ການປ້ອງກັນ ຕ້ານໂລກລະບາດໂຄວິດ-19: ຮັບມືເພື່ອພັດທະນາ

(VOVWORLD) -ປະຈຸບັນ, ເປົ້າໝາຍແມ່ນຮ່ວມດຳລົງຊີວິດດ້ວຍຄວາມປອດໄພກັບໂລກລະບາດ, ຈຳກັດຈຳນວນກໍລະນີຕິດເຊື້ອພະຍາດ ແລະ ຈຳນວນກໍລະນີເສຍຊີວິດຢູ່ໃນລະດັບຕ່ຳສຸດເທົ່າທີ່ຈະສາມາດເຮັດໄດ້
ການປ້ອງກັນ ຕ້ານໂລກລະບາດໂຄວິດ-19: ຮັບມືເພື່ອພັດທະນາ - ảnh 1(ເຂດສັກວັກຊິນກັນໂຄວິດ-19 ຢູ່ ດ່ານັ້ງ)

ໃນໄລຍະຜ່ານມາ, ໂລກລະບາດໂຄວິດ-19 ມີການຜັນແປຢ່າງໄວ, ສັບສົນ, ເຮັດໃຫ້ທັງລະບົບອຳນາດການປົກຄອງຕ້ອງເຂົ້າຮ່ວມ. ບັນດາມາດຕະການຮັບມືໄດ້ຮັບການປ່ຽນແປງຢ່າງຕໍ່ເນື່ອງ, ບັນດາມາດຕະການຊົ່ວຄາວໄດ້ຫຼຸດລົງເທື່ອລະກ້າວ, ແທນທີ່ນັ້ນແມ່ນບັນດາມາດຕະການມີລັກສະນະປະສິດທິຜົນ ແລະ ຍືນຍົງກວ່າ. ບັນດາການດັດປັບດັ່ງກ່າວຈະຊ່ວຍໃຫ້ຫວຽດນາມ ກັບຄືນສູ່ທິດທາງພັດທະນາ, ຟື້ນຟູການຜະລິດ, ຮັບປະກັນຊີວິດສັງຄົມ.

ຫວຽດນາມ ມີວິທີເຮັດຫຼາຍຢ່າງເພື່ອຮັບມືກັບໂລກລະບາດໂຄວິດ-19. ຖ້າຄືໃນເມື່ອກ່ອນນີ້, ເປົ້າໝາຍຂອງຫວຽດນາມ ແມ່ນບໍ່ປະໃຫ້ມີກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ ແຕ່ປະຈຸບັນ, ເປົ້າໝາຍແມ່ນຮ່ວມດຳລົງຊີວິດດ້ວຍຄວາມປອດໄພກັບໂລກລະບາດ, ຈຳກັດຈຳນວນກໍລະນີຕິດເຊື້ອພະຍາດ ແລະ ຈຳນວນກໍລະນີເສຍຊີວິດຢູ່ໃນລະດັບຕ່ຳສຸດເທົ່າທີ່ຈະສາມາດເຮັດໄດ້; ຈຳກັດການສົ່ງຜົນກະທົບທາງດ້ານເສດຖະກິດ ແລະ ການຮັບປະກັນຊີວິດສັງຄົມໃຫ້ຢູ່ໃນລະດັບຕ່ຳສຸດ. ຈາກເປົ້າໝາຍດັ່ງກ່າວ, ອຳນາດການປົກຄອງທຸກຂັ້ນຢູ່ຫວຽດນາມ ກໍພວມປັບປຸງວິທີຕ້ານໂລກລະບາດເພື່ອຟື້ນຟູບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດເທື່ອລະກ້າວ.

ດັບມອດເຂດເກີດໂລກລະບາດ, ຈຳກັດບໍລິເວນຢ່າງສົມເຫດສົມຜົນ

ເມື່ອໄປກວດກາ ແລະ ເຮັດວຽກກັບນະຄອນ ເກີນເທີ, ແຂວງ ຈ່າວິງ ກ່ຽວກັບວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນແຂວງ ເມື່ອຕອນບ່າຍວັນທີ 18 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ຊີ້ແຈ້ງວ່າ: ບັນດາເຂດປອດໄພແລ້ວຈະຄ່ອຍໆເປີດບັນດາການເຄື່ອນໄຫວດ້ານເສດຖະກິດ, ຊີວິດການເປັນຢູ່ຢ່າງປອດໄພ, ບໍ່ປະໃຫ້ການເຄື່ອນໄຫວຜະລິດ, ຊີວິດການເປັນຢູ່ຂອງປະຊາຊົນຖືກຜົນສະທ້ອນ. ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ວາລະປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ກັບບັນດາທ້ອງຖິ່ນນະຄອນຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ບິ່ງເຢືອງ, ດົ່ງນາຍ, ລອງອານ, ກຽນຢາງ ໃນວັນທີ 11 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ເນັ້ນໜັກວ່າ:

“ຖືການປ້ອງກັນໂລກລະບາດເປັນພື້ນຖານ, ຍາວນານ, ແມ່ນຂໍ້ຕົກລົງ ແລະ ການຕ້ານໂລກລະບາດທີ່ຕ້ອງປະຕິບັດຢ່າງຂ້ຽວຂາດ, ແນວຄິດນີ້ຕ້ອງສະແດງອອກຜ່ານການຈັດຕັ້ງປະຕິບັດ, ໝາຍຄວາມວ່າ ການປ້ອງກັນຕໍ່ໂລກລະບາດຍັງເປັນພື້ນຖານ, ການປ້ອງກັນຕໍ່ໂລກລະບາດໄດ້ດີ ແມ່ນຈະບໍ່ຕ້ອງຕ້ານໂລກລະບາດ. ການຕ້ານໂລກລະບາດບໍ່ບັນລຸປະສິດທິຜົນ ພວກເຮົາຈະເສຍຫາຍຫຼາຍຢ່າງ ແລະ ພິເສດແມ່ນຊີວິດມະນຸດ”.

ການປ້ອງກັນ ຕ້ານໂລກລະບາດໂຄວິດ-19: ຮັບມືເພື່ອພັດທະນາ - ảnh 2ປະຊາຊົນຢູ່ເຂດຂຽວໄປຊື້ເຄື່ອງມື້ໜຶ່ງ/ອາທິດ
(ພາບປະກອບ: baotintuc.vn)

ຕາມບັນດານັກຊ່ຽວຊານການແພດແລ້ວ, ຍ້ອນອັດຕາສັກວັກຊິນໃນຂອບເຂດທົ່ວປະເທດຍັງຕ່່ຳຢູ່ ສະນັ້ນ ຍັງຕ້ອງນຳໃຊ້ມາດຕະການແຍກຫ່າງສັງຄົມ, ປິດລ້ອມເຂດເກີດໂລກລະບາດຢ່າງສົມເຫດສົມຜົນ. ແທນທີ່ການແຍກຫ່າງທັງຕາແສງ, ອຳນາດການປົກຄອງພຽງແຕ່ເລືອກເອົາກໍລະນີ, ຄອບຄົວຈຳນວນໜຶ່ງທີ່ຕ້ອງຈຳກັດບໍລິເວນ, ແຍກຫ່າງເມື່ອມີກໍລະນີຕິດເຊື້ອ. ປະຕິບັດການຫຼຸດຜ່ອນການແຍກຫ່າງອີງໃສ່ການຄວບຄຸມໂລກລະບາດ ກໍຄືຄວາມຕ້ອງການຜະລິດ - ດຳເນີນທຸລະກິດ, ຮັບປະກັນຊີວິດສັງຄົມຂອງແຕ່ລະທ້ອງຖິ່ນ. ແຂວງ ບິ່ງເຢືອງ ແມ່ນໜຶ່ງໃນບັນດາແຂວງທາງພາກໃຕ້ຫວຽດນາມ ທີ່ມີກໍລະນີຕິດເຊື້ອຈຳນວນຫຼາຍ ເຊິ່ງໄດ້ນຳໃຊ້ທິດທາງດັ່ງກ່າວ ເມື່ອບໍ່ກວດພົບເຂດເກີດໂລກລະບາດໃໝ່, ຈະຄ່ອຍເປີດການເຄື່ອນໄຫວໃຫ້ແກ່ປະຊາຊົນເທື່ອລະກ້າວ.

ຄ່ອຍໆເປີດການເຄື່ອນໄຫວເທື່ອລະກ້າວ

ໂລກລະບາດໂຄວິດ-19 ຮອບທີ 4 ບຸກໂຈມຕີທັງ 4 ເຂດເສດຖະກິດຈຸດສຸມຂອງຫວຽດນາມ. ຮອດວັນທີ 19 ກັນຍາ 2021, ມີກວ່າ 92% ໃນຈຳນວນກໍລະນີຕິດເຊື້ອ ແລະ 97% ຈຳນວນທັງໝົດທີ່ເສຍຊີວິດນັ້ນແມ່ນຢູ່ບັນດາເຂດເສດຖະກິດຈຸດສຸມ. ຕໍ່ໜ້າການຜັນແປດັ່ງກ່າວ, ທ່ານນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມລະຫວ່າງຂະແໜງ, ທ້ອງຖິ່ນເປັນຫຼາຍຄັ້ງ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດໃນການຜະລິດ ດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເນັ້ນໜັກເປັນຫຼາຍຄັ້ງວ່າ ຫວຽດນາມ ບໍ່ອາດປິດປະຕູເປັນໄລຍະຍາວ, ຕ້ອງຄ່ອຍໆເປີດປະຕູຄືນໃໝ່, ພ້ອມທັງປະຕິບັດບັນດາມາດຕະການແຍກຫ່າງຢ່າງມີໄຫວພິບ. ມາຮອດວັນທີ 20 ກັນຍາ, ຢູ່ຫຼາຍທ້ອງຖິ່ນໄດ້ປ່ຽນແປງວິທີການປ້ອງກັນ ຕ້ານໂລກລະບາດ, ສ້າງເງື່ອນໄຂໃຫ້ແກ່ການຜະລິດ, ດຳເນີນທຸລະກິດຕາມແຜນການ. ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ແບ່ງປັນວ່າ:

“ພວກເຮົາບໍ່ສາມາດຊອກຫາກໍລະນີ F0 ໃຫ້ໝົດໄດ້ໃນເວລາໃດໜຶ່ງ ແລະ ພວກເຮົາກໍ່ບໍ່ສາມາດປະຕິບັດການແຍກຫ່າງຢ່າງເຄັ່ງຄັດໃນໄລຍະຍາວໄດ້ ຫາກພວກເຮົາຕ້ອງຄິດໄລ່ດ້ວຍບັນດາຍຸດທະສາດທີ່ຮັບປະກັນຄວາມປອດໄພ. ເປີດປະຕູຢ່າງປອດໄພ, ມີຄວາມປອດໄພແລ້ວຈຶ່ງເປີດປະຕູການຜະລິດ ດຳເນີນທຸລະກິດ ແລະ ບັນດາການເຄື່ອນໄຫວອື່ນໆ. ເພື່ອທັງຮັບປະກັນການປ້ອງກັນ ຕ້ານໂລກລະບາດ ທັງຮັບປະກັນສຸຂະພາບຂອງພື້ນຖານເສດຖະກິດ”.

ເລື່ອງຄ່ອຍໆເລີ່ມເປີດປະຕູຄືນໃໝ່, ຕາມປະຊາຄົມວິສາຫະກິດແລ້ວ, ນີ້ແມ່ນສັນຍານທີ່ດີ ເພື່ອຜົນປະໂຫຍດຂອງວິສາຫະກິດ, ຜູ້ອອກແຮງງານເວົ້າສະເພາະ ແລະ ຂອງປະເທດເວົ້າລວມ. ເຖິງຢ່າງໃດກໍ່ຕາມ, ການຫຼຸດຜ່ອນການແຍກຫ່າງຍັງຕ້ອງຮັບປະກັນຄວາມປອດໄພ, ມີໄຫວພິບ, ຮັບມືໃນສະພາບເງື່ອນໄຂໃໝ່.

ບັນດາມາດຕະການແກ້ໄຂເຊິ່ງຫວຽດນາມ ພວມນຳໃຊ້, ເດັດດ່ຽວປະຕິບັດແມ່ນສິ່ງພິສູດໃຫ້ເຫັນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃນການເຮັດວຽກກັບບັນດາເອກອັກຄະລັດຖະທູດ  ແລະ ຜູ້ຕາງໜ້າບັນດານັກລົງທຶນຕ່າງປະເທດປະຈຳຫວຽດນາມ ຫວ່າງມໍ່ໆມານີ້ວ່າ: ຫວຽດນາມ ພວມມານະພະຍາຍາມຄວບຄຸມໂລກລະບາດຢ່າງໄວທີ່ສຸດເທົ່າທີ່ຈະສາມາດເຮັດໄດ້ ເພື່ອສືບຕໍ່ຊຸກຍູ້ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ