ການປະທະກັນຢູ່ຊີຣີ - ສິ່ງທ້າທາຍຕໍ່ວິທີການແກ້ໄຂທາງການທູດ

       
ການປະທະກັນຢູ່ຊີຣີ - ສິ່ງທ້າທາຍຕໍ່ວິທີການແກ້ໄຂທາງການທູດ - ảnh 1
ເກີດການ​ປະ​ທະ​ກັນ​ຢູ່​ຊີຣີ​ເມື່ອກາງ​ເດື​ອນກຸມພາ​ແລ້ວ​ນີ້
(ພາບ: internet)

      ປະຈຸບັນມີການເຄື່ືອນໄຫວຫຼາຍຢ່າງທາງການທູດພວມຖືກປະຕິບັດເພື່ອແນໃສ່ ຊອກຫາວິທີການແກ້ໄຂ ທາງການທູດໃຫ້ແກ່ສະພາບການຢູ່ຊີຣີ. ພ້ອມກັບການ ເດີນທາງ​ປະຕິບັດ​ງານ​ຢູ່​ເອຢິບ ​ແລະ ຊີຣີ​ໃນ​ອາທິດ​ນີ້​ຂອງ​ທູດ​ພິ​ເສດ​ກ່ຽວ​ກັບ​ບັນ​ກາຊີຣີຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນອາຣັບ, ອະດີດ​ເລຂາທິການ​ໃຫ່ຍ ສະຫະ​ປະຊາ​ຊາດ ທ່ານ Kofi Annan ​ແລະ ຜູ້ຕາງໜ້າ​ຂອງ​ລັດ​ເຊຍ, ຈີນກໍ​ແຕ່ງ​ຕັ້ງ​ທູດ​ພິ​ເສດ​​ໄປ​ຍັງຊີຣີ. ​ແຕ່​ຕາມ​ບັນດາ​ນັກ​ໃຈ້​ແຍກ​ແລ້ວ, ການ​ເດີນທາງ​ໄປ​ປະຕິ​ບັດ​ງານ​ເຫຼົ່າ​ນັ້ນ ​ແມ່ນ​ຍາກ​ທີ່​ຈະ​ບັນລຸ​ໝາກຜົນ​ທີ່​ໜ້າ​ຊົມ​ຊືນ​ໃນ​ສະພາວະ​ທີ່​ບັນດາ​ປະ​ເທດ​ມະຫາ​ອຳນາດ​ພວມ​ຖືກ​ແບ່ງ​ແຍກ​ ​ແລະ ມີ​ທັດສະນະ​ແຕກ​ຕ່າງ​ກັນ​ກ່ວຽກັບ​ວິທີ​ການ​ແກ້​ໄຂ​ວິ​ກິດ​ການ​ຢູ່​ຊີຣີ.

   ​ເມື່ອ​ເຕື້ອງ​ເຖິງ​ການ​ເດີນທາງ​ໄປ​ຍັງ ​ເອຢິບ​ຂອງ ທ່ານອະດີດ​ເລຂາທິການ​ໃຫ່ຍ ສະຫະ​ປະຊາ​ຊາດ Kofi Annan​ ເມື່ອວັນ​ທີ 7/3 ​ແລະ ຕໍ່​ຈາກ​ນັ້ນ​ແມ່ນ​ໄປ​ຍັງ ຊີຣີ ​ໃນ​ທ້າຍ​ອາທິດ​ນີ້, ບັນດາ​ນັກ​ໃຈ້​ແຍກຖື​ວ່າ ຈຸດປະສົງ​ຂອງ​ການ​ຂອງ​ການ​ເດີນທາງ​ປະຕິບັດ​ງານ​ແມ່ນ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫ່ຍຫຼວງ​ສຳລັບ​ທ່ານອະດີດ​ເລຂາທິ ການ​ໃຫ່ຍ ສະຫະ​ປະຊາ​ຊາດ Kofi Annan ​ແລະ ​ໂອກາດ​ປະສົບ​ຜົນສຳ​​ເລັດ​ຂອງ​ທ່ານ​ແມ່ນ​ບໍ່​ແນ່ນອນ. ​ເປັນ​ຫຍັງ​ຈຶ່ງໄດ້​ກ່າວ​ເຊັ່ນ​ນັ້ນ, ກໍ​ຍ້ອນ​ວ່າ​ໃນ​ການ​ປະຊຸມ​ຂ່າວ​ຄັ້ງ​ທຳ​ອິດ​ໃນ​ຖານະ​ຕຳ່​ແໜ່​ງ​ໃໝ່, ທ່ານອະດີດ​ເລຂາທິການ​ໃຫ່ຍ ສະຫະ​ປະຊາ​ຊາດ Kofi Annan ​ໄດ້​ຍົກ​ອອກ​ຈຸດໝາຍຫຼາຍ​ປະການ​ຄື: ບັນລຸ​ສັນຍາ​ຢຸດ​ຍິງ, ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ໜູນ​ຊ່ວຍ​ວິທີ​ການ​ແກ້​ໄຂ​ທາງ​ດ້ານ​ການ​ເມືອງຢູ່​ຊີຣີ​ໂດຍ​ຜ່ານ​ການ​ເຈລະຈາ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ນີ້​ແມ່ນ​ໜ້າ​ທີ່​​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​. ​ເຖິງ​ວ່າ​ໄດ້​ຮັບ​ການ​ສັງ​ເກດ​ຕີ​ລາຄາ​ແມ່ນ​ບໍ່​ອາດ​ເປັນ​ໄປ​ໄດ້, ​ແຕ່ການ​ເດີນທາງ​ປະຕິບັດ​ງານຍັງ​ຄົງ​ມີ​ຄວາມ​ຈຳ​ເປັນ, ຢ່າງ​ໜ້ອຍ​ສຸດ​ກໍ​ເປັນ​ການ​ຊ່ວຍ​ນຳ​ມາ​​ເຊິ່ງກາລະ​ໂອກາດ​ດຳ​ເນີນ​ການ​ເຈລະຈາກ່ຽວ​ກັບສັນຍາ​ຢຸດ​ຍິງສະບັບ​ໜຶ່ງ​ຢູ່​ຊີຣີ​ໃນ​ສະພາວະ​ທີ່​ວົງ​ຄະນະ​ຍາດ​ສາກົນ​ພວມ​ຕົກ​ເຂົ້າ​ສູ່​ສະພາບ​ບໍ່​ມີ​ທາງອອກ​​ໃນ​ການຊອກຫາວິທີການແກ້ໄຂ ຢຸດຕິສະພາບການ​ໃຊ້​ຄວາມ​ຮຸ​ນ​ແຮງຢູ່​ປະ​ເທດ​ນີ້​ໃນ​ເວລາ 1 ປີ​ທີ່​ຜ່ານ​ມາ.

   ​ໃນ​ຂະນະ​ດຽວ​ກັນ, ພ້ອມ​ກັບການ​ເດີນທາງ​ປະຕິບັດ​ງານຂອງ​ທ່ານອະດີດ​ເລຂາທິການ​ໃຫ່ຍ ສະຫະ​ປະຊາ​ຊາດ Kofi Annan, ລັດ​ເຊຍ ​ແລະ ຈີນ​ກໍ​ແຕ່ງ​ຕັ້ງ​ທູດ​ພິ​ເສດ​​ໄປ​ຍັງ​ຊີຣີ. ທ່ານ ຫຼີຮົວຊິນ ອະດີດ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຊີຣີ​ໄດ້​ໄປ​ຊີຣີ​ເມື່ອ​ວັນ​ທີ 7/3 ​ແລ​ະ ທ່ານ Sergei Lavrov​ຈະ​ໄປ​ຍັງ​ ກາຍ​ໂຣ​ໃນ​ວັນ​ທີ 10/3​ ເພື່ອພັບ​ປະ​ກັບ​ທ່າ​ນ Nabil el-Arabi ເລຂາທິການ​ໃຫ່ຍ ສະຫະ​ພັນ​ອາຣັບ. ສະຫະ​ປະຊາ​ຊາດປາດ​ທະ​ໜາ​ວ່າ​ບັນດາ​ທູດ​ພິ​ເສດ​ຂອງ​ລັດ​ເຊຍ ​ແລະ ຈີນ​ພ້ອມ​ກັນຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ທ່ານອະດີດ​ເລຂາທິການ​ໃຫ່ຍ ສະຫະ​ປະຊາ​ຊາດ Kofi Annan ຊອກ​ຫາ​ວິທີ​ການ​ແກ້​ໄຂ​​ໃຫ້​ແກ່ບັນຫາ​ຊີຣີ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທ່ານຫຼີ​ເວີຍ​ມິນ​ໃຫ້​ຮູ້​ວ່າ ຈີນ​ໄດ້​ຍົກ​ອອກ​ແຜນ​ນະ​ໂຍບາຍ 6 ປະການ​ໃນ​ບັນຫາ​ຊີຣີ. ຈີນ​ສະໜັບສະໜູນ​ບົດບາດ​ເປັນ​ເຈົ້າພາ​ທາງ​ຂອງສະຫະ​ປະຊາ​ຊາດ​ໃນ​ການ​ຊ່ວຍ​ເຫຼືອ​ມະນຸດສະທຳ, ​ແຕ່​ປະ​ເທດ​ນີ້​ກໍ​ຍັງຄັດຄ້ານ​ການ​ສວຍ​ໃຊ້​ການ​ເຄື່ອນ​ໄຫວ​ມະນຸດສະທຳ​ເພື່ອ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນຂອງ​ຊີຮີ ກໍ​ຄື​ການ​ແຊກ​ແຊງ​ດ້ານ​ການ​ທະຫານ​ຫຼື​ຊຸກຍູ້​ການ​ປ່ຽນ​ແປງ​ລະບອບ​ຢູ່ ຊີຣີ.

      ​ໃນ​ຂະນະ​ທີ່​ສະຫະ​ປະຊາ​ຊາດພ້ອມ​ກັບ​ລັດ​ເຊຍ ​ແລະ ຈີນພວມ​ມີບັນດາ​ຄວາມ​ມານະ​ພະຍາຍາມ​ທາງ​ການ​ທູດ​ເພື່ອ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ໂດຍ​ສັນຕິ​ວິທີນັ້ນ, ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ພັດ​ກໍ່​ກຳລງດັນ​ຢ່າງ​ຕໍ່​ເນື່ອງ​ເພື່ອ​ບັງຄັບ​ໃຫ້​ປະທານາທິບໍດີ​ຊີຣີ Bashar Al-Assad ລາ​ອອກ​ຈາກ​ຕ່ຳ​ແໜ່​ງ ​ແລະ ພາ​ໃຫ້ ດາ​ມາ​ກູດ ຢຸດ​ຕິ​ການ​ປາບ​ປາມ​ບັນດາ​ຜູ້​ຄັດຄ້ານ​ຢູ່​ປະ​ເທດ​ນີ້. ວັນ​ທີ 5/3 ທ່ານ John McCain ສະມາຊິກ​ສະພາ​ສູງ ສັງກັດ​ພັກສາທາລະນະ​ລັດ​ໄດ້​ຮຽກຮ້ອງ​ໃຫ້​ດຳ​ເນີນ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຕ້ານ​ຊີຣີ. ​ເຖິງ​ແມ່ນ​ວ່າ​ຫຼັງ​ຈາກ​ນັ້ນ, ປະທານາທິບໍດີ Barack Obama ​ແລະ ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດອາ​ເມ​ລິ​ກາ Leon Panetta ​ໄດ້​ປະຕິ​ເສດ​ກໍລະນີ​ອາ​ເມ​ລິ​ກາດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຊີຣີ​ແຕ່​ລຳພັງ​ຝ່າຍ​ດຽວ. ​ແຕ່​ການ​ນຳ​ອາ​ເມ​ລິ​ກາ​ຍັງ​ຄົງ​ຢືນຢັນ​ວ່າ ບັນ​ຫາ​ບໍ່​ແມ່ນ​ຢູ່​ບ່ອນ​ວ່າ ທ່ານ Bashar Al-Assad ຈະ​ຖືກ​ໂຄ່ນ​ລົ້ມ​ຫຼື​ບໍ່? ຫາກ​ແມ່ນຮອດ​ເວລາ​ໃດ​ທ່ານ​ຈະຖືກ​ໂຄ່ນ​ລົ້ມເທົ່າ​ນັ້ນ. ອາ​ເມ​ລິ​ກາ​ຍັງ​ນຳ​ລາຍ​ຊື່​ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະ​ພາບ​ຊີຣີ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ຫົວໜ່ວຍ​ຖືກ​ປິດ​ລ້ອມ​ຂໍ້ວາບາດ, ພ້ອ​ມທັງ​ຍື່ນ​ສະ​ເໜີ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດຮຽບຮຽງ​ມະຕິ​ໃໝ່​ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີ​ຮີ. ບັນດາ​ປະ​ເທດ​ພັນທະ​ມິດ​ຂອງ​ອາ​ເມ​ລິ​ກາຄື: ອັງກິດ, ຝະລັ່ງ, ​ແອດ​ສປາຍ...​ໄດ້​ປະກາດ​ປິດ​ປະຕູ​ສະຖານທູດ​ຂອງ​ຕົນ​ຢູ່​ຊີຣີ​ແນ​ໃສ່​ຄັດຄ້ານ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງປິ່ນຂັ້ນ​​ໄດ. ຕາມບັນດາ​ນັກ​ໃຈ້​ແຍກ​ແລ້ວ, ການ​ກະທຳ​ຂອງ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ແມ່ນ​​ເພື່ອຫວັງ​ຍາດ​ແຍ່ງ​ຜົນ​ສະທ້ອນ​ໃນ​ອະນາຄົດ​ຢູ່​ຕາ​ເວັນ​ອອກການ, ຫາກ​ບໍ່​ສົນ​ໃຈ​ເຖິງ​ບັນດາ​ຜົນ​ປະ​ໂຫຍ​ດຍາວ​ນານ​ຫຼື​ໃນ​ສະ​ເພາະ​ໜ້າ​ຂອງ​ຊີຣີ.

   ​ໂດຍ​ໂຕ້​ຕອບ​ຄືນ​ຕໍ່​ກຳລັງ​ດັນ​ຂອງ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ພັນທະ​ມິດຝ່າຍ​ຕາ​ເວັນ​ຕົກ, ລັດຖະບານຊີຣີ ສືບ​ຕໍ່​ເພີ່ມ​ທະວີ​ກຳລັງ​ດັນ​ດ້ານ​ການ​ທະຫານ​ຢູ່​ບັນດາ​ນະຄອນ​​ເກີດການ​ລຸກ​ຮື້​ຂຶ້ນ​. ວັນ​ທີ 6/3 ກອງທັບ​ລັດຖະບານ​ໄດ້​ເປີດ​ການ​ບຸກ​ໂຈມ​ຕີ​ດ້ວຍ​ຂອບ​ຂະໜາດ​ໃຫ່ຍ​​ເຂົ້າ​ແຂວງ Deraa ​ແລະ ບາງ​ນະຄອນ​ພາກ​​ໃຕ້, ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ຄົນ. ປະທານາທິບໍດີ​ຊີຣີ Bashar Al-Assad ຖະ​ແຫຼ​ງວ່າ ຊີຣີຈະ​ທັບ​ມ້າງ​ກົນອຸບາຍ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​​ປະ​ເທດ​ນີ້ຂອງ​ບັນດາ​ອິດ​ທິກຳລັງ​ຕ່າງປະ​ເທດ ພ້ອມ​ທັງ​ຕັດສິນ​ໃຈ​ຍູ້​ແຮງ​ການ​ຕໍ່ສູ້​ຕ້ານ​ກໍ່​ການ​ຮ້າຍ.

   ດ້ວຍ​ທຸກ​ສິ່ງ​ທຸກ​ຢ່າງ​ພວມ​ເກີດ​ຂຶ້ນ​ຢູ່​ຊີຣີນັ້ນ, ​ເບິ່ງ​ຄື​ວ່າ ວິທີ​ການ​ທີ່​ດີ​ສຸດ​ໃນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ຊີ​ຮີ​ຢ່າງ​ແທ້​ຈິງ​ນັ້ນ, ກໍ​ແມ່ນ​ສິ່ງ​ທ້າ​ທາຍ​ດ້ານ​ການ​ທູດ ​ແລະ ອະນາຄົດ​ຂອງ​ປະ​ເທດ​ທີ່​ເຄີຍ​​ໄດ້ຮັບ​ຖື​ວ່າ ​ແມ່ນ​ລັດ​ມີ​ສະຖຽນ​ລະ​ພາບ​ກ່ວາ​ໝູ່​ໃນ​ໂລກ​ອາຣັບນີ້​ຍັງ​ຄົງ​ບໍ່​ສາມາດ​ທຳນາຍ​​ລວງ​ໜ້າ​​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ