ການປະກອບສ່ວນໃຫ້ແກ່ບັນດາຄຸນຄ່າລວມຂອງມວນມະນຸດກ່ຽວກັບສິດທິມະນຸດ

(VOVWORLD) -ໃນລະຫວ່າງວັນທີ 22 – 25 ມັງກອນ, ຢູ່ສຳນັກງານສະຫະປະຊາຊາດ ທີ່ເຊີແນວ, ປະເທດສະວິດ, ຄະນະຜູ້ແທນຫວຽດນາມ, ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງ ນຳໜ້າ, ໄດ້ເຂົ້າຮ່ວມກອງປະຊຸມເຈລະຈາກ່ຽວກັບບົດລາຍງານແຫ່ງຊາດຂອງຫວຽດນາມ ຕາມກົນໄກສຳຫຼວດກວດກາແບບກວມລວມ (UPR) ປະຈຳຮອບວຽນ 3 ຂອງສະພາສິດທິມະນຸດສະຫະປະຊາຊາດ.

ການປະກອບສ່ວນໃຫ້ແກ່ບັນດາຄຸນຄ່າລວມຂອງມວນມະນຸດກ່ຽວກັບສິດທິມະນຸດ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງ

(ພາບ: TTXVN)

ດ້ວຍບັນດາການເຄື່ອນໄຫວທີ່ກອງປະຊຸມເຈລະຈາຄັ້ງນີ້ໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດມີຄວາມມານະພະຍາຍາມຫຼາຍຢ່າງ ເພື່ອປະກອບສ່ວນໃຫ້ແກ່ບັນດາຄຸນຄ່າລວມຂອງມວນມະນຸດ ກ່ຽວກັບສິດທິມະນຸດ.

        ດ້ວຍເລື່ອງກະກຽມບົດລາຍງານແຫ່ງຊາດ UPR ຢ່າງເຂັ້ມງວດ ແລະ ຄົບຖ້ວນໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ, ໄດ້ມີບັນດານະໂຍບາຍສະເໝີຕົ້ນສະເໝີປາຍ, ຄວາມມານະພະຍາຍາມ ແລະ ຜົນງານໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ. ທີ່ກອງປະຊຸມເຈລະຈາຄັ້ງນີ້, ຫວຽດນາມ ກໍ່ເພີ່ມທະວີການເຈລະຈາກັບບັນດາຄູ່ຮ່ວມມືເພື່ອຊຸກຍູ້ການຮ່ວມມືສາກົນໃນຂົງເຂດສິດທິມະນຸດ ແລະ ປະກອບສ່ວນໃຫ້ແກ່ບັນດາຄຸນຄ່າລວມຂອງມວນມະນຸດ ກ່ຽວກັບສິດທິມະນຸດ.

ໜ້າທີ່ຄວາມຮັບຜິດຊອບ, ມານະພະຍາຍາມເພື່ອປົກປ້ອງສິດທິມະນຸດ

        ບົດລາຍງາຍແຫ່ງຊາດ UPR ຮອບວຽນທີ 3 ໄດ້ເຕື້ອງເຖິງກ່ຽວກັບການຮັບປະກັນສິດທິມະນຸດຢູ່ຫວຽດນາມ ໂດຍສັງເຂບ, ນັບແຕ່ການສຳຫຼວດກວດກາຄັ້ງກ່ອນ, ອັບເດັດກົດໝາຍ ແລະ ນະໂຍບາຍທີ່ກ່ຽວຂ້ອງເຖິງສິດທິມະນຸດ, ຂໍ້ມູນຂ່າວສານກ່ຽວກັບບັນດາໝາກຜົນຂອງການຮັບປະກັນສິດທິມະນຸດໃນຫຼາຍຂົງເຂດ ແລະ ສຳຫຼວດກວດຄືນການປະຕິບັດບັນດາຂໍ້ສະເໜີແນະເຊິ່ງຫວຽດນາມ ໄດ້ຮັບຮອງໃນຮອບວຽນທີ 2.

        ຕາມບົດລາຍງານແຫ່ງຊາດ UPR ຮອບວຽນທີ 3 ຂອງຫວຽດນາມ ແລ້ວ, ໄລ່ຮອດເດືອນ ຕຸລາ 2018, ຫວຽດນາມ ໄດ້ປະຕິບັດ 175 ໃນຈຳນວນ 182 ຂໍ້ສະເໜີແນະເຊິ່ງຫວຽດນາມ ໄດ້ຮັບຮອງເອົາໃນຮອບວຽນທີ 2 (ກວມເອົາ 96,2%). ມີຂໍ້ສະເໜີແນະ 7 ຂໍ້ທີ່ຍັງເຫຼືອພວມໄດ້ຮັບການປະຕິບັດ ຫຼື ພິຈາລະນາປະຕິບັດໃນຈຸດເວລາທີ່ເໝາະສົມ. ຜົນງານພົ້ນເດັ່ນຂອງຫວຽດນາມ ໃນການຮັບປະກັນສິດທິມະນຸດແມ່ນເລື່ອງ ຮັບຮອງເອົາລັດຖະທຳມະນູນ 2013, ປັບປຸງ, ປະກາດໃຊ້ເອກະສານນິຕິກຳໃໝ່ກວ່າ 90 ສະບັບ ທີ່ກ່ຽວຂ້ອງເຖິງການຮັບປະກັນສິດທິມະນຸດ, ສິດຂອງພົນລະເມືອງ. ໃນຫຼາຍປີຢ່າງລຽນຕິດ, ຫວຽດນາມ ໄດ້ຮັກສາລະດັບເຕີບໂຕດ້ານເສດຖະກິດກວ່າ 6%, ໃນຂະນະທີ່ຍັງເອົາໃຈໃສ່ພັດທະນາເສດຖະກິດ, ສັງຄົມ, ອັດຕາຄອບຄົວທຸກຍາກໄດ້ຫຼຸດລົງຢ່າງແຮງ 5,2% ໃນປີ 2016, ອັດຕາທຸກຍາກຫຼາຍສົ້ນຫຼຸດລົງ 7,69% ໃນປີ 2017. ສິດໄດ້ຮັບການສຶກສາ, ສາທາລະນະສຸກ, ເຮືອນຢູ່ລ້ວນແຕ່ໄດ້ຮັບການປັບປຸງຢ່າງແຮງ, ທົ່ວປະເທດໄດ້ບັນລຸລະດັບການສຶກສາຊັ້ນອະນຸບານ ແລະ ຊັ້ນປະຖົມຢ່າງທົ່ວເຖິງ. ສິດສະເໝີພາບລະຫວ່າງຍິງ - ຊາຍ ບັນລຸໄດ້ຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ, ດ້ວຍອັດຕາສະມາຊິກສະພາແຫ່ງຊາດຍິງ ແລະ ສະພາປະຊາຊົນຍິງທຸກຂັ້ນ ບັນລຸປະມານ 27%, ເຊິ່ງແມ່ນອັດຕາສູງເມື່ອທຽບໃສ່ຫຼາຍປະເທດໃນພາກພື້ນ. ຊີວິດທາງດ້ານການເຫຼື້ອມໄສເຊື່ອຖືສາສະໜານັບມື້ນັບພັດທະນາຢ່າງອຸດົມສົນບູນ ດ້ວຍກວ່າ 95% ຈຳນວນພົນລະເມືອງມີຊີວິດເຫຼື້ອມໄສເຊື່ອຖືສາສະໜາ ແລະ ມີນັບພັນງານບຸນການເຫຼື້ອມໄສ,  ສາສະໜາໄດ້ຈັດຕັ້ງໃນແຕ່ລະປີ. ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດມີອັດຕາສ່ວນຜູ້ນຳໃຊ້ອິນເຕີເນັດເພີ່ມຂຶ້ນຢ່າງໄວທີ່ສຸດໃນໂລກ ແລະ ປະຈຸບັນຈຳນວນຜູ້ນຳໃຊ້ອິນເຕີເນັດແມ່ນ 50 ລ້ານຄົນ.

ປະກອບເຂົ້າໃນຄຸນຄ່າລວມຂອງມວນມະນຸດກ່ຽວກັບສິດທິມະນຸດ

        ພ້ອມກັບບັນດາຜົນງານດັ່ງກ່າວ, ຍາມໃດ ຫວຽດນາມ ກໍ່ມານະພະຍາຍາມຕັ້ງໜ້າປະກອບສ່ວນເຂົ້າໃນບັນດາຄຸນຄ່າລວມ, ຄວາມຕັ້ງໜ້າ ແລະ ຄວາມກ້າວໜ້າຂອງມະນຸດ ກ່ຽວກັບສິດທິມະນຸດ. ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສທີ່ກ່ຽວຂ້ອງເຖິງສິດທິມະນຸດຂອງສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກອື່ນ. ທີ່ເວທີປາໄສຄັ້ງນີ້, ຫວຽດນາມ ໄດ້ເປັນເຈົ້າການຍົກອອກບັນດາຂໍ້ລິເລີ່ມກ່ຽວກັບສິດທິມະນຸດ ແລະ ໄດ້ຮັບຄວາມຊົມເຊີຍຈາກປະຊາຄົມສາກົນ, ພິເສດ ແມ່ນເນື້ອໃນທີ່ກ່ຽວຂ້ອງເຖິງຮັບປະກັນສິດຂອງແມ່ຍິງ, ເດັກນ້ອຍ, ຄົນພິການ, ບັນດາຜູ້ຖືກຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ… ປີ 2016 ແລະ 2018, ຫວຽດນາມ ໄດ້ເປັນເຈົ້າພາບສະເໜີ ມະຕິ 2 ສະບັບກ່ຽວກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດສຳລັບສິດທິເດັກ ແລະ ສຳລັບສິດຂອງແມ່ຍິງ, ເຊິ່ງສະພາສິດທິມະນຸດໄດ້ຮັບຮອງເອົາ. ຍາມໃດຫວຽດນາມ ກໍ່ປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດຢ່າງເຂັ້ມງວດ, ໃນນັ້ນມີການປະຕິບັດ 7/9 ສົນທິສັນຍາສາກົນພື້ນຖານກ່ຽວກັບສິດທິມະນຸດ ເຊິ່ງຫວຽດນາມ ແມ່ນສະມາຊິກ ແລະ ບັນດາຄຳໝັ້ນສັນຍາຕາມກົນໄກ UPR ຂອງສະຫະປະຊາຊາດ.

        ໃນໄລຍະຈະມາເຖິງ, ເພື່ອຮັບປະກັນສິດທິມະນຸດໃຫ້ປະຊາຊົນທຸກຄົນໃຫ້ເປັນຢ່າງດີ, ຫວຽດນາມ ຈະມານະພະຍາຍາມສ້າງລັດແຫ່ງອຳນາດນິຕິບັນຍັດໃຫ້ສົມບູນແບບ, ປັບປຸງພື້ນຖານດ້ານນິຕິກຳ ແລະ ນະໂຍບາຍທີ່ກ່ຽວຂ້ອງເຖິງການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ. ໃນນັ້ນຫວຽດນາມ ຈະສືບຕໍ່ຍູ້ແຮງການປະຕິບັດ “ລັດຖະບານແຫ່ງການສ້າງສັນເພື່ອປະຊາຊົນ”, ປັບປຸງການບໍລິຫານ ແລະ ຍົກສູງຄຸນນະພາບການບໍລິການສາທາລະນະ, ສະກັດກັ້ນໄພອາດຍາສິດ, ການສໍ້ລາດບັງຫຼວງ, ເສີມຂະຫຍາຍປະຊາທິປະໄຕ ແລະ ຍົກສູງປະສິດທິພາບຂອງກົງຈັກລັດ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຍູ້ແຮງການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງກວ່າອີກ, ເອົາໃຈໃສ່ເຖິງບັນດານະໂຍບາຍຫຼຸດຜ່ອນຄວາມທຸກຍາກຫຼາຍສົ້ນແບບຍືນຍົງ, ຮັດແຄບຄວາມແຕກໂຕ່ນກັນກ່ຽວກັບການພັດທະນາລະຫວ່າງບັນດາເຂດກຸ່ມພົນລະເມືອງ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງບັນດາກຸ່ມຄົນມີຄວາມສ່ຽງໄພສູງກວ່າເພິ່ນ.

        ຫວຽດນາມ ກໍ່ຈະສືບຕໍ່ສະໜັບສະໜູນການເຈລະຈາ ແລະ ການຮ່ວມມືໃນຂົງເຂດສິດທິມະນຸດ, ພ້ອມກັບບັນດາປະເທດໃນໂລກ ປະກອບສ່ວນ ແລະ ສ້າງບັນດາຄຸນຄ່າຂອງມວນມະນຸດກ່ຽວກັບສິດທິມະນຸດໃຫ້ອຸດົມສົມບູນຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ