ການປະຕິວັດເດືອນສິງຫາ ແລະ ບົດຮຽນໃນໄລຍະເຊື່ອມໂຍງ

(VOVWORLD) - ໃນການປະຕິວັດເດືອນສິງຫາ, ພັກກອມມູນິດ ຫວຽດນາມ ໄດ້ເປັນເຈົ້າການສ້າງກາລະໂອກາດ ແລະ ຍາດແຍ່ງກາລະໂອກາດໄດ້ຢ່າງທັນການ, ນຳພາທົ່ວປວງຊົນລຸກຮື້ຂຶ້ນດຳເນີນການປະຕິວັດເດືອນສິງຫາຄັ້ງໃຫຍ່, ຍາດຊີງເອົາອຳນາດການປົກຄອງ. 
ການປະຕິວັດເດືອນສິງຫາ ແລະ ບົດຮຽນໃນໄລຍະເຊື່ອມໂຍງ  - ảnh 1 ພິທີໂຮມມິດຕິງນຳພາທົ່ວປວງຊົນລຸກຮື້ຂຶ້ນດຳເນີນການປະຕິວັດເດືອນສິງຫາຄັ້ງໃຫຍ່ ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ ວັນທີ19/8/1945. ພາບ: Kinhtedothi.vn

  ຜົນສຳເລັດຂອງການປະຕິວັດເດືອນສິງຫາ ກ່ອນໜ້ານີ້ 75 ປີ (19/08/1945 19/08/2020) ບໍ່ພຽງແຕ່ນຳປະເທດຊາດ ຫວຽດນາມ ຈາກຊະຕາກຳຂ້າທາດໃຫ້ກາຍເປັນເຈົ້າຂອງປະເທດຊາດເທົ່ານັ້ນ ຫາກຍັງແມ່ນບັນດາບົດຮຽນທີ່ມີຄວາມໝາຍໃຫ້ແກ່ວິວັດການສ້າງສາ, ພັດທະນາປະເທດຊາດໃນພາຍພາກໜ້າ, ເປັນຕົ້ນແມ່ນບົດຮຽນຍາດແຍ່ງໂອກາດໃນໄລຍະເຊື່ອມໂຍງສາກົນອີກດ້ວຍ.

        ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ 1945 ໄດ້ສ້າງບົດຮຽນອັນລ້ຳຄ່າຫລາຍຢ່າງໃຫ້ແກ່ລຸ້ນຫລັງ, ໃນນັ້ນ ບົດຮຽນກ່ຽວກັບການຍາດແຍ່ງ ແລະ ໝູນໃຊ້ກາລະໂອກາດໃນການປະຕິວັດແມ່ນມີຄວາມໝາຍສຳຄັນພິເສດ, ແມ່ນປະຖົມປັດໄຈຕັດສິນຊີ້ຂາດເພື່ອຍາດໄດ້ໄຊຊະນະ.

ຍາດແຍ່ງໂອກາດເພື່ອຍົກສູງທີ່ຕັ້ງສາກົນ

        ຕາມທ່ານ ຫວູກວາງວິງ, ອະດີດຮອງຫົວໜ້າບັນນາທິການວາລະສານປະຫວັດສາດພັກ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລ້ວ, ໃນການປະຕິວັດເດືອນສິງຫາ, ພັກກອມມູນິດ ຫວຽດນາມ ໄດ້ເປັນເຈົ້າການສ້າງກາລະໂອກາດ ແລະ ຍາດແຍ່ງກາລະໂອກາດໄດ້ຢ່າງທັນການ, ນຳພາທົ່ວປວງຊົນລຸກຮື້ຂຶ້ນດຳເນີນການປະຕິວັດເດືອນສິງຫາຄັ້ງໃຫຍ່, ຍາດຊີງເອົາອຳນາດການປົກຄອງ. ໃນວິວັດການປະຕິບັດ ຍາມໃດກໍ່ຕ້ອງຕິດຕາມ, ສັງເກດສະພາບລວມຢູ່ພາຍໃນປະເທດ ແລະ ໃນໂລກ. ຖ້າດຳເນີນໃນເງື່ອນໄຂ ແລະ ກາລະໂອກາດຍັງບໍ່ມາຮອດ ມາເຖິງນັ້ນກໍ່ບໍ່ສາມາດຍາດໄດ້ໄຊຊະນະ.

        ໂດຍໝູນໃຊ້ບົດຮຽນກ່ຽວກັບການຍາດແຍ່ງ ແລະ ໝູນໃຊ້ກາລະໂອກາດການປະຕິວັດເດືອນສິງຫາ ໃນເງື່ອນໄຂປະຈຸບັນ, ພັກກອມມູນິດ ຫວຽດນາມ ໄດ້ຄົ້ນຄວ້າ, ໄຈ້ແຍກ ແລະ ໃຫ້ຂໍ້ສັງເກດ, ບັນຫາເຊື່ອມໂຍງ, ຫັນເປັນໂລກາພິວັດແມ່ນທ່າອ່ຽງພັດທະນາທີ່ຈຳເປັນກາລະຂອງໂລກ, ເປັນໂອກາດດີທີ່ສຸດ ເພື່ອນຳປະເທດຊາດພັດທະນາຢ່າງຮອບດ້ານ ຕາມທິດທັນສະໄໝ.

        ບົນເນື້ອໃນຈິດໃຈນັ້ນ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານກັບທັງໝົດ 5 ປະເທດສະມາຊິກປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ຫວຽດນາມ ກໍ່ໄດ້ສ້າງຕັ້ງການພົວພັນທາງການທູດກັບເກືອບ 200 ປະເທດ ດ້ວຍຫລາຍລະດັບທີ່ແຕກຕ່າງກັນ. ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2008 – 2009  ແລະ ເປັນປະທານ ອາຊຽນ ປີ 2010 ສຳເລັດຜົນ, ເປັນສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ. ພິເສດ, ປີ 2020, ຫວຽດນາມ ພວມດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ແລະ ປະທານ ອາຊຽນ ປີ 2020. ນີ້ແມ່ນກາລະໂອກາດດີທີ່ສຸດ ເພື່ອໃຫ້ ຫວຽດນາມ ສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງຕົນຢູ່ເວທີສາກົນ. ທ່ານເອກອັກຄະລັດຖະທູດ ໂງກວາງຊວັນ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດອາຍຸການ 1993 – 1999 ແລະ ບັນດາອົງການຈັດຕັ້ງສາກົນຢູ່ ເຊີແນວ ແຕ່ປີ 2002 – 2008 ຖືວ່າ:

        “ພວກເຮົາພວມປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ຢ່າງສຳເລັດຜົນ ແລະ ອາດເວົ້າໄດ້ວ່າ ພວກເຮົາກໍ່ພວມສະແດງໃຫ້ເຫັນບົດບາດ ບໍ່ພຽງແຕ່ເຂົ້າຮ່ວມເປັນປົກກະຕິເທົ່ານັ້ນ ຫາກຍັງເປັນເຈົ້າການ ແລະ ເປັນເຈົ້າພາທາງອີກດ້ວຍ ຄືມະຕິຂອງສູນກາງພັກກອມມູນິດ ຫວຽດນາມ ຫລາຍສະບັບໄດ້ເຕື້ອງເຖິງ, ສະພາແຫ່ງຊາດກໍ່ເຕື້ອງເຖິງ ແລະ ກະຊວງການຕ່າງປະເທດຍິ່ງເນັ້ນໜັກຕື່ມອີກ. ສະນັ້ນ, ພວກເຮົາເຫັນວ່າ, ຄວາມເປັນກຽດອັນໃຫຍ່ຫລວງ ເຊິ່ງພາກພື້ນ ອາຊຽນ ແລະ ປະຊາຄົມສາກົນ ແມ່ນສະຫະປະຊາຊາດມອບໝາຍໃຫ້ພວກເຮົາ. ຂ້າພະເຈົ້າຄິດວ່າ ເລື່ອງພວກເຮົາຮັບຜິດຊອບບົດບາດຄວບຄູ່ໃນປີ 2020 ໄດ້ຍົກຂະໜາດ, ຊື່ສຽງທີ່ຕັ້ງບົດບາດຂອງ ຫວຽດນາມ ສູງຂຶ້ນ, ຍົກລະດັບຄວາມໄວ້ເນື້ອເຊື່ອໃຈຂອງພາກພື້ນ ແລະ ສາກົນທີ່ມີຕໍ່ ຫວຽດນາມ ຂຶ້ນຕື່ມ.

ຍາດແຍ່ງໂອກາດເພື່ອຊຸກຍູ້ການເຊື່ອມໂຍງເສດຖະກິດ

        ໂດຍໝູນໃຊ້ກາລະໂອກາດຂອງພື້ຶ້ນຖານການເມືອງທີ່ມີສະຖຽນລະພາບ, ການພົວພັນຕ່າງປະເທດເປີດກ້ວາງ, ຫວຽດນາມ ໄດ້ຍູ້ແຮງວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດ. ປະຈຸບັນ, ຫວຽດນາມ ໄດ້ເປັນສະມາຊິກຂອງອົງການການຄ້າໂລກ (WTO), ເຂົ້າຮ່ວມການປະຕິບັດບັນດາຄຳໝັ້ນສັນຍາໃນປະຊາຄົມ ອາຊຽນ ຢ່າງຄົບຖ້ວນ…ພ້ອມກັນນັ້ນ, ຫວຽດນາມ ກໍ່ໄດ້ສ້າງການພົວພັນດ້ານການຄ້າກັບບັນດາອົງການຈັດຕັ້ງສາກົນຢ່າງກ້ວາງຂວາງ.

ການປະຕິວັດເດືອນສິງຫາ ແລະ ບົດຮຽນໃນໄລຍະເຊື່ອມໂຍງ  - ảnh 2 ທ່ານ ຮ່ວາງກວກເວືຶ້ອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ: moit.gov.vn)

ເຊື່ອມໂຍງເຂົ້າກັບເສດຖະກິດສາກົນຢ່າງເລິກເຊິ່ງ ປະກອບສ່ວນນຳ ຫວຽດນາມ ກາຍເປັນ “ຕ່ອງໂສ້” ສຳຄັນໃນເຄືອຂ່າຍການຮ່ວມສຳພັນເສດຖະກິດກັບບັນດາພື້ນຖານເສດຖະກິດແຖວໜ້າໂລກ. ພິເສດແມ່ນໃນ 2 ປີມໍ່ໆມານີ້, ຫວຽດນາມ ໄດ້ເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) (2018) ແລະ ຫຼ້າສຸດນີ້ແມ່ນໄດ້ເຊັນສັນຍາການຄ້າເສລີກັບສະຫະພາບເອີຣົບ (EVFTA) (2020). ທ່ານ ຮ່ວາງກວກເວືຶ້ອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

        “ສັນຍາຈະຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື, ຕອບສະໜອງຄວາມຕ້ອງການຂອງປະຊາຊົນ ແລະ ວິສາຫະກິດ. ເຖິງຢ່າງໃດກໍ່ຕາມ, ບັນຫາຕັດສິນຊີ້ຂາດ ຍັງຕ້ອງແມ່ນກຳລັງພາຍໃນຂອງວິສາຫະກິດ ແລະ ຄວາມຕັດສິນໃຈປ່ຽນແປງໃໝ່ວິສາຫະກິດ. ຍິ່ງກ່ວາເວລາໃດໝົດ, ບັນດາວິສາຫະກິດຕ້ອງປ່ຽນແປງຈິນຕະນາການສຳຜັດທົ່ວໂລກ, ມານະພະຍາຍາມເປັນເຈົ້າການຍົກສູງກຳລັງຄວາມສາມາດໃນການຜະລິດຢູ່ພາຍໃນປະເທດ ແລະ ຄວາມສາມາດເຂົ້າຮ່ວມການຄ້າສາກົນ ເພື່ອຍາດແຍ່ງເອົາທ່າໄດ້ປຽບ ເຊິ່ງສັນຍານຳມາໃຫ້ ເພື່ອພັດທະນາຢູ່ຕະຫລາດ.

        ໃນເສັ້ນທາງແຫ່ງການພັດທະນາໃນສະເພາະໜ້າ, ຫວຽດນາມ ມີທັງກາລະໂອກາດ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍສະຫຼັບກັນ. ການດຳເນີນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ກໍ່ແມ່ນຕົວຢາງລະອຽດ. ແຕ່ປະຊາຊົນ ຫວຽດນາມ ຍັງເຊື່ອໝັ້ນວ່າ, ບົດຮຽນກ່ຽວກັບການຍາດແຍ່ງໂອກາດຂອງການປະຕິວັດເດືອນສິງຫາ ຍາມໃດກໍ່ໄດ້ໝູນໃຊ້ເຂົ້າໃນແຕ່ລະໄລຍະແຫ່ງການເຊື່ອມໂຍງສາກົນຂອງ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ