ການປັ່ນປວນດ້ານນັກສືບສອດແນມ - ສິ່ງທົດສອບຕໍ່ການພົວພັນອາເມລິກາ-ລັດເຊຍ

ການປັ່ນປວນດ້ານນັກສືບສອດແນມ  - ສິ່ງທົດສອບຕໍ່ການພົວພັນອາເມລິກາ-ລັດເຊຍ - ảnh 1

Ryan C. Fogle ຖືກຈັບຕົວຢູ່ອົງການປ້ອງ
ກັນຄວາມສະຫງົບລັດເຊຍ
(ພາບ: baomoi.com)

    ການພົວພັນລະຫວ່າງລັດເຊຍ-ອາເມລິກາ ທີ່ຫາ​ກໍ​ມີ​ສັນຍານ​ກ່ຽວ​ກັບ​ຄວາມ​ປາດ​ຖະໜາ​ຢ່າງ​ຕັ້ງໜ້າ​ພາຍຫຼັງ​ເກືອບ 2 ທົດ​ສະ​ວັດ​ແຫ່ງ​ສົງຄາມ​ເຢັນ, ພັດ​ພວມ​ຢືນ​ຢູ່​ຕໍ່ໜ້າ​ສິ່ງ​ທ້າ​ທາຍ​ໃໝ່​ພາຍຫຼັງ​ທີ່​ອົງການ​ສືບ​ລາຊະການ​ລັບ​ແຫ່ງ​ລັດ​ເຊຍ​ຫາ​ກໍ​ຈັບ​ຕົວ ​ແລະ ​ເນ​ລະເທດພາລະ​ກອນ CIA ​ເຮັດ​ວຽກ​ຢູ່​ສະຖານ​ທູດ​ອາ​ເມ​ລິ​ກາ​ປະຈຳ​ມົດ​ສະ​ກູ​ຍ້ອນ​ສົງ​ໄສ​ວ່າ ບຸກຄົນ​ນີ້​ໄດ້​ໃຊ້​ເງິນ​ກ້ອນ​ໃຫຍ່​ເພື່ອ​ຈາ​ຍຄ່າ​ໄຖ່​​ໃຫ້​ນັກ​ສືບ​ລັດ​ເຊຍ.

   ວັນ​ທີ 14/5, ບັນດາ​ພາຫະ​ນະ​ສື່​ມວນ​ຊົນ​ລັດ​ເຊຍ ​ໄດ້​ພ້ອມ​ກັນ​ໃຫ້​ຂ່າວ​ວ່າ ປະ​ເທດ​ນີ້​ໄດ້​ຈັບ​ຕົວ ນັກ​ສືບ​ສອດ​ແນມ CIA ຄົນ​ໜຶ່ງ​ທີ່​ເຄື່ອນ​ໄຫວ​ໃນ​ນາມ​ເປັນ​ນັກ​ການ​ທູດ​ຢູ່ ສະຖານ​ທູດ​ອາ​ເມ​ລິ​ກາ​ປະຈຳ​ມົດ​ສະ​ກູ. ບຸກຄົນ​ນີ້​ມີ​ຊື່ວ່າ Ryan Fogle ຖືກ​ກ່າວ​ຫາ​ມີ​ກົນອຸບາຍ​ຄັດ​ເລືອກ​ນັກ​ສືບ​ລາຊະການ​ລັບ​ລັດ​ເຊຍ. ​ໃນ​ທັນ​ທີ່, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ​ໄດ້​ຮຽກຕົວ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ມົດ​ສະ​ກູ ທ່ານ Michael McFaul ​ແລະ ​ໄດ້​ອອກ​ຂໍ້​ຕົກລົງ​ເນລະ​ເທດ Ryan Fogle ອອກ​ຈາກ​ປະ​ເທດລັດ​ເຊຍ.

    ກໍລະນີ​ໄດ້​ເກີດ​ຂຶ້ນ​ກົງ​ກັບ​ຈຸດ​ເວລາ​ທີ່​ສະດຸ້ງ​ໄວ ຂະນະ​ທີ່​ທັງ​ມົດສະ​ກູ ​ແລະ ວໍ​ຊິງ​ຕັນ ພວມ​ມີ​ບັນດາບາດກ້າວ​ເດີ​ນທີ່​ລະມັດລະວັງ​ເພື່ອ​ປົວ​ແປງ​ການ​ພົວພັນ 2 ຝ່າຍ​ພາຍຫຼັງ​ເກີດ​ສົງຄາມ​ເຢັນ​ເປັນ​ໄລຍະຍາວ​ນານ. ​ເຖິງ​ວ່າ 2 ຝ່າຍ​ພ້ອມ​ກັນຖະ​ແຫຼ​ງມີ​ຄວາມ​ຕັດສິນ​ໃຈ​​ເຊື່ອມ​ຕໍ່ການ​ພົວພັນຄືນ​ໃໝ່​ກໍ​ຕາມ, ​ແຕ່​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ຍັງ​ຄົງ​​ເປັນ​ສິ່ງ​ກີດຂວາງ​ການ​ພົວພັນ 2 ຝ່າຍ. ສິ່ງ​ທີ່​ພົ້ນ​ເດັ່ນ​ໃນ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ ນັ້ນ​ແມ່ນ​ຍຸດ​ທະ​ສາດການ​ກໍ່ສ້າງ​ລະບົບ້ປອງ​ກັນ​ລູກ​ສອນ​ໄຟ NMD ຂອງ​ອາ​ເມ​ລິ​ກາ​ຢູ່​ເອີ​ລົບ, ​ໂຄງການ​ນິວ​ເຄຼຍຂອງອີຣານ, ລູກ​ສອນ​ໄຟ​ຂອງ ສ.ປ.ປ.​ເກົາຫຼີ, ການ​ຜັນ​ແປ​ຂອງ​ຂະ​ບວນການ“ ລະດູບານ​ໃໝ່​ອາຣັບ ” ...

 ປີ 2012, ຖືກ​ຖື​ວ່າ ​ແມ່ນ​ປີ​ທີ່​ສັບສົນ​ທີ່​ສຸດ​ໃນ​ການ​ພົວພັນ ອາ​ເມ​ລິ​ກາ-ລັດ​ເຊຍ ຍ້ອນ​ບັນດາ​ກໍ​ລະ​ນີ​ໂຕ້​ຕອບ​ຊຶ່ງ​ກັນ​ແລະກັນ ຄື ມົດ​ສະ​ກູ​ຢຸດຕິ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ (USAID)ຢູ່​ລັດ​ເຊຍ, ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ​ຮັບຮອງ​ເອົາ​ກົດໝາຍ Magnitsky. ຫຼັງ​ຈາກ​ນັ້ນ ​ໃນ​ທັນ​ທີ່, ​ເພື່ອ​ໂຕ້​ຕອບ​ຄືນ, ສະພາ​ແຫ່ງ​ຊາດ​ລັດ​ເຊຍ ກໍ​ໄດ້ ຮັບຮອງ​ເອົາ​ກົດໝາຍ​ເກືອດ​ຫ້າມ​ຊາວ​ ອາ​ເມ​ລິ​ກາຮັບ​ລູກລ້ຽງ​ຈາກ​ລັດ​ເຊຍ. ​ໃນ​ມໍ່​ໆ​ມາ​ນີ້, ອຳນາດ​ການ​ປົກຄອງ​ປະທານາທິບໍດີ Barak Obama ໄດ້ຂຶ້ນບັນຊີລາຍຊື່ເຈົ້າໜ້າທີ່ລັດເຊຍ 18 ທ່ານ ຊຶ່ງຖືວ່າໄດ້ລະເມີດສິດທິມະນຸດ ແລະ ຖືກຫ້າມເຂົ້າເມືອງອາເມລິກາ ແລະ ບັນດາຊັບສົມບັດຂອງເຂົາເຈົ້າຢູ່ອາເມລິກາຈະຖືກປິດລ້ອມ. ເພື່ອໂຕ້ຕອບຄືນ, ໃນທັນທີ່, ມົດສະກູໄດ້ປະກາດບັນຊີລາຍຊື່ເຈົ້າໜ້າທີ່ອາເມລິກາ 18 ທ່ານຖືກ ຫ້າມເຂົ້າເມືອງລັດເຊຍ. ພ້ອມກັນນັ້ນ, ໃນໄລຍະມໍ່ໆມານີ້, ຄວາມບໍ່ລົງລອຍກັນ ໃນການແກ້ໄຂວິກິດການດ້ານການເມືອງຢູ່ຊີຣີ ຍິ່ງເຮັດໃຫ້ ການ​ພົວພັນອາ​ເມ​ລິ​ກາ-ລັດ​ເຊຍ ຍາກທີ່ຈະມີບາດກ້າວປົວແປງໃດໆ.

     ດ້ວຍກໍລະນີຈັບຕົວ ນັກ​ສືບ​ສອດ​ແນມອາເມລິກາຄັ້ງນີ້, ຫາງສຽງມີຄວາມ ວິຕົກກັງວົນວ່າ ກໍລະນີນີ້ຈະນາບຂູ່ຕໍ່ການພົວພັນຄູ່ຮ່ວມມືລະຫວ່າງ 2 ປະເທດທີ່ ຫາກໍມີ​ສັນຍານ​ດຳ​ເນີນ​ການ​ກໍ່ສ້າງ​ຫຼື​ບໍ່. ທີ່​ຈິງ​ແລ້ວ, ບັນດາ​ສັນຍານ​ໃນ​ປະຈຸ​ບັນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ 2 ປະ​ເທດ​ພວມ​ມີ​ບັນດາ​ປະຕິກິ​ລີ​ຍາ​ທາງ​ການ​ທູດ​ທີ່​ລະງັບ​ໃຈ ​ແທນ​ທີ່​ການ​ກະທຳ​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ. ພະຍານ​ຫຼັກ​ຖານ​ແມ່ນ​ມາ​ຮອດ​ປະຈຸ​ບັນ, ອຳນາດ​ການ​ປົກຄອງ​ອາ​ເມ​ລິ​ກາ​ຍັງ​ບໍ່​ທັນ​ມີ​ບໍ່​ວ່າ​ຄຳ​ວິຈານ​ໃດໆ​ກ່ຽວ​ກັບ​ເລື່ອງລັດ​ເຊຍ​ຈັບ​ຕົວ​ພາລະ​ກອນ​ການ​ທູດ​ຂອງ​ຕົນ.​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ Patrick Ventrell ​ເຖິງ​ວ່າ​ໄດ້​ເນັ້ນ​ໜັກ​ການ​ກະທຳ​ຂອງ​ລັດ​​ເຊຍ​ແມ່ນ “ ​ເກາະ​ຜິດ ​ແລະ ບໍ່​ສອດຄ່ອງ​ໃນ​ການ​ຊຸກຍູ້ການ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ 2 ປະ​ເທດ ” ກໍ​ຕາມ, ​ແຕ່​ກໍ​ຢືນຢັນ​ວ່າ ກໍລະນີ​ນີ້​ຈະ​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ ການ​ພົວພັນ ອາ​ເມ​ລິ​ກາ-ລັດ​ເຊຍ. ນັກ​ໄຈ້​ແຍກ​ການ​ເມືອງ​ຫຼາຍ​ທ່ານ​ຖື​ວ່າ ກົງກັນຂ້າມ​ກັບ​ທຳນຽມ​ຈາກ​ທາງ​ຝ່າຍ​ອຳນາດ​ການ​ປົກຄອງ​ອາ​ເມ​ລິ​ກາ ​ແມ່ນ​ການ​ກະທຳ​ໂຕ້​ຕອບ​ໃນ​ທັນ​ທີ່ ຄື​ເນລະ​ເທດ​ຜູ້​ໃດ​ຜູຸ້ໜຶ່ງ​ໃນ​ຈຳນວນ​ບັນດາ​ນັກ​ການ​ທູດ​ລັດ​ເຊຍ, ວິທີ​ການ​ປະພຶດ​ທີ່​ມິດ​ງຽບ ​ແລະ ລະມັດ ລະວັງ​ໃນ​ຄັ້ງ​ນີ້ ກໍ​ແມ່ນ​ສັນຍານ​ທີ່​ຕັ້ງໜ້າ ສະ​ແດງ​ໃຫ້​ເຫັນ​ວ່າ ທຳນຽບຂາວ​ພ້ອມ​ແລ້ວ​ປັດ​ເຂ່ຍ​ຄວາມ​ປັນ​ປວນ ​ເພື່ອ​ສືບ​ຕໍ່​ຮ່ວມ​ມືກັບ Kremli . ​ເບິ່ງ​ຄື​ວ່າ ຜົນ​ຮ້າຍ​ຢ່ອນ​ຫຼັງ​ທີ່​ຫຍໍ້​ທໍ້​ຂອງ​ເຫດ​ວາງ​ລະ​ເບີດ​ກໍ່​ການ​ຮ້າຍ​ຢູ່ Boston ​ແມ່ນ​ບົດຮຽນ​ພາ​ໃຫ້​ວໍ​ຊິງ​ຕັນ​ບໍ່​ຢາກ​ເຮັດ​ໃຫ້​ບັນຫາ​ເພີ່ມ​ຄວາມ​ສັບສົນ ​ແລະ ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ຍ້ອນ ການ​ພົວພັນບໍ່​ສະໜິດ​ແໜ້ນ​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບອາ​ເມ​ລິ​ກາ -ລັດ​ເຊຍ ​ໄດ້​ສ້າງ​ກາລະ​ໂອກາດ​ເພື່ອ​ອາ​ຊະ​ຍາກ​ອນກໍ່​ການ​ຮ້າຍ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ, ຍົກ​ຕົວຢ່າງ​ຄື​ກໍລະນີ ອ້າ​ຍນ້ອງ Tamerlan ດຳ​ເນີນເຫດ​ວາງ​ລະ​ເບີດ​ກໍ່​ການ​ຮ້າຍ​ຢູ່ Boston ຫວ່າງ​ແລ້ວ​ນີ້​ເປັນ​ຕົ້ນ. ​ເພາະສະ​ນັ້ນ, ​ເຫດການ Boston ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້ ອາ​ເມ​ລິ​ກາ-ລັດ​ເຊຍ ຫຍັບ​ມໍ່​ເຂົ້າກັນ​ເພື​ອ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະຫງົບ. ສິ່ງ​ດັ່ງກ່າວ​ແມ່ນ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທັງ 2 ຝ່າຍ.

   ​ເຖິງ​ວ່າ​ມີ​ຫຼາຍ​ຄຳ​ຄິດ​ຄຳ​ເຫັນ​ຖື​ວ່າ ການ​ປັນ​ປວນດ້ານ​ນັກ​ສືບ​ສອດ​ແນມຄັ້ງ​ນີ້ ບໍ່​ສົ່ງ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ຕໍ່ ການ​ພົວພັນ ອາ​ເມ​ລິ​ກາ-ລັດ​ເຊຍ ກໍ​ຕາມ, ​ແຕ່​ແນ່ນອນ​ວ່າ ມັນ​ເປັນ​ບາດກ້າວ​ຖອຍຫຼັງ​ໃນ​ຄວາມ​ມານະ​ພະຍາຍາມ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ລະຫວ່າງ​ມົດສກູ ​ແລະ ວໍ​ຊິງ​ຕັນ. ​ເພື່ອ​ມ້າງຮື້, ​ແກ້​ໄຂ​ສິ່ງ​ກີດ​ຂວາງຕໍ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ນັ້ນ, ​ແມ່ນ​ຈະ​ຕ້ອງ​ໃຊ້​ເວລາ​ຫຼາຍ​ເພາະ​ລະຫວ່າງທັງ 2 ຝ່າຍຍັງ​ຄົງ​ບໍ່​ລົງ​ລອຍ​ກັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ທັດສະນະ ​ແລະ ຍັງ​ແກ່ງ​ແຍ້​ງ ຢ່າງ​ຮຸນແຮງ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດ .

ຕອບກັບ

ຂ່າວ/ບົດ​ອື່ນ