ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເປັນເວລາໜຶ່ງປີ: ການສູ້ຢັນກັນບໍ່ມີວັນຈະສິ້ນສຸດລົງເທື່ອ

(VOVWORLD) - ໃນເວລາ 5 ໂມງ 55 ນາທີຂອງວັນທີ 24 ກຸມພາ 2022, ພາຍຫຼັງ ລັດເຊຍ ໄດ້ ຮັບຮອງເອົາສອງປະເທດ ສ. Lugansk ແລະ ສ.Donetsk ສ້າງຕັ້ງເອງເປັນເວລາພຽງ 2 ວັນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປະກາດປຸກລະດົມ “ບັ້ນຮົບການທະຫານພິເສດ” ຢູ່ ຢູແກຼນ.

365 ວັນໄດ້ຜ່ານໄປ ນັບແຕ່ເມື່ອສຽງປືນລູກທຳອິດດັງຂຶ້ນຢູ່ເຂດ Donbass, ທາງພາກຕາເວັນອອກຂອງປະເທດ ຢູແກຼນ, ການປະທະກັນນີ້ຍັງຄົງສືບຕໍ່ດຳເນີນໄປ, ບໍ່ພຽງແຕ່ເຮັດໃຫ້ສອງຝ່າຍໄດ້ຮັບຜົນເສຍຫາຍທີ່ໃຫຍ່ຫຼວງກ່ຽວກັບຊີວິດອິນຊີ ແລະ ຊັບສິນເທົ່ານັ້ນ ຫາກຍັງໄດ້ເຮັດໃຫ້ລະບຽບດ້ານພູມສາດການເມືອງ, ເສດຖະກິດໂລກສັ່ນສະເທືອນ. ສິ່ງທີ່ເປັນໜ້າສົນໃຈແມ່ນ ຍັງບໍ່ມີສັນຍານ ກ່ຽວກັບທາງອອກໃຫ້ແກ່ການປະທະກັນດັ່ງກ່າວ.

ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເປັນເວລາໜຶ່ງປີ: ການສູ້ຢັນກັນບໍ່ມີວັນຈະສິ້ນສຸດລົງເທື່ອ - ảnh 1ລົດຖັງຂອງ ຢູແກຼນ ຢູ່ Donetsk ໃນວັນທີ 21 ກຸມພາ 2023
(ພາບ: Reuters)

          ໃນບົດກ່າວຄຳເຫັນເມື່ອວັນທີ 24 ກຸມພາ ປີ 2022ກ່ອນທີ່ເປີດ “ບັ້ນຮົບການທະຫານພິເສດ” ຢູ່ທາງທິດຕາເວັນອອກ ຢູແກຼນ, ເພື່ອແນໃສ້ຕອບຄຳສະເໜີການໜູນຊ່ວຍຮັບປະກັນຄວາມໝັ້ນຄົງຂອງການນຳສອງປະເທດ ສາທາລະນະລັດ Donestsk (DPR) ແລະ Lugansk (LPR) ທີ່ສ້າງຕັ້ງເອງ, ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ ບັ້ນຮົບການທະຫານຂອງ ລັດເຊຍ ແມ່ນການກະທຳປ້ອງກັນຕົວ, ລັດເຊຍ ບໍ່ຢຶດຄອງ ຢູແກຼນ, ຫາກຈະ “ປອດການຫັນເປັນຟາດຊິດ”, “ປອດການຫັນເປັນທະຫານ” ຢູ່ປະເທດ ເອີລົບຕາເວັນອອກນີ້. ນັບແຕ່ນັ້ນມາ, ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ເປັນການປະທະກັນຂະໜາດໃຫຍ່ສຸດຢູ່ ເອີລົບ ນັບແຕ່ສົງຄາມໂລກຄັ້ງທີ 2, ໄດ້ເລີ່ມຂຶ້ນຢ່າງເປັນທາງການ ແລະ ແກ່ຍາວມາຮອດປະຈຸບັນດ້ວຍການຜັນແປປີນຂັ້ນໄດຫຼາຍຢ່າງ.

ຄວາມເສຍຫາຍຢ່າງໜັກໜ່ວງ

        ວິກິດການ ລັດເຊຍ - ຢູແກຼນ ໃນປະຈຸບັນ ແມ່ນເລີ່ມມາຈາກສາຍເຫດທີ່ມີມາແຕ່ດົນນານ. ຈາກເຫດການຜັນແປດ້ານການເມືອງ Maidan (ເດືອນ ກຸມພາ 2014), ເລື່ອງ ມົດສະກູ ໄດ້ໂຮມແຫຼມ Crimea ເຂົ້າກັນ ພາໄປເຖິງການສ້າງສອງປະເທດ ສ້າງຕັ້ງເອງນັ້ນແມ່ນ Donestsk ແລະ Lugansk, ຕະຫຼອດຮອດເລື່ອງ ຢູແກຼນ ໄດ້ຂໍເຂົ້າເປັນສະມາຊິກສະຫະພັນການທະຫານ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO)…, ທັງໝົດເຫຼົ່ານັ້ນໄດ້ເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງສອງຝ່າຍຂຶ້ນຈຸດສູງສຸດ.

        ໜຶ່ງປີຜ່ານມາ, ຈາກຂອບເຂດທຳອິດແມ່ນ Donbass ເທົ່ານັ້ນ, ແຕ່ລັດເຊຍ ໄດ້ເປີດກ້ວາງເປົ້າໝາຍບັ້ນຮົບດ້ານການທະຫານພິເສດຢູ່ ຢູແກຼນ ອອກໄປທາງພາກໃຕ້ ແລະ ເຂດອື່ນໆ, ໃນນັ້ນມີນະຄອນຫຼວງ Kiev. ການປະທະກັນໄດ້ເກີດຜົນຮ້າຍຢ້ອນຫຼັງທີ່ໜັກໜ່ວງ, ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງເສດຖະກິດຂອງສອງປະເທດ ລັດເຊຍ ແລະ ຢູແກຼນ ເທົ່ານັ້ນ, ຫາກຍັງສົ່ງຜົນສະທ້ອນເຖິງເສດຖະກິດທົ່ວໂລກອີກດ້ວຍ. ໂລກຕ້ອງປະເຊີນໜ້າກັບວິກິດການດ້ານສະບຽງອາຫານທີ່ຮ້າຍແຮງ ໃນຂະນະທີ່ແຫຼ່ງສະໜອງເຂົ້າບະເລ, ທັນຍາພືດຫລຸດລົງຢ່າງແຮງ; ສະພາບຕັດຕອນຂອງການສະໜອງເຊື້ອເພີງທີ່ກ່ຽວຂ້ອງເຖິງບັນດາມາດຕະການລົງໂທດ ແລະ ການໂຕ້ຕອບກັນລະຫວ່າງ ມົດສະກູ ແລະ ຝ່າຍຕາເວັນຕົກ ໄດ້ເຮັດໃຫ້ ທະວີບ ເອີລົບ ຕ້ອງຜ່ານຜ່າລະດູໜາວຈັດ, ຍູ້ລາຄາພະລັງງານທົ່ວໂລກເພີ່ມຂຶ້ນສູງ, ເຮັດໃຫ້ເງິນເຟີ້ຢູ່ຫຼາຍປະເທດຂຶ້ນສູ່ລະດັບສະຖິຕິ ຢ່າງລຽນຕິດ, ນຳມາເຊິ່ງຄວາມສ່ຽງຂອງການຂາດສະຖຽນລະພາບທາງສັງຄົມ. ການປະທະກັນໄດ້ກໍ່ໃຫ້ເກີດວິກິດການມະນຸດສະທຳດ້ວຍຂອບຂະໜາດແບບບໍ່ເຄີຍມີມາກ່ອນຢູ່ ເອີລົບ ນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ 2. ຕົວເລກໂດຍຫ້ອງວ່າການຂ້າຫຼວງໃຫຍ່ສິດທິມະນຸດ ສປຊ (OHCHR) ປະກາດໃນເດືອນ ມັງກອນ 2023 ໄດ້ສະແດງໃຫ້ເຫັນວ່າ: ມີປະຊາຊົນກ່ວາ 18.000 ຄົນເສຍຊີວິດ, 7,9 ລ້ານຄົນຕ້ອງອົບພະຍົບໄປຢູ່ ເອີລົບ ແລະ 21,8 ລ້ານຄົນຕ້ອງໄດ້ຮັບການໜູນຊ່ວຍດ້ານມະນຸດສະທຳ.

ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເປັນເວລາໜຶ່ງປີ: ການສູ້ຢັນກັນບໍ່ມີວັນຈະສິ້ນສຸດລົງເທື່ອ - ảnh 2ການນຳ ຢູແກຼນ ແລະ ລັດເຊຍ
(ພາບ:Reuters)

ຫຼາຍການຜັນແປທີ່ອັນຕະລາຍ

        ໃນຂະນະທີ່ການປະທະກັນຊອກທາງອອກຍັງບໍ່ທັນໄດ້ນັ້ນ, ໃນ 2 ເດືອນຂອງປີ 2023, ບັນດາການຜັນແປໃໝ່ໄດ້ເຮັດໃຫ້ການແກ້ໄຂການປະທະກັນໂດຍສັນຕິແກ່ຍາວເປັນເວລາ 1 ປີຍິ່ງຍາກທີ່ຈະບັນລຸໄດ້.

        ບັນດາປະເທດຝ່າຍຕາເວັນຕົກ ໄດ້ເພີ່ມການໜູນຊ່ວຍດ້ານການທະຫານໃຫ້ແກ່ຢູແກຼນ. ບັນດາກອງປະຊຸມຂອງ ສະຫະພາບ ເອີລົບ (EU), ອົງການສົນທິສັນຍາ ອັດລັງຕິກ ເໜືອ (NATO) ລ້ວນແຕ່ໄດ້ຍົກອອກຄຳໝັ້ນສັນຍາຍູ້ແຮງການສະໜອງອາວຸດຍຸດໂທປະກອບ, ຄຳໝັ້ນສັນຍາໜູນຊ່ວຍລົດຖັງໃຫ້ Kiev. EU ກໍ່ໄດ້ພິຈາລະນາເຖິງການລົງໂທດທີ 10 ແນໃສ່ ມົດສະກູ ກ່ຽວຂ້ອງເຖິງການປະທະກັນທີ່ແກ່ຍາວຢູ່ ຢູແກຼນ. ໃນຂະນະນັ້ນ, ຝ່າຍ ລັດເຊຍ ໄດ້ປະກາດຖື ອາວຸດຂອງຝ່າຍຕາເວັນຕົກ ຢູ່ ຢູແກຼນ ແມ່ນເປົ້າໝາຍຂອງການບຸກໂຈມຕີ.  ໃນຖະແຫຼງການມໍ່ໆມານີ້, ທ່ານປະທານາທິບໍດີ ຢູແກຼນ Zelensky ໄດ້ຢັ້ງຢືນວ່າເປົ້າໝາຍຂອງ Kiev ບໍ່ພຽງແຕ່ແມ່ນການສະກັດກັ້ນການບຸກໂຈມຕີໃໝ່ຂອງ ລັດເຊຍ ເທົ່ານັ້ນ, ຫາກຍັງຍາດເອົາເຂດດິນແດນທີ່ຖືກ ມົດສະກູ ຄວບຄຸມຄືນມາ, ເຊິ່ງລວມທັງ ແຫຼມ Crimea. ເພື່ອເຮັດໃຫ້ໄດ້ສິ່ງດັ່ງກ່າວ, ຢູແກຼນ ຕ້ອງຮຽກຮ້ອງໃຫ້ສຳພັນທະມິດຝ່າຍຕາເວັນຕົກ ອຸປະຖຳຫຼາຍ ແລະ ໄວກ່ວາອີກ, ເພື່ອໃຫ້ Kiev ມີທ່າໄດ້ປຽບຢູ່ສະໜາມຮົບ.

ປະຕູພາໄປເຖິງສັນຕິພາບຍັງປິດຢູ່

        ໃນໜຶ່ງປີຜ່ານມາ, ການ “ກ່າວປະນາມ”, “ຮຽກຮ້ອງ”, “ກະຕຸກຊຸກຍູ້”… ໄດ້ປະກົດຕົວຂຶ້ນເປັນປະຈຳ ເມື່ອບັນດາຝ່າຍປາດຖະໜາຢາກໃຫ້ ລັດເຊຍ ແລະ ຢູແກຼນ ຢຸດຕິບັ້ນຮົບ, ແຕ່ບໍ່ສາມາດຢຸດຕິລົງໄດ້. ຈາກນັ້ນແມ່ນບັນດາການລົງໂທດຂອງຝ່າຍຕາເວັນຕົກ ແນໃສ່ ລັດເຊຍ ກໍ່ບໍ່ສາມາດຊອກຫາທາງອອກໃຫ້ແກ່ບັ້ນຮົບດັ່ງກ່າວນີ້ໄດ້.

        ຕໍ່ໜ້າການຜັນແປໃນປະຈຸບັນ, ເບິ່ງລວມແລ້ວ, ບັນດານັກໄຈ້ແຍກໄດ້ໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງທາງການທູດເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ຍາກທີ່ຈະບັນລຸໄດ້ໃນໄລຍະເວລາໃກ້ໆນີ້. ທັງລັດເຊຍ ແລະ ຢູແກຼນ ພວມສະແດງຫຼັກໝັ້ນແຕກຕ່າງກັນໃນຫຼາຍບັນຫາ. ອາເມລິກາ ແລະ ບາງປະເທດ ເອີລົບ, ເຖິງວ່າ ມີບັນດາສັນຍານ ຢາກຊອກຫາວິທີຊຸກຍູ້ການເຈລະຈາກໍ່ຕາມ, ແຕ່ເລື່ອງສືບຕໍ່ໜູນຊ່ວຍດ້ານອາວຸດບຸກໂຈມຕີໃຫ້ແກ່ ຢູແກຼນ ແລະ ຮັດແໜ້ນການລົງໂທດ ລັດເຊຍ ຍິ່ງນັບມື້ນັບຍູ້ການປະທະກັນໃຫ້ຕົກເຂົ້າສູ່ສະພາບບໍ່ມີທາງອອກ.

        ທີ່ກອງປະຊຸມຂອງສະມັດຊາໃຫຍ່ ສປຊ ໃນວັນທີ 23 ກຸມພາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ທ່ານ Csaba Kőrösi, ປະທານສະມັດຊາໃຫຍ່ ກ່າວເຕືອນວ່າສະພາບການປະທະກັນປີນຂັ້ນໄດ ຍັງຄົງປະກົດຂຶ້ນ ແລະ ແງ່ຫວັງສັນຕິພາບພວມຄ່ອຍໆຫລຸດລົງ. ການຊຸກຍູ້ການເຈລະຈາ ເພື່ອເປີດປະຕູສັນຕິພາບ, ຢຸດຕິການປະທະກັນແມ່ນບຸລິມະສິດຕົ້ນຕໍໃນປະຈຸບັນ./.

 

ຕອບກັບ

ຂ່າວ/ບົດ​ອື່ນ