ການປັບປຸງຮ່າງປະມວນກົດໝາຍແພ່ງ ເພື່ອຕອບສະໜອງການພັດທະນາຂອງປະເທດຊາດ



ຮ່າງ​ປະ​ມວນ​ກົດ​ໝາຍ​ແພ່ງສະ​ບັບ​ປັບ​ປຸງ​ໄດ້​ຖືກ​ນຳ​ມາ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະ​ຊາ​ຊົນ​ນັບ​ແຕ່​ຕົ້ນ​ອາ​ທິດນີ້ ແລະ ຈະ​ແກ່​ຍາວ​ເປັນ​ເວ​ລາ 3 ເດືອນ. ການປັບ​ປຸງ​ເພີ່ມ​ເຕີມ ຮ່າງ​ປະ​ມວນ​ກົດ​ໝາຍ​ແພ່ງແມ່ນ​ເພື່ອ​ແນ​ໃສ່​ສ້າງ ຮ່າງ​ປະ​ມວນ​ກົດ​ໝາຍນີ້​ກາຍ​ເປັນ​ກົດ​ໝາຍ​ລວມ​ຂອງ​ລະ​ບົບ​ກົດ​ໝາຍ ຊຶ່ງ​ໄດ້​ດັດ​ສົມ​ບັນ​ດາ​ການ​ພົວ​ພັນ​ສັງ​ຄົມ​ໂດຍ​ຖືກ​ສ້າງ​ຂຶ້ນ​ຕາມຫຼັກ​ການ​ເສ​ລີ, ສ​ະ​ໝັກ​ໃຈ, ສະ​ເໝີ​ພາບ ແລະ ຮັບ​ຜິບ​ຊອບ​ເອງ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​.

 

ການປັບປຸງຮ່າງປະມວນກົດໝາຍແພ່ງ ເພື່ອຕອບສະໜອງການພັດທະນາຂອງປະເທດຊາດ - ảnh 1

    ຮ່າງ​ປະ​ມວນ​ກົດ​ໝາຍ​ແພ່ງສະ​ບັບ​ປັບ​ປຸງລວມ​ມີ 710 ມາດ​ຕາ. ເມື່ອ​ທຽບ​ໃສ່ ​ປະ​ມວນ​ກົດ​ໝາຍ​ແພ່ງປີ 2005, ຮ່າງ​ປະ​ມວນ​ກົດ​ໝາຍ​ຍັງ​ຮັກ​ສາ 265 ມາດ​ຕາ, ປັບ​ປຸງ 298 ມາດ​ຕາ, ເພີ່ມ​ເຕີມ 174 ມາດ​ຕາ, ຍົກ​ເລີກ 147 ມາດ​ຕາ. ບັນ​ດາ​ບັນ​ຫາ​ຈຸດ​ສຸມ​ທີ່​ຂໍ​ຄຳ​ເຫັນ​ຈາກ​ປະ​ຊາຊົນກ່ຽວ​ກັບ ຮ່າງ​ປະ​ມວນ​ກົດ​ໝາຍ​ ແມ່ນ​ລວມ​ມີ: ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ໃນ​ການ​ປົກ​ປ້ອງ​ສິດ​ພົນ​ລະ​ເຮືອນ, ສິດ​​ພົນ​ລະ​ເຮືອນ​ຂອງສ່ວນ​ບຸກ​ຄົນ; ກຳ​ນົດ​ເວ​ລາ​ກ່ຽວ​ກັບ​ການ​ສືບ​ທອດ; ບັນ​ດາ​ຮູບ​ແບບ​ກຳ​ມະ​ສິດ….

ປະ​ມວນ​ກົດ​ໝາຍທີ່​ເປັນ​ພື້​ນ​ຖານ​ທີ່​ສຸດ​ໃນ​ລະ​ບົບ​ກົດ​ໝາຍ​ຫວຽດ​ນາມ

   ​ປະ​ມວນ​ກົດ​ໝາຍ​ແພ່ງມີ​ທີ່ຕັ້ງ​ບົດ​ບາດ​ສຳ​ຄັນເປັນ​ພິ​ເສດ, ຊຶ່ງ​ຄອບ​ງຳ​ກ່ຽວ​ກັບ​ກົດ​ໝາຍຫຼາຍສະ​ບັບອື່ນໆ​ໃນ​ລະ​ບົບ​ກົດ​ໝາຍ, ສົ່ງ​ຜົນ​ກະ​ທົບ​ເຖິງ​ບັນ​ດາ​ການ​ພົວ​ພັນ​ແລກ​ປ່ຽນ​ທາງ​ພົນ​ລະ​ເຮືອນ​ໃນ​ສັງ​ຄົມ. ຮ່າງ​ປະ​ມວນ​ກົດ​ໝາຍ​ແພ່ງ​ໄດ້​ກຳ​ນົດ​ກ່ຽວ​ກັບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ແພ່ງ, ທີ່​ຕັ້ງ​ບົດ​ບາດ​ດ້ານ​ນິ​ຕິ​ທຳ, ມາດ​ຖານ​ດ້ານ​ກົດ​ໝາຍ​ກ່ຽວ​ກັບ​ວິ​ທີ​ການ​ປະ​ພຶດ​ຂອງ​ສ່ວນ​ບຸກ​ຄົນ, ນິ​ຕິ​ບຸກ​ຄົນ, ສິດ ແລະ ພັນ​ທະ​ກ່ຽວ​ກັບ​ສ່ວນ​ບຸກ​ຄົນ ແລະ ຊັບ​ສິນ​ຂອງ​ສ່ວນ​ບຸກ​ຄົນ, ນິ​ຕິ​ບຸກ​ຄົນ​ໃນ​ບັນ​ດາ​ການ​ພົວ​ພັນ​ທາງ​ພົນ​ລະ​ເຮືອນ, ການ​ສົມ​ລົດ ແລະ ຄອບ​ຄົວ, ການ​ດຳ​ເນີນ​ທຸ​ລະ​ກິດ, ການ​ຄ້າ, ການ​ອອກ​ແຮງ​ງານ ແລະ ບັນ​ດາ​ການ​ພົວ​ພັນ​ອື່ນໆຖືກ​ສ້າງ​ຂຶ້ນ​ບົນ​ພື້ນ​ຖານ​ສະ​ເໝີ​ພາບ, ເສ​ລີ​ພາບ​ດ້ານ​ເຈດ​ຈຳ​ນົງ, ຄວາມ​ເປັນເອ​ກະ​ລາດທາງ​ດ້ານ​ຊັບ​ສິນ​ ແລະ ຄວາມ​ຮັບ​ຜິດ​ຊອບ​ເອງ​ຂອງ​ບັນ​ດາ​ບຸກ​ຄົນ, ຫົວ​ໜ່ວຍ​ທີ່​ມີ​ການ​ພົວ​ພັນ. ​ປະ​ມວນ​ກົດ​ໝາຍ​ແພ່ງສະ​ບັບ​ປັບ​ປຸງໄດ້​ສົ່ງ​ຜົນ​ກະ​ທົບ​ເຖິງ​ຊີ​ວິດ​ສັງ​ຄົມ​ທຸກ​ດ້ານ, ນ​ັກ​ທະ​ນາຍ​ຄວາມ ຫງວຽນ​ຈ້ອງ​ຕິ ອະ​ດີດ​ຫົວ​ໜ້າ​ຄະ​ນະ​ນັກ​ທະ​ນາຍ​ຄວາມ​ນະ​ຄອນ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ :

   “ຮ່າງ​ປະ​ມວນ​ກົດ​ໝາຍ​ແພ່ງແມ່ນປະ​ມວນ​ກົດ​ໝາຍທີ່​ສຳ​ຄັນ​ກວ່າ​ໝູ່​ໃນ​ລະ​ບົ​ບ​ກົດ​ໝາຍ​ຂອງ​ລັດ​ຫວຽດ​ນາມ. ເພາະ​ວ່າ​ພາຍຫຼັງ​ທີ່​ມີ​ລັດ​ຖະ​ທຳ​ມະ​ນູນນັ້ນ, ສິດ​ທັງ​ໝົດ​ຂອງ​ພົນ​ລະ​ເມືອງ​ກ່ຽວ​ກັບ​ກຳ​ມະ​ສິດ, ສິດ​ພົນ​ລະ​ເຮືອນ​ຂອງ​ສ່ວນ​ບຸກ​ຄົນ​ຊຶ່ງ​ໄດ້​ສະ​ແດງ​ອອກ​ໃນປະ​ມວນ​ກົດ​ໝາຍ​ແພ່ງຜ່ານ​ທຸກໆ​ສິດ​ຜົນ​ປະ​ໂຫຍດ​ທີ່​ຕິດ​ແທດ​ຕົວ​ຈິງ​ຂອງ​ພົນ​ລະ​ເມືອງ​ແຕ່​ລ​ະຄົນ, ອົງ​ການ​ນິ​ຕິ​ບຸກ​ຄົນ​ແຕ່​ລະ​ແຫ່ງ​ລ້ວນ​ແຕ່​ຖືກ​ສະ​ແດງ​ອອກ​ຜ່ານ​ປະ​ມວນ​ກົດ​ໝາຍ​ແພ່ງ. ດັ່ງ​ນັ້ນ, ການ​ປັບ​ປຸງປະ​ມວນ​ກົດ​ໝາຍ​ແພ່ງໃຫ້​ສອດ​ຄ່ອງ​ກັບ​ລັດ​ຖະ​ທຳ​ມະ​ນູນ ແມ່ນ​ຖືກ​ຕ້ອງ. ພວກ​ເຮົາ​ຊົມ​ເຊີຍ​ແຜນ​ນະ​ໂຍ​ບາຍ​ດັ່ງ​ກ່າວ”

    ເພີ່ມ​ເຕີມຫຼາຍ​ຈຸດ​ໃໝ່​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ

  ໃນ 10 ບັນ​ຫາ​ທີ່​ເປັນຈຸດ​ສຸມທີ່​ຖືກ​ນຳ​ມາ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະ​ຊາ​ຊົນ​ ໄດ້​ກຳ​ນົດ​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ໃນ​ການ​​ປົກ​ປ້ອງ​ສິດ​ພົນ​ລະ​ເຮືອນ, ສິດ​​ພົນ​ລະ​ເຮືອນ​ຂອງສ່ວນ​ບຸກ​ຄົນ; ຈຸດ​ເວ​ລາກຳ​ນົດກຳ​ມະ​ສິດ; ບັນ​ດາ​ຮູບ​ແບບ​ກຳ​ມະ​ສິດ….ນີ້​ແມ່ນ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ໃນ​ຫາງ​ສຽງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ :

    “ ໃນ​ການ​ປັບ​ປຸງ​ເທື່ອນີ້, ປະ​ມວນ​ກົດ​ໝາຍ​ແພ່ງຄວນ​ສະ​ແດງ​ໃຫ້​ເຫັນ 2 ທັດ​ສະ​ນະ​ທີ່​ສຳ​ຄັນ, ນັ້ນ​ແມ່ນ​ຕ້ອງ​ກາຍ​ເປັນ​ພື້ນ​ຖານ​ດ້ານ​ນິ​ຕິ​ທຳ​ຂອງ​ລະ​ບົບ​ກົດ​ໝາຍ, ດັດ​ປັບ​ບັນ​ດາ​ການ​ພົວ​ພັນ​ລະ​ຫວ່າງ​ສວ່ນ​ບຸກ​ຄົນ, ຫົວ​ໜ່ວຍ​ຕ່າງໆ​ແບບ​ສະ​ເໝີ​ພາບ, ຕົກ​ລົງ​ກັນ​ເອງ,  ແລະ ຮັບ​ຜິດ​ຊອບ​ເອງ. ທີ 2 ແມ່ນ​ຕ້ອງ​ກາຍ​ເປັນ ປະ​ມວນ​ກົດ​ໝາຍ​​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ​ຕາມ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ. ເອົາ​ໃຈ​ໃສ່​ເຖິງ​ການ​ສືບ​ທອດ, ເສີມ​ຂະ​ຫຍາຍ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ມີ​ສີ​ສັນ​ສະ​ເພາະ ແລະ ສົມ​ເຫດ​ສົມ​ຜົນ​ຂອງກົດ​ໝາຍ​ແພ່ງຫວຽດ​ນາມ, ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ ”

    ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ຮ່າງ​ປະ​ມວນ​ກົດ​ໝາຍ​ແພ່ງສະ​ບັບ​ປັບ​ປຸງ ໄດ້​ກຳ​ນົດ​ສ່ວນ​ບຸກ​ຄົນ, ນິ​ຕິ​ບຸກ​ຄົນ​ສະ​ເໜີ​ສານ​ຈົ່ງ​ແກ້​ໄຂ​ກໍ​ລະ​ນີ​ຕ່າງໆ​ໃນ​ກຳ​ນົດ​ເວ​ລາ​ທີ່​ກົດ​ໝາຍ​ໄດ້​ກຳ​ນົດ; ເມື່ອ​ໝົດ​ກຳ​ນົດ​ເວ​ລານັ້ນ, ຫາກ​ສ່ວນບຸກ​ຄົນ, ນິ​ຕິ​ບຸກ​ຄົນ​ຈຶ່ງ​ມີ​ຄຳ​ສະ​ເໜີ ແທນ​ທີ່​ປະ​ຕິ​ເສດ​ແກ້​ໄຂ​ຄື​ກົດ​ໝາຍ​ໄດ້​ກຳ​ນົດ​ໃນ​ປະ​ຈຸ​ບັນ​ນັ້ນ, ສານ​ຍັງ​ຄົງ​ຮັບ​ແກ້​ໄຂ. ນ​ັກ​ທະ​ນາຍ​ຄວາມ ຫງວຽນ​ຈ້ອງ​ຕິ ອະ​ດີດ​ຫົວ​ໜ້າ​ຄະ​ນະ​ນັກ​ທະ​ນາຍ​ຄວາມ​ນະ​ຄອນ​ຮ່າ​ໂນ້ຍ ໄຈ້​ແຍກວ່າ :

   “ ລັດ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ສິດ​ທີ່​ແທ້​ຈິງ​ຂອງ​ປະ​ຊາຊົນ, ມັນ​ສອດ​ຄ່ອງ​ກັບ​ສິດ​ພົນ​ລະ​ເຮືອນ​ຊຶ່ງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ໄດ້​ປັບ​ປຸງ. ໃນປະ​ມວນ​ກົດ​ໝາຍ​ແພ່ງ​ຄັ້ງ​ນີ້, ລັດ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮັບ​ປະ​ກັນ​ສິດ ແລະ ພັນ​ທະ​ຂອງ​ພົນ​ລະ​ເມືອງ. ”

    ປະ​ມວນ​ກົດ​ໝາຍ​ແພ່ງ​ແມ່ນ ປະ​ມວນ​ກົດ​ໝາຍ​​ໃຫຍ່, ເປັນ​ພື້ນ​ຖານ​ໃນ​ລະ​ບົບ​ກົດ​ໝາຍ​ຫວຽດ​ນາມ. ການ​ປັບ​ປຸງກວ່າ 200 ມາດ​ຕາ​ຂອງ ປະ​ມວນ​ກົດ​ໝາຍ​​ແມ່ນ​ວຽກ​ງານ​ທີ່ສຳ​ຄັນ​ທີ່​ສຸດ, ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ, ຮັບ​ໃຊ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ກໍ​ຄື​ໄປ​ທັນ​ກັບ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ ແລະ ກວ້າງຂວາງ .

ຕອບກັບ

ຂ່າວ/ບົດ​ອື່ນ