ການທູດຫວຽດນາມ: 70 ປີແຫ່ງການຍຶດໝັ້ນ ແນວທາງການຕ່າງປະເທດສັນຕິພາບ

    ກ່ອນນີ້ 70 ປີ, ໃນ​ບັນ​ຍາ​ກາດ​ການ​ປະ​ຕິ​ວັດທີ່​ຟົດ​ເດືອດ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນເດືອນ​ສິງ​ຫາ, ລັດ​ຖະ​ດຳ​ລັດ​ຂອງ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ​ເຊັນ​ເມື່ອ​ວັນ​ທີ 28/8/1945 ເພື່ອ​ສ້າງ​ຕັ້ງ​ລັດ​ຖະ​ບານ​ຊົ​່ວ​ຄາວແຫ່ງ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ ໄດ້​ໃຫ້​ສ້າງ​ຕັ້ງ​ພື້ນ​ຖານ​ການ​ທູດ​ຫວຽດ​ນາມ​ທັນ​ສະ​ໄໝ​ຢ່າງ​ເປັນ​ທາງ​ການ. 70 ປີ​ທີ່​ຜ່ານ​ມາ, ​ພ້ອມ​ກັບແນວ​ຮົບ​ອື່ນໆ, ການ​ທູດ​ໄດ້​ປະ​ກອບ​ສ່ວນ​ນຳ​ຫວຽດ​ນາມ​ຈາກ​ປະ​ເທດ​ໜຶ່ງ​ທີ່ບໍ່​ມີ​ຊື່​ໃນ​ແຜນ​ທີ່​ໂລກ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ທີ່​ຕັ້ງ​ບົດ​ບາດ​ນັບ​ມື້​ນັບ​ສູງໃນ​ເວ​ທີ​ສາ​ກົນ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ບັນ​ດາ​ເພື່ອນ​ມິດ​ໃນ​ໂລກ.   

 

ການທູດຫວຽດນາມ: 70 ປີແຫ່ງການຍຶດໝັ້ນ ແນວທາງການຕ່າງປະເທດສັນຕິພາບ - ảnh 1
ການທູດຫວຽດນາມ: 70 ປີແຫ່ງການຍຶດໝັ້ນ ແນວທາງການຕ່າງປະເທດສັນຕິພາບ

     ປະ​ຫວັດ​ສາດ​ຂອງ​ຫວຽດ​ນາມ​ແມ່ນ​ປະ​ຫວັດ​ສາດຂອງ​ການ​ຕໍ່​ຕ້ານ​​ອັນຍຶດ​ເຍື້ອຍາວ​ນານ. ໃນ​ຕະຫຼອດ​ໄລ​ຍະ 70 ປີ​ທີ່​ຜ່ານ​ມາ, ການ​ທູດ​ຫວຽດ​ນາມຍາມ​ໃດ​ກໍ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາດ. ບໍ່​ພຽງ​ແຕ່​ປົກ​ປັກ​ຮັກ​ສາ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ວັດ​ຂອງ​ລັດ​ຫວຽດ​ນາມ​ທີ່​ໜຸ່ມ​ແໜ້ນ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ສ້າງ​ກຳ​ລັງ​ສັງ​ລວມ, ນຳ​ການ​ຕໍ່​ຕ້ານ​​ອັນຍຶດ​ເຍື້ອຍາວ​ນານຂອງ​ຊາດ​ຫວຽດ​ນາມ​ ຈາກໄຊ​ຊະ​ນີ້​ໄປ​ສູ່​ໄຊ​ຊະ​ນະ​ອື່ນໆ.

     ຍຶດ​ໝັ້ນແນວ​ທາງ​ການ​ທູດ​ໂຮ່​ຈິ​ມິນ

  ນັບ​ແຕ່​ປີ 1945 ມາ​ຮອດ​ປະ​ຈຸ​ບັນ, ການ​ທູດ​ຫວຽດ​ນາມໄດ້​ຮັບ​ການກໍ່​ສ້າງ​ບົນ​ພື້ນ​ຖານ​ແນວ​ຄິດ​ຂອງ ປະ​ທານ​ໂຮ່​ຈິ​ມິນ, ໃນ​ນັ້ນ, ເນັ້ນ​ໜັກ​ເຖິງ​ນ້ຳ​ໃຈ “ຢາກ​ເປັນ​ເພື່ອນ​ກັບ​ບັນ​ດາ​ປະ​ເທດ, ບໍ່​ກໍ່​ຄວາມ​ອາ​ຄາດ​ບາດ​ໝາງ​ກັບ​ໃຜ”. ເນື້ອ​ໃນ​ທີ່​ເປັນ​ແກ່ນ​ສານ​ຂອງແນວ​ຄິດການ​ທູດ​ປະ​ທານ​ໂຮ່​ຈິ​ມິນ​ແມ່ນ​ນ້ຳ​ໃຈ​ຮັກ​ຫອມ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ກັບ​ເພື່ອ​ນມິດ​ສາ​ກົນ. ຍ້ອນ​ແນວນັ້ນ, ຫວຽດ​ນາມ​ຍາມ​ໃດ​ກໍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຄົມ​ໂລກ​ຜ່ານ​ໄລ​ຍະ​ພັດ​ທະ​ນາ​ຕ່າງໆ, ໃນ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ແຫ່ງ​ຊາດ, ກໍ​ຄື​ໃນ​ການ​ປຸກ​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ເພື່ອ​ສ້າງ​ສາ​ປະ​ເທດ​ຊາດ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ.

    ໃນ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​, ການ​ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງ​ຕາມ​ທິດ​ນຳ “ພ້ອມ​ແລ້ວ​ເປັນ​ເພື່ອນ​ກັບ​ທຸກໆ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ”, ຫວຽດ​ນາມ​ໄດ້​ກາຍ​ເປັນ​ເພື່ອນ, ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ທຸກໆ​ປະ​ເທດ ແລະ ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ໂລກ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ ຮຸ່ງ​ສ່ຽວ​ຢຸງ ໃຫ້​ຮູ້ວ່າ : 

    “ ຫວຽດ​ນາມ​ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ກວ່າ 180 ປະ​ເທດ​ເປັນ​ລ້ຳ​ດັບ, ສ້າງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ກັບ​ກວ່າ 230 ປະ​ເທດ ແລະ ເຂດ​ແຄ້ວນ, ແລະ ເປັນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ຂອງກວ່າ 70 ອົງ​ການ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ. ຫວຽດ​ນາມ​ກໍ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ​ສາ​ກົນ ແລະ ພາກ​ພື້ນ​ຄື ສະ​ຫະ​ປະ​ຊາ​ຊາ​ດ, ອົງ​ການ​ການ​ຄ້າ​ໂລກ, ເວ​ທີ່​ປາ​ໄສ​ຮ່ວມ​ມື​ອາ​ຊີ-ເອີ​ລົບ, ອາ​ຊຽນ ແລະ ໄດ້​ສວມ​ບົດ​ບາດ​ທີ່​ນັບ​ມື້​ນັບ​ສຳ​ຄັນ​ໃນ​ເວ​ທີ​ປາ​ໄສ​ເຫຼົ່າ​ນັ້ນ ”

     ກໍ​ຍ້ອນ​ໄດ້​ຍຶດ​ໝັ້ນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕີ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ, ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ເປີດ​ປະ​ຕູ, ຫັນ​ເປັນຫຼາຍ​ຮູບຫຼາຍ​ແບບ ແລະ ຫຼາຍ​ຝ່າຍ, ການ​ທູດ​ຫວຽດ​ນາມໄດ້​ປະ​ກອບ​ສ່ວນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ. ການ​ທູດ​ຫວຽດ​ນາມໄດ້​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ກັບ​ຕ​່າງ​ປະ​ເທດ. ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ 2 ທົດ​ສະ​ວັດ, ຫວຽດ​ນາມ​ໄດ້​ບັນ​ລຸ​ວົງ​ເງິນ​ສົ່ງ​ອອກ​ເກີນ​ດຸນນັບ​ແຕ່​ປີ 2012 ຫາ 2014, ສືບ​ຕໍ່​ແມ່ນ​ຈຸດ​ທີ່​ສະ​ຫ່​ວາ​ງ​ສະ​ໄຫວ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ການ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝະ​ລັ່ງ​ປະ​ຈຳ​ຫວຽດ​ນາມ Jean- Noel Poirier ຢື​ນ​ຢັນ​ວ່າ :

    “ ປະ​ຈຸ​ບັນ, ຫວຽດ​ນາມ​ໄດ້​ຮັບ​ການ​ຮັບ​ຮູ້​ວ່າ ແມ່ນ​ເສົາ​ຄ້ຳ​ແຫ່ງ​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ ແລະ ໂລກ. ຫວຽດ​ນາມ​ໄດ້​ຮັບ​ການ​ຍ້ອງ​ຍໍ​ໃນ​ທົ່ວ​ໂລກ.ບັນ​ດາ​ນັກ​ລົງ​ທຶນ​ຂອງ​ປະ​ເທດ​ຂ້າ​ພະ​ເຈົ້າ ຕ່າງກໍ​ຢືນ​ຢັນ​ວ່າ ຫວຽດ​ນາມ​ມີ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ ແລະ ຍ້ອນ​ເຫດນີ້​ເອງ ໄດ້​ເປັນ​ການ​ດຶງ​ດູດ​ເຂົາ​ເຈົ້າ​ເລືອກ​ເຟັ້ນ​ເອົາ​ຫວຽດ​ນາມ​ເປັນ​ສະ​ຖານ​ທີ່​ລົງ​ທຶນ ”

      ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ລວມ.

     ພາຍຫຼັງ 70 ປີ​ , ອາດ​ຈະ​ຢືນ​ຢັນ​ວ່າ ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ພາກ​ພື້ນ ແລະ ເວ​ທີ​ສາ​ກົນ ຍັງ​ບໍ່​ທັນ​ມີ​ຍາມ​ໃດ​ສູງ​ຄື​ໃນ​ປະ​ຈຸ​ບັນ, ຊຶ່ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ສາ​ກົນ. ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຜ່ານ​ບັນ​ດາ​ຜົນ​ງານ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ຜົນ​ງານ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ໝາຍ​ສາ​ກົນ ກໍ​ຄື​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ. ພິ​ເສດ​ປະ​ຊາ​ຄົມ​ໂລກ​ໄດ້​ຕີ​ລາ​ຄາ​ສູງ ເລື່ອງ​ຫວຽດ​ນາມ​ນຳ​ໃຊ້​ນະ​ໂຍ​ບາຍ​ການ​ທູດແຫ່ງ​ສັນ​ຕິ​ພາບ ແລະ ສະ​ໜິດ​ສະ​ໜົມ, ມາ​ນະ​ພະ​ຍາ​ຍາມ​ຮັກສາສະ​ຖຽນ​ລະ​ພາບໃນ​ພາກ​ພື້ນ​ໃນ​ສະ​ພາ​ວະ​ທີ່​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ​ມີ​ການ​ຜັນ​ແປ​ທີ່​ສັບ​ສົນຫຼາຍ​ຢ່າງ. ທ່ານ Victoria Kwakwa ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ໂລກ ຖື​ວ່າ : 

    “ ຫວຽດ​ນາມ​ໄດ້ ແລະ ພວມ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າເຂົ້າ​ໃນ​ບັນ​ດາ​ຂໍ້​ລິ​ເລີ່ມ​ຮ່ວມ​ມື​ລະ​ດັບ​ພາກ​ພື້ນ. ຫວຽດ​ນາມ​ໄດ້​ຮັກ​ສາ​ສັນ​ຕິ​ພາບ​ກັບ​ບັນ​ດ​າປ​ະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ແລະ ປະ​ຈຸ​ບັນ​ພວມ​ນຳ​ໃຊ້​ບັນ​ດາ​ກົນ​ໄກ​ສາ​ກົນ ແນ​ໃສ່​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ, ນ​ັບ​ທັງ​ບັນ​ຫາ​ທີ່​ເຄັ່ງ​ຕຶງ​ທີ່​ສຸດ ຄື​ບັນ​ຫາ​​ການຂັດ​ແຍ້ງ​ເຂດ​ນ້ຳ​ແດນ​ດິນ​ກັບ​ຈີນຢູ່​ທະ​ເລ​ຕາ​ເວັນ​ອອກ. ວິ​ທີ​ການ​ແກ້​ໄຂ​ຂອງ​ຫວຽດ​ນາມໄດ້​ຊ່ວຍ​ປິດ​ອະ​ດີດ​​ຕະ​ການ​ໃນສົງ​ຄາມ​ທີ່​ຮ້າຍ​ກາດ​ໄວ້, ດຳ​ເນີນ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ອ້ອມ​ຂ້າງ, ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ກັບ​ທຸກໆ​ປະ​ເທດ. ນີ້​ແມ່ນ​ໄຊ​ຊະ​ຊະ​ຂອງ​ ການ​ທູດ​ຫວຽດ​ນາມ ”

      ໂດຍ​ແມ່ນ​ປະ​ເທດ​ທີ່​ມີ​ທີ່​ຕັ້ງ​ດ້ານ​ພູມ​ສາດ ແລະ ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ໃນ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຝິກ, ຫວຽດ​ນາມ​ພວມ​ຢືນ​ຢູ່​ຕໍ່​ໜ້າຫຼາຍ​ກາ​ລ​ະ​ໂອ​ກາດ​ເພື່ອ​   ສ​ົມ​ທົບກຳ​ລັງ​ແຮງ​ແຫ່ງ​ຊາດ​ກັບ​ກຳ​ລັງ​ແຮງ​ຍຸກ​ສະ​ໄໝ​ໃນ​ສະ​ພາບ​ການ​ໃໝ່, ຍາດ​ແຍ່ງ​ບັນ​ດາ​ເງື່ອນ​ໄຂ​ສະ​ດວກ ເພື່​ອ​ແນ​ໃສ່​ປະ​ຕ​ິ​ບັດ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ. ການ​ທູດ​ຫວຽດ​ນາມເສີມ​ຂະ​ຫຍາຍ​ມູນ​ເຊື້ອ 70 ປີ​ສືບ​ຕໍໍ່​ແມ່ນ​ກຳ​ລັງ​ປະ​ຈັນ​ບານ, ນຳ​ປະ​ເທດ​ຊາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ