ການປ້ອງກັນ, ຕ້ານການສໍ້ລາດບັງຫລວງ:ປັດໄຈສຳຄັນໃນການສ້າງລັດແຫ່ງອຳນາດກົດໝາຍ

(VOVWORLD) -ວັນທີ 9 ພະຈິກ ທຸກປີ ແມ່ນວັນ ກົດໝາຍ ຫວຽດນາມ, ແມ່ນເຫດການເພື່ອແນໃສ່ເຊີດຊູບົດບາດສຳຄັນຂອງລະບົບກົດໝາຍໃນການບໍລິຫານ,ຄຸ້ມຄອງປະເທດຊາດ ພິເສດ ໃນວິວັດທະນາການກໍ່ສ້າງ, ປັບປຸງລັດແຫ່ງອຳນາດກົດໝາຍ ຢູ່ ຫວຽດນາມປະຈຸບັນໃຫ້ສົມບູນແບບ. ໃນພາບພົດລວມຂອງລະບົບກົດໝາຍ, ບັນດາຂໍ້ກຳນົດ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ແມ່ນປັດໄຈຂາດບໍ່ໄດ້, ປະກອບສ່ວນຫັນເປົ້າໝາຍສ້າງລັດແຫ່ງອຳນາດກົດໝາຍໃຫ້ປະກົດຜົນເປັນຈິງ.

ການປ້ອງກັນ, ຕ້ານການສໍ້ລາດບັງຫລວງ:ປັດໄຈສຳຄັນໃນການສ້າງລັດແຫ່ງອຳນາດກົດໝາຍ - ảnh 1ການປ້ອງກັນ ຕ້ານການສໍ້ລາດບັງຫລວງແມ່ນປັດໄຈສຳຄັນໃນການສ້າງລັດແຫ່ງອຳນາດກົດໝາຍ. ພາບ: Báo Pháp Luật

ຄາວຍັງມີຊີວິດຢູ່ ປະທານ ໂຮ່ຈີມິນ ເຄີຍຢືນຢັນວ່າ: ການສໍ່ລາດບັງຫລວງ, ການຟຸມເຟືອຍ ແລະ ໄພ ອາດຍາສິດ ໄດ້ເຮັດໃຫ້ພາລະກິດແຫ່ງການຕໍ່ຕ້ານ ແລະສ້າງສາປະເທດຊາດຊັກຊ້າລົງ.

ປະຈຸບັນ ພັກກອມມູນິດ ຫວຽດນາມໄດ້ກຳນົດວ່າ: ການປ້ອງກັນ, ຕ້ານການສໍ້ລາດບັງຫລວງແມ່ນມີບົດບາດສຳຄັນສຳລັບພາລະກິດແຫ່ງການປ່ຽນແປງໃຫມ່ປະເທດຊາດ.ການຕໍ່ສູ້ ຕ້ານການສໍ້ລາດບັງຫລວງ ປະກົດການຫຍໍ້ທໍ້ເພື່ອປົກປັກຮັກສາພັກ, ລັດແຫ່ງອຳນາດກົດໝາຍ  , ສ້າງລັດຖະບານມີປະສິດທິພາບ, ຍຸຕິທຳ ແລະ ມີປະສິດທິຜົນກວ່າ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຢ່າງແຮງກວ່າ ແລະປະຕິບັດບັນດາບົດບາດຫນ້າທີ່ສັງຄົມໃຫ້ດີກວ່າເກົ່າ.

ສ້າງລະບົບກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫລວງໃຫ້ຄົບຊຸດ

          ກົດໝາຍວ່າດ້ວຍການປ້ອງກັນ ຕ້ານການສໍ້ລາດບັງຫລວງໄດ້ຮັບຄວາມເອົາໃຈໃສ່ເປັນສຳຄັນນັບແຕ່ຊຸມມື້ຕົ້ນແຫ່ງສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ປະຈຸບັນ ແມ່ນ ສສ ຫວຽດນາມ).

          ໃນໄລຍະສ້າງສາ, ພັດທະນາປະເທດຊາດ, ແຜນນະໂຍບາຍ, ນະໂຍບາຍກ່ຽວກັບການປ້ອງກັນ ຕ້ານການສໍ້ລາດບັງຫລວງ ໄດ້ກຳນົດນັບມື້ນັບລະອຽດກວ່າ. ໃນໄລຍະປ່ຽນແປງໃຫມ່ປະເທດຊາດ, ພັກກອມມູນິດ ຫວຽດນາມ ມີແຜນນະໂຍບາຍສ້າງກອບກົດໝາຍໃຫ້ຄົບຊຸດໂດຍໄວ, ມີປະສິດທິຜົນເພື່ອປ້ອງກັນ ຕ້ານການສໍ້ລາດບັງຫລວງ ສະນັ້ນ ກອງປະຊຸມສູນກາງພັກຄັ້ງທີ 3 ຊຸດທີ X (ປີ 2006) ໄດ້ວາງອອກມະຕິກ່ຽວກັບການເພີ່ມທະວີການນຳພາຂອງພັກ ສຳລັບພາລະກິດແຫ່ງການປ້ອງກັນ ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ.

          ດ້ວຍບາດກ້າວເດີນຢ່າງລະມັດລະວັງ ເພື່ອແນໃສ່ປະຕິບັດການປ້ອງກັນ ຕ້ານການສໍ້ລາດບັງຫລວງ ຕິດພັນກັບປົກປັກຮັກສາດ້ານການເມືອງໃຫ້ມີສະຖຽນລະພາບ ແລະ ພັດທະນາເສດຖະກິດ ສັງຄົມ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ (ປີ 2021) ໄດ້ສືບທອດ, ພັດທະນາບັນດາທັດສະນະຊີ້ນຳ ແລະ ສືບຕໍ່ກຳນົດທິດ: ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ ສະກັດກັ້ນ, ຍູ້ການສໍ້ລາດບັງຫລວງ, ການຟຸມເຟືອຍໃຫ້ຖອຍໄປ, ດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງສູງກວ່າ, ມີການກະທຳທີ່ແຮງກວ່າ, ຂ້ຽວຂາດກວ່າ, ມີປະສິດທິຜົນກວ່າ.. ເດືອນພະຈິກປີ 2022, ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ໄດ້ປະກາດໃຊ້ມະຕິເລກທີ 27 ກ່ຽວກັບການສືບຕໍ່ກໍ່ສ້າງ ແລະ ປັບປຸບລັດແຫ່ງອຳນາດກົດໝາຍ ຢູ່ ຫວຽດນາມ ໃນໄລຍະໃຫມ່ໃຫ້ສົມບູນແບບ.

         ພາຍໃຕ້ແງ່ມູມບັນດາເອກະສານນິຕິກຳ, ເລື່ອງປັບປຸງກົດໝາຍວ່າດ້ວຍການປ້ອງກັນ ຕ້ານການສໍ້ລາດບັງຫລວງ ປີ 2005 ໃນປີ 2007, 2012 ໄດ້ສ້າງກົນໄກປ້ອງກັນ ຕ້ານການສໍ້ລາດບັງຫລວງຢ່າງຮອບດ້ານ. ກອງປະຊຸມຄັ້ງທີ 6 ສະພາແຫ່ງຊາດ ຫວຽດນາມຊຸດທີ XIV ໄດ້ຮັບຮອງເອົາກົດໝາຍ ປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ ຕ້ານການສໍ້ລາດບັງຫລວງປີ 2018. ສິ່ງນີ້ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງຂອງ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ການປ້ອງກັນ ຕ້ານການສໍ້ລາດບັງຫລວງ.

         ດ້ວຍເລື່ອງຮັບຮອງເອົາກົດໝາຍປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ ຕ້ານການສໍ້ລາດບັງຫລວງ ປີ 2018, ລະບົບນະໂຍບາຍ,ເອກະສານນິຕິກຳກ່ຽວກັບການຕໍ່ສູ້ປ້ອງກັນ ຕ້ານການສໍ້ລາດບັງຫລວງ ແມ່ນມີຄວາມຄົບຊຸດ, ນັບມື້ນັບສົມບູນແບບ.

ຍົກສູງປະສິດທິຜົນຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫລວງ

ດ້ວຍບົດບາດແມ່ນປັດໄຈສຳຄັນໃນການສ້າງລັດແຫ່ງອຳນາດກົດໝາຍ, ກົດໝາຍວ່າດ້ວຍການປ້ອງກັນ ຕ້ານການສໍ້ລາດບັງຫລວງ ສືບຕໍ່ໄດ້ຮັບການປັບປຸງໃຫ້ຄົບຊຸດ ດ້ວຍລະບອບລະບຽບການ ແລະລະບົບກົດໝາຍ ຫວຽດນາມ. ບັນດາເອກະສານແນະນຳລຸ່ມກົດໝາຍ ແມ່ນນັບມື້ນັບມີຄວາມຄົບຊຸດໃນການເຄື່ອນໄຫວກວດກາຊັບສົມບັດ,ລາຍຮັບ; ຖອນຄືນຊັບສົມບັດສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້;..

          ປະຈຸບັນ, ຫວຽດນາມພວມຊຸກຍູ້ການຜັນຂະຫຍາຍການປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບການປ້ອງກັນ ຕ້ານການສໍ້ລາດບັງຫລວງ ຮອດປີ 2030 ໃຫ້ມີປະສິດທິຜົນ,ໃນນັ້ນ ສຸມໃສ່ຄົ້ນຄ້ວາ, ສຳຫລວດກວດຄືນ, ດັດແກ້, ເພີ່ມເຕີມ ແກ້ໄຂຂໍ້ຂາດຕົກບົກຜ່ອງຂອງກົດໝາຍກ່ຽວກັບການຄຸ້ມຄອງເສດຖະກິດ - ສັງຄົມ ແລະ ການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ເພື່ອສະເຫນີບັນດາຫນ້າທີ່ລະອຽດໃນໂຄງການສ້າງກົດໝາຍ, ນິຕິບັນຍັດຂອງສະພາແຫ່ງຊາດ ຊຸດທີ XV, XVI, ເອົາໃຈໃສ່ຍົກສູງກຳລັງຄວາມສາມາດໃນການປ້ອງກັນເຫດ, ຄົ້ນພົບ, ແກ້ໄຂບັນດາການກະທຳສໍ້ລາດບັງຫລວງ, ການຫຍໍ້ທໍ້.

         ການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ບໍ່ພຽງແຕ່ເພື່ອເຮັດໃຫ້ຖັນແຖວພະນັກງານປອດໃສ, ປົກປັກຮັກສາພັກ, ລັດ ແຫ່ງອຳນາດກົດໝາຍ ສັງຄົມນິຍົມ, ປົກປັກຮັກສາຄວາມຜ່ອງໃສໃນການພົວພັນສັງຄົມເທົ່ານັ້ນ ຫາກຍັງປະກອບສ່ວນຊຸກຍູ້ເສດຖະກິດ ສັງຄົມ ຂອງຫວຽດນາມ ອີກດ້ວຍ.

          ການສ້າງລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ ຫວຽດນາມ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນໃນທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນປະຈຸບັນ. ກົດໝາຍວ່າດ້ວຍການປ້ອງກັນ ຕ້ານການສໍ້ລາດບັງຫລວງໄດ້ຮັບການກໍ່ສ້າງຢ່າງຄົບຊຸດ ແລະ ນັບມື້ນັບສົມບູນແບບ, ຈະມີບົດບາດສຳຄັນເພື່ອຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ