ການຕ່າວປີ້ນສະພາບການໃນເວທີ່ການເມືອງອີຕາລີ

ການຕ່າວປີ້ນສະພາບການໃນເວທີ່ການເມືອງອີຕາລີ - ảnh 1
ປະທານາທິບໍດີ ອີຕາລີ G.Napolitano (ເບື້ອງຊ້າຍ) ແລະ
ທ່ານນາ​ຍົກ​ລັດຖະມົນຕີ​ ອີຕາລີ Enrico Letta.(ເບື້ອງຂວາ). 
(ພາບ: AFP)

  ເລື່ອງອະດີດນາຍົກລັດຖະມົນຕີ Silvio Berlusconi ບັງເອີນປ່ຽນແປງ ຫຼັກໝັ້ນ​ໃນ​ຈຸດ​ເວລາ​ສຸດ​ທ້າຍ​ນັ້ນ, ​ໄດ້​ຊ່ວຍ​ໃຫ້​ລັດຖະບານ​ສຳພັນ​ທະ​ມິດ​ຝ່າຍ​ຊ້າຍ-ຂວາ​ຂອງ​ນາ​ຍົກ​ລັດຖະມົນຕີ​ອີ​ຕາ​ລີ Enrico Letta ຜ່ານ​ຜ່າ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​ເມື່ອ​ວັນ​ທີ 2/10 ຢູ່​ສະພາ​ສູງ ​ແລະ ສະພາ​ຕ່ຳ. ບໍ່​ພຽງ​ແຕ່​ເຊັ່ນ​ນັ້ນ, ມັນ​ຍັງ​ຊ່ວຍ​ໃຫ້​ອີ​ຕາ​ລີ​ຫຼີກ​ລ້ຽງ​ວິ​ກິດ​ການ​ໃນ​ຄະນະ​ລັດຖະບານ​ຢ່າງ​ໜັກ ​ແລະ ອາດ​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກ່ອນ​ກຳນົດ. ​ເຖິງ​ວ່າ ​ໄດ້ຫຼຸດ​ພົ້ນ ອອກຈາກ​ໄພ​ອັນຕະລາຍ​ຍຸບ​ເລີກ​ລັດຖະບານ​ກໍ​ຕາມ, ແຕ່ ທ່ານນາ​ຍົກ​ລັດຖະມົນຕີ​ອີ​ຕາ​ລີ Enrico Letta ພວມຕ້ອງ ປະເຊີນໜ້າກັບ​ບັນດາ​ສິ່ງ​ທ້າ​ທາຍ​ທາງ​ດ້ານ​ເສດຖະກິດ​ຊຶ່ງ​ຕ້ອງ​ແກ້​ໄຂ.  

    ວັນ​ແຫ່ງ​ປະຫວັດສາດ​ຂອງທ່ານນາ​ຍົກ​ລັດຖະມົນຕີ​ອີ​ຕາ​ລີ Enrico Letta  

    ກ່ອນ​ທີ່​ດຳ​ເນີນ​ການ​ປ່ອນ​ບັດ​ຢູ່​ສະພາ​ແຫ່ງ​ຊາດ​ເປັນ​ເວລາ 1 ວັນ, ອີ​ຕາ​ລີ ​ໄດ້​ຖືກ​ສັງ​ເກດ​ວ່າ ພວມ​ຢືນ​ຢູ່​ຕໍ່ໜ້າ​ໄພ​ອັນຕະລາຍ​ເກີດ​ວິ​ກິດ​ການ​ການ​ເມືອງ ພາຍຫຼັງ​ທີ່​ພັກ​ປະຊາຊົນ​ເສລີ PDL ກາງ​ຂວາ​ຂອງອະດີດ ນາຍົກລັດຖະມົນຕີ Silvio Berlusconi ຖອນ​ລາຍ​ຊື່​ລັດຖະມົນຕີ 5 ທ່ານ​ສັງກັດ​ພັກ​ນີ້​ອອກ​ຈາກ​ລັດຖະບານ​ສຳພັນ​ທະ​ມິດ​ກັບ​ພັກ​ປະຊາທິປະ​ໄຕ PD ກາງ​ຊ້າຍ​ຂອງ ນາ​ຍົກ​ລັດຖະມົນຕີ​ Enrico Letta.

    ​ແຕ່​ບົດ​ປາ​ໄສ ​ໄດ້​ໝັ້ນ​ໝາຍຫຼຸດຜ່ອນ​ອັດ​ຕາ​ພາສີ​ອາກອນ, ປະຕິບັດ​ບັນດາ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ ​ແລະ ຍຸຕິ​ທຳ​ໃນ​ສະພາ​ສູງ​ຂອງ​ທ່ານ ນາ​ຍົກ​ລັດຖະມົນຕີ​ອີ​ຕາ​ລີ Enrico Letta ຊຶ່ງ​ໄດ້​ຍົກ​ອອກ​ມາ​ກ່ອນ​ດຳ​ເນ​ີນການ​ປ່ອນ​ບັດ ອນັ​ໄດ້​ເຮັດ​ໃຫ້​ທ່າ​ທີ​ຂອງ ອະດີດນາຍົກລັດຖະມົນຕີ Silvio Berlusconi ຕ່າວ​ປີ້ນ​ໃນ​ທັນ​ທີ່. ຈາກ​ການ​ຄັດຄ້ານ​ລັດຖະບານ​ປະຈຸ​ບັນ, ຝ່າຍ​ຂອງ​ທ່ານ ອະດີດນາຍົກລັດຖະມົນຕີ Silvio Berlusconi ຕັດສິນ​ຫັນ​ມາສະ​ໜັບສະ​ໜູນ.

   ສະພາບ​ການ​ປ່ຽນ​ແປງ​ໂດຍບັງ​ເອີນນີ້ ​ໄດ້​ເຮັດ​ໃຫ້​ຄວາ​ມ​ເປັນ​ຫ່ວງ​ກັງວົນ​ຂອງວົງ​ການ​ນັກ​ການ​ເມືອງ​ຢູ່​ອີ​ຕາ​ລີ​ຜ່ອນຄາຍ​ລົງ.  ​ເມື່ອກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ຍາດ​ໄດ້​ໄຊຊະນະ​ຢູ່​ສະພາ​ສູງ, ນາ​ຍົກ​ລັດຖະມົນຕີ​ອີ​ຕາ​ລີ Enrico Letta ຖະ​ແຫຼ​ງວ່າ ນີ້​ແມ່ນ​ວັນ​ແຫ່ງ​ປະຫວັດສາ​ດ ​ແລ​ະ ສະພາບ​ການ​ໄດ້​ສະຫວ່າງ​ສະ​ໄຫວ​ກວ່າ​ເພື່ອ​ໃຫ້​ອີ​ຕາ​ລີ​ກ້າວ​ໄປ​ໄກ​ກ່ວາ. ກ່ອນ​ໜ້ານັ້ນ, ທ່ານນາ​ຍົກ​ລັດຖະມົນຕີ​ອີ​ຕາ​ລີ Enrico Letta ຢືນຢັນ​ວ່າ ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ຂອງ​ອີ​ຕາລີ ​ແມ່ນ​ສິ່ງ​ທີ່​ສຳຄັນ​ຕັດສິນ​ຄວາມ​ເປັນຕາ​ຍ​ເພື່ອ​ໃຫ້​​ເທດ​ນີ້ສືບ​ຕໍ່​ປະຕິບ​ັດບັນດາ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ​ແນ​ໃສ່​ຜ່ານ​ຜ່າ​ການ​ຊຸດ​ໂຊມ​ດ້ານ​ເສດຖະກິດ​ທີ່​ຖື​ວ່າ​ແມ່ນ​ແກ່ຍາວ​ທີ່​ສຸດ​ໃນ​ຮອບ 20 ປີ ທີ່​ຜ່ານ​ມາ.

  ໜ້າ​ທີ່​ຫຍຸ້ງຍາກ​ໃນ​ສະ​ເພາະ​ໜ້າ

     ພາຍຫຼັງທ່ີ່​ໄດ້ຜ່ານ​ຜ່າ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​​ຢູ່ 2 ສະພາ, ບັນຫາ​ທຳ​ອິດ ​ແລະ ມີ​ພຽງ​ອັນ​ດຽວ​ຊຶ່ງທ່ານ ນາ​ຍົກ​ລັດຖະມົນຕີ​ອີ​ຕາ​ລີ Enrico Letta ມີ​ຄວາມ​ສົນ​ໃຈ ນັ້ນ​ແມ່ນ​ເສດຖະກິດ. ສິ່ງ​ດັ່ງກ່າວ ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຟື້ນ​ຟູ​ເສດຖະກິດ​ຍາມ​ໃດ​ກໍ​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ​ການ​ນຳ​ປະ​ເທດ​ນີ້. ທ່ານ ນາ​ຍົກ​ລັດຖະມົນຕີ​ອີ​ຕາ​ລີ Enrico Letta ຊີ້​ແຈ້ງວ່າ ຈະ​ຊຸກຍູ້​ເສດຖະກິດ​ອີ​ຕາ​ລີ​ເຕີບ​ໂຕ 1% ​ໃນ​ປີ 2014 ​ແລະ ສູງ​ກ່ວາ​ໃນ​ຊຸມ​ປີ​ຕໍ່ໆ​ໄປ. ນອກ​ນັ້ນ​ທ່ານ​ຍັງ​ຍັງ​ໃຫ້​ຄຳ​ໝັ້ນສັນຍາ​ຈະ​ເຄົາລົບ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ປີ​ງົບປະມານ, ຕາມ​ນັ້ນ​ແລ້ວ ຈະ​ຮັກສາ​ລະດັບ​ຂາດດູນ​ງົບປະມານ 3% GDP ຊຶ່ງ​ແມ່ນ​ລະດັບ​ທີ່ EU ວາງ​ອອກ​ໃຫ້​ແກ່​ບັນດາ​ປະ​ເທດ​ພາຄີ.

    ຈຸດໝາຍ​ນີ້​ແມ່ນ​ມີ​ພື້​​ນຖານ ຂະນະ​ທີ່​ຕາມ​ບົດ​ລາຍ​ງານ​ຕົ້ນ​ເດືອນ 8 ທີ່​ຜ່ານ​ມາ​ຂອງ​ອົງການ​ສະ​ຖີຕິ​ແຫ່ງ​ຊາດອີ​ຕາ​ລີ ISTAT ​ແລ້ວ, ​ໄດ້​ປະກົດ​ມີ​ສັນຍານ​ຕັ້ງໜ້າ​ສົມຄວນ​ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ລະດັບ​ຊຸດ​ໂຊມ​ຂອງ​ປະ​ເທດ​ນີ້​ພວມ​ຄ່ອຍໆ​ຊ້າ​ລົງ. ນັກ​ຊ່ຽວຊານ​ບາງ​ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ໃນ​ໄຕ​ມາດ​ທີ 4 ປີ 2013, ພື້ນຖານ​ເສດຖະກິດ​ອີ​ຕາ​ລີ​ອາດ​ຈະ​ເລີ່​ມຟື້ນ​ຕົວ​ຄືນ.

    ​ແຕ່​ລັດຖະບານ​ຂອງ ນາ​ຍົກ​ລັດຖະມົນຕີ​ Enrico Letta ບໍ່​ບັນລຸ​ຈຸດໝາຍ​ດັ່ງກ່າວ​ຢ່າງ​ງ່າ​ຍດາຍ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາວ​ະພື້ນຖານ​ເສດຖະກິດ​ອີ​ຕາ​ລີ​ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. GDP ​ໃນ​ໄຕ​ມາດ 2/2013 ຫຼຸດ​ລົງ 0,3%​ ເມື່ອທຽບ​ໃສ່​ໄຕ​ມາດ​ກ່ອນ ​ແລະ ​ແມ່ນ​ໄຕ​ມາດ​ບັນລຸ​ລະດັບ​ເຕີບ​​ໂຕ​ທາງ​ລົບ​ທີ 8 ຢ່າງ​ລຽນຕິດ. ອີ​ຕາ​ລີ​ຍັງ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ລະດັບ​ໜີ້​ສາທາລະນະ​ສູງ​ສຸດ​ໃນ​ເອີ​ລົບ. ບັນດາ​ການ​ຄາດ​ຄະ​ເນ​ຄັ້ງ​ຫຼ້າ​ສຸດ ​ໄດ້​ສະ​ແດງ​ໃຫ້​ເຫ​ັນວ່າ ລະດັບໜີ້​ສາທາລະນະຂອງ​ປະ​ເທດ​ນີ້​ໃນ​ປີ​ນີ້​ອາດ​ຈະ​ລື່ນ​ກາຍ 2.000 ຕື້​ເອີ​ໂຣ, ກວມ​ເອົາ 132,9% GDP, ສູງ​ກ່ວາ​ຫຼາຍ​ເມື່ອ​ທຽບ​ໃສ່​ລະດັບ 127% GDP ຂອງ​ປີ 2012.

   ​ເສດຖະກິດ​ຊັກ​ຊ້າ​ ​ໄດ້​ເຮັດ​ໃຫ້​ສະພາບ​ວ່າງ​ງານ​ເພີ່ມ​ຂຶ້ນ. ຕາມ​ຕົວ​ເລກ​ຈາກ ອົງການ​ສະ​ຖີຕິ​ແຫ່ງ​ຊາດອີ​ຕາ​ລີ ISTAT ​ແລ້ວ, ​ໃນ​ເດືອນ 8/2013, ອັດຕາ​ການ​ວ່າງ​ງານ​ພວມ​ຢູ່​ໃນ​ລະດັບ​ສູງ 12,2% ​ເມື່ອ​ທຽບ​ໃສ່ 12,1%ຂອງ​ເດືອນ 7/2013.

     ​ໂດຍ​ແມ່ນ​ປະ​ເທດ​ໃຫຍ່​ອັນ​ດັບ 3 ​ໃນ​ພາກ​ພື້ນ​ໃຊ້​ເງິນ​​ເອີ​ໂຣລວມ Eurozone , ທຸກ​ການ​ຜັນ​ແປ​ຢູ່​ອີ​ຕາ​ລີ​ລ້ວນ​ແຕ່​ສົ່ງ​ຜົນ​ສະທ້ອນບໍ່​ໜ້ອຍ​ເຖິງ​ທົ່ວ​ພາກ​ພື້ນ. ​ເລື່ອງລັດຖະບານ​ສຳພັນ​ທະ​ມິດ​ຝ່າຍ​ຊ້າຍ-ຂວາ​ຂອງ​ນາ​ຍົກ​ລັດຖະມົນຕີ​ອີ​ຕາ​ລີ Enrico Letta ຜ່ານ​ຜ່າ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈຢູ່​ສະພາ​ແຫ່ງ​ຊາດ ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ສຳພັນ​ທະ​ມິດ​ນີ້​ສືບ​ຕໍ່​ພະຍາຍາມ​ຟື້ນ​ຟູູ​ເສດຖະກິດ ພາຍຫຼັງ​ຖືກ​ຊຸດ​ໂຊມ​ມາ​ເປັນ​ເວລາ 2 ປີ ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ