ການທົດສອບສຳລັບທ່ານນາງນາຍົກລັດຖະມົນຕີໄທ ຍິງຣັກ ຊິນນະວັດ


ການທົດສອບສຳລັບທ່ານນາງນາຍົກລັດຖະມົນຕີໄທ ຍິງຣັກ ຊິນນະວັດ - ảnh 1
ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງຣັກ ຊິນນະ​ວັດ
(ພາບ: ອິນເຕີແນດ)

​(vovworld) – ປະ​ເທດ​ໄທ​ ສືບ​ຕໍ່​ຕົກ​ເຂົ້າ​ສູ່​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢ່າງ​ຮ້າຍ​ແຮງ, ​ໃນ​ຂະນະ​ທີ່​ຫຼາຍ​ມື້​ຜ່ານ​ມາ, ການ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ທັງ​ຝ່າຍ​ສະໜັບສະໜູນ ​ແລະ ຝ່າຍຕ້ານ​ລັດຖະບານ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ຂະໜາດ​ໃຫຍ່​ສຸດ​ນັບ​ແຕ່​ປີ 2010. ຫາງ​ສຽງ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​​ລັດຖະບານ​ກຳ​ອຳນາດ​ໄທ. ​ແຕ່ດ້ວຍ​ອິດ​ທິພົນ​ຊື່​ສຽງ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃນ 2 ປີຜ່ານມາ, ​ໃນ​ຖານະ​​ແມ່ນ​ການ​ນຳ​ທີ່​ຄ່ອງ​ແຄ້ວ, ສະຫງ່ຽມ​ຄ່ຽມຄົມ​ນັ້ນ, ທ່ານ​ນາງ​ນາຍົກລັດຖະມົນຕີ​ ຍິງຣັກ ຊິນນະ​ວັດ ສາມາດ​ນຳພາ​ປະ​ເທດ ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກສະພາບ​ຂາດ​ສະຖຽນ​ລະ​ພາບ ​ແລະ ການ​ປະ​ທະ​ກັນ​ຄັ້ງ​ໃໝ່​ໄດ້​ຫຼື​ບໍ່. ​ແອ໋ງຮ່ຽນ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ມີ​ບົດ​ວິຈານ: “ການ​ທົດ​ສອບ​ສຳລັບ​ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງຣັກ ຊິນນະ​ວັດ“ ​ເຊີນ​ທ່ານ​ຮັບ​ຟັງ.

ວັນ​ທີ 26/11, ລັດຖະບານ​ໄທ​ ເລີ່​ມ​ດຳ​ເນີນ​ການໂຕ້​ວາທີ, ປ່ອນ​ບັດ​ບໍ່​ໄວ້​ວາງ​ໃຈ, ດ້ວຍ​ການ​ຊັກ​ຖາມ​ຂອງ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຝ່າຍ​ຄ້ານ 20 ທ່ານ. ການ​ປ່ອນ​ບັດ​ບໍ່​ໄວ້​ວາງ​ໃຈຄັ້ງນີ້, ພ້ອມ​ກັບ​ໃບ​ສະ​ເໜີ​ໄຈ້​ແຍກ​ໂທດ​ຂອງ​ທ່ານນາຍົກລັດຖະມົນຕີ ​ແລະ ບັນດາ​ສະມາຊິກ​ໃນ​ລັດຖະບານນັ້ນ ​ໄດ້​ເປັນ​ຄວາມດັນ​ເຊິ່ງຝ່າຍ​ຄ້ານ​ຍົກ​ອອກ​ມາ ​ເພື່ອ​ແນ​ໃສ່​ໂຄ່ນ​ລົ້ມ​ລັດຖະບານ​ຂອງທ່ານ​ນາງ​ນາຍົກລັດຖະມົນຕີ​ ຍິງຣັກ ຊິນນະ​ວັດ

ສາຍ​ເຫດ ​ແລະ ການ​ແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງ​ໃນ​ສັງຄົມ​ໄທ

ວິ​ກິດ​ການ​ການ​ເມືອງ​ຄັ້ງ​ຫຼ້າ​ສຸດ​ຢູ່​ໄທ​ ແມ່ນ​​ເລີ່​ມ​ມາ​ຈາກ​ເຫດການທ່ານ​ນາງ​ນາຍົກລັດຖະມົນຕີ​ ຍິງຣັກ ຊິນນະ​ວັດ ຊອກ​ຫາ​ວິທີ​ຮັບຮອງ​ຮ່າງ​ກົດໝາຍ​ອະ​ໄພ​ຍະ​ໂທດ, ​ເຊິ່ງ​ແມ່ນ​ຮ່າງ​ກົດໝາຍ​ທີ່​ຖືກ​ຖື​ວ່າ​ ມີ​ຄວາມ​ສະດຸ​້ງ​ໄວທີ່​ສຸດ​ສຳລັບ​ຝ່າຍ​ຄ້ານ. ຝ່າຍ​ຄ້ານ​ຖື​ວ່າ, ຮ່າງ​ກົດໝາຍ​ນີ້​ຖືກ​ຍົກ​ອອກ​ມາ ​ແມ່ນ​ຄວາມ​ມານະ​ພະຍາຍາມ​ຂອງທ່ານ​ນາງ​ນາຍົກລັດຖະມົນຕີ​ ຍິງຣັກ ຊິນນະ​ວັດ  ​ເພື່ອ​“ລົບ​ລ້າງ​​ໂທດ“ ​ໃຫ້​ແກ່​ອ້າຍ​ຄີງຂອງ​ຕົນ​ແມ່ນ​ອະດີດນາຍົກລັດຖະມົນຕີ​ໄທ ທັກສິນ ຊິນນະ​ວັດ, ​ແນ​ໃສ່​ອະນຸຍາດ​ໃຫ້​ທ່ານ​ຜູ້​ນີ້​ກັບ​ເມືອ​ປະ​ເທດ ພາຍຫຼັງ​ຕ້ອງ​ພັດຖີ່​ນ​ຢູ່​ຕ່າງປະ​ເທດເປັນ​ເວລາ​ຫຼາຍ​ປິ ​ເພື່ອຫຼົບ​ຫຼີກ​ການປະຕິບັດຄຳ​ຕັດ​ສິນລົງ​ໂທດຂອງ​ສານ​ແມ່ນ​ຈຳ​ຄຸກ 2 ປີ ຍ້ອນ​ໂທ​ດສໍ້​ລາດ​ບັງ​ຫຼວງ ​ເມື່ອ​ປີ 2008. ​ເຖິງ​ວ່າ​ຮ່າງ​ກົດໝາຍ​ທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ດັ່ງກ່າວ ​ໄດ້ຖືກ​ວຸດ​ທິສະພາ​ໄທ​ປະຕິ​ເສດ​ແລ້ວ​ກໍ່ຕາມ, ​ແຕ່​ມັນ​ໄດ້​ກາຍ​ເປັນ​ເຫດການ​ພາ​ໃຫ້​ຄວາມ​ຂັດ​ແຍ່ງກັນ​ໃນ​ສັງຄົມ​ໄທ​ຮ້າຍ​ແຮງ​ຍິ່ງ​ຂຶ້ນ.

ອາດ​ເຫັນ​ໄດ້​ວ່າ, ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ກ່ຽວຂ້ອງ​ເຖິງ​ທ່ານ​ ທັກສິນ ນັ້ນ, ຍັງ​ຄົງ​ແມ່ນ​ໜຶ່ງ​ໃນ​ບັນດາ​ບັນຫາ​ການ​ເມືອງ​ທີ່​ມີ​ຄວາມສະດຸ້ງ​ໄວທີ່​ສຸດ​ຢູ່​ໄທ ​ໃນ​ປະຈຸ​ບັນ. ທ່ານ​ ທັກສິນ ​ແມ່ນ​ສາຍ​ເຫດ​ຕົ້ນຕໍທີ່​​​ພາ​ໄປ​ເຖິງ​ການ​ແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງ ​ແລະ ຄວາມ​ສັບສົນ​ດ້ານ​ການ​ເມືອງຢູ່​ໄທ ​ໃນ​ຫຼາຍ​ປີຜ່ານມາ. ອະດີດ​ນາຍົກລັດຖະມົນຕີ ທັກສິນ ​ໄດ້​ຮັບ​ຄວາມ​ຮັກ​ແພງ​ຈາກ​ປະຊາຊົນ​ຜູ້​ທຸກ​ຍາກນັບ​ລ້ານ​ຄົນ ຍ້ອນ​ນະ​ໂຍບາຍ​ຂອງ​ທ່ານ, ​ແຕ່​ບໍ່​ໄດ້​ຮັບ​ຄວາມ​ເພິ່ງ​​ພໍ​ໃຈ​ຈາກ​ລາຊາ​ວົງ, ກອງທັບ ​ແລະ ຊົນ​ຊັ້ນ​ກາງ​ໃນ​ສັງຄົມ​ໄທ.

​ໃນ​ຊຸມ​ປີຜ່ານມາ, ຜູ້​ຄົນ​ທັງຫຼາຍ​ໄດ້​ເຫັນ​ປະຈັກ​ຕາ​ການ​ເຈລະຈາ​ຫຼາຍ​ຄັ້ງ​ລະຫວ່າງ​ກຳລັງ​ສະໜັບສະໜູນ​ທ່ານ ທັກສິນ (ຝ່າຍ​ເສື້ອ​ແດງ) ກັບ ຝ່າຍ​ຄັດຄ້ານ​​ (ຝ່າຍ​ເສື້ອ​ເຫຼືອງ). ການ​ປະ​ທະ​ກັນ​ເຫຼົ່າ​ນັ້ນ ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ຂາດ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ພາ​ໄປ​ເຖິງ​ການ​ປ່ຽນ​ແປງ​ອຳນາດ​ການ​ປົກຄອງ​ຢ່າງ​ຕໍ່​ເນື່ອງ, ກໍ່ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ເຖິງ​ພື້ນຖານ​ເສດຖະກິດ ກໍ່​ຄື​ຊີວິດ​ຂອງ​ປະຊາຊົນ​ຢູ່​ປະ​ເທດ​ນີ້. ​ເຖິງ​ວ່າ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຂາດ​ຂັ້ນ​ໃນ​ການ​ເລືອກ​ຕັ້ງ​ກ່ອນ​ນີ້ 2 ປີ ​ແລະ ​​ໄດ້​ນຳພາ​ປະ​ເທດໄທ​ ຜ່ານ​ໄລຍະ​ສັນຕິພາບ ​ຍາວ​ທີ່​ສຸດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ກໍ່ຕາມ, ​ແຕ່​ຍ້ອນບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ທ່ານ ທັກສິນ​ນັ້ນ​ເອງ ​ໄດ້​ກໍ່​ຜົນ​ສະທ້ອນ​ບໍ່​ດີ​ເຖິງລັດຖະບານ​ຂອງທ່ານ​ນາງ​ນາຍົກລັດຖະມົນຕີ​ ຍິງຣັກ ຊິນນະ​ວັດ .

ໄທ​ຈະ​ຕົກ​ເຂົ້າ​ສູ່​ສະພາບ​ຄື​ໃນ​ປີ 2010 ຫຼື​ບໍ?

ພັກ​ປະຊາທິປັດ​ຝ່າຍ​ຄ້ານ​ມີ​ບົດບາດ​ແກ່ນສານ​ໃນ​ການຈັດ​ຕັ້ງ​ການ​ແຫ່​ຂະ​ບວນຄັດຄ້ານ​ລັດຖະບານ​ໃນ​ປະຈຸ​ບັນ. ມາ​ຮອດ​ປະຈຸ​ບັນ, ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ຕ່າງໆ​ຍັງຄົງ​ດຳ​ເນີນ​ໄປ​ໃນ​ສັນຕິພາບ, ​ແຕ່​ຫາງ​ສຽງພັດ​ວິຕົກ​ກັງວົນ​ຕໍ່​ເລື່ອງ​ຈະ​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ​ທີ່​ນອງ​ເລືອດ​ຄື​​ເມື່ອ​ປີ 2010, ​ເຮັດ​ໃຫ້ຜູ້​ແຫ່​ຂະ​ບວນ (ຝ່າຍ​ເສື້ອ​ແດງ) ກວ່າ 90 ຄົນ ​ເສຍ​ຊີວິດຍ້ອນ​​ຄວາມ​ເຄັ່ງ​ຕຶງ​ດ້ວຍ​ການ​ປາບ​ປາມ​ຂອງ​ອຳນາດ​ການ​ປົກຄອງ ​ໂດຍ​ພັກ​ປະຊາທິປັດ ນຳພາເພີ່ມ​ຂຶ້ນ. ຕໍ່ໜ້າ​ຄວາມດັນຂອງ​ກຳລັງ​ຄັດຄ້ານ​ໃນ​ປະຈຸ​ບັນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ນັ້ນ, ດ້ານ​ໜຶ່ງ, ທ່ານ​ນາງ​ນາຍົກລັດຖະມົນຕີ​ ຍິງຣັກ ຊິນນະ​ວັດ ​ໄດ້​ຮຽກຮ້ອງ​ບັນດາ​ຜູ້​ແຫ່​ຂະ​ບວນລະງັບ​ໃຈ ​ແລະ ຢືນຢັນ​ວ່າ​ລັດຖະບານ​ຈະບໍ່​ນຳ​ໃຊ້​ກຳລັງ​ອາວຸດ ​ເພື່ອ​ຮັບ​ມື​ກັບ​ການ​ແຫ່​ຂະ​ບວນ, ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ເຈລະຈາ, ປຶກສາ​ຫາລື​ກັບ​ຝ່າຍ​ຄ້ານ ​ເພື່ອ​ແກ້​ໄຂ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຢູ່​ໄທ ໃນ​ປະຈຸ​ບັນ, ດ້ານ​ໜຶ່ງ​​ແມ່ນເດັດ​ດຽວ​ນຳ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ ​ເພື່ອ​ແນ​ໃສ່​ປາບ​ປາມ​ບັນດາ​ການ​ກະທຳ ທີ່ທຳລາຍ​ລັດຖະບານ ​ແລະ ຂົ່ມຂູ່​ເຖິງ​ຄວາມ​ສະ​ຫົງ​ບຂອງ​ຊາດ.

ການ​ທົດ​ສອບ​ສຳລັບທ່ານ​ນາງ​ນາຍົກລັດຖະມົນຕີ​ ຍິງຣັກ ຊິນນະ​ວັດ       

ບັນດາ​ຜູ້​ຊ່ຽວຊານ ​ແລະ ວົງ​ການ​ນັກ​ໄຈ້​ແຍກ​ຫຼາຍ​ທ່ານ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ການ​ເມືອງ​ຢູ່​ໃທ​ໃນ​ປະຈຸ​ບັນ, ຖ້າ​ຫາກທ່ານ​ນາງ​ນາຍົກລັດຖະມົນຕີ​ ຍິງຣັກ ຊິນນະ​ວັດ ບໍ່​ມີ​ວິທີ​ແກ້​ໄຂ​ຢ່າງ​ຄ່ອງ​ແຄ້ວ ຈະ​ເຮັດ​ໃຫ້​ລັດຖະບານ​ຂອງ​ຕົນ​ຖືກ​ໂຄ່ນ​ລົ້ມ. ​ແຕ່​ດ້ວຍ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ທ່ານ​ນາງ​ນາຍົກລັດຖະມົນຕີ​ໄດ້​ເຮັດ​​ ເພື່ອ​ນຳພາ​ປະ​ເທດໃນ​ສອງ​ປີຜ່ານມາ, ຫາງ​ສຽງ​ເຊື່ອ​ໝັ້ນ​ວ່າ, ທ່ານ​ນາງ​ຈະ​ປະສົບ​ຜົນສຳ​ເລັດ.

ຫວນ​ຄືນ​ປີ 2012, ທ່ານ​ນາງ​ນາຍົກລັດຖະມົນຕີ​ ຍິງຣັກ ຊິນນະ​ວັດ ​ໄດ້​ຜ່ານ​ຜ່າ​ການ​ປ່ອນ​ບັດ​ບໍ່​ໄວ້​ວາງ​ໃຈ​ຢູ່​ສະພາຜູ້ແທນລາຊະດອນ​ໄທ​ ​ໂດຍ​ບັນດາ ສສຊ ຝ່າຍ​ຄ້ານ​ສະ​ເໜີ ດ້ວຍ​ການ​ກ່າວ​ຫາ​ລັດຖະບານ​ບໍ່​ແກ້​ໄຂ​​ໄພ​ສໍ້​ລາດ​ບັງ​ຫຼວງ​​ໄດ້ຢ່າງ​ງ່າຍດາຍ. ປະຈຸ​ບັນ, ບັນດາ​ນັກ​ໄຈ້​ແຍກ​ຍັງ​ຄົງ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ສາມາດ​ຟື້ນ​ຟູ​ຂອງ​ທ່ານ​ນາງ​ໃນ​ຄັ້ງ​ນີ້. ນອກນັ້ນ, ​ເລື່ອງ​ພັກ​ເພື່ອ​ຊາດ​ໄທ ກຳ​ອຳນາດ​ຍັງ​ມີ​ທ່າ​ໄດ້​ປຽບ​ຢູ່​ສະພາຜູ້ແທນລາຊະດອນ ຈະ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໃຈ​ທີ່​ກີດຂວາງ​ບັນດາ​ຄວາມ​ມານະ​ພະຍາຍາມ​ກໍ່​ຄວາມບໍ່​ອຳນວຍ​ໃຫ້​ແກ່ທ່ານ​ນາງ​ນາຍົກລັດຖະມົນຕີ​ ຍິງຣັກ ຊິນນະ​ວັດ

 

ຕອບກັບ

ຂ່າວ/ບົດ​ອື່ນ