ການປະຕິວັດເດືອນສິງຫາ ແລະ ບັນດາບົດຮຽນທີ່ມີລັກສະນະຍຸກສະໄໝ

ກ່ອນ​ນີ້ 69 ປີ, ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ທ່ານ​ປະທານ​ໂຮ່ຈິ​ມິນ​ໄດ້​ປຸກລະດົມ​ທົ່ວ​ປວງ​ຊົນດຳ​ເນີນ​ການ​ລຸກ​ຮື້​ຂຶ້ນ​ຂະໜາດ​ໃຫຍ່, ​ໂຄນລົ້ມລະບອບ ລ່າເມືອງຂຶ້ນ, ສັກ​ດີ​ນາ, ຍາດ​ເອົາ​ອຳນາດ​ການ​ປົກຄອງ​ໃນ​ທົ່ວ​ປະ​ເທດ, ສ້າງ​ຕັ້ງ​ປະ​ເທດ​ສາທາ​ລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ ຊຶ່ງ​ແມ່ນ​ລັດ​ກຳມະກອນ​ຊາວນາ​ລັດ​ທຳ​ອິດ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ໄຊ​ຊະນະນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຫຼັກ​ໝາຍ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ຊາດ​ຫວຽດນາມ, ​ເຮັດ​ໃຫ້​ຊາຕາກຳ​ຂອງ​ຊາດປ່ຽນ​ແປງ​ໄປ, ​ໄຂ​ສັງກາດ​ເອກະລາດ​ແຫ່ງ​ຊາດຕິ​ດພັນ​ກັບ​ລັດທິ​ສັງຄົມ​ນິຍົມ. ຜົນສຳ​​ເລັດ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ​ໄດ້​ສ້າງ​ເປັນບັນດາ​ບົດຮຽນອັນ​ລ້ຳ​ຄ່າ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ຊາດ​ຫວຽດນາມ​ໃນ 70 ປີ​ທີ່​ຜ່ານ​ມາ.

ການປະຕິວັດເດືອນສິງຫາ ແລະ ບັນດາບົດຮຽນທີ່ມີລັກສະນະຍຸກສະໄໝ - ảnh 1
(ພາບເອກະສານ)


   ​ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງ​ການ​ທະຫານ​ເລກ 1 ຂອງ​ຄະນະ​ກຳມະການ​ລຸກ​ຮື້​ຂຶ້ນ ຊຶ່ງ​​ໄດ້ອອກ​ຄ່ຳ​ຄືນວັນທີ 13/8/1945 ມີ​ເນື້ອ​ໃນ​ດັ່ງ​ນີ້: “ຈຸດ​ເວລາທຳ​ການລຸກ​ຮື້​ຂຶ້ນ​ໄດ້​ມາ​ຮອດ​ແລ້ວ! ນີ້​ແມ່ນ​ກາລະ​ໂອກາດ​ພຽງ​ໜຶ່ງ​ດຽວ​ໃຫ້​ແກ່​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ​ເພື່ອລຸກ​ຮື້​ຂຶ້ນ​ຍາດ​ເອົາ​ເອກະລາດ​ຂອງ​ປະ​ເທດ​ຊາດ”, ຈາກ​ຮ່າ​ໂນ້ຍຕະຫຼອດ​ຮອດ​ທົ່ວ​ທຸກ​ເຂດ​ບ້ານ​ນາ​ຫວຽດນາມ ຈົ່ງພ້ອມ​ກັນລຸກ​​ຂຶ້ນ, ​ເຕົ້າ​ໂຮມ ​ແລະ ຈັດ​ຕັ້ງ​ບັນດາ​ກຳລັງລຸກ​ຮື້​ຂຶ້ນ​ເພື່ອ ຍາດ​ເອົາ​ອຳນາດ​ການ​ປົກຄອງ. ການລຸກ​ຮື້​ຂຶ້ນຂະໜາດ​ໃຫຍ່ຖືກ​ດຳ​ເນີນ​ໃນ​ເວລາອັນ​ສັ້ນໆ, ອັນ​ໄດ້​ຍາດ​ເອົາ​ໄຊຊະນະ​ທີ່​ຍິ່ງ​ໃຫຍ່ ​ແລະ ບໍ່​ຖືກ​ເສຍສະຫຼະ​ເລືອດ​ເນື້ອ​ຫຍັງ​ຫຼາຍ. ວັນ​ທີ 2/9/1945, ທ່ານ​ປະທານ​ໂຮ່ຈິ​ມິນ​​ມີ​ຄວາມ​ເປັນ​ກຽດ​ຖະ​ແຫຼ​ງກັບ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ກຳ​ເນີ​ດຂອງ​ລັດ​ຫວຽດນາມ​ເອກະລາດ, ອິດສະຫຼະພາບ ​ແລະ ຢືນຢັນ​ວ່າ ທົ່ວ​ທັງ​ຊາດ​ຫວຽດນາມ​ຕັດສິນ​ໃຈ​ອຸ​ທິດສ່ວນ​ຈິດ​ໃຈ ​ແລະ ກຳລັງ, ຊີວິດອິນ​ຊີ ​ແລະ ວັດຖຸ​ສິ່ງ​ຂອງຕົນ​ເພື່ອ​ປົກປັກ​ຮັກສາ​ພື້ນຖານ​ອິດສະຫຼະພາບ, ​ເອກະລາດ​ນັ້ນ.

    ຄວາມ​ໝາຍ​ປະຫວັດສາດ​ອັນ​ຍິ່ງ​ໃຫຍ່

   ​ການ​ປະຕິວັດ​ເດືອນ​ສິງຫາ​ແມ່ນ​ໄຊຊະນະ​ທຳ​ອິດ​ໃນ​ຍຸກ​ສະ​ໄໝ​ໃໝ່, ຂະນະ​ທີ່​ຊາດ​ໜຶ່ງ​ທີ່​ອ່ອນ​ດ້ອຍ​ສາມາດ​ປົດ​ປ່ອຍ​ຕົນ​ເອງ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ແອກ​ຄອບ​ຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ. ​ການ​ປະຕິວັດ​ເດືອນ​ສິງຫາປະສົບ​ຜົນສຳ​ເລັດ, ​ປະ​ເທດ​ຫວຽດນາມ​ຈາກ​ປະ​ເທດ​ຫົວ​ເມືອງ​ຂຶ້ນ​ໄດ້​ເປັນ​ປະ​ເທດ​ເອກະລາດ. ປະຊາຊົນ​ຫວຽດນາມ​ຈາກ​ເປັນ​ຖານະ​ເປັນຂ້າ​ທາດ​ໄດ້​ກາຍ​ເປັນ​ປະຊາຊົນ​ທີ​່ມີ​ຄວາມ​ເອກະລາດ, ອິດສະຫຼະພາບ, ​ເປັນ​ເຈົ້າປະ​ເທດ​ຊາດ. ທ່ານ​ພົນ​ເອກ ຫງວຽນ​ກວຽດ ອະດີດ​ລາ​ຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ​ໃນ​ຄາວ​ນັ້ນ ​ໃຫ້​ຮູ້​ວ່າ : 

  “ ​ໂລກ​ໄດ້​ຕີ​ລາຄາ​ວ່າ ນີ້ ​ແມ​່ນ​ເຫດການ​ປະຫວັດສາດ​ທີ່​ສຳຄັນ​ທີ່​ສຸດ, ​ການ​ປະຕິວັດ​ເດືອນ​ສິງຫາ​ແ​ມ່ນ​ເຫດການ​ປ່ຽນ​ຊີວິດ​ໃໝ່​ຂອງ​ຊາດ​ຫວຽດນາມ ​ແມ່ນ​ຕ້ານ​ຈັກກະພັດ, ຕ້ານ​ບັນ​ດາຊົນຊັ້ນ​ກົດ​ຂີ່​ຂຸດ​ຮີດ. ນີ້​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ຕໍ່​ຫວຽດນາມ​ເທົ່າ​ນັ້ນ,ຫາກ​ຍັງ​ມີ​ຄວາມ​ໝາຍ​ຕໍ່​ຍຸກ​ສະ​ໄໝ​ອີກ​ດ້ວຍ”

    ບົດຮຽນ​ອັນ​ລ້ຳ​ຄ່າ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ ​ໄດ້​ສ້າງ​ເປັນ​ກຳລັງ​ແຮງ​ໃຫ້​ແກ່​ປະຊາຊົນ​ຫວຽດນາມ​ສືບ​ຕໍ່​ສ້າງ​ບັນດາ​ໜ້າ​ປະຫວັດ​ສາດ​ໃໝ່​ທີ່​ສະຫງ່າ​ອົງອາດ. ນັ້ນ​ແມ່ນ​ໄຊຊະນະ​ຂອງ​ການ​ຕໍ່ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ສິ້ນ​ສຸດ​ໄລຍະ 9 ປີ​ແຫ່ງ​ການ​ຕໍ່ຕ້ານ​ອັນ​ຍືດ​ເຍື້ອຍາວນານ​ດ້ວຍ​ໄຊຊະນະ​ດ້ຽນບຽນ​ຝູທີ່​ລື່ຊາ​ຜາກົດ ​ເຮັດ​ໃຫ້​ໂລກ​ສັ່ນ​ສະ​ເທືອ​ນ. ນັ້ນ​ແມ່ນ​ໄຊຊະນະ​ຂອງ​ການ​ຕໍ່ຕ້ານ​ຕ້ານ​ພວກຈັກກະພັດ​ອາ​ເມ​ລິ​ກາ​ທີ່​ແກ່ຍາ​ວເປັນ​ເວລາ 21 ປີ​ເພື່ອ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ນັ້ນ​ແມ່ນ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່ ​ແລະ ມີ​ຄວາມ​ໝາຍ​ປະຫວັດສາດພາຍຫຼັງ​ເກືອ​ບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ​ເປັນ​ຜູ້​ລິ​ເລີ່​ມ​ ​ແລະ ນຳພາ, ອັນ​ໄດ້​ນຳ​ປະ​ເທດ​ຊາດ​ນັບ​ມື້​ນັບ​ມີ​ທີ່​ຕັ້ງ​ບົດບາດ​ບົນ​ເວ​ທີ່​ສາກົນ.

    ບັນດາ​ບົດຮຽນ​ອັນ​ລ້ຳ​ຄ່າ.

 ​ໄຊຊະນະ​ຂອງ​ ​ການ​ປະຕິວັດ​ເດືອນ​ສິງຫາ ກ່ອນ​ອື່ນ​ໝົດ​ແມ່ນ​ຍ້ອນ​ມີ​ພັກ​ປະຕິວັດນຳ​ໜ້າຢ່່າງ​ແທ້​ຈິງ, ​ໄດ້​ຮັບ​ເອົາ ​ແລະ ໝູນ​ໃຊ້​ລັດທິ​ມາກ-​ເລ​ນິນ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ​ໄດ້​ຮັບ​ການ​ເຍື່ອງ​ທາງ​ຈາກ​ແນວ​ຄິດ​ໂຮ່ຈິ​ມິນ; ຍາມ​ໃດ​ກໍ​ກຳ​ແໜ້ນ​ສະພາວະ​ຂອງ​ແຕ່ລະ​ໄລຍະ​ປະຕິວັດ, ວາງ​ອອກ​​ແນວທາງ​ການ​ປະຕິ​ວັດ​ອັນ​ຖືກຕ້ອງ, ຮູ້ຈັກ​ວິທີ​ຍາດ​ແຍ່ງ​ກາລະ​ໂອກາດ, ກໍ່ສ້າງ ​ແລະ ນຳ​ໃຊ້​ກຳລັງ​ຢ່າງ​ທັນ​ເວລາ ​ແລະ ຖືກ​ກັບ​ເປົ້າ​ໝາຍ; ສົມທົບ​ກຳລັງ​ແຮງ​ແຫ່ງ​ຊາດ​ກັບ​ກຳລັງ​ແຮງ​ຍຸກ​ສະ​ໄໝ​ເພື່ອ​ຊັກ​ຈູງ​ມະຫາຊົນ​ກ້າວ​ຂຶ້ນ​ຍາດ​ເອົາ ​ແລະ ປົກ​ປັກຮັກສາ​ອຳນາດ​ການ​ປົກຄອງ. ​ການ​ປະຕິວັດ​ເດືອນ​ສິງຫາຍັງ​ແມ່ນ​ໄຊຊະນະ​ຂອງ​ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ນ້ຳ​ໃຈ​ຮັກ​ຊາດ​ຢ່າງ​ລົ້ນ​ເຫຼືອ, ​ເຈດ​ຈຳນົງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ທັງ​ຊາດ ​ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມມູນິດ​ຫວຽດນາມ ​ແລະ ທ່ານ​ປະທານ​ໂຮ່ຈິ​ມິນ​. ທ່ານ​ສາດສະດາຈານ ດຣ ​ໂງ​ດັງ​ຈີ ​ເນັ້ນ​ໜັກ​ວ່າ : 

   “ຮ່າ​ໂນ້ຍດຳ​ເນ​ີນ ການລຸກ​ຮື້​ຂຶ້ນຢ່າງ​ມີ​ໄຊ, ອັນ​ໄດ້​ສ້າງ​ເປັນ​ກຳລັງ​ແຜ່​ຂະຫຍາຍ ທີ່​ສະດວກ​ໃຫ້​ແກ່​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ຂ້າພະ​ເຈົ້າ​ຍັງ​ຈືດີ​ຄຳ​ເວົ້າ​ຂອງ​ສາດສະດາຈານ​ ​ເຈີ​ນວັນ​ເຢົາ, ​ເລຂາ​ຄະນະ​ພັກ​ເຂດ​ພາກ​ໃຕ້​ທີ່​ວ່າ : ​ເຖິງ​ວ່າ​ພວກ​ຂ້າພະ​ເຈົາຍັງ​ບໍ່​ທັນ​ໄດ້​ຮັບ​ຄຳ​ສັ່ງ​ໂດຍ​ກົງ​ກໍ​ຕາມ, ​ແຕ່​ເມື່ອ​ໄດ້​ຍິນ​ຂ່າວ ຮ່າ​ໂນ້ຍທຳ​ ການລຸກ​ຮື້​ຂຶ້ນຂະໜາດ​ໃຫຍ່ຢ່າງ​ມີ​ໄຊ​, ຍາດ​ເອົາ​ອຳນາດ​ການ​ປົກຄອງ​ນັ້ນ, ຄະນະ​ພັກ​ເຂດ​ພາກ​ໃຕ້​ໃນ​ທັນ​ທີ່​ກໍ​ໄດ້ ລຸກ​ຮື້​ຂຶ້ນທຳ​ການການລຸກ​ຮື້​ຂຶ້ນຂະໜາດ​ໃຫຍ່​ເພື່ອ ຍາດ​ເອົາ​ອຳນາດ​ການ​ປົກຄອງຢູ່​ໄຊ​ງ່ອນ”

   ​ໂດຍ​ໝູນ​ໃຊ້​ບົດ​ຮຽນ​ຈາກ ​ການ​ປະຕິວັດ​ເດືອນ​ສິງຫາກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ທັງ​ຊາດ, ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ​ນັ້ນ, ຫວຽດນາມ​ໄດ້​ເປັນ​ເຈົ້າການ​ກວ່າ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ແນວ​ທາງ​ການ​ຕ່າງປະ​ເທດ​ເປີດ​ກ້ວາງ, ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ , ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ປະຕິບັດ 2 ໜ້າທີ່ຍຸດ​ທະ​ສາດ ນັ້ນ​ແມ່ນ​ກໍ່ສ້າງ ​ແລະ ປັກປັກ​ຮັກສາ​ປະ​ເທດ​ຊາດ; ຍູ້​ແຮງ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ຮັບປະກັນ​ໃຫ້​ແກ່​ກິດຈະການ​ປ່ຽນ​ແປງ​ໃໝ່​ສືບ​ຕໍ່​ຍາດ​ເອົາ​ບັນດາ​ໄຊຊະນະ​ໃໝ່ .

ຕອບກັບ

ຂ່າວ/ບົດ​ອື່ນ