ການ​ປະ​ທະ​ກັນ​ລະ​ຫວ່າງ​ລັດ​ເຊຍ-ຢູ​ແກຼນ: ຍັງ​ບໍ່​ທັນ​ຊອກ​ຫາ​ສຽງ​ເວົ້າ​ລວມ​ໄດ້ເທື່ອ

(VOVWORLD) - ໂດຍບໍ່ຫົວຊາຕໍ່ການຊຸກຍູ້ບັນດາຄວາມມານະພະຍາຍາມທາງການທູດສາກົນນັ້ນ, ລັດເຊຍ ແລະ ຢູແກຼນ ຍັງບໍ່ທັນຊອກຫາສຽງເວົ້າລວມໄດ້ເທື່ອ ເພື່ອປະຕິບັດການຢຸດຍິງ. ບາງຄຳເຫັນມີຄວາມວິຕົກກັງວົນວ່າ ວິກິດການໃນປະຈຸບັນ ອາດຈະປີ້ນຂັ້ນໄດຢ່າງສັບສົນກ່ວາ ຍ້ອນການເຈລະຈາຖືກຫຼົ້ມເຫຼວ ພ້ອມດ້ວຍການກະທຳແຊກແຊງທີ່ຂາດເຈດຕະນາດີຈາກພາຍນອກ.
ການ​ປະ​ທະ​ກັນ​ລະ​ຫວ່າງ​ລັດ​ເຊຍ-ຢູ​ແກຼນ: ຍັງ​ບໍ່​ທັນ​ຊອກ​ຫາ​ສຽງ​ເວົ້າ​ລວມ​ໄດ້ເທື່ອ - ảnh 1

 ເຮືອຮົບມົດສະກູ ຂອງ ແມ່ທັບເຮືອທະເລດຳ-ລັດເຊຍ (ພາບ: RT)

       ພາຍຫຼັງ ລັດເຊຍ ໄດ້ປຸກລະດົມບັ້ນຮົບການທະຫານພິເສດຢູ່ ຢູແກຼນ ມາເປັນເວລາເດືອນເຄິ່ງ (ຄືວັນທີ 24 ກຸມພາ), ປະຈຸບັນ, ສະພາບສະໜາມຮົບຢູ່ ຢູແກຼນ ມີການປ່ຽນແປງຫຼາຍຢ່າງ. ແຕ່ເຖິງແນວນັ້ນກໍ່ຕາມ, ສິ່ງທີ່ຫາງສຽງພວມລໍຄອຍທີ່ສຸດ ແມ່ນຄຳສັ່ງຢຸດຍິງແຕ່ກໍ່ຍັງບໍ່ທັນບັນລຸໄດ້. ພາຍຫຼັງຫຼາຍຮອບເຈລະຈາດ້ວຍການເຂົ້າຮ່ວມ ແລະ ເປັນກາງຂອງບາງປະເທດຄື: ຕວກກີ, ເບລາຣຸດ…. ລັດເຊຍ ແລະ ຢູແກຼນ ຍັງບໍ່ທັນຊອກຫາໄດ້ສຽງເວົ້າລວມ ເພື່ອຢຸດຍິງເທື່ອ. ໃນຂະນະທີ່ການເຈລະຈາສືບຕໍ່ຈົນຕະແຈ, ຫຼາຍປະເທດຝ່າຍຕາເວັນຕົກ ໄດ້ຈັດວາງຄຳສັ່ງລົງໂທດໃສ່ລັດເຊຍ ຢ່າງລຽນຕິດ, ພ້ອມທັງນຳເອົາອາວຸດລ້າງຜານຫຼາຍປະເພດເຂົ້າສະໜາມຮົບ ຢູແກຼນ ຕື່ມອີກ. ຕົວຈິງດັ່ງກ່າວເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນວ່າ ສະພາບການສູ້ຮົບອາດຈະປີ້ນຂັ້ນໄດສັບສົນກ່ວາ ໃນຊຸມວັນຈະມາເຖິງ.

ການ​ປະ​ທະ​ກັນ​ລະ​ຫວ່າງ​ລັດ​ເຊຍ-ຢູ​ແກຼນ: ຍັງ​ບໍ່​ທັນ​ຊອກ​ຫາ​ສຽງ​ເວົ້າ​ລວມ​ໄດ້ເທື່ອ - ảnh 2

 ລູກສອນໄຟຕ້ານລົດຖັງເຄື່ອນທີ່ FGM-148 Javelin  ໂດຍ ອາເມລິກາ ສະໜອງໃຫ້ ຢູແກຼນ (ພາບ: AFP)

ການສູ້ຮົບປີ້ນຂັ້ນໄດ

   ວັນທີ 14 ເມສາ, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ປະກາດວ່າ ເຮືອຮົບເຂັ້ມແຂງກ່ວາໝູ່ຂອງແມ່ທັບເຮືອທະເລດຳ ແມ່ນ ເຮືອຮົບ ມົດສະກູ ຖືກອຸບັດຕິເຫດ. ກ່ອນໜ້ານັ້ນ, ທ່ານ Maksym Marchenko ເຈົ້າຄອງນະຄອນ Odessa ຂອງ ຢູແກຼນ ປະກາດວ່າ ບັ້ນບຸກໂຈມຕີດ້ວຍລູກສອນໄຟ Neptune ຂອງກຳລັງ ຢູແກຼນ ໄດ້ກໍ່ຜົນເສຍຫາຍໃຫ້ແກ່ເຮືອຮົບ ລັດເຊຍ ແຕ່ຍັງບໍ່ທັນມີແຫຼ່ງຂ່າວເອກະລາດໃດອອກມາຮັບຮອງຂ່າວດັ່ງກ່າວຢ່າງເປັນທາງການເທື່ອ.

   ໃນສະພາບການດັ່ງກ່າວ, ຝ່າຍຕາເວັນຕົກ ສືບຕໍ່ເພີ່ມທະວີການອຸປະຖຳກຳລັງຄວາມສາມາດຕໍ່ສູ້ໃຫ້ແກ່ ຢູແກຼນ. ວັນທີ 13 ເມສາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດວ່າ ທຳນຽບ 5 ແຈຈະສົ່ງເງິນອຸປະຖຳດ້ານການທະຫານເພີ່ມເຕີມໃຫ້ແກ່ ຢູແກຼນ ດ້ວຍຈຳນວນ 800 ລ້ານ  USD  ລວມມີລົດປືນໃຫ່ຍ, ລົດຫຸ້ມເກາະ ແລະ ເຮືອບິນເອລີກອບແຕ. ໃນອາທິດຜ່ານມາ, ທຳນຽບ 5 ແຈກໍ່ປະກາດວ່າ ໄດ້ສະໜອງເງິນໜູນຊ່ວຍດ້ານຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ດ້ວຍຈຳນວນ 1.7 ຕື້ USD ນັບແຕ່ເກີດສົງຄາມມາ. ອາວຸດສະໜອງໃຫ້ ຢູແກຼນ ລວມມີ: ລູກສອນໄຟປ້ອງກັນອາກາດ Stinger ແລະ ລູກສອນໄຟ ຕ້ານລົດຖັງ Javelin, ລູກປືນຫຼາຍປະເພດ ແລະ ເສື້ອກັນລູກປືນ. ບໍ່ພຽງແຕ່ເທົ່ານັ້ນ, ວັນທີ 14 ເມສາ, ທ່ານ William Burns ຜູ້ອຳນວຍການອົງການສືບລາຊະການລັບສູນກາງ ອາເມລິກາ (CIA) ກໍ່ປະກາດວ່າ CIA ໄດ້້ ແລະ ພວມແບ່ງປັນຂ່າວສືບລາຊະການລັບ ຊ່ວຍ ຢູແກຼນ.

   ນອກຈາກ ອາເມລິກາ ແລ້ວ, ຍັງມີຫຼາຍປະເທດສະມາຊິກອົງການ ນາໂຕ ໂດຍ ອາເມລິກາ ນຳພາ ກໍ່ໄດ້ສະໜອງອາວຸດຫຼາຍປະເພດ ແລະ ອຸປະກອນຕໍ່ສູ້ຕື່ມອີກ ໃຫ້ແກ່ ຢູແກຼນ ໃນໄລຍະຜ່ານມາ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮັກສາ ແລະ ຍູ້ແຮງການໜູນຊ່ວຍນີ້. ໄປຄຽງຄູ່ກັບການໜູນຊ່ວຍນີ້, ຝ່າຍຕາເວັນຕົກ ກໍ່ພ້ອມກັນຈັດວາງຫຼາຍມາດຕະການລົງໂທດເພີ່ມເຕີ່ມທີ່ເຄັ່ງຄັດໃສ່ ລັດເຊຍ ຕື່ມອີກ.

ຮັກສາການເຈລະຈາ ແລະ ຊຸກຍູ້ມາດຕະການທາງການທູດ

ເຖິງຢ່າງໃດກໍ່ຕາມ, ບໍ່ແມ່ນທຸກປະເທດຝ່າຍຕາເວັນຕົກ ລ້ວນແຕ່ສະໜັບສະໜູນ ຫຼື ມີການກະທຳຕາມທິດເດີນນັ້ນ. ມີຫຼາຍປະເທດສະມາຊິກສະຫະພາບເອີລົບ (ອີຢູ) ແລະ NATO ຍັງພວມມານະພະຍາຍາມຊຸກຍູ້ການເຈລະຈາກັບ ລັດເຊຍ ເພື່ອຊອກຫາມາດຕະການແກ້ໄຂທາງການທູດໃຫ້ແກ່ວິກິດການ. ໃນຕົ້ນອາທິດນີ້, ທ່ານນາຍົກລັດຖະມົນຕີ ໂອຕາລິດ Karl Mehammer ໄດ້ໄປຢ້ຽມຢາມ ມົດສະກູ ແລະ ພົບປະເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin. ນີ້ແມ່ນການນຳ ເອີລົບ ຄົນທຳອິດທີ່ໄປ ລັດເຊຍ ນັບແຕ່ເກີດການປະທະກັນຢູ່ ຢູແກຼນ. ທີ່ການພົບປະເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານນາຍົກລັດຖະມົນຕີ ໂອຕາລິດ Karl Mehammer ສືບຕໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການໜູນຊ່ວຍໃຫ້ແກ່ການເຈລະຈາລະຫວ່າງ ລັດເຊຍ - ຢູແກຼນ ຢູ່ ອິດສຕານບູນ ໂດຍ ຕວກກີ ອຸປະຖຳ. ໃນສະພາບທີ່ຝ່າຍຕາເວັນຕົກ ສະແດງຄວາມວຸ້ນວາຍ ແລະ ຂາດຄວາມເປັນເອກະພາບໃນຍຸດທະສາດຮັບມືກັບ ລັດເຊຍ, ນັກໄຈ້ແຍກຫຼາຍທ່ານ ແລະ ການນຳເອີລົບ ບາງທ່ານຫວັງວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ໂອຕາລິດ ຈະສາມາດຊ່ວຍສ້າງການເຊື່ອມຕໍ່ລະຫວ່າງ ລັດເຊຍ ແລະ ຢູແກຼນ, ພ້ອມທັງຮັກສາການຕິດຕໍ່ທີ່ຈຳເປັນລະຫວ່າງ ອີຢູ ແລະ ລັດເຊຍ.

ຫຼາຍປະເທດທີ່ບໍ່ແມ່ນສະມາຊິກ ແລະ ອົງກອນສາກົນ ກໍ່ກະຕຸກຊຸກຍູ້ບັນດາຝ່າຍດຳເນີນການເຈລະຈາເພື່ອແກ້ໄຂວິກິດການຢ່າງຕໍ່ເນື່ອງ. ວັນທີ 13 ເມສາ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງໃຫ້ ລັດເຊຍ, ຢູແກຼນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງຮັກສາ ແລະ ເພີ່ມທະວີການເຈລະຈາ ເພື່ອແນໃສ່ຢຸດຕິການປະທະກັນ. ຄ້າຍຄືກັນ, ຈາກ ປັກກິງ, ວັນທີ 11 ເມສາ, ທ່ານ ແຈ້ວຫຼີຈຽນ ໂຄສົກກະຊວງການຕ່າງປະເທດ ຈີນ ຊີ້ແຈ້ງວ່າ ການເຈລະຈາແມ່ນມາດຕະການຖືກຕ້ອງໜຶ່ງດຽວເພື່ອແກ້ໄຂວິກິດການ ລັດເຊຍ - ຢູແກຼນ. ຕາມເຈົ້າໜ້າທີ່ກະຊວງການຕ່າງປະເທດ ຈີນ ແລ້ວ, ຝ່າຍຕາເວັນຕົກ ຄວນຊຸກຍູ້ສັນຕິພາບດ້ວຍບັນດາບາດກ້າວຢ່າງແທ້ຈິງ, ແທນໃຫ້ການນະພະຍາຍາມຈັດວາງມາດ ຕະການລົງໂທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ