ການປະຕິຮູບເງິນເດືອນ: ເພີ່ມສະມັດຕະພາບການອອກແຮງງານ, ດຶງດູດຜູ້ມີຄວາມເກັ່ງກ້າສາມາດ

(VOVWORLD) -ແຜນຮ່າງປະຕິຮູບນະໂຍບາຍເງິນເດືອນແມ່ນໜຶ່ງໃນບັນດາເນື້ອໃນທີ່ໄດ້ນຳມາປຶກສາຫາລືທີ່ກອງປະຊຸມສູນກາງພັກຄັ້ງທີ 7 ຊຸດທີ 12, ເຊິ່ງດຳເນີນໃນຕອນເຊົ້າວັນທີ 07 ພຶດສະພາຢູ່ຮ່າໂນ້ຍ. ຈຸດປະສົງອັນໃຫຍ່ຫຼວງທີ່ສຸດຂອງແຜນຮ່າງແມ່ນສ້າງກຳລັງໜູນໃໝ່ສຳລັບບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດ, ມີລະດັບຄວາມຮູ້ສູງຕັ້ງໃຈເຮັດວຽກງານ, ປະກອບສ່ວນເພີ່ມສະມັດຕະພາບການອອກແຮງງານ, ດຶງດູດຜູ້ມີຄວາມເກັ່ງກ້າສາມາດເຂົ້າເຮັດວຽກຢູ່ບັນດາອົງການຈັດຕັ້ງຂອງລັດ.
ການປະຕິຮູບເງິນເດືອນ: ເພີ່ມສະມັດຕະພາບການອອກແຮງງານ, ດຶງດູດຜູ້ມີຄວາມເກັ່ງກ້າສາມາດ - ảnh 1(ພາບປະກອບ: TTXVN)

ກອງປະຊຸມສູນກາງພັກຄັ້ງທີ 7 ຊຸດທີ 12 ຈະປຶກສາຫາລືກ່ຽວກັບລະດັບຊັ້ນ. ຂັ້ນເງິນເດືອນໃໝ່ ດ້ວຍໂຄງສ້າງເງິນເດືອນ ແລະ ເງິນບຳເນັດໃໝ່. ແຜນຮ່າງໄດ້ກະທົບເຖິງລັດຖະກອນ ແລະ ພາລະກອນນັບລ້ານໆຄົນ.

        ເມື່ອທຽບໃສ່ເງິນເດືອນພື້ນຖານລະດັບເຂດ ເຊິ່ງລັດຖະບານໄດ້ປະກາດໃຊ້ໃນປີ 2018, ລະດັບເງິນເດືອນພື້ນຖານຂອງພະນັກງານ, ລັດຖະກອນ, ພາລະກອນໃນປະຈຸບັນ ພຽງສາມາດຕອບສະໜອງໄດ້ 40% ຄວາມຕ້ອງການໃນການດຳລົງຊີວິດພຶ້ນຖານເກົ່ານັ້ນ. ຄວາມແຕກໂຕນດ້ານລາຍຮັບລະຫວ່າງບັນດາຜູ້ເຮັດວຽກງານຮັບເງິນເດືອນແມ່ນຍັງສູງຢູ່, ຍັງມີລາຍຮັບນອກເງິນເດືອນ ແລະ ການຄຸ້ມຄອງເງິນເດືອນຍັງບໍ່ທັນເປີດເຜີຍເທື່ອ; ກົນໄກຄວບຄຸມລາຍຮັບຍັງບໍ່ທັນບັນລຸໄດ້ຢ່າງມີປະສິດທິຜົນເທື່ອ.

ສ້າງກຳລັງໜູນໃໝ່ເພື່ອເພີ່ມສະມັດຕະພາບການອອກແຮງງານ, ດຶງດູດຜູ້ມີຄວາມເກັ່ງກ້າສາມາດ

        ການປ່ຽນແປງຢ່າງໃຫຍ່ຫຼວງທີ່ສຸດໃນແຜນຮ່າງປະຕິຮູບນະໂຍບາຍເງິນເດືອນໃນຄັ້ງນີ້ ແມ່ນປະກາດລະບົບບັນຊີເງິນເດືອນໃໝ່ສຳລັບພາກລັດ ຕາມທີ່ຕັ້ງວຽກງານ, ຕຳແໜ່ງເຮັດວຽກ, ໜ້າທີ່ການນຳບົນພື້ນຖານປັບປຸງເພີ່ມລະດັບເງິນເດືອນພື້ນຖານ ແລະ ເປີດກວ້າງສາຍພົວພັນເງິນເດືອນໃຫ້ຂ້ອນຂ້າງກັບຂົງເຂດການຕະຫຼາດ. ລະບົບຕາຕະລາງເງິນເດືອນໃໝ່ຈະໄດ້ກຳນົດດ້ວຍຈຳນວນເງິນທີ່ແນ່ນອນ ແທນໃຫ້ການກຳນົດດັດຊະນີເງິນເດືອນ ຄູນກັບລະດັບເງິນເດືອນພື້ນຖານ.

        ສິ່ງທີ່ໜ້າສົນໃຈ, ໂດຍແທນໃຫ້ 7 ຕາຕະລາງເງິນເດືອນຄືໃນປະຈຸບັນ, ລະບົບຕາຕະລາງເງິນເດືອນໃໝ່ຈະຫຼຸດລົງເຫຼືອພຽງ 5 ຕາຕະລາງເທົ່ານັ້ນ, ລວມມີ: 2 ຕາຕະລາງສຳລັບລັດຖະກອນ, ພາລະກອນ ແລະ 3 ຕາຕະລາງສຳລັບກຳລັງປະກອບອາວຸດ. ທ່ານ ຫງວຽນກວາງຢຸງ, ຫົວໜ້າກົມເງິນເດືອນ, ກະຊວງພາຍໃນຖືວ່າ.

        “ເມື່ອປະຕິບັດລະບອບເງິນເດືອນໃໝ່ ຕາມມະຕິປະຕິຮູບຂອງສູນກາງພັກ, ເງິນເດືອນຂອງພະນັກງານ, ລັດຖະກອນຈະໄດ້ຮັບການປັບປຸງຢ່າງຈະແຈ້ງ. ເຖິງຢ່າງໃດກໍ່ຕາມ, ຈະມີການຊັບຊ້ອນລະຫວ່າງບັນດາຂະແໜງອາຊີບຄືນໃໝ່ ແລະ ຮັບປະກັນລັກສະນະບຸລິມະສິດ ເພື່ອສົ່ງເສີມບັນດາຂະແໜງອາຊີບ ແລະ ຈະສ້າງພື້ນຖານໃໝ່, ພະນັກງານ, ລັດຖະກອນທຸກຄົນລ້ວນແຕ່ໄດ້ຮັບການເພີ່ມເງິນເດືອນ”.

        ຕາມທ່ານ ເຈີ່ນກ໋ວກຕວານ, ກຳມະການສະພາທິດສະດີສູນກາງແລ້ວ, ນະໂຍບາຍເງິນເດືອນຄັ້ງນີ້ ຕ້ອງເຮັດຈະແຈ້ງຈຸດປະສົງສ້າງລະບົບເງິນເດືອນ, ເງິນບຳເນັດຄືນໃໝ່ ໃຫ້ທັງລະບົບການເມືອງຄືແນວໃດ; ຈັດແບ່ງພະນັກງານ,  ລັດຖະກອນເພື່ອຈັດສັນລະດັບເງິນເດືອນໃຫ້ເໝາະສົມ ຕິດພັນກັບປະສິດທິຜົນວຽກງານແຕ່ລະປີຂອງພະນັກງານ, ລັດຖະກອນ.

        “ເມື່ອພວກເຮົາແບ່ງຂັ້ນບັນດາພະນັກງານ, ລັດຖະກອນຄືແນວນັ້ນ, ພວກເຮົາຈະມີພື້ນຖານເພື່ອສ້າງລະບົບເງິນເດືອນໃຫ້ເໝາະສົມ. ຈາກນັ້ນ, ສ້າງລະບົບເງິນອຸດໜູນສຳລັບຜູ້ເຮັດວຽກງານມາເປັນຫຼາຍປີ, ລະບົບເງິນອຸດໜູນໜ້າທີ່, ຕຳແໜ່ງ, ລະບົບເງິນອຸດໜູນອາຊີບ ທີ່ບັນລຸປະສິດທິຜົນຢ່າງແທດຈິງໃນການປະຕິບັດວຽກງານ.”

ຮັບປະກັນລັກສະນະປະສິດທິຜົນໃນຕົວຈິງ

        ທ່ານ ບຸ່ຍຊີ້ເລີ້ຍ, ຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ຖືວ່າ, ຢາກປະຕິຮູບນະໂຍບາຍເງິນເດືອນໃນຄັ້ງນີ້ ວຽກງານທຳອິດທີ່ຕ້ອງປະຕິບັດແມ່ນປະຕິຮູບ, ປ່ຽນແປງໃໝ່ ແລະ ຍົກສູງກຳລັງຄວາມສາມາດ, ປະສິດທິຜົນຂອງບັນດາຫົວໜ່ວຍພາລະກິດພາກລັດ ເພື່ອຫຼຸດຜ່ອນບັນດາຂົງເຂດການບໍລິການພາກລັດຢ່າງສຸດຂີດ ແຕ່ຍັງຈ່າຍເງິນເດືອນຈາກງົບປະມານຂອງລັດ.

        “ການບໍລິການພາກລັດ ຕ້ອງຫັນເປັນຈ່າຍເງິນເດືອນຕາມໝາກຜົນສົ້ນອອກ ແລະ ລັດມອບເໝົາ ແລະ ບໍ່ຈຳເປັນໂດຍແມ່ນລັດຕ້ອງເຮັດ. ປະຊາຊົນເຮັດໄດ້ ຕ້ອງຈ່າຍເງິນໃຫ້ປະຊາຊົນ. ສາທາລະນະສຸກ, ການສຶກສາ… ວຽກງານໃດເປັນເຈົ້າໄດ້ ຕ້ອງມອບໃຫ້ເຂົາເຈົ້າເຮັດ ເພື່ອຫຼຸດຜ່ອນບັນຈຸພະນັກງານ, ເພື່ອຫຼຸດຜ່ອນການໃຊ້ຈ່າຍໃຫ້ແກ່ງົບປະມານ. ທີ່ 2 ແມ່ນຫຼຸດຜ່ອນກົງຈັກບໍລິຫານພາກລັດ, ກົງຈັກບໍລິຫານການເມືອງ ໃຫ້ຄ້າຍຄືກັບຈິດໃຈຂອງມະຕິເລກທີ 18 ຂອງສູນກາງພັກ ກ່ຽວກັບການປ່ຽນແປງໃໝ່ລະບົບການເມືອງ. ທີ່ 3 ແມ່ນຍົກສູງກຳລັງຄວາມສາມາດ, ປະສິດທິຜົນການຄຸ້ມຄອງຂອງບັນດາອົງການພາກລັດ ບົນພື້ນຖານສ້າງຕຳແໜ່ງວຽກງານບົນພື້ນຖານຖືກກັບຄົນ, ຖືກກັບວຽກງານ”.

        ຮັບປະກັນ 3 ປັດໃຈດັ່ງກ່າວໃຫ້ໄດ້ ຈະຊ່ວຍໃຫ້ນະໂຍບາຍເງິນເດືອນສາມາດຕອບສະໜອງໄດ້ຄວາມຕ້ອງການໃນການດຳລົງຊີວິດຂອງຜູ້ເຮັດວຽກຮັບເງິນເດືອນ. ນັ້ນກໍ່ແມ່ນໄມ້ງັດເພື່ອເພີ່ມສະມັດຕະພາບການອອກແຮງງານ, ຍົກສູງປະສິດທິຜົນຮັບໃຊ້ປະຊາຊົນ, ປະກອບສ່ວນຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້.

        ດ້ວຍບັນດາການປະຕິຮູບທີ່ຖືລັກສະນະບຸກທະລຸ, ແຜນຮ່າງປະຕິຮູບເງິນເດືອນ ເຊິ່ງກອງປະຊຸມສູນກາງພັກຄັ້ງທີ 7 ຊຸດທີ 12 ປຶກສາຫາລືໃນຄັ້ງນີ້ ຫວັງວ່າຈະສ້າງບາດລ້ຽວໃນການອອກແຮງງານ, ທຳການຜະລິດ, ປັບປຸງຊີສິດການເປັນຢູ່ຂອງຜູ້ອອກແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ