ການປັບປຸງລັດຖະທຳມະນູນ ປີ 1992 ສ້າງທ່ວງທ່າໃຫ້ແກ່ການພັດທະນາປະເທດຊາດ

 ​( vovworld ) – ເລື່ອງສະຫລຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ​ແລະ ​ຮັບເອົາ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ ​ໃນ​ລັດຖະທຳ​ມະນູນ​ສະບັບ​ນີ້ ພວກ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ​ຈາກບັນດາ​ຂະ​ແໜງ​ການ​ທີ່​ມີທີ່​ໜ້າ​ທີ່​ຮັບຜິດຊອບ. ວັນ​ທີ 18/4, ຢູ່​ຮ່າ​ໂນ້ຍ, ຄະນະ​ບັນນາທິການ​ຮຽບຮຽງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ກໍ​ໄດ້​ຈັດ​ວາລະປະຊຸມ​ຄັ້ງທີ 4 ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ບົດ​ລາຍ​ງານ​ສະຫລຸບການ​ປະຕິບັດລັດຖະທຳ​ມະນູນ​ປີ 1992 ​​ແລະ ຮ່າງ​ບົດ​ລາຍ​ງານ​ບັນດາ​ບັນຫາ​ພື້ນຖານ​ກ່ຽວ​ກັບ​ການ​ປັບປຸງລັດຖະທຳ​ມະນູນ​ສະບັບ​ນີ້. ກ່ອນ​ນັ້ນ, ບັນດາ​ຄຳ​ເຫັນ​ລ້ວນ​ແຕ່​ຖື​ວ່າ ການ​ປັບປຸງລັດຖະທຳ​ມະນູນ​​ແມ່ນ​ຈຳ​ເປັນ​ທີ່​ສຸດ ​ເພື່ອ​ແນ​ໃສ່​ສ້າງ​ພະລັງຢ່າງ​​ແຂງແຮງ​ໃຫ້​ແກ່​ພາລະກິດ​ພັດທະນາ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ສັງຄົມ ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ​ປ່ຽນໃໝ່​ຂອງ​ປະ​ເທດ​ຊາດ​ໃນ​ຊຸມ​ປີ​ຕໍ່​ໄປ.

ການປັບປຸງລັດຖະທຳມະນູນ ປີ 1992  ສ້າງທ່ວງທ່າໃຫ້ແກ່ການພັດທະນາປະເທດຊາດ - ảnh 1

(ພາບປະກອບ:tapchikiemsat.org.vn)

  ຈຸດປະສົງ​ຂອງ​ການປັບປຸງລັດຖະທຳ​ມະນູນ​​ຄັ້ງນີ້ ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​ສ້າງ​ຂຶ້ນ​ກົນ​ຈັກ​ບໍລິຫານ​ຈາກ​ຂັ້ນ​ເທິງ​ລົງຮອດ​ຂັ້ນລຸ່ມ, ສ້າງ​ກົນ​ໄກ​ການເຄື່ອນ​ໄຫວມີ່​ເປັນ​ເອກະ​ພາບ ​ແລະ ມີ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງ. ​ເພື່ອ​ແກ້​ໄຂ​ບັນດາບັນຫາ​ໄດ້​ຢ່າງ​ໄວວາ ​ແລະ ກະທັດ​ລັດ ​ຕາມ​ຄວາມ ​ຮຽກຮ້ອງ​ຕ້ອງການຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ຢ່າງ​ເລິກ​ເຊີ່ງ​ກ້ວາງ​ຂວາງນັ້ນ, ມັນ​ຮຽກຮ້ອງ​​ໃຫ້​ລະບົບ​ກົງຈັກ​ຕ້ອງ​ມີ​ຄວາມ​ກະທັດ​ລັດ. ​ໃນ​ການ​ປັບປຸງ​ເມື່ອ​ປີ 2001, ລັດຖະທຳ​ມະນູນ​​ປີ 1992 ​ໄດ້​ຮັບ​ຮູ້​ຫຼັກການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ລັດຖະທຳ​ມະນູນ​​ຍັງ​ບໍ່​ທັນ​ກຳນົດ​ຢ່າງ​ຈະ​ແຈ້ງວ່າ ອົງການ​ໃດ​ປະຕິບັດສິດ​ບໍລິຫານ, ອົງ​ການໃດປະຕິບັດ​ສິດ​ຕຸລາການ, ສະນັ້ນ ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ທີ່​ຕັ້ງ, ພາລະ​ໜ້າ​ທີ່ ​ແລະ ການ​ພົວພັນ​ຂອງ​ບັນດາ​ອົງການ​ໃນ​ຈົງ​ຈັກ​ລັດ​ບໍ່​ທັນ​ຈະ​ແຈ້ງ​ເທື່ອ. ທ່າ​ນ Nguyen Dinh Quyen ສະມາຊິກ​ສະ​ແຫ່ງ​ຊາດ​ນະຄອນຫຼວງ​ຮ່າ​ໂນ້ຍ ຖື​ວ່າ:

    “ລັດຖະທຳ​ມະນູນ​ປີ 1992 ​ສ່ວນ​ຫຼາຍ​ແມ່ນ​ສຸມ​ໃສ່ປ່ຽນ​ໃໝ່​ຮອບດ້ານ​ລະບອບ​ເສດຖະກິດ, ວັດທະນະທຳ, ສັງົຄມ, ສິດ ​ແລະ ພັນທະ​ອັນ​ເປັນ​ພື້ນຖານຂອງ​ພົນລະ​ເມືອງ. ສ່ວນ​ສຳລັບ​ກົງ​ຈັກລັດ, ​ແມ່ນຍັງ​ຄົງຮັກສາ​ໂດຍ​ພື້ນຖານ ຕາມ​ຮູບ​ແບບ​ຂອງ​ລັດຖະທຳ​ມະນູນ​ສະບັບ​​ເກົ່າ ສະນັ້ນ ຕ້ອງ​ມີ​ການ​ກຳນົດ​ທິດ​ອັນ​ເປັນ​ພື້ນຖານ​ທີ່​ສຸດ​ກ່ຽວ​ກັບ​ການ​ປັບປຸງ​ກົງຈັກ​ລັດ. ພວກ​ເຮົາ​ຕ້ອງອະທິບາຍ​ໄດ້​ວ່າ ຫຼັກການ​ສິດ​ອຳນາດ​ແຫ່ງ​ລັດ ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ, ມີ​ການ​ແບ່ງ​ໜ້າ​ທີ່ ສົມທົບ​ກັນ​ລະຫວ່າງ​ບັນດາ​ອົງການ​ແຫ່ງ​ລັດ​ໃນ​ການ​ປະຕິບັດ 3 ສິດ​ຄື: ນິຕິບັນຍັດ, ບໍລິຫານ ​ແລະ ຕຸລາການ“.

ການປັບປຸງລັດຖະທຳມະນູນ ປີ 1992  ສ້າງທ່ວງທ່າໃຫ້ແກ່ການພັດທະນາປະເທດຊາດ - ảnh 2

ການ​ພົບ​ປະ​ເຈລະຈາ​ວິທະຍາສາດກ່ຽວ​ກັບ “ການ​ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ປີ 1992“

(ພາບ:hvcsnd.edu.vn)

   ສຳລັບບັນຫາ​ສິດ ​ແລະ ພັນທະ​ໂດຍ​ພື້ນຖານ​ຂອງ​ພົນລະ​ເມືອງ, ລັດຖະທຳ​ມະນູນ​ປີ 1992 ​ໄດ້​ຮັບ​ຮູ້​ບັນດາ​ສິດ ​ແລະ ​ຄວາມເສລີ​ໂດຍ​ພື້ນຖານ​ຂອງ​ມະນຸດ, ຂອງ​ພົນລະ​ເມືອງຢ່າງ​ຄົບ​ຖ້ວນ​ພໍ​ສົມຄວນ, ສອດຄ່ອງ​ກັບ​ທຳນຽມ​ສາກົນ ​ແລະ ສົນທິສັນຍາຊື່​ງ ຫວຽດນາມ ​ໄດ້​ເຊັນ ຫຼື​ເຂົ້າຮ່ວມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຜ່ານ​ການ​ສະຫລຸບ​ກໍ​ເຫັນ​ວ່າ ວິທີ​ສະ​ແດງອອກ​ໃນ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 1992 ຍັງ​ບໍ່​ທັນ​ມີ​ລັກສະນະ​ວິທະຍາສາດ, ບໍ່​ທັນ​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ຢ່າງ​ຖືກຕ້ອງ​ລະຫວ່າງ​ລັດ ​ແລະ ພົນລະ​ເມືອງ. ​ເພື່ອ​ປັບປຸງ, ​ເພີ່ມ​ເຕີມ ຕ້ອງ​ເຮັດ​ໃຫ້​ກະຈ່າງແຈ້ງ, ຈຳ​ແນ​ກສິດທິ​ມະນຸດ ກັບ​ສິດ​ຂອງ​ພົນລະ​ເມືອງ. ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ຕ້ອງ​ເຮ​ດ​ໃຫ້​ແຈ້ງ 3 ລັກສະນະ​ພື້ນຖານ ສ້າງ​ເປັນ​ທາດ​ແທ້​ຂອງ​ລະບອບ ນັ້ນ​ແມ່ນ​ລັກສະນະ​ສັງຄົມ​ນະ​ຍົມ, ລັກສະນະ​ປະຊາຊົນ ​ແລະ ລັກສະນະອຳນາດ​ນິຕິບັນຍັດ ຕ້ອງ​ກຳນົດ ​ແລະ ປັບປຸງ​ສິດ​ເປັນ​ເຈົ້າຂອງ​ປະຊາຊົນ, ສາຍ​ພົວພັນ​ລະຫວ່າງ​ລັດ ​ແລະ ປະຊາຊົນຢ່າງ​ບໍ່​ຢຸດ​ຢັ້ງ. ສິດ​ອຳນາດ​​ແຫ່ງ​ລັດຂອງ​ປະຊາຊົນ ຈະ​ກຳນົດ​ໄດ້ ຖ້າ​ຖືເອົາ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ເປັນ​ພື້ນຖານ. ທ່ານ Vu Duc Khien ອະດີດ​ປະທານ​ຄະນະ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ ​ໃຫ້​ຄ​ຳ​ເຫັນ​ວ່າ:

   “​ມາດຕາ​ທີ 2 ຂອງລັດຖະທຳ​ມະນູນ​ປີ 1992 ​ໄດ້​ເວົ້າວ່າ ສິດ​ອຳນາດ​ທັງ​ໝົດ​ຂອງ​ລັດ ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ ຊື່​ງພື້ນຖານ​ແມ່ນ​ສະຫະພັນ​ຊົນ​ຊັ້ນກຳມະກອນ, ຊາວ​ກະສິກອນ ​ແລະ ຖັນ​ແຖວ​ນັກ​ປັນຍາ​ຊົນ. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ປັບປຸງ​ສັບ​ດັ່ງກ່າວ, ຕ້ອງ​ເວົາວ່າ ພື້ນຖານ​ແມ່ນ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຍ້ອນ​ວ່າ ພັກ​ໄດ້​ກຳນົດ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ​ມີ​ບົດບາດ​ຍຸດ​ທະ​ສາດ“

   ກ່ຽວ​ກັບ​ນະ​ໂຍບາຍ​ເສດຖະກິດ, ຕາມ​ຜູ້​ຊ່ຽວຊານ​ຫຼາຍ​ທ່ານ​ແລ້ວ, ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ຈະ​ປັບປຸງ​​ເພີ່ມ​ເຕີມບັນດາ​ຂໍ້​ກຳນົດ​ຮັບປະກັນ​ຈຸດໝາຍ, ການ​ກຳນົດ​ທິດ​ນະ​ໂຍບາຍ​ໃຫ່ຍ​ເພື່ອ​ພັດທະນາ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຕາມ​​ກຳນົດ​ທິດ​ສັງຄົມ​ນິຍົມ​ດ້ວຍ​ຫຼາຍ​ພາກສ່ວນ​ເສດຖະກິດ, ຫຼາຍ​ຮູບ​ການຈັດຕັງດຳ​ເນີນ​ທຸລະ​ກິດ ​ແລະ ຮູບການ​ແຈກ​ຢາຍ.

   ລັດຖະທຳ​ມະນູນ​ປີ 1992 ​ແມ່ນ​ລັດຖະທຳ​ມະນູນ​ສະບັບ​ທີ 4 ຂອງ ຫວຽດນາມ ນັບ​ແຕ່​ປະ​ເທດ ຫວຽດນາມ ຍາດ​ໄດ້​​ເອກະລາດ​ເມື່ອ​ປີ 1945. ​ເລື່ອງ​ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ຄັ້ງນີ້ ສືບ​ຕໍ່​ໄດ້​ຫັນ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃຫ່ຍ ຊື່​ງ​ໄດ້ຮັບ​ການ​ຮັບຮອງ​ເອົາ​ຢູ່​ກອງ​ປະຊຸມ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ຄັງທີ 11 ​ເປັນ​ລະບຽບ​ກົດໝາຍ, ສ້າງ​ທ່ວງທ່າ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ