ການປະຕິວັດເດືອນສິງຫາ-ໄຊຊະນະຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ

(vovworld)- ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ (19/8/1945) ແມ່ນ​ເຫ​ດ​ການ​ສຳ​ຄັນ​ຍິ່ງ​ໃນ​ປະ​ຫວັດ​ສາດ​​ການ​ແຫ່ງ​ການຕໍ່​ສູ້ ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ທີ່​ຍິ່ງ​ໃຫຍ່​ຂອງ​ຊາດ​ຫວຽດ​ນາມ. ໂດຍ​ໄດ້​ດຳ​ເນີນ​ໄປ ແລະ ຍາດ​ໄດ້ໄຊ​ຊະ​ນະ​ໃນ​ໄລ​ຍະ​ສັ້ນ, ການ​ປະ​ຕິ​ວັດ​ເດືອນ​ສິງ​​ຫາ​ປີ 1945 ໄດ້​ເປັນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຫລາຍ​ຢ່າງ, ໃນ​ນັ້ນ ມີ​ບົດ​ຮຽນ​ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ບົດ​ຮຽນ​ນີ້ ສືບ​ຕໍ່​ໄດ້​ໝູນ​ໃຊ້​ໃນ​ການ​ຕໍ່​ຕ້ານ​ຕ້ານ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ ແລະ ຈັກ​ກະ​ພັດ ອາ​ເມ​ລິ​ກາ, ສ້າງ​ສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ປ່ຽນ​ແປ​ງ​ໃຫມ່ ແລະ ເຊື່ອມ​ໂຍງ.
ການປະຕິວັດເດືອນສິງຫາ-ໄຊຊະນະຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ - ảnh 1
ທ່ານ​ປະ​ທານ​ໂຮ່​ຈິ​ມີນ
ພາບ​ເອ​ກະ​ສານ

        ໃນ​ຊຸມມື້ນີ້, ປະ​ຊາ​ຊົນ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ ຫວຽດ​ນາມ ພວມ​ເຈືອ​ຈານ​ເຂົ້າ​ກັບ​ບັນ​ດາ​ຍາ​ກາດ​ສະ​ເຫລີມ​ສະ​ຫລອງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ກ່ອນນີ້ 70 ປີ. ຜູ​້​ໃດ​ກໍ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຂອງ​ຊາດ.

        ມະ​ຫາ​ສາ​ມັກ​ຄີ​ເພື່ອ​ຍາດ​ໄຊ​ຊະ​ນະ

       ທ່ານ ຫວູ​ແອງ, ອາ​ຍຸກວ່າ 90 ປີ​ແລ້ວ, ອະ​ດີດ​ກຳ​ມະ​ການ​ກົມ​ການ​ເມືອງ, ອະ​ດີດ​ເລ​ຂາ​ຄະ​ນະ​ພັກ​ສູນ​ກາງ ຊຸດ​ທີ 6, ອະ​ດີດ​ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ນັກ​ປະ​ຕິ​ວັດ ຮ່າ​ໂນ້ຍ ໄປ​ເຂົ້າ​ຮ່ວມ “ກອງ​ປະ​ຊຸ​ມ​ໃຫຍ່​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ” ຢູ່ ເຕີນ​ຈ່າວ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປີ 1945. ດ້ວຍ​ສະ​ມາ​ຊິກ​ພັກ​ພຽງ 5000 ຄົນ, ​ແຕ່ຜ່ານ​ແນວ​ໂຮມ​ຫວຽດ​ມີງ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ເຕົ້າ​ໂຮມ​ປະ​ຊາ​ຊົນ​ກວ່າ 20 ລ້ານ​ຄົນ ​ເຂົ້າ​ຮ່ວມ​ການ​ປະ​ຕິ​ວັດ​ທີ່ບໍ່​ເຄີຍ​ມີ​ມາກ​ອ່ນ​ໃນ​ປະ​ຫວັດ​ສາດ. ຮູບ​ພາບ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທ​ັງ​ຊາດ​ແມ່ນ​ສະ​ແດງ​​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ກອງ​ປະ​ຊຸ​ມ​ໃຫຍ່​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ໂດຍ​ປະ​ທານ​ໂຮ່​ຈິ​ມີນ ເປັນ​ປະ​ທານ, ພຽງ 2 ມື້​ກ່ອນ​ທີ່​ດຳ​ເນີນ​ການ​ລຸກ​ຮຶ້​ຂຶ້ນ​ທົ່ວ​ປະ​ເທດ​ເດືອນ​ສິງ​ຫາ. ຢູ່​ທີ່ນີ້ ຜູ້​ແທນ​ບັນ​ດາ​ພັກ​ການ​ເມືອງ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ບັນ​ດາ​ເຜົ່າ, ສາ​ສະ​ຫນາ, ​ມີຜູ້​ແທນ​ສາມ​ພາກ: ພາກ​ເຫນືອ, ພາກ​ກາງ ແລະ ພາກ​ໃຕ້ ແລະ ຜູ້​ແທນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ໄດ້​ຊົມ​ເຊີຍ​ແຜນ​ນະ​ໂຍ​ບາຍ​ການ​ລຸກ​ຮຶ້​ຂຶ້ນ​ທົ່ວ​ປະ​ເທດ​ຂອງ​ພັກ ແລະ ແຕ່ງ​ຕັ້ງ ຄະ​ນະ​ກຳ​ມະ​ການ​ປົດ​ປ​່ອຍ​ຊາດ​ຫວຽດ​ນາມ, ລັດ​ຖະ​ບານ​ຊົ່ວ​ຄາວ​ຂອງ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ ໂດຍ ປະ​ທານ​ໂຮ່​ຈິ​ມີນ ເປັນ​ປະ​ທານ. ທ່ານ ຫ​ວູ​ແອງ ເນັ້ນ​ຫນັກ​ວ່າ:

        “ກອງ​ປະ​ຊຸມ​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຢູ່ ເຕີນ​ຈ່າວ ແມ່ນກອງ​ປະ​ຊຸມ​​ແຫ່ງຄວາມ​ສາ​ມັກ​ຄີ, ມະ​ຫາ​ສາ​ມັກ​ຄີ ທົ່ວ​ປວງ​ຊົນ​ທັງ​ຊາດ. ນອກ​ຈາກ ຮ່າ​ໂນ້ຍ ແລ້ວ, ທ້ອງ​ຖິ່ນໃດ​ກໍ​ມີ​ຂະ​ບ​ວນ​ການ​ສົ່ງ​ຜູ້​ແທນ​ເຂົ້າ​ຮ່ວມ, ໃນ​ນັ້ນ ​ທັງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ງ​ປະ​ເທດ. ທ່ານ​ປະ​ທານ​ໂຮ່​ຈິ​ມີນ ໄດ​້​ເຕົ້າ​ໂຮມ​ຜູ້​ແທນ, ​ຍົກບັນ​ຫາ​ມະ​ຫາ​ສາ​ມັກ​ຄີ​ເພື່ອ​ຍາດ​ໄຊ​ຊະ​ນະ.”

        ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປີ 1945 ເປ​ັນ​ຂີດ​ໝາຍ​ບາດ​ລ້ຽວ​ປະ​ຫວັດ​ສາດ ແມ່ນ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ຂອງ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ, ປົດ​ປ່ອຍ​ມະ​ນຸດ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພກ ແລະ ປະ​ທານ​ໂຮ່​ຈິ​ມີນ. ໄຊ​ຊະ​ນະ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ສິ​ລະ​ປະ​ການ​ຊີ້​ນຳ​ນຳ​ພາ​ທີ່​ປີ​ຊາ​ສາ​ມາດ​ຂອງ​ພັກ ແລະ ປະ​ທານ​ໂຮ່​ຈິ​ມີນ. ພິ​ເສດ​ແມ່ນ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ກໍ່​ສ້າງ ແລະ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ນັ້ນ​ແມ່ນ ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ, ຫລັກ​ແຫລ່ງ​ແກ່ນ​ສານ​ແມ່ນ​ພັນ​ທະ​ມິດ​ກຳ​ມະ​ກອນ - ຊາວ​ນາ- ປັນ​ຍາ​ຊົນ, ບົນ​ພື້ນ​ຖານ​ຜົນ​ປະ​ໂຫຍດ, ຄວ​າມ​ຕ້ອງ​ການ, ຄວ​າມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ ເພື່ອ​ຈັດ​ຕັ້ງ, ເຕົ້າ​ໂຮມ​ເຂົາ​ເຈົ້າ​ລຸກ​ຂຶ້ນ​ຕໍ່​ສູ້​ “​ໃຊ້​ກຳ​ລັງ​ແຮງ​ຂອງ​ພວກ​ເຮົາ​ເພື່ອ​ປົດ​ປ່ອຍ​ໃຫ້​ພວກ​ເຮົາ​”. ສະ​ນັ້ນ ການ​ປະ​ຕິ​ວັດ​ເດືອນ​ສິງຫາ ໄດ້​ສ້າງ​ຂະ​ບວ​ນ​ການ​ປະ​ຕິ​ວັດ​ຢ່າງ​ກ້​ວາງ​ຂວາງ, ເຂັ້ມ​ແຂງ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ ດ້ວຍ​ກຳ​ລັງ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ບໍ່​ຈຳ​ແນກ​ຊົນ​ເຜົ່າ, ສາ​ສະ​ຫນາ, ຊົນ​ຊັ້ນ​ໃນ​ທົ່ວ​ປະ​ເທດ. ການ​ລຸກ​ຮຶ້​ຂຶ້ນ​ທົ່ວ​ປະ​ເທດ ແມ່ນ​ແບບ​ຢ່າງ​ໃຫ້​ກຳ​ລັງ​ແຮງ​ຂອງ​ຊາດ ແລະ ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ຮອງ​ສາດ​ສະ​ດາ​ຈານ, ນາຍ​ຄູ​ປະ​ຊາ​ຊົນ ເລ​ເມົ້າ​ຫານ ຖື​ວ່າ:

        “ພາຍ​ຫລັງ​ຍີ່​ປຸ່ນ​ລັດ​ຖະ​ປະ​ຫານ ຝ​ລັ່ງ, ຂະ​ບວ​ນ​ການ​ປະ​ຕິ​ວັດ​ແມ່ນ​ພັດ​ທະ​ນາ​ຢ່າງ​ແຮງ. ປະ​ທານ​ໂຮ່​ຈິ​ມີນ ໄດ້​ຕິດ​ຕາມກວດ​ກາ​ ​ການ​ຂົ​ນ​ຂວາຍ​​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ ຢ່າງ​ໃກ້​ຊິດ. ໃນ​ວິ​ວັດ​ການ​ຂົນ​ຂວາຍ​ພາຍ​ໃຕ້​ຄັນ​ທຸງ​ຂອງ​ແນວ​ໂຮມ ຫວຽດ​ມີງ, ຂອງ​ພັກ​ກອມ​ມູ​ນິດ ຈາກນັ້ນ ຕັ້ງ​ບັນ​ຫາ​ການ​ປະ​ຕິ​ວັດ​ຕ້ອງ​ປຸກ​ລະ​ດົມ​ໃນ​ທົ່ວ​ປວງ​ຊົນ, ເຊີດ​ຊຸ​ຄັນ​ທຸງ​ຊາດ, ລະ​ດົມ​ກຳ​ລັງ​ແຮງ​ທົ່ວ​ປວງ​ຊົນ​ເພື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ກູ້​ຊາດ​ຂອງ​ຫວຽດ​ມີງ.”

       ສາ​ມັກ​ຄີ​ເພື່ອ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ

        ທ່ານ​ຟ້າ​ມ​ເທຢ​ວຽດ, ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຖື​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ ແລະ ປະ​ທານ​ໂຮ່​ຈິ​ມີນ, ທົ່ວ​ປວງ​ຊົນ​ທັງ​ຊາດ ນັບ​ທັງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ຊົນ​ຊັ້ນໄດ້​ສາ​ມັກ​ຄີກັນ ສ້າງ​ກຳ​ລັງ​ແຮງ​ສັງ​ລວມ​ຍາດ​​ເອົາໄຊ​ຊະ​ນະ​ຈາກ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປີ 1945, ການ​ຕໍ່​ຕ້ານ​ຕ້ານ​ລ່າ​ເ​ມືອງ​ຂຶ້ນ​ຝ​ລັ່ງ ແລະ ຈັກ​ກະ​ພັດ​ອາ​ເມ​ລິ​ກາ. ໃນ​ກິດ​ຈະ​ການ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ, ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ປະ​ຈ​ຸ​ບັນ, ຫວຽດ​ນາມ ທັງ​ມີ​ກາ​ລະ​ໂອ​ກາດ, ຄວາມ​ສະ​ດວກ, ​ຄວາມຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ. ໃນ​ນັ້ນ ເປັນ​ຫນ້າ​ສົນ​ໃຈ ແມ່ນ​ບັນ​ດາ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ​ໄດ້​ຕ້ານ​ທຳ​ລາຍ​ຢ່າງ​ຂ້ຽວ​ຂາດ​ດ້ວຍ​ຍຸດ​ທະ​ສາດ ການ​ຜັນ​ແປ​ໂດຍ​ສັນ​ຕິ, ສວຍ​ໃຊ້​ບັນ​ດາ​ບັນ​ຫາ​ສິ​ດ​ທິ​ມະ​ນຸດ, ຊົນ​ເຜົ່າ, ສາ​ສະ​ຫນາ ເພື່​ອ​ແບ່ງ​ແຍກ​ກຸ່ມ​ກ້ອ​ນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ສິ່ງ​ດັ່ງ​ກ່າວ​ໄດ້​ຮຽກ​ຮ້ອງ​ການ​ກໍ່​ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ແມ່ນ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ ຟ້າມ​ເທຢ​ວຽດ ຢືນ​ຢັນ​ວ່າ: ພັກ ແລະ ລັດ ຫວຽດ​ນາມ ຄວນ​ສືບ​ຕໍ່​ເຊີດ​ຊູ​ຍຸດ​ທະ​ສາດ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

        “ຂ້າ​ພະ​ເຈົ້າ​ຄິດ​ວ່າ ຖ້າ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ພັກ​ຕ້ອງ​ສາ​ມັກ​ຄີ, ການ​ນຳ​ສູນ​ກາງ​ຕ້ອງ​ສາ​ມັກ​ຄີ, ຕ້ອງ​ເປັນ​ແບບ​ຢ່າງ​ໃຫ້​ຂັ້ນ​ລຸ່ມ. ປະ​ຊາ​ຊົນ​ຮຽກ​ຮ້ອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ໃຫ້​ໄດ້​ແນວ​ທາງ, ມະ​ຕິ​ທີ່​ໄດ້​ວາງ​ອອກ, ປະ​ຕິ​ບັດ​ສິ​່ງ​ດັ່ງ​ກ່າວ​ໃຫ້​ດີ​ພວກ​ເຮົາ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ເພື່ອ​ປະ​ຕິ​ບັດ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ ແລະ ຍາດ​ແຍ່ງ​ການຮ່ວມ​ມື​ຈາກ​ບັນ​ດາ​ປະ​ເທດ​ໃນ​ໂລກ.”

        70 ປີ​ຜ່ານ​ມາ, ຍາ​ມ​ໃດ ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ​ກໍ​ໄປ​ຄຽງ​ຄູ່​ກັບ​ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ. ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ໄຊ​ຊະ​ນະ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ມີ​ຄວາມໝາຍ​ເລິກ​ເຊິ່ງ​ກ່ຽວ​ກັບ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ ສຳ​ລັບ​ບັນ​ດາ​ໄລ​ຍະ​ແຫ່​ງາກນ​ພັດ​ທະ​ນາ​ຕໍ່​ໄປ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ