ການບຸກໂຈມຕີຊີຮີ - ການກະທຳອັນຕະລາຍຂອງອິດສະຮາແອນ

(vovworld) – ​​ໃນ​ລະຫວ່າງ​ວັນ​ທີ 3 – 5/5, ອິດສະ​ຮາ​ແອນ​ໄດ້​ບຸກ​ໂຈມ​ຕີ​ດິນ​ແດນ​ຂອງ​ຊີ​ຮີ​ 2 ຄັ້ງ. ການ​ບຸກ​ໂຈມ​ຕີ​ພຽງ​ຝ່າຍ​ດຽວ​ຂອງ​ອິດສະ​ຮາ​ແອນ ​ໄດ້​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ວິຕົກ​ກັງວົນ​ກ່ຽວ​ກັບ​ການລະ​ເມີດ​ອະທິປະ​ໄຕ, ​ເຮັດ​ໃຫ້​ເສິກ​ກາງ​ເມືອງ​ຢູ່​ຊີ​ຮີ​ສັບສົນ​ຍິ່ງ​ຂຶ້ນ, ​ແລະ ອາດ​ຈະ​ກໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​ໃນ​ທົ່ວ​ພາກ​ພື້ນ.

ການບຸກໂຈມຕີຊີຮີ - ການກະທຳອັນຕະລາຍຂອງອິດສະຮາແອນ - ảnh 1

ທະຫານອິດສະຮາແອນ ເຝິກແອບມໍ່ກັບເຂດຊາຍແດນລະຫວ່າງອິດສະຮາແອນ ແລະ ຊີຮີ

(ພາບ: Reuters)

ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ລ້າ​ສຸດ​ຂອງ​ອິດສະ​ຮາ​ແອນ ​ແມ່ນ​ໃນ​ວັນ​ທີ 5/5 ​ເພື່ອ​ເລັ່ງ​ໃສ່​ເຂດ​ຖານ​ທີ່​ໝັ້ນ Jamraya ຢູ່​ເຂດ​ທາງ​ທິດຕາ​ເວັນ​ຕົກສ່ຽງ​ເໜືອ​ຂອງ​ນະຄອນຫຼວງ Damascus. ນີ້​ບໍ່​ແມ່ນ​ເຫດ​ທີ່​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ ​ເມື່ອ​ກ່ອນ​ນີ້ 4 ​ເດືອນ, ອິດສະ​ຮາ​ແອນ ກໍ່​ໄດ້​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ເຂດ​ດັ່ງກ່າວ​ແລ້ວ. ​ເພື່ອ​ອະທິບາຍ​ໃຫ້​ແກ່​ການ​ກະທຳ​ຂອງ​ຕົນ, ​ເຈົ້າ​ໜ້າ​ທີ່​ຜູ້​ໜຶ່ງ​ຂອງ ອິດສະ​ຮາ​ແອນ​ ​ໄດ້​ເປີດ​ເຜີຍ​ວ່າ, ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ເຫຼົ່າ​ນັ້ນ ພຽງ​ແຕ່​ເລັ່ງ​ໃສ່​ສາງ​ອາວຸດ​ຂອງ​ອຳນາດ​ການ​ປົກຄອງ​ຊີ​ຮີ ທີ່ຄາ​ດວ່າ​ຈະ​ມອບ​ສົ່ງ​ໃຫ້​ກຳລັງ Hezbollah ຢູ່ Lebanon, ​ເຊິ່ງ​ແມ່ນ​ກຳລັງ​ຄັດຄ້ານ​ກັບ​ອິດສະ​ຮາ​ແອນ. ອາວຸດ​ເຊິ່ງອິດສະ​ຮາ​ແອນ​ເຕື້ອງ​ເຖິງ​ນັ້ນ​ແມ່ນ ລູກ​ສອນ​ໄພ Fatech – 110, ​ໂດຍ​ອີ​ຮານ​ ຜະລິດ ​ເພື່ອ​ແນ​ໃສ່​ສະໜອງ​ໃຫ້​ກຳລັງ Hezbollah, ​ເຊິ່ງສາມາດ​ຍິງ​ເຖິງ​ເຂດ​ໃຈກາງ​ຂອງ​ອິດສະ​ຮາ​ແອນ​ ໄດ້.

ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ, ຊີ​ຮີ​ຖະ​ແຫຼ​ງວ່າ ຈະ​ສະໜອງ ອາວຸດ​ປະ​ເພດ​ໃໝ່​ທີ່​ມີ​ຄູນ​ນະພາ​ບ​ໃຫ້​ແກ່​ຂະ​ບວນການ​ອິດສາ​ລາມ Hezbollah ຢູ່ Lebanon. ລັດຖະບານ​ຊີ​ຮີ​ກໍ່​ຖະ​ແຫຼ​ງວ່າ, ການ​ບຸກ​ໂຈມ​ຕີ​ຄັ້ງ​ຕ່າງໆ​ຂອງ​ອິດສະ​ຮາ​ແອນ ​ໃສ່​ດິນ​ແດນ​ປະ​ເທດ​ນີ້ ​ແມ່ນ​ການ​ກະທຳ​ລະ​ເມີດ​ກົດໝາຍ​ສາກົນ​ຢ່າງ​ບັງອາດ, ອັນ​ໄດ້​ເຮັດ​ໃຫ້​ທັງ​ເຂດ​ຕາ​ເວັນ​ອອກ​ກາງ​ມີ​ຄວາມ​ອັນຕະລາຍ​ກວ່າ. ​ໃນ​ການ​ປະຊຸມ​ດ່ວນ, ຄະນະ​ລັດຖະບານ​ຊີ​ຮີ ປະກາດ​ວ່າ ຈະ​ມີ​ການ​ກະທຳ​ໂຕ້​ຕອບ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິດສະ​ຮາ​ແອນ. ຊ້ຳ​ບໍ່​ໜຳ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຊີ​ຮີ Faisal al Mekdad  ກໍ່​ໄດ້​ຢັ້ງຢືນ​ວ່າ, ດ້ວຍການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ນີ້, ອິດສະ​ຮາ​ແອນ ​ໄດ້​ປະກາດ​ສົງຄາມ​ກັບ​ອຳນາດ​ການ​ປົກຄອງ Damascus. ຊີ​ຮີ ກໍ່​ໄດ້​ຮ້ອງ​ຟ້ອງ​ຂຶ້ນ​ຕໍ່​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ເຫດການ​ດັ່ງກ່າວ.

ການ​ກະທຳ​ຂອງ​ອິດສະ​ຮາ​ແອນ ກໍ່​ປະສົບ​ກັບ​ການ​ຄັດຄ້ານ​ຢ່າງ​ແຮງ​ຈາກ​ປະຊາ​ຄົມ​ໂລກ. ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki-moon ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິດສະ​ຮາ​ແອນ​ເຂົ້າ​ດິນ​ແດນ​ຂອງ​ຊີ​ຮີ ​ແລະ ຮຽກຮ້ອງ​ຕ້ອງ​ເຄົາລົບ​ຜືນ​ແຜ່ນດິນ ​ແລະ ອະທິປະ​ໄຕ​ຢ່າງ​ຄົບ​ຖ້ວນ​ຂອງ​ທຸກ​ປະ​ເທດ​ໃນ​ເຂດ​ຕາ​ເວັນ​ອອກ​ກາງ, ປະຕິບັດ​ມະຕິ​ທັງ​ໝົດ​ທີ່​ກ່ຽວຂ້ອງ​ເຖິງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ. ​ໃນ​ຂະນະ​ນັ້ນ, ສະຫະພັນ​ອາ​ຮັບ (AL) ກໍ່​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ຈົ່ງ​ມີ​ການ​ກະທຳ​ໃນ​ທັນທີ ​ເພື່ອ​ຢຸດຕິ​ການ​ບຸກ​ໂຈມ​ຕີ​ຂອງ​ອິດສະ​ຮາ​ແອນ ​ໃສ່​ຊີ​ຮີ. ສ່ວນ​ຈີນ ​ແລະ ລັດ​ເຊຍ ກໍ່​ໄດ້​ອອກ​ຖະ​ແຫຼ​ງຄັດຄ້ານ​ການ​ນຳ​ໃຊ້​ກຳລັງອາວຸດ, ພ້ອມ​ທັງ​ຖື​ວ່າ ອະທິປະ​ໄຕ​ຂອງ​ບໍ່​ວ່າ​ປະ​ເທດ​ໃດ​ກໍ່​ຕ້ອງ​ໄດ້​ຮັບ​ການ​ເຄົາລົບ. ລັດຖະມົນຕີ​ວ່າການ​ການ​ຕ່າງປະ​ເທດ​ອັງ​ອິດ ກໍ່​ກ່າວ​ເຕືອນ​ວ່າ ການ​ກະທຳ​ຂອງ​ອິດສະ​ຮາ​ແອນ ອາດ​ຈະ​ພາ​ໃຫ້​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຊີ​ຮີ ​ໃນ​ທົ່ວ​ພາກ​ພື້ນ. ນັກ​ສັງ​ເກດ​ການ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງ​ກໍ່​ຕີ​ລາຄາ​ວ່າ ດ້ວຍ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ຕົນ, ອິດສະ​ຮາ​ແອນ ພວມ​ເປັນ​ເຈົ້າ​ການ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ.

​ເລື່ອງ​ອິດສະ​ຮາ​ແອນ ບຸກ​ໂຈມ​ຕີ​ຊີ​ຮີ ຢ່າງ​ລຽນຕິດ​ໃນ​ຊຸມ​ມື້​ຜ່ານ​ມາ, ບໍ່​ພຽງ​ແຕ່​ເພື່ອ​ສະກັດ​ກັ້ນ​ການ​ສະໜອງ​ອາວຸດ​ໃຫ້​ຝ່າຍ Hezbollah ຄື​​ເຈົ້າ​ໜ້າ​ທີ່​ອິດສະ​ຮາ​ແອນ​ຜູ້​ໜຶ່ງ​ໄດ້​ຍອມຮັບ​ເທົ່າ​ນັ້ນ. ຫາກ​ການ​ກະທຳ​ນີ້​ຍັງ​ເພື່ອ​ຈຸດປະສົງ​ອື່ນ​ຂອງ​ຜູ້​ກຳ​ອຳນາດ​ອິດສະ​ຮາ​ແອນ​ອີກ. ກ່ອນ​ອື່ນ​ໝົດ, ການ​ກະທຳ​ນີ້ ​ແມ່ນ​ເພື່ອ​ໜູນ​ຊ່ວຍ, ສ້າງ​ການ​ໜູນ​ຫຼັງ​ໃຫ້​ພວກ​ລຸກ​ຮຶ້ຂຶ້ນ​ຢູ່​ຊີ​ຮີ. ​ເພາະວ່າ, ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິດສະ​ຮາ​ແອນ. ທະຫານ​ລຸກ​ຮຶ້ຂຶ້ນ ​ໄດ້​ຍິງ​ປືນ​ຄົກ​ໃສ່​ສູນ​ຄົ້ນ​ຄ້ວາ​ຢູ່ Jamraya ​ແລະ ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ໃສ່​ຖານ​ທີ່​ໝັ້ນ​ຂອງ​ທະຫານ​ປ້ອງ​ກັນ​ນະຄອນຫຼວງ. ຝ່າຍ​ຊີ​ຮີ ກ່າວ​ປະນາມ​ເລື່ອງ​ອິດສະ​ຮາ​ແອນ ບຸກ​ໂຈມ​ຕີ​ໃສ່​ບັນດາ​ເປົ້າ​ໝາຍຢູ່ Damascus ​ແມ່ນ​ເພື່ອ​ສົ່ງ​ເສີມ​ຈິດ​ໃຈ​ຂອງ​ທະຫານ​ແຕກ​ທັບ, ພາຍຫຼັງ​ການ​ປະລາ​ໄຊ​ຕ່າງໆຫວ່າງ​ແລ້ວ​ນີ້​ໃນ​ສະໜາມຮົບ. ຈຸດໝາຍທີສອງ​ແມ່ນ ອິດສະ​ຮາ​ແອນ ​ໄດ້​ປຸກລຸກ​ການ​ກະທຳ​ດ້ານ​ການ​ທະຫານ​ຂອງ​ກອງທັບ​ຊີ​ຮີ ​ເພື່ອ​ກໍ່​ສົງຄາມ ​ແລະ ກໍ່​ເຫດຜົນ​ທີ່​ເໝາະ​ສົມ ​ເພື່ອ​ພາ​ໄປ​ເຖິງ​ການ​ແຊກ​ແຊງ​ດ້ານ​ການ​ທະຫານ​ຂອງ​ຕ່າງປະ​ເທດ. ສິ່ງ​ດັ່ງກ່າວ​ກໍ່​ຖືກ​ກັບ​ຄວາມ​ປາຖະໜາ​ຂອງ​ຝ່າຍ​ຄ້ານ​ຢູ່​ຊີ​ຮີ ​ເມື່ອ​ກຳລັງ​ນີ້ ​ເຄີຍ​ໄດ້​ຮຽກຮ້ອງ​ໃຫ້​ຕ່າງປະ​ເທດ​ຍື່ນ​ມື​ດ້ານ​ການ​ທະຫານ​ເຂົ້າ​ເສິກກາງເມືອງ, ດ້ວຍ​ສາຍ​ເຫດ​ປ້ອງ​ກັນ​ສາມັນ​ຊົນ.

​ເສິກ​ກາງ​ເມືອງ​ທີ່​ແກ່ຍາວ​ໃນ 2 ກວ່າ​ປີ​ທີ່​ຜ່ານ​ມາ​ຢູ່​ຊີ​ຮີ ​ໄດ້​ເຮັດ​ໃຫ້ 70.000 ກວ່າ​ຄົນ​ເສຍ​ຊີວິດ ​ແລະ 1,2 ລ້ານ​ຄົນ ຕ້ອງ​ຍ້າຍ​ອອກ​ຈາກ​ເຮືອນ​ຢູ່. ປະຈຸ​ບັນ, ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ຕ່າງໆ​ຂອງ​ອິດສະ​ຮາ​​ແອນ ​ໃສ່ ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້​ນັບ​ມື້​ນັບ​ສັບສົນ​ຍິ່ງ​ຂຶ້ນ. ສະພາບ​ການ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Bashar al Assad ຕ້ອງ​​ຄິດ​ໄລ່​ໃນການ​ເລືອກ​ເຟັ້ນບັນດາ​ມາດ​ຕະການ​ຮັບ​ມື, ພ້ອມ​ທັງ​ກ່າວ​ເຕືອນ​ປະຊາ​ຄົມ​ໂລກ ຈົ່ງ​ຍົກ​ອອກ​ບັນດາ​ມາດ​ຕະການ​ຢ່າງ​ແຮງ ກ່ອນ​ທີ່​ສະພາບ​ການ​ຢູ່​ຊີ​ຮີ ຮ້າຍ​ແຮງ​ຍິ່ງ​ຂຶ້ນ, ​ເຮັດ​ໃຫ້​ຕາ​ເວັນ​ອອກ​ກາງ​ຕົກ​ເຂົ້າ​ສູ່​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຄັ້ງ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ