ການທ້າທາຍໃຫຍ່ສຳລັບປະທານາທິບໍດີອີຣານຄົນໃໝ່

(vovworld) – ພາຍຫຼັງ​ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່​ງ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ, ​ປະທານາທິບໍດີ​ອີ​ຣານຄົນ​ໃໝ່ Hassan Rowhani ​ເລີ່​ມລົງມື​ກໍ່ສ້າງ​ລັດຖະບານ​ໃໝ່. ​ໃນ​ບັນຊີ​ລາຍ​ຊື່​ຄະນະ​ລັດຖະບານ ​ໂດຍ​ທ່ານ Hassan Rowhani ​ແຕ່ງ​ຕັ້ງ​ນັ້ນ, ສາມາດ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ, ບັນດາ​ຕຳ​ແໜ່​ງສຳຄັນ​ລ້ວນ​ແຕ່​ໂດຍ​ຜູ້​ມີ​ປະສົບ​ການ ​ແລະ ມີ​ແນວ​ຄິດ​ປະຕິ​ຮູບ​ຮັບຜິດຊອບ. ການ​ແຕ່ງ​ຕັ້ງ​ນີ້​​ເພື່ອ​​ແນ​ໃສ່ປະຕິບັດຄຳ​ໝັ້ນ​ສັນຍາ​ຂອງ​ທ່ານ​ ເມື່ອ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ເມື່ອ​ເດືອນ 6 ຜ່ານ​ມາ ນັ້ນ​ແມ່ນ​ຢຸດຕິ​ສະພາບ​​​ເສດຖະກິດ - ການ​ເມືອງພວມຕົກ​ຢູ່​ໂດດ​ດຽວຂອງປະ​ເທດ​ອິດສະ​ລາມ​ນີ້​. ​ແຕ່​ສິ່ງ​ດັ່ງກ່າວ​ບໍ່​ແມ່ນ​ເລື່ອງ​ງ່າຍ. ​ໃນ​ລາຍການ​ສະຖານະ​ການ​ການ​ເມືອງ​ມື້​ນີ້, ຮົ່ງ​ເວີນ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງ​ວ່າ “ການ​ທ້າ​ທາຍ​ໃຫຍ່ສຳລັບປະທານາທິບໍດີ​ອີ​ຮານຄົນ​ໃໝ່ “​

ການທ້າທາຍໃຫຍ່ສຳລັບປະທານາທິບໍດີອີຣານຄົນໃໝ່  - ảnh 1

ປະທານາທິບໍດີ​ອີ​ຮານ Hassan Rowhani

ປະທານາທິບໍດີ​ອີ​ຮານ Hassan Rowhani  ​ໄດ້​ແຕ່ງ​ຕັ້ງ ​ແລະ ປະກາດ​ລາຍ​ຊື່​ສະມາຊິກ​ໃນ​ຄະນະ​ລັດຖະບານ​ໃໝ່ພາຍ​ໃນ​ເວລາ​ພຽງ 2 ວັນ​ເທົ່າ​ນັ້ນ. ຕາມ​ນັ້ນ​ແລ້ວ, ພາກສ່ວນ​ລັດຖະບານ​ໃໝ່​ໂດຍປະທານາທິບໍດີ Hassan Rowhani ​ເລືອກ​ເຟັ້ນລວມມີ​ນັກ​ການ​ເມືອງ Eshaq Jahangiri ​ເປັນ​ຮອງ​ປະທານາທິບໍດີ​ຜູ້​ທີ 1 ພ້ອມ​ກັບ​ລັດຖະມົນຕີ 18 ທ່ານ. ​ເຂົາ​ເຈົ້າ​ລ້ວນ​ແຕ່​ແມ່ນ​ນັກ​ການ​ເມືອງ​ທີ່​ມີ​ປະສົບ​ການ​ໃນ​ເວທີ​ການ​ເມືອງ. ​ໃນ​ຄະນະ​ລັດຖະບານ​ໃໝ່ມີ​ນັກ​ການ​ທູດ​ອາວຸ​ໂສ Mohammad Javad Zarid ​ຮັບ​ດຳລົງ​ຕຳ​ແໜ່​ງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ອະດີດ​ລັດຖະມົນຕີ​ນ້ຳມັນ​ບໍ່​ແຮ່ Bijan Namdar Zanganeh ຮັບດຳລົງ​ຕຳ​​ແໜ່​ງລັດຖະມົນຕີ​ນຳ້ມັນ​ບໍ່​ແຮ່​ຄືນ​ໃໝ່. ​ເລື່ອງ​ແຕ່ງ​ຕັ້ງນັກ​ປະຕິ​ຮູບ Mohammad Javad Zarid ​ໄດ້​ຮັບ​ການສັງ​ເກດ​ວ່າ ​ເພື່ອ​ຊອກ​ຫາ​ຜູ້​ຮັບຜິດຊອບ​ໜ້າ​ທີ່​ເຈລະຈາ​ດ້ານ​ນິວຄະ​ເລຍ​ລະຫວ່າງ​ອີ​ຮານ ​ແລະ ກຸ່ມ P5+1 (ອາ​ເມ​ລິ​ກາ, ອັງກິດ, ຝລັ່ງ, ຈີນ, ລັດ​ເຊຍ ​ແລະ ​ເຢຍລະ​ມັນ). ​ໃນ​ຂະນະ​ນັ້ນ, ຜູ້​ຮັບ​ດຳລົງ​ຕຳ​ແໜ່​ງລັດຖະມົນຕີ​ນ້ຳມັນ​ບໍ່​ແຮ່ Bijan Namdar Zanganeh ​ເປັນ​ຜູ້​ທີ່​​ເຄີຍ​ຮັບຜິດຊອບ​ກະຊວງ​ນີ້​​ເປັນ​ເວລາ 8 ປີ ​ໃນ​ສະ​ໄໝ​ຂອງ​ອະດີ​ປະທານາທິບໍດີ Mohammad Khatami, ພັດມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງການ​ສ້າງສາ​ຍພົວພັນ​ອັນ​ດີງາມ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ​ອີ​ຮານ​ໃນ​ອົງການ​ຈັດ​ຕັ້ງ​ບັນດາ​ປະ​ເທດ​ສົ່ງ​ອອກ​ນຳ້ມັນ (OPEC) ​ແລະ ​ແລະ ພັດທະນາ​ຂົງ​ເຂດ​ພະລັງງານ​ພາຍ​ໃນ​ປະ​ເທດ.

ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ, ການ​ເລືອກ​ເຟັ້ນຂອງ​ປະທານາທິບໍດີ​ອີ​ຮານ​ຄົນ​ໃໝ່​ໃນ​ສະພາບ​ການ​ປະຈຸ​ບັນ​ແມ່ນ​ເໝາະ​ສົມ​ພໍ​ສົມຄວນ. ​ແຕ່​ເພື່ອ​ກູ້​ເອົາ​ພື້ນຖານ​ເສດຖະກິດ​ທີ່​ພວມ​ຊຸດ​ໂຊມ​ຍ້ອນ​ບັນດາ​ຄຳ​ສັ່ງ​ຂວ້ຳ​ບາດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ, ພ້ອມ​ທັງ​ຟື້ນ​ຟູ​ທີ່​ຕັ້ງ​ຂອງ​ອີ​ຮານ​ໃນ​ເວທີ​ສາກົນ​ຄືນ​ໃໝ່​ນັ້ນ ​ພັດແມ່ນ​ບັນຫາ​ບໍ່​ງ່າຍດາຍ, ຈຳ​ເປັນ​ຕ້ອງ​ມີ​ວິວັດ​ການ​ຢ່າງ​ເໝາະ​ສົມ. ກ່ຽວ​ກັບ​ທາງ​ດ້ານ​ເສດຖະກິດ, ນີ້​ແມ່ນ​ເທື່ອ​ທຳ​ອິດ​ນັບ​ແຕ່​ຊຸມ​ປີ 80 ຂອງ​ສະຕະວັດ​ກ່ອນ, ອີ​ຮານ​ ມີ​ລະດັບ​ເຕີບ​ໂຕ​ເສດຖະກິດ​ບັນລຸ​ຕົວ​ເລກ​ລົບ​ໃນ 2 ປີ​ ຢ່າງ​ຕໍ່​ເນື່ອງ. ອັນ​ຕາ​ຫວ່າງ​ງານ​ເພີ່ມ​ຂຶ້ນ 13%. ຄຽງ​ຂ້າງ​ນັ້ນ​ແມ່ນ​ອັດຕາ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະດັບ​ສູງ​ສຸດ​ໃນ​ພາກ​ພື້ນ (​ແມ່ນ​ປະມານ 40%)ນີ້​ອາດ​ຈະ​ແມ່ນ​ລະດັບ​ໄພ​ເງິນ​ເຟີ້​ສູງ​ສຸດ​ຂອງ​ໂລກ. ອະດີດ​ລັດຖະມົນຕີ​ກະ​ສີ​ກຳ​ຂອງ​ອີ​ຮານ ທ່ານ Issa Kalantari ຍອມຮັບ​ວ່າ ປະທານາທິບໍດີ​ອີ​ຮານ​ຄົນ​ໃໝ່​ ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ​ໃນ​ສະພາບ​ການທີ່​ຫຼາຍ​ຂົງ​ເຂດ​ຂອງ​ປະ​ເທດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ຄື: ​​ທະນາຄານ, ຄັງ​ເງິນ, ບັນດາ​ທ່າ​ກຳ່​ປັ່ນ​.

ຄວາມ​ຫຍຸ້ງຍາກ​ຍິ່ງ​ເພີ່ມ​ຂຶ້ນ​ອີກ ​ໃນ​ຂະນະ​​ກ່ອນ​ທີ່ທ່ານ​ Hassan Rowhani  ຮັບ​ດຳລົງ​ຕຳ​ແໜ່​ງ, ສະພາ​ຕຳ່​ອາ​ເມ​ລິ​ກາ ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ລົງ​ໂທດ Tehran. ຮ່າງ​ກົດໝາຍ​ນີ້​ສະ​ເໜີ​ໃຫ້​ຫຼຸດຜ່ອນ​ຈຳນວນ​ນ້ຳມັນ​​ສົ່ງ​ອອກ​​ຂອງ​ອີ​ຮານລົງ​ຕື່ມ​ອີກ 1 ລ້ານ​ຖັງ/ວັນ ​ໃນ​ໄລຍະ 1 ປີ, ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ງົບປະມານ​ໃຫ້​ໂຄງການ​ນິວຄະ​ເລຍ​ທີ່​ເຄີຍ​ກໍ່​ຄວາມ​ໂຕ້​ຖຽງ​ກັນ, ​ເຊິ່ງ Tehran ພວມ​ຜັນ​ຂະຫຍາຍ. ການ​ກະທຳ​ນີ້​ເປັນ​ການ​ຢືນຢັນ​ໃຫ້​ເຫັນ​ວ່າ ລະຫວ່າງ Tehran, ວໍ​ຊິງ​ຕັນ ​ແລະ ຝ່າຍ​ຕາ​ເວັນ​ຕົກ ຍັງ​ຄົງ​ຄ້າງຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ແຕກ​ຕ່າງ​ກັນ.

ພ້ອມ​ກັບ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ. ຍັງ​ມີ​ຄວາມ​ຫຍຸ້ງຍາກ​ໜຶ່ງ​ອີກ​ນັ້ນ​ແມ່ນ ການ​ແກ້​ໄຂ ​ແລະ ຊຸກຍູ້​ວິວັດ​ການ​ເຈລະຈາ​ດ້ານ​ນິວຄະ​ເລຍ​ລະຫວ່າງ​ປະ​ເທດ​ນີ້ ​ແລະ ກຸ່ມ P5+1. ນີ້​ກໍ່​ແມ່ນ​ວິທີ​ເພື່ອ​ໃຫ້​ຝ່າຍ​ຕາ​ເວັນ​ຕົກຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ສຳລັບ​ອີ​ຮານ. ​ໃນ​ຖະ​ແຫຼ​ງການ​ທຳ​ອິດ ພາຍຫຼັງ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ, ທ່ານ Hassan Rowhani ​ໃຫ້​ຮູ້ວ່າ. ອາຍຸ​ການ​ຕໍ່ໜ້າ​ຂອງ​ລັດຖະບານ​ແມ່ນ​ຈະ​ປະຕິບັດ 2 ບາດກ້າວ​ໃນ​ບັນຫາ​ນິວຄະ​ເລຍ, ກ່ອນ​ອື່ນ​ໝົດ​ແມ່ນ​ຈະ​ເຮັດ​ແຈ້ງ​ກວ່າ​ເພື່ອ​ພິສູດ​ໃຫ້​ເຫັນ​ວ່າ ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ອີ​ຮານ ລ້ວນ​ແຕ່​ນອນ​ໃນ​ຂອບ​ເຂດ​ບັນດາ​ຂໍ້​ກຳນົດ​ຂອງ​ສາກົນ ​ແລະ ຫຼັງ​ຈາກ​ນັ້ນ​ແມ່ນ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ອີ​ຮານ ​ແລະ ​ໂລກ. ອຳນາດ​ການ​ປົກຄອງ Tehran ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ ຈະ​ເຊື່ອມ​ຕໍ່​ການ​ເຈລະຈາ​ກັບ​ກຸ່ມ P5+1 ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​​ໂຄງການ​ນິວຄະ​ເລຍ​ທີ່​ເຄີຍ​ເກີດ​ຄວາມ​ໂຕ້​ຖຽງ​ກັນ.

​ແຕ່​ການ​ຊອກ​ຫາ​ກົນ​ໄກ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ສອງ​ຝ່າຍ​ພັດ​ບໍ່​ແມ່ນ​ເລື່ອງ​ງ່າຍ, ​ໃນ​ຂະນະ​ທີ່ບໍ່​ວ່າ​ທ່າ​ທີ​ປ່ຽນ​ແປງ​ໃດໆ​ຂອງ​ອີ​ຮານທີ່​ມີ​ຕໍ່​ຝ່າຍ​ຕາ​ເວັນ​ຕົກ ກໍ່​ລ້ວນ​ແຕ່​ໄດ້​ໄດ້​ຮັບ​ການ​​ເຫັນ​ດີ​ຈາກ​ການ​ນຳ​ສູງ​ສຸດ Ayatollah Ali Khamenei, ຜູ້​ທີ່​ເຄີຍ​ຮັກສາ​ທັດສະນະ​ຕ້ານ​ຝ່າຍ​ຕາ​ເວັນ​ຕົກ.

ອະ​ຍຸ​ການ​ເປັນ​ປະທານາທິບໍດີ​ຂອງ​ທ່ານ Hassan Rowhani ຖືກ​ເລີ່​ມຕົ້ນ​ດ້ວຍ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ຫາງ​ສຽງ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ອີ​ຮານ ພວມ​ລໍຖ້າ ການຊີ້​ນຳ​ນຳພາ​ປະ​ເທດ​ຊາດ​ຂອງ​ປະທານາທິບໍດີ​ຄົນ​ໃໝ່ Hassan Rowhani  ​ເພື່ອ​ນຳ​ປະ​ເທດ​ນີ້​ຜ່ານ​ຜ່າ​ວິ​ກິດ​ການ.

ຕອບກັບ

ຂ່າວ/ບົດ​ອື່ນ