ການ​ປ​ະ​ທະ​ກັນ ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ ກັບບັນ​ດາ​ການ​ຜັນ​ແປ​ເຄັ່ງ​ຕຶງປິນ​ຂັ້ນ​ໄດ

(VOVWORLD) -ແງ່ຫວັງກ່ຽວກັບມາດຕະການສັນຕິພາບສຳລັບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແມ່ນບອບບາງທີ່ສຸດດ້ວຍຄວາມເຄັ່ງຕຶງຫຼາຍຢ່າງທີ່ເກີດຂຶ້ນໃໝ່, ໂດຍສະເພາະແມ່ນ ເມື່ອບັນດາປະຕິກິລິຍາດ້ານການທະຫານກວມເອົາສ່ວນຫຼາຍ. ພ້ອມກັບບັນດາຄຳປາໄສທີ່ແຂງກະດ້າງ ແລະ ເລື່ອງບັນດາປະເທດຝ່າຍຕາເວັນຕົກສົ່ງອຸປະກອນການທະຫານປະເພດໜັກຊ່ວຍເຫຼືອໃຫ້ແກ່ຢູແກຼນນັ້ນ ອາດຈະເຮັດໃຫ້ການປະທະກັນຖືກແກ່ຍາວຕື່ມອີກ.

 
ການ​ປ​ະ​ທະ​ກັນ ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ ກັບບັນ​ດາ​ການ​ຜັນ​ແປ​ເຄັ່ງ​ຕຶງປິນ​ຂັ້ນ​ໄດ - ảnh 1ນາຍທະຫານ ຢູແກຼນ ຍິງປືນໃຫຍ່ ໃນວັນທີ 16/12/2022 (ພາບ: AP)

ຍັງອີກພຽງແຕ່ສິບມື້, ການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ກໍບັນຈົບຄົບ 1 ປີ. ເຖິງຢ່າງໃດກໍຕາມ, ແງ່ຫວັງຢຸດຕິສົງຄາມແມ່ນມືດມົວທີ່ສຸດ ແລະ ຄາດວ່າ ການປະທະກັນນັ້ນ ຍາກທີ່ຈະສິ້ນສຸດໄດ້ໃນໄວໆນີ້.

ແງ່ຫວັງການເຈລະຈາແມ່ນມືດມົວຫຼາຍ

ນັບແຕ່ເມື່ອເລີ່ມບັ້ນການທະຫານພິເສດເລີ່ມດຳເນີນຢູ່ ຢູແກຼນ ໃນວັນທີ 24 ກຸມພາ 2022, ລັດເຊຍ ໄດ້ຖະແຫຼງເປັນຫຼາຍຄັ້ງແລ້ວວ່າ ຈະດຳເນີນບັ້ນຮົບນີ້ຈົນຮອດເມື່ອໃດປະຕິບັດສໍາເລັດບັນດາເປົ້າໝາຍ ເຊິ່ງທ່ານປະທານາທິບໍດີ Vladimir Putin ໄດ້ວາງອອກ ແລະ ບໍ່ປະນິປະນອມຕໍ່ບໍ່ວ່າເງື່ອນໄຂໃດໆຂອງ ຢູແກຼນ. ໃນຂະນະນັ້ນ, ດ້ວຍເປົ້າໝາຍ ເພື່ອບໍ່ໃຫ້ ຢູແກຼນ ປະລາໄຊ, ຝ່າຍຕາເວັນຕົກກໍຕອບຄືນຄຳຮຽກຮ້ອງຂອງ Kiev ແລະ ໜູນຊ່ວຍອາວຸດໃຫ້ປະເທດນີ້ສືບຕໍ່ສູ້ຮົບ.

ວັນທີ 11 ກຸມພາ ຜ່ານມາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Vershinin ໄດ້ຍົກອອກເງື່ອນໄຂເພື່ອເຊື່ອມຕໍ່ການເຈລະຈາກັບ ຢູແກຼນ ຄືນໃໝ່. ຕາມນັ້ນແລ້ວ, ລັດເຊຍ ຈະກັບຄືນເຈລະຈາກັບ ຢູແກຼນ ຕາບໃດທີ່ບັນດາຄຳຮຽກຮ້ອງຂອງລັດຖະບານ Kiev ຖືກຍົກເລີກ. ບໍ່ພຽງແຕ່ເທົ່ານັ້ນ, ການເຈລະຈາກັບ ຢູແກຼນ ຈະຖືກດຳເນີນຕາມທິດແທດເໝາະກັບສະພາບການຕົວຈິງເທົ່ານັ້ນ. ພ້ອມດຽວກັນນັ້ນ, ທ່ານ Sergey Vershinin ກໍໄດ້ກ່າວຫາບັນດາປະເທດຝ່າຍຕາເວັນຕົກທີ່ໄດ້ແຊກແຊງ ແລະ ກະທົບຕໍ່ການຕັດສິນໃນການເຈລະຈາຂອງ Kiev.

ກ່ອນໜ້ານັ້ນ, ເມື່ອເດືອນ ພະຈິກ ປີ 2022, ທ່ານປະທານາທິບໍດີ ຢູແກຼນ Zelensky ກໍໄດ້ຍົກອອກເງື່ອນໄຂເພື່ອກັບຄືນໂຕະເຈລະຈາກັບ ລັດເຊຍ ເຊັ່ນດຽວກັນ, ໃນນັ້ນ ມີການຟື້ນຟູຜືນແຜ່ນດິນອັນຄົບຖ້ວນ ແລະ ຊົດເຊີຍທຸກຜົນເສຍຫາຍໃຫ້ແກ່ປະເທດນີ້... ຢູແກຼນ ໃຫ້ຮູ້ວ່າ  ຈະບໍ່ປະຕິເສດການເຈລະຈາກັບ ລັດເຊຍ ຖ້າຫາກວ່າ ການເຈລະຈານັ້ນ ຖືກດຳເນີນຕາມຫຼັກການລວມຂອງກົດໝາຍສາກົນ, ນັ້ນແມ່ນເຄົາລົບກົດບັດ ສປຊ, ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ.

ໃນປີ 2022, ລັດເຊຍ ແລະ ຢູແກຼນ ໄດ້ດຳເນີນການເຈລະຈາເປັນຫຼາຍຮອບ ແຕ່ກໍບໍ່ບັນລຸໝາກຜົນໃດໆ. ສະພາບການຕົວຈິງໃນປັດຈຸບັນຊີ້ໃຫ້ເຫັນວ່າ ການດຳເນີນການເຈລະຈາລະຫວ່າງສອງຝ່າຍນີ້ ແມ່ນເກືອບຄືວ່າ ບໍ່ມີວີ່ແວວ. ການຜັນແປຢູ່ສະໜາມຮົບໃນຊຸມວັນຜ່ານມາ ຍິ່ງສະແດງໃຫ້ເຫັນແງ່ຫວັງການຢຸດຕິການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ໃນປີ 2023 ຍັງເປັນແງ່ຫວັງທີ່ມືດມົວ.  ສະເພາະໃນວັນທີ 12 ກຸມພາ, ມີການບຸກໂຈມຕີດ້ວຍປຶນໃຫຍ່ 424 ຄັ້ງ ແລະ ລັດເຊຍ - ຢູແກຼນ ໄດ້ຮົບເລວກັນເຖິງ 23 ຄັ້ງ.

ການ​ປ​ະ​ທະ​ກັນ ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ ກັບບັນ​ດາ​ການ​ຜັນ​ແປ​ເຄັ່ງ​ຕຶງປິນ​ຂັ້ນ​ໄດ - ảnh 2ອຸປະກອນການທະຫານຂອງ ລັດເຊຍ ຖືກທຳລາຍໃນບັ້ນຮົບຢູ່ Kharkiv (ພາບ: AFP)

ຄວາມສ່ຽງທຸກຝ່າຍລ້ວນແຕ່ປະລາໄຊ ເມື່ອການປະທະກັນສືບຕໍ່ແກ່ຍາວ

ໃນສະພາບການສົງຄາມສືບຕໍ່ດຳເນີນ ແລະ ການປະທະກັນຖືກຈົນຕາແຈ, ອາເມລິກາ ແລະ ບັນດາປະເທດຝ່າຍຕາເວັນຕົກພວມເພີ່ມທະວີການອຸປະຖຳຍຸດໂທປະກອນໃຫ້ແກ່ ຢູແກຼນ.

ວັນທີ 14 ກຸມພາ, ຄະນະປະສານງານປ້ອງກັນປະເທດຂອງ ຢູແກຼນ ໂດຍມີເກືອບ 40 ປະເທດ ແລະ ອົງການສະມາຊິກ ໄດ້ໂຮມປະຊຸມຢູ່ສຳນັກງານອົງການ ສົນທິສັນຍາອັດລັງຕິກເໜືອ ຢູ່ ບຣຸກແຊນ ປະເທດແບນຊິກ ເພື່ອປຶກສາຫາລືກ່ຽວກັບການຈັດສົ່ງອາວຸດໃຫ້ແກ່ ຢູແກຼນ.

ກ່ອນໜ້ານັ້ນ, ວັນທີ 11 ກຸມພາ, ອັງກິດ ກໍຍັງໄດ້ຄິດໄລ່ເຖິງການຜະລິດອາວຸດ ແລະ ລົດຫຸ້ມເກາະຢູ່ ຢູແກຼນ. ເຈົ້າໜ້າທີ່ປ້ອງກັນປະເທດບາງທ່ານຂອງ ອັງກິດ ໄດ້ໄປຢ້ຽມຢາມ Kiev ເພື່ອສຶກສາຄົ້ນຄວ້າກ່ຽວກັບກາລະໂອກາດສ້າງຕັ້ງບໍລິສັດຮ່ວມທຸລະກິດຜະລິດອາວຸດຢູ່ ຢູແກຼນ. ໃນການພົບປະກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃນວັນທີ 8 ກຸມພາ ຢູ່ ອັງກິດ ກ່ອນທີ່ທ່ານ Volodymyr Zelensky ເຂົ້າຮ່ວມກອງປະຊຸມສຸດຍອດ ສະຫະພາບເອີຣົບ (ອີຢູ) ຢູ່ ບຣຸກແຊນ, ປະເທດແບນຊິກ, ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ໄດ້ຊີ້ນຳກະຊວງປ້ອງກັນປະເທດ ອັງກິດ ໃຫ້ຄົ້ນຄວ້າບັນຫາສະໜອງເຮືອບິນສູ້ຮົບໃຫ້ແກ່ Kiev. ກ່ອນໜ້ານັ້ນ, ເດືອນມັງກອນ 2023, ກຸ່ມ 11 ປະເທດ ເອີຣົບ ເຊິ່ງລວມມີ ແອັດສໂຕເນຍ, ອັງກິດ, ໂປໂລຍ, ລັດເວຍ, ລີທົວເນຍ, ເດນມາກ, ເຊັກໂກ, ເຢຍລະມັນ, ໂຮນລັງ, ສະໂລວາກີ ແລະ ແອັດສະປາຍ ໄດ້ໃຫ້ຄຳໝັ້ນສັນຍາສະໜອງອາວຸດໃຫ້ແກ່ ຢູແກຼນ ໃນການປະທະກັນກັບ ລັດເຊຍ ຕື່ມອີກ, ພ້ອມທັງໃຫ້ຮູ້ວ່າ ເຂົາເຈົ້າຈະຈັດສົ່ງລັດຖັງສູ້ຮົບຫຼັກແຫຼ່ງ, ປືນໃຫຍ່ປະເພດໜັກ, ການປ້ອງກັນອາກາດ, ຍຸດໂທປະກອນຕ່າງໆ...

ເພື່ອໂຕ້ຕອບຄືນຕໍ່ການກະທຳດັ່ງກ່າວ, ລັດເຊຍ ໄດ້ກ່າວເຕືອນເປັນຫຼາຍຄັ້ງແລ້ວວ່າ ເລື່ອງປະເທດພາຍນອກ ເຕົ້າໂຮມກຳລັງໃຫ້ ຢູແກຼນ ຈະຍິ່ງເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ, ກໍ່ຄວາມເຈັບປວດໃຫ້ ຢູແກຼນ ຕື່ມອີກ.

ວົງການນັກໄຈ້ແຍກກ່າວເຕືອນວ່າ ສຳລັບ ລັດເຊຍ ແລະ ຢູແກຼນ, ເຖິງວ່າການປະທະກັນຈະສິ້ນສຸດລົງແບບໃດ ກໍລ້ວນແຕ່ກໍ່ຜົນເສຍຫາຍໃຫ້ທັງສອງຝ່າຍ. ຫຼັກໝັ້ນອັນແຂງແກ່ນ ແລະ ທັດສະນະເຈລະຈາໂດຍມີເງື່ອນໄຂຂອງທັງ ລັດເຊຍ ແລະ ຢູແກຼນ ເຮັດໃຫ້ແງ່ຫວັງທີ່ບັນດາຝ່າຍຈະນັ່ງເຈລະຈາກັນ ພ້ອມກັນຊອກຫາມາດຕະຖານສັນຕິພາບ ແມ່ນນັບມື້ນັບຫຍຸ້ງຍາກກວ່າເກົ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ