ການປະຕິວັດເດືອນຕຸລາລັດເຊຍໄດ້ສ້າງບົດຮຽນອັນລ້ຳຄ່າໃຫ້ແກ່ກິດຈະການປ່ຽນແປງໃໝ່ຂອງຫວຽດນາມ

(VOVWORLD) -ວັນທີ 7 ພະຈິກປີ 1917, ໂດຍພາຍໃຕ້ການນຳພາຂອງພັກກອມມູນິດບົນເຊວິກລັດເຊຍ ເຊິ່ງນຳໂດຍພະນະທ່ານ V.I.Lenin, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລັດເຊຍໄດ້ສ້າງໃຫ້ມີການປະຕິວັດເດືອນຕຸລາລັດເຊຍທີ່ຍິ່ງໃຫຍ່

ສະຕະວັດໜຶ່ງທີ່ໄດ້ຜ່ານພົ້ນໄປ, ບັນດາສິ່ງທີ່ຍອດຍິ່ງ, ຄຸນຄ່າຍຸກສະໄໝຂອງການປະຕິວັດເດືອນຕຸລາລັດເຊຍຍັງຄົງແຜ່ຂະຫຍາຍໄປທົ່ວ, ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງ, ກະຕຸກຊຸກຍູ້ ແລະ ປຸກລຸກນ້ຳໃຈປະຕິວັດຂອງປະຊາຊົນຜູ້ກ້າວໜ້າໃນທົ່ວໂລກ, ໃນນັ້ນ ມີປະຊາຊົນຫວຽດນາມ, ພັກກອມມູນິດຫວຽດນາມບົນເສັ້ນທາງປ່ຽນແປງໃໝ່ປະເທດຊາດ, ຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ການປະຕິວັດເດືອນຕຸລາລັດເຊຍໄດ້ສ້າງບົດຮຽນອັນລ້ຳຄ່າໃຫ້ແກ່ກິດຈະການປ່ຽນແປງໃໝ່ຂອງຫວຽດນາມ - ảnh 1ພະນະທ່ານ V.I.Lenin 

          ຕີລາຄາກ່ຽວກັບບົດບາດ, ຄວາມໝາຍຂອງການປະຕິວັດເດືອນຕຸລາລັດເຊຍ, ທ່ານປະທານໂຮ່ຈິມິນໄດ້ຢືນຢັນວ່າ : “ເຊັ່ນດຽວກັນກັບດວງຕາເວັນ, ການປະຕິວັດເດືອນຕຸລາລັດເຊຍໄດ້ສ່ອງແສງສະຫວ່າງເຍື່ອງທາງໄປທົ່ວທຸກທະວີບໃນໂລກ, ປຸກລຸກຄວາມຕື່ນຕົວໃຫ້ປະຊາຊົນນັບລ້ານຄົນພວມຖືກກົດຂີ່ຂຸດຮີດໃນໂລກ. ໃນປະຫວັດສາດຂອງມວນມະນຸດ, ຍັງບໍ່ທັນມີການປະຕິວັດໃດໆພັດມີຄວາມໝາຍທີ່ໃຫຍ່ຫຼວງ ແລະ ເລິກເຊິ່ງເຊັ່ນນັ້ນ”; “ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດເດືອນຕຸລາລັດເຊຍໄດ້ບອກສອນໃຫ້ແກ່ຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ແລະ ບັນດາປະຊາຊາດທີ່ຖືກກົດຂີ່ຂຸດຮີດໃນທົ່ວໂລກກ່ຽວກັບບັນດາບົດຮຽນອັນລ້ຳຄ່າທີ່ສຸດ, ຮັບປະກັນໃຫ້ແກ່ພາລະກິດປົດປ່ອຍຢ່າງເຖິງຖອງຂອງຊົນຊັ້ນກຳມະກອນ ແລະ ຂອງມວນມະນຸດອີກດ້ວຍ.

    ການປະຕິວັດເດືອນຕຸລາລັດເຊຍໄດ້ເຍື່ອງທາງໃຫ້ແກ່ໄຊຊະນະຂອງການປະຕິວັດຫວຽດນາມ.

     ຕາມຄຳຮຽກຮ້ອງຂອງ ການປະຕິວັດເດືອນຕຸລາລັດເຊຍ, ໂດຍພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມໂດຍທ່ານປະທານໂຮ່ຈິມິນເປັນຜູ້ກໍ່ຕັ້ງ ແລະ ຝຶກຝົນຫຼໍ່ຫຼອມ, ການປະຕິວັດຫວຽດນາມໄດ້ເດີນຕາມວົງໂຄຈອນຂອງລັດທິສັງຄົມນິຍົມ. ຕໍ່ໜ້າຄວາມຮຽກຮ້ອງຕົວຈິງໃນຊຸມປີທ້າຍທົດຕະວັດ 1980 , ໂດຍພາຍໃຕ້ການນຳພາຂອງພັກກອມມູນິດ, ປີ 1986, ຫວຽດນາມໄດ້ດຳເນີນກິດຈະການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ພັດທະນາປະເທດຊາດຕາມກຳນົດທິດສັງຄົມນິຍົມ.

    ຈາກຜົນສຳເລັດຂອງການປະຕິວັດເດືອນຕຸລາລັດເຊຍ, ຫວຽດນາມສືບຕໍ່ສະຫຼຸບພຶດຕິກຳຕົວຈິງ, ຄົ້ນຄ້ວາທິດສະດີ, ແນໃສ່ສືບຕໍ່ເຮັດໃຫ້ບັນດາກົດເກນ, ຫຼັກມູນການພັດທະນາໃຫ້ຈະແຈ້ງ ແລະ ສອດຄ່ອງພຶດຕົວຈິງຂອງຫວຽດນາມໃນການສ້າງສາ ແລະ ພັດທະນາປະເທດຊາດ. ທ່ານສາດສະດາຈານ, ປ.ອ ຕະງອກເຕີ້ນ ຮອງປະທານສະພາທິດສະດີສູນກາງ ຖືວ່າ : (ເທບ)

    “ ຄວາມໝາຍຂອງການປະຕິວັດເດືອນຕຸລາລັດເຊຍແມ່ນ ຍິ່ງໃຫຍ່, ການປະຕິວັດນັ້ນ ໄດ້ເປີດສັງກາດໃໝ່ໃຫ້ແກ່ມວນມະນຸດຢ່າງແທ້ຈິງ, ຊຶ່ງແມ່ນສັງກາດບໍ່ພຽງແຕ່ກ້າວຂຶ້ນສູ່ສັງຄົມນິຍົມເທົ່ານັ້ນ, ຫາກຍັງແມ່ນສັງກາດປ່ຽນແປງການດຳລົງຊີວິດ, ວິຖີຊີວິດຂອງທົ່ວໂລກອີກດ້ວຍ, ໃນນັ້ນລວມທັງບັນດາປະເທດທຶນນິຍົມ. ຍ້ອນບັນດາຜົນງານອັນໃຫຍ່ຫຼວງຂອງການປະຕິວັດເດືອນຕຸລາລັດເຊຍຢູ່ບັນດາປະເທດໃນອະດີດສະຫະພາບໂຊຫວຽດ, ໃນທັງລະບົບປະເທດສັງຄົມນິຍົມໃນໂລກ, ແຕ່ພັດພາໄປເຖິງການພັງທະລາຍໃນປີ 1991 ນັ້ນ  ໄດ້ກາຍເປັນບົດຮຽນທີ່ເລິກເຊິ່ງເພື່ອໃຫ້ຫວຽດນາມເດີນຕາມ ແລະ ກໍ່ສ້າງສັງຄົມນິຍົມ ”

    ຫວຽກນາມຍຶດໝັ້ນເສັ້ນທາງ ກ້າວຂຶ້ນສູ່ສັງຄົມນິຍົມ

   ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບບັນດາສາຍເຫດ ແລະ ບົດຮຽນພາຍຫຼັງເຫດການການເມືອງທີ່ໄດ້ເກີດຂຶ້ນຢູ່ໂຊຫວຽດ ແລະ ບັນດາປະເທດເອີລົບຕາເວັນອອກ, ພັກກອມມູນິດຫວຽດນາມໄດ້ແກ້ໄຂຄວາມຜິດພາດ, ຂໍ້ຂາດຕົກບົກຜ່ອງໃນຂະບວນວິວັດກໍ່ສ້າງລັດທິສັງຄົມນິຍົມຢູ່ຫວຽດນາມ. ຫຼັກການຊີ້ນຳພາລະກິດປ່ຽນແປງໃໝ່ໂດຍ ພັກກອມມູນິດຫວຽດນາມຊາບຊຶມ ນັ້ນແມ່ນປ່ຽນແປງໃໝ່ບົນພື້ນຖານລັດທິມາກເລນິນ, ແນວຄິດໂຮ່ຈິມິນ, ເພື່ອເອກະລາດ, ເພື່ອລັດທິສັງຄົມນິຍົມ. ໃນບໍ່ວ່າເງື່ອນໄຂໃດໆ, ສະພາບການໃດ ກໍບໍ່ທໍ້ຖອຍໃຈ, ປ່ຽນທິດທາງ, ເປົ້າໝາຍທີ່ໄດ້ເລືອກເອົາໄວ້, ນັ້ນແມ່ນການຫັນເສັ້ນທາງໂດຍປະທານໂຮ່ຈິມິນໄດ້ເລືອກເຟັ້ນຊຶ່ງແມ່ນ ເສັ້ນທາງແຫ່ງການປະຕິວັດເດືອນຕຸລາລັດເຊຍໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ທ່ານສາດສະດາຈານ, ປ.ອ ແໝ້ງກວາງທັ້ງ ສັງກັດສະຖາບັນປະຫວັດສາດພັກ, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໄຈ້ແຍກວ່າ : (ເທບ) :  “  ບັນດາປະເທດທີ່ພວມກໍ່ສ້າງ ລັດທິສັງຄົມນິຍົມ, ໃນນັ້ນມີຫວຽດນາມ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ນັບທັງທິດສະດີ ແລະ ພຶດຕິກຳຕົວຈິງ. ແຕ່ລະປະເທດມີເງື່ອນໄຂປະຫວັດສາດທີ່ແຕກຕ່າງກັນ ແລະ ຄວາມຫຍຸ້ງຍາກນັ້ນ ໄດ້ໝູນໃຊ້ເຂົ້າໃນການຢືນຢັນແນວທາງ ກໍຄືແຜນນະໂຍບາຍຂອງພັກໃນການດຳເນີນພາລະກິດການປະຕິວັດ ແລະ ເສັ້ນທາງກ້າວຂຶ້ນສູ່ລັດທິກອມມູນິດ ຍັງຄົງແມ່ນເປົ້າໝາຍສູ້ຊົນຂອງຫວຽດນາມ ແລະ ບາງປະເທດອື່ນ. ເປົ້າໝາຍນີ້ສ່ອງແສງຄວາມຈຳເປັນຕ້ອງເປັນໄປຂອງບັນດາປະເທດ, ໄວຫຼືຊ້າ, ແລ້ວກໍຕ້ອງກ້າວຂຶ້ນສູ່ລັດທິກອມມູນິດ, ແຕ່ດ້ວຍເສັ້ນທາງທີ່ແຕກຕ່າງກັນ ແລະ ຍາວນານ ”

     ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຊີ້ແຈ້ງວ່າ ເພີ່ມທະວີການກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຍົກສູງ ຄວາມສາມາດນຳພາ ແລະ ກຳລັງຕໍ່ສູ້ຂອງພັກ, ຍົກສູງຄຸນນະພາບການເຕີບໂຕ, ສະມັດຕະພາບການອອກແຮງງານ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ. ໃນນັ້ນ, ເອກະລາດແຫ່ງຊາດແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອປະຕິບັດລັດທິສັງຄົມນິຍົມ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງກ່າວວ່າ : (ເທບ) : “ ເດັດດ່ຽວ, ຍຶດໝັ້ນຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃຫ້ໝັ້ນຄົງໜັກແໜ້ນ; ເຮັດໃຫ້ທຸກກົນອຸບາຍ “ຜັນແປສັນຕິພາບ” , ຫວັງມ້າງເພທຳລາຍ, ໂຄ່ນລົ້ມຂອງບັນດາອິດທິກຳລັງເປັນປໍລະປັກ, ປະຕິການໃຫ້ປະລາໄຊໄປ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຮັກສາຄວາມເປັນລະບຽບຮຽບຮ້ອຍດ ຄວາມປອດໄພສັງຄົມເພື່ອພັດທະນາປະເທດຊາດ, ເປີດກ້ວາງ ແລະ ພັດທະນາການພົວພັນຕ່າງປະເທດ, ປະຕິບັດການເຊື່ອມໂຍງເຂົ້າກັບສາກົນໃນເງື່ອນໄຂໃໝ່ຢ່່າງມີປະສິດທິຜົນ, ສືບຕໍ່ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນ”

    ບັນດາໄຊຊະນະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ກໍ່ສ້າງ ລັດທິສັງຄົມນິຍົມຂອງຫວຽດນາມໃນເກືອບ 90 ປີທີ່ຜ່ານມາ, ໄດ້ປະກອບສ່ວນຢັ້ງຢືນທີ່ຕັ້ງບົດບາດ, ຄວາມໝາຍປະຫວັດສາດ ແລະ ຄຸນຄ່າຍຸກສະໄໝຂອງ ການປະຕິວັດເດືອນຕຸລາລັດເຊຍທີ່ມີຕໍ່ການປະຕິວັດໂລກເວົ້າລວມ ແລະ ການປະຕິວັດຫວຽດນາມເວົ້າສະເພາະ. ພ້ອມກັນນັ້ນ ກໍແມ່ນຫຼັກຖານທີ່ມີຊີວິດຊີວາກ່ຽວກັບຄວາມຖືກຕ້ອງຂອງເສັ້ນທາງການປະຕິວັດໂດຍ ພັກກອມມູນິດຫວຽດນາມ, ປະທານໂຮ່ຈິມິນ ແລະ ປະຊາຊົນຫວຽດນາມໄດ້ເລືອກເຟັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ