວິສາຫະກິດນຳໃຊ້ສື່ສັງຄົມອອນລາຍເຮັດທຸລະກິດຂ້າມຊາຍແດນເມື່ອເຂົ້າມາ ຫວຽດນາມ ຕ້ອງປະຕິບັດຕາມກົດໝາຍຂອງຫວຽດນາມ. ເຄື່ອງມື, ກົດໝາຍແມ່ນມີຢູ່ແລ້ວ ແຕ່ຕ້ອງມີການສົມທົບ, ການຕິດຕາມກວດກາ ເພື່ອປະຕິບັດບັນດາຂໍ້ກຳນົດຂອງກົດໝາຍຢ່າງມີປະສິດທິຜົນ”

ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ດ້ວຍການກຳນົດ ລາຍລະອຽດຫລາຍຢ່າງ ກ່ຽວກັບການຮັບປະກັນຄວາມປອດໄພທາງສັງຄົມ, ການປ້ອງກັນຄວາມສະຫງົບແຫ່ງຊາດທາງເຄືອຂ່າຍອິນເຕີແນັດ, ມີຜົນສັກສິດນັບແຕ່ວັນທີ 1 ມັງກອນປີ 2019 ເປັນຕົ້ນໄປ ກໍ່ໄດ້ສ້າງກອບກົດໝາຍຢ່າງມີປະສິດທິຜົນເພື່ອໃຫ້ບັນດາອົງການມີຫນ້າທີ່ຮັບຜິດຊອບສືບຕໍ່ເພີ່ມທະວີບັນດາມາດຕະການປະຕິບັດກົດໝາຍກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ