ການປະຕິວັດເດືອນສິງຫາ - ການປະຕິວັດຂອງຈິດໃຈປະຊາຊົນ

(VOVWORLD) - ໃນຊຸມວັນຂອງລະດູໃບໄມ້ຫຼົ່ນເດືອນສິງຫາກ່ອນນີ້ 73 ປີ, ຈາກເຂດປົດປ່ອຍ ເຕີນຈ່າວ, ຄຳສັ່ງລຸກຮື້ຂຶ້ນໄດ້ເຜີຍແຜ່ໄປທົ່ວປະເທດ. ປະຊາຊົນຫວຽດນາມ ກ່ວາ 20 ລ້ານຄົນໄດ້ພ້ອມກັນລຸກຮື້ຂຶ້ນ, ສ້າງໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ, ຍາດເອົາອຳນາດການປົກຄອງມາໃຫ້ປະຊາຊົນ.

ການປະຕິວັດເດືອນສິງຫາ - ການປະຕິວັດຂອງຈິດໃຈປະຊາຊົນ - ảnh 1 ງາມຊຸມນຸມມິດຕິງຢູ່ຕໍ່ໜ້າໂຮງລະຄອນໃຫຍ່ ຮ່າໂນ້ຍ

(ພາບ: qdnd.vn)

ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ ໄດ້ສະແດງໃຫ້ເຫັນກຳລັງແຮງຂອງປະຊາຊົນ, ກ່ຽວກັບບົດຮຽນມະຫາສາມັກຄີ, ຖືປະຊາຊົນເປັນກົກ. ບົດຮຽນນີ້ສືບຕໍ່ໄດ້ຮັບການໝູນໃຊ້ໃນການຕໍ່ສູ້ຕ້ານ ຝລັ່ງ, ຕ້ານ ອາເມລິກາ ແລະ ສ້າງສາປະເທດຊາດໃນໄລຍະປ່ຽນແປງໃໝ່ ແລະ ເຊື່ອມໂຍງ. ສະເຫຼີມສະຫຼອງ 73 ປີແຫ່ງການປະຕິວັດເດືອນສິງຫາ (19/8/1945 19/8/2018), ນັກຂ່າວ ລ້າຍຮວາ ມີບົດຂຽນທີ່ພາດຫົວຂໍ້ວ່າ: “ການປະຕິວັດເດືອນສິງຫາ - ການປະຕິວັດຂອງຈິດໃຈປະຊາຊົນ”.

        73 ປີໄດ້ຜ່ານພົ້ນໄປ, ແຕ່ໃນຄວາມຊົງຈຳຂອງທ່ານ ຮ່ວາງງອັກ, ຢູ່ບ້ານ ເຕີນເລີບ, ຕາແສງ ເຕີນຈ່າວ, ແຂວງ ຕວຽນກວາງ ຍັງຈື່ຈຳເຫດການເມື່ອວັນທີ 21 ພຶດສະພາ 1945 ໄດ້ເໝືອນເດີມ. ນັ້ນແມ່ນວັນທີ່ປະທານ ໂຮ່ຈີມິນ ຈາກແຂວງ ກາວບັ່ງ ໄປແຂວງ ຕວຽນກວາງ ເພື່ອຊີ້ນຳຂະບວນການປະຕິວັດໃນທົ່ວປະເທດ. ເພິ່ນໄດ້ເລືອກເອົາຕາແສງ ເຕີນຈ່າວ, ເມືອງ ເຊີນເຢືອງ ແມ່ນນະຄອນຫຼວງຂອງເຂດປົດປ່ອຍ, ແມ່ນຖານທີ່ໝັ້ນຂອງການປະຕິວັດ.

        ໃນຄວາມຊົງຈຳຂອງເດັກຊາຍອາຍຸ 10 ປີນັ້ນ, ບັນດາພະນັກງານໄດ້ມາເຂົ້າຮ່ວມກອງປະຊຸມໃຫຍ່ຢູ່ຜູ້ແທນທົ່ວປະເທດຈັດຂຶ້ນເຮືອນຂອງທ່ານ ແລະ ບາງຄອບຄົວອື່ນໆ. ໃນຂະນະທີ່ກອງປະຊຸມໃຫຍ່ພວມດຳເນີນໄປນັ້ນ, ມີຄະນະຜູ້ແທນຄະນະໜຶ່ງໄດ້ຕາງໜ້າໃຫ້ແກ່ປະຊາຊົນ ເຕີນຈ່າວ ມາອວຍພອນກອງປະຊມໃຫຍ່ ແລະ ທ່ານ ຮ່ວາງງອັກ ໄດ້ມີຄວາມກຽດເປັນສະມາຊິກຂອງຄະນະຜູ້ແທນເຍົາວະຊົນ. ທ່ານເລົ່າສູ່ຟັງວ່າ:

        “ພວກຂ້າພະເຈົ້າແມ່ນຊາວເຜົ່າໄຕ່, ໄລຍະຖືກແອກຄອບຄອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຮູ້ສຶກລຳບາກທີ່ສຸດ. ເມື່ອມີການປະຕິວັດ, ໂດຍໄດ້ຮັບສຶກສາດ້ານຈິດໃຈການປະຕິວັດຈາກ ພັກ, ລຸງໂຮ່, ປະຊາຊົນບັນດາເຜົ່າຂອງພວກຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນຫ້າວຫັນທີ່ສຸດ. ສຸມທຸກກຳລັງເພື່ອຊ່ວຍເຫຼືອການປະຕິວັດ. ມີຫຍັງກໍ່ເອົາໄປສະໜັບສະໜູນ ແລະ ເຮັດການປະຕິວັດ. ລຸງໂຮ່ ຊີ້ນຳຄືແນວໃດ, ພະນັກງານປະຕິວັດບອກແນວໃດພວກຂ້າພະເຈົ້າກໍ່ເຮັດຕາມຄືແນວນັ້ນ.”

        ດ້ວຍຄວາມເຊື່ອໝັ້ນຢ່າງເລິກເຊິ່ງ ແລະ ເດີນຕາມພັກ, ປະຊາຊົນເຕີນຈ່າວ ໄດ້ອຸ່ມສູ່ຊ່ວຍເຫຼືອ, ປົກປ້ອງໃຫ້ແກ່ການປະຕິວັດ, ຮັບປະກັນຄວາມປອດໄພໃຫ້ພັກ, ໃຫ້ແກ່ລຸງໂຮ່, ໃຫ້ແກ່ການປະຕິວັດໃນຊຸມວັນທຳອິດຂອງລຸກຮື້ຂຶ້ນ. ສະຖານທີ່ແຫ່ງນີ້ແມ່ນສູນບັນຊາຂອງການລຸກຮື້ຂຶ້ນຄັ້ງໃຫຍ່ ຍາດເອົາອຳນາດການປົກຄອງໃນທົ່ວປະເທດ, ປະກອບບົດບາດສຳຄັນເຂົ້າໃນຜົນງານຂອງການປະຕິວັດເດືອນສິງຫາອັນຍິ່ງໃຫຍ່ຂອງຊາດ. ສາດສະດາຈານ, ປອ ແມກກວາງຖັ໋ງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢັ້ງຢືນວ່າ, ເພື່ອຍາດໄດ້ໄຊຊະນະເດືອນສິງຫາ, ພັກກອມມູນິດ ຫວຽດນາມ ມີການກະກຽມຢ່າງລະອຽດໃນຕະຫຼອດ 15 ປີຜ່ານມາ:

        “ພວກເຮົາໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ, ກະກຽມທັງແນວທາງ, ການກຳເນີດຂອງພັກເມື່ອປີ 1930, ນັບທັງການຝຶກຊ້ອມຄັ້ງໃຫຍ່ 1930 1931, ເຊິ່ງຈຸດສູງແມ່ນການປະຕິວັດ ໂຊວຽດ - ເງະຕິ໊ງ, ກະກຽມຟື້ນຟູເມື່ອປີ 1931 1935, ກະກຽມໃຫ້ຊຸມປີ 1936 1939 ແລະ ພິເສດແມ່ນ 1939 1945. ກະກຽມຍາດເອົາກາລະໂອກາດດີ, ກຳແໜ້ນສະພາບການປະຕິວັດ, ກະກຽມຫັນທິດຊີ້ນຳຍຸດທະສາດ, ກະກຽມກ່ຽວກັບທຸກດ້ານ, ປຸກລະດົມຂະບວນການ, ປະສານສົມທົບກຳລັງແຮງຂອງຊາດ, ກຳລັງແຮງຈາກສາກົນ. ນັ້ນແມ່ນການກະກຽມທີ່ລະອຽດລະອໍລອບຄອບຖີ່ຖ້ວນ.”

        ຈາກ ເຕີນຈ່າວ, ຄຳສັ່ງລຸກຮື້ຂຶ້ນໃນທົ່ວປະເທດໄດ້ວາງອອກ ແລະ ປະຊາຊົນທຸກຄົນເຫັນດີເຫັນພ້ອມຕອບສະໜອງ. ຕອນເຊົ້າວັນທີ 19 ສິງຫາ, ປະຊາຊົນນັບແສນຄົນໄດ້ພາກັນມາເຕົ້າໂຮມຢູ່ສະໜາມຫຼວງຕໍ່ໜ້າໂຮງລະຄອນໃຫຍ່ຮ່າໂນ້ຍ. ງານໂຮມຊຸມນຸມມິດຕິງກາຍເປັນການແຫ່ຂະບວນປະທ້ວງປະກອບອາວຸດບຸກເຂົ້າ ໄປຢຶດຄອງສຳນັກງານອຳນາດການປົກຄອງພາກເໜືອ, ຄ້າຍທະຫານປ້ອງກັນຄວາມສະຫງົບ ແລະ ບັນດາຮາກຖານຂອງລັດຖະບານຫຸ່ນໃນຄາວນັ້ນ. ສ້າງຂີດໝາຍອັນສະຫງ່າລາສີຂອງປະຫວັດສາດການລຸກຮື້ຂຶ້ນປະຕິວັດເດືອນສິງຫາ.

        ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ ໄດ້ສ້າງບົດຮຽນອັນລ້ຳຄ່າ, ພິເສດແມ່ນບົດຮຽນຖືປະຊາຊົນເປັນກົກ, ສ້າງສາ ແລະ ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ແກ່ນສານແມ່ນສະຫະພັນ ກຳມະກອນ -  ຊາວກະສິກອນ - ປັນຍາຊົນ; ບົນພື້ນຖານຜົນປະໂຫຍດ, ຄວາມຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນເພື່ອຈັດຕັ້ງ, ເຕົ້າໂຮມເຂົາເຈົ້າລຸກຂຶ້ນຕໍ່ສູ້ “ເອົາກຳລັງຂອງເຮົາເພື່ອປົດປ່ອຍໃຫ້ເຮົາ”. ປອ ຍິເລ, ຮອງບັນນາທິການໃຫຍ່ວາລະສານ ກອມມູນິດ ຢັ້ງຢືນວ່າ: ການປະຕິວັດເດືອນສິງຫາ ໄດ້ສ້າງການປະຕິວັດຢ່າງກ້ວາງຂວາງທີ່ບໍ່ເຄີຍມີມາກ່ອນດ້ວຍກຳລັງເຂົ້າຮ່ວມຢ່າງຫຼວງຫຼາຍ, ບໍ່ຈຳແນກຊົນເຜົ່າ, ສາສະໜາ, ຊົນຊັ້ນ:

        “ພາກເໜືອ - ພາກກາງ - ພາກໃຕ້, ທົ່ວປວງຊົນລຸກຮື້ຂຶ້ນ, ຍາດເອົາອຳນາດການປົກຄອງ. ກຳລັງແຮງຂອງຈິດໃຈປະຊາຊົນແມ່ນກຳລັງແຮງທີ່ຊະນະເລີດ. ກ່ອນນີ້ 600 ປີ, ຫງວຽນຈ໋າຍ ໄດ້ເວົ້າວ່າ “ເຮືອລົ້ມຈຶ່ງຮູ້ວ່າກຳລັງແຮງຂອງປະຊາຊົນຄືຄວາມແຮງຂອງນ້ຳ”. ຫຼັງຈາກນັ້ນກ່ວາ 500 ປີ, ປະທານໂຮ່ຈີມິນ ກໍ່ເວົ້າວ່າ “ໃນທ້ອງຟ້າບໍ່ມີສິ່ງໃດເລີດລ້ຳຄືປະຊາຊົນ. ໃນອາວະກາດບໍ່ມີສິ່ງໃດແຂງແຮງຄືກຳລັງແຮງຂອງປະຊາຊົນ”. ນີ້ແມ່ນການປະຕິວັດຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ແລະ ມັນແມ່ນກົກເຄົ້າຂອງການປະຕິວັດເດືອນສິງຫາ.”

        73 ປີໄດ້ຜ່ານພົ້ນໄປແລ້ວ, ໄຊຊະນະຂອງການປະຕິວັດເດືອນສິງຫາ ໄດ້ສ້າງບົດຮຽນກ່ຽວກັບຄວາມສາມັກຄີ, ຖືປະຊາຊົນເປັນກົກມີຄວາມໝາຍຢ່າງເລິກເຊິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ