ການທູດປະກອບສ່ວນສ້າງສາ, ພັດທະນາ ແລະ ນຳປະເທດຊາດເຊື່ອມໂຍງແບບຍືນຍົງ

(VOVWORLD) -ໃນຕະຫຼອດເວລາ 77 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກ, ເສີມຂະຫຍາຍມູນເຊື້ອການທູດທີ່ມີການພົວພັນກັນຢ່າງສັນຕິພາບ ແລະ ສະໜິດສະໜົມນຳກັນ
ການທູດປະກອບສ່ວນສ້າງສາ, ພັດທະນາ ແລະ ນຳປະເທດຊາດເຊື່ອມໂຍງແບບຍືນຍົງ - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ
(ພາບ: baoquocte.vn)

ວັນທີ 28 ສິງຫາ 1945, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ພ້ອມກັບການກຳເນີດເກີດຂຶ້ນຂອງລັດຖະບານຊົ່ວຄາວປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ໂດຍປະທານ ໂຮ່ຈີມິນ ເປັນປະທານລັດຖະບານຊົ່ວຄາວ ທັງເປັນລັດຖະມົນຕີການຕ່າງປະເທດ. ໃນຕະຫຼອດເວລາ 77 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກ, ເສີມຂະຫຍາຍມູນເຊື້ອການທູດທີ່ມີການພົວພັນກັນຢ່າງສັນຕິພາບ ແລະ ສະໜິດສະໜົມນຳກັນ, ແຕ່ຄວາມອົງອາດກ້າຫານຂອງຊາດ ແລະ ແນວຄິດການທູດ ໂຮ່ຈີມິນ, ການທູດ ຫວຽດນາມ ໄດ້ຮັບການພັດທະນາຢ່າງຮອບດ້ານ, ໝັ້ນຄົງເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການປະຕິວັດຂອງຊາດ.

ຮັບໃຊ້ພາລະກິດປົດປ່ອຍຊາດ, ພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດ

        ພາຍໃຕ້ການນຳພາ ແລະ ຝຶກຝົນຫຼໍ່ຫຼອມຂອງພັກ ແລະ ປະທານໂຮ່ຈີມິນ, ການທູດແມ່ນສະໜາມຮົບຍຸດທະສາດໃນສົງຄາມຕໍ່ຕ້ານ 2 ຄັ້ງ ແລະ ການສ້າງສາປະເທດຊາດ. ດ້ວຍບັນດາລັດຖະນະໂຍບາຍກົນລະຍຸດ ແລະ ສະຫຼາດຄ່ອງແຄ້ວ, ການທູດໄດ້ປະກອບສ່ວນສຳຄັນເຂົ້າໃນການປົກປ້ອງອຳນາດການປົກຄອງປະຕິວັດ ແລະ ປະຊາຊົນ ພາຍຫຼັງການປະຕິວັດເດືອນ ສິງຫາ. ໄປພ້ອມກັບສະໜາມຮົບດ້ານການເມືອງ, ການທະຫານ, ເສດຖະກິດ, ວັດທະນະທຳ… “ທັງຕີ, ທັງເຮັດ”, “ເປັນເພື່ອນກັບທຸກປະເທດປະຊາທິປະໄຕ ແລະ ບໍ່ກໍ່ອາຄາດກັບຜູ້ໃດ”, ສະໜາມຮົບການທູດສາມາດຍາດແຍ່ງໄດ້ການສະໜັບສະໜູນ, ການຊ່ວຍເຫຼືອຢ່າງໃຫຍ່ຫຼວງຂອງບັນດາກຳລັງກ້າວໜ້າ ແລະ ປະຊາຊົນໃນທົ່ວໂລກ ທີ່ມີຕໍ່ພາລະກິດແຫ່ງການປະຕິວັດອັນຊອບທຳຂອງປະຊາຊົນ ຫວຽດນາມ, ສ້າງໄຊຊະນະປະຫວັດສາດໃຫ້ແກ່ຊາດ. ພາຍຫຼັງໂຮມປະເທດຊາດເປັນເອກະພາບ, ການທູດແມ່ນສະໜາມຮົບສ້າງທິດທາງ, ເປີດທາງທຳລາຍທ່າຂວ້ຳບາດ, ປິດລ້ອມເທື່ອລະກ້າວ, ສ້າງການພົວພັນກັບຫຼາຍຄູ່ຮ່ວມມື, ເປີດໜ້າໃໝ່ໃຫ້ແກ່ການພັດທະນາປະເທດຊາດ.

        ໃນໄລຍະ 35 ປີແຫ່ງການປ່ຽນແປງໃໝ່, ສືບທອດ ແລະ ໝູນໃຊ້ແນວຄິດການທູດ ໂຮ່ຈີມິນ, ປະຕິບັດແນວທາງເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງສະເໝີຕົ້ນສະເໝີປາຍ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ມາຮອດປະຈຸບັນ, ຫວຽດນາມ ມີການພົວພັນທາງການທູດກັບ 190 ປະເທດໃນໂລກ, ໃນນັ້ນ, ມີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານກັບ 30 ປະເທດ; ມີການພົວພັນເສດຖະກິດກັບກວ່າ 230 ປະເທດ, ເຂດແຄ້ວນ; ລົງນາມສັນຍາການຄ້າເສລີ (FTA) 15 ສະບັບ, ໃນນັ້ນ, ມີບັນດາ FTA ລຸ້ນໃໝ່; ແມ່ນສະມາຊິກທີ່ມີຄວາມຕັ້ງໜ້າຂອງກວ່າ 70 ອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍສຳຄັນ… ໃນໄລຍະປະສົບກັບຄວາມຫຍຸ້ງຍາກຂອງໂລກລະບາດໂຄວິດ-19, ການທູດສາທາລະນະສຸກ ແລະ ການທູດວັກຊິນ ໄດ້ປະກອບສ່ວນສຳຄັນເຂົ້າໃນການປະຕິບັດຍຸດທະສາດວັກຊິນປະສົບຜົນສຳເລັດ, ສ້າງປະຖົມປັດໃຈຕັດສິນເພື່ອໃຫ້ປະເທດ ຫວຽດນາມ ຫັນໄປສູ່ການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ແລະ ບືນຕົວຂຶ້ນພາຍຫຼັງໂລກລະບາດ. ການທູດວັດທະນະທຳ, ຂໍ້ມູນຂ່າວຕ່າງປະເທດໄດ້ປະກອບສ່ວນໂຄສະນາພາບພົດປະເທດຊາດ, ຊາວ ຫວຽດນາມ, ບັນດາຜົນງານແຫ່ງການປ່ຽນແປງໃໝ່ ແລະ ສີສັນວັດທະນະທຳ ຫວຽດນາມ ອອກສູ່ໂລກຢ່າງແຮງ.

ສ້າງຂະແໜງການທູດຮອບດ້ານ, ທັນສະໄໝເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ

        ພາຍໃຕ້ແສງສະຫວ່າງຂອງແນວທາງການຕ່າງປະເທດ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຕິດພັນກັບການປະຕິບັດແຜນຍະໂຍບາຍ “ສ້າງພື້ນຖານການຕ່າງປະເທດຮອບດ້ານ, ທັນສະໄໝ, ດ້ວຍ 3 ເສົາຄ້ຳແມ່ນ ການທູດພັກ, ການທູດລັດ ແລະ ການທູດປະຊາຊົນ”. ແມ່ນກຳລັງຫຼັກແຫຼ່ງໃນສະໜາມຮົບການຕ່າງປະເທດຂອງຊາດ, ຂະແໜງການທູດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບການທູດພັກ, ການທູດປະຊາຊົນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ - ສັງຄົມ ເພື່ອຜັນຂະຫຍາຍໜ້າທີ່ການພົວພັນຕ່າງປະເທດຢ່າງຄົບຊຸດ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ. ໃນນັ້ນ, ຈຸດສຸມແມ່ນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ໄປພ້ອມກັບຄວາມເດັດດ່ຽວຢຶດໝັ້ນປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ; ພ້ອມທັງເປີດກວ້າງ ແລະ ເຮັດໃຫ້ການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມືສຳຄັນ ແລະ ເພື່ອນມິດສາກົນທີ່ເປັນມູນເຊື້ອໃຫ້ເລິກເຊິ່ງຂຶ້ນຕື່ມ, ຍາດແຍ່ງບັນດາປັດໃຈສາກົນສະດວກໃຫ້ໄດ້ຢ່າງສຸດຂີດ, “ຖືປະຊາຊົນ, ທ້ອງຖິ່ນ ແລະ ວິສາຫະກິດເປັນໃຈກາງຮັບໃຊ້; ເສີມຂະຫຍາຍບົດບາດຂອງ ຫວຽດນາມ ຢູ່ກົນໄກຫຼາຍຝ່າຍສຳຄັນ ເພື່ອຍົກສູງບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງໃນເວທີສາກົນຂອງ ຫວຽດນາມ ກວ່າອີກ”.

        ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງສະພາບການ, ໜ້າທີ່ໃນໄລຍະໃໝ່, ຄວນສ້າງຂະແໜງການທູດໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ຮອບດ້ານ, ທັນສະໄໝ. ຄືດັ່ງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢືນຢັນທີ່ກອງປະຊຸມພົວພັນຕ່າງປະເທດທົ່ວປະເທດ, “ເປັນນັກການທູດ, ນັກເຄື່ອນໄຫວທາງການທູດເກັ່ງ ກ່ອນອື່ນໝົດຕ້ອງເປັນນັກການເມືອງເກັ່ງ, ສິ່ງສຳຄັນແມ່ນ ຕ້ອງສ້າງຖັນແຖວພະນັກງານການທູດ. ຍາມໃດກໍ່ຮັບໃຊ້ປະເທດຊາດ, ປະຊາຊົນຢ່າງສຸດໃຈ…”. ຢາກເຮັດສິ່ງດັ່ງກ່າວນັ້ນໄດ້, ຕ້ອງເພີ່ມທະວີການກໍ່ສ້າງ, ປັບປຸງພັກ, ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານ ໂຮ່ຈີມິນ, ບຳລຸງກໍ່ສ້າງພະນັກງານການທູດ ນັບທັງດ້ານຄຸນທາດການເມືອງ ພ້ອມກັບລະດັບຄວາມຮູ້, ກຳລັງຄວາມສາມາດກວ່າອີກ.

        ຫວນຄືນໄລຍະ 77 ປີຜ່ານມາ, ພະນັກງານການທູດລຸ້ນຕ່າງໆ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ປະທານ ໂຮ່ຈີມິນ ທີ່ຍິ່ງໃຫຍ່, ຜູ້ກໍ່ຕັ້ງ ແລະ ສ້າງມໍລະດົກແນວຄິດທາງການທູດທີ່ເປັນເອກະລັກສະເພາະ ແລະ ລ້ຳຄ່າໃຫ້ພື້ນຖານການທູດ ຫວຽດນາມ. ພາຍໃຕ້ການນຳພາຂອງພັກ ທົ່ວຂະແໜງການທູດ ຕັດສິນໃຈສ້າງຂະແໜງການທູດ ຫວຽດນາມ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຮອບດ້ານ, ທັນສະໄໝ, ປະກອບສ່ວນຢ່າງເໝາະສົມເຂົ້າໃນການປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ