ການ​ປະ​ທະ​ກັນລະ​ເບີດຂຶ້ນ​ຢູ່ເຂດ Gaza

(VOVWORLD) - ໃນຊຸມວັນຜ່ານມາ, ເຂດ Gaza ພວມຈົມໃນສະພາບການທີ່ເຕັມໄປດ້ວຍຄວັນ ແລະ ໄຟ ຍ້ອນບັນດາການບຸກໂຈມຕີທາງອາກາດລະຫວ່າງ ອິດສະຣາແອັນ ແລະ ຂະບວນການ Hamas, ປາແລັດສະຕິນ. ການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ ນັບມື້ນັບມີການຜັນແປຢ່າງຮຸນແຮງນັ້ນ ໄດ້ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນຕໍ່ການລະເບີດສົງຄົມໃນວົງກວ້າງ ແລະ ນອກເໜືອການຄວບຄຸມ.

  ໃນຊຸມວັນມໍ່ໆມານີ້, ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ ເກີດຂຶ້ນຢ່າງດຸເດືອດ. ນີ້ແມ່ນການປະທະກັນດ້ານການທະຫານຢ່າງດຸເດືອດທີ່ສຸດ ລະຫວ່າງສອງຝ່າຍ ນັບແຕ່ເມື່ອສົງຄາມເກີດຂຶ້ນໃນປີ 2014 ຢູ່ເຂດ Gaza.

ການ​ປະ​ທະ​ກັນລະ​ເບີດຂຶ້ນ​ຢູ່ເຂດ Gaza - ảnh 1ອາຄານຢູ່ເຂດ Gaza ຖືກ ອິດສະຣາແອັນ ບຸກໂຈມຕີ ໃນວັນທີ 12 ພຶດສະພາ 2021 (ພາບ:Reuters)
     ຄວາມເຄັ່ງຕຶງເກີດຂຶ້ນຢ່າງຮຸນແຮງ

        ສາຍເຫດໂດຍກົງທີ່ກໍ່ໃຫ້ເກີດຄວາມເຄັ່ງຕຶງຄັ້ງນີ້ແມ່ນເລື່ອງ ອຳນາດການປົກຄອງ ອິດສະຣາແອັນ ຂັບໄລ່ບາງຄອບຄົວຊາວ ປາແລັດສະຕິນ ທີ່ດຳລົງຊີວິດເປັນເວລາດົນນານຢູ່ເຂດ Sheikh Jarrah ນອນໃນເຂດ ເຢຣູຊາແລມ ຕາເວັນອອກ ອອກຈາກສະຖານທີ່ດັ່ງກ່າວ. ໂດຍມີຄວາມໂກດແຄ້ນຕໍ່ການກະທຳດັ່ງກ່າວ, ຊາວ ປາແລັດສະຕິນ ຫຼາຍຄົນໄດ້ເຕົ້າໂຮມກັນຢູ່ດ້ານນອກບັນດາອາຄານ ເຊິ່ງ ຊາວ ຢິວ ຫາກໍ່ຍ້າຍເຂົ້າໄປຢູ່. ການປະທະກັນເກີດຂຶ້ນ ແລະ Hamas - ອົງການປະກອບອາວຸດຂອງຊາວ ປາແລັດສະຕິນ ຢູ່ເຂດ Gaza ກໍບໍ່ປ່ອຍໂອກາດນີ້ ເພື່ອປັບປຸງກຳລັງຜົນສະທ້ອນຂອງຕົນຕື່ມອີກ. ໃນຖະແຫຼງການຕ່າງໆທີ່ໄດ້ອອກໃນວັນທີ 10 ພຶດສະພາ, ກຳລັງດັ່ງກ່າວ ໃຫ້ຄຳໝັ້ນສັນຍາຈະຢູ່ຂ້າງຝ່າຍຂອງຊາວ ປາແລັດສະຕິນ ທີ່ຖືກຢຶດທີ່ດິນ ແລະ ສາບານວ່າ ຈະເຮັດໃຫ້ບາງນະຄອນຂອງ ອິດສະຣາແອັນ ກາຍເປັນ “ນາຮົກ”, ໃນນັ້ນມີທັງ Tel  Aviv.

        ຄ່ຳຄືນວັນທີ 7, ຮຸ່ງເຊົ້າວັນທີ 8 ພຶດສະພາ 2021, ຕຳຫຼວດ ອິດສະຣາແອັນ ໄດ້ເປີດບັ້ນຮົບຢູ່ເທິງພູ Temple ຢູ່ ເຢຣູຊາແລມ ຕາເວັນອອກ ເພື່ອກຳຈັດບັນດາການແຫ່ຂະບວນປະທ້ວງໃນພິທີກຳພາວະນາຂອງຊາວ ມຸດສະລິມ ປາແລັດສະຕິນ. ບັນດາກຳລັງປ້ອງກັນຄວາມສະຫງົບ ອິດສະຣາແອັນ ໄດ້ບຸກເຂົ້າໃນເດີ່ນຂອງໂບດ ອິດສະລາມ Al – Aqsa, ນໍາໃຊ້ລະເບີດນ້ຳຕາ ແລະ ລູກປືນຢາງຍິງໃສ່ຜູ້ທີ່ພວມເຂົ້າຮ່ວມພິທີກຳດັ່ງກ່າວ, ນັບທັງແມ່ຍິງ ແລະ ເດັກນ້ອຍ. ຊາວ ປາແລັດສະຕິນ ພັດນຳໃຊ້ດິນຈີ່, ຫີນ ແກວ່ງໃສ່ຕຳຫຼວດ. ເພື່ອໂຕ້ຕອບຄືນບັນດາການກະທຳດັ່ງກ່າວຂອງ ອິດສະຣາແອັນ, ລູກຈະຫຼວດນັບພັນລູກ ໄດ້ຍິ່ງໃສ່ ອິດສະຣາແອັນ ຢ່າງລຽນຕິດ, ໃນນັ້ນ ມີ ນະຄອນຫຼວງ Tel Aviv ແລະ ຫຼາຍນະຄອນອື່ນອີກດ້ວຍ. ອິດສະຣາແອັນ ໄດ້ນຳໃຊ້ເຮືອບິນ, ລູກສອນໄຟ ບຸກໂຈມຕີຄືນ ໂດຍແນໃສ່ 600 ກວ່າ ເປົ້າໝາຍຢູ່ ເຂດ Gaza. ການປະທະກັນດັ່ງກ່າວ ໄດ້ກໍ່ຜົນເສຍຫຼາຍຢ່າງຫຼວງຫຼາຍ ນັບທັງຊີວິດອິນຊີ ແລະ ຊັບສິນຂອງທັງສອງຝ່າຍ.

        ມາຮອດປັດຈຸບັນ ຍັງບໍ່ທັນມີການສະຖິຕິຢ່າງຄົບຖ້ວນເທື່ອ, ແຕ່ຕາມແຫຼ່ງຂ່າວ ຈາກ ອິດສະຣາແອັນ ແລະ ປາແລັດສະຕິນແລ້ວ, ໄລ່ຮອດວັນທີ 13 ພຶດສະພາ 2021, ມີຜູ້ບາດເຈັບ ແລະ ເສຍຊີວິດຢູ່ທັງສອງຝ່າຍແມ່ນຫຼາຍກວ່າ 1.000 ຄົນ, ໃນນັ້ນ ມີເກືອບ 100 ຄົນ ເສຍຊີວິດ, ສ່ວນຫຼາຍແມ່ນຊາວ ປາແລັດສະຕິນ, ເຊິ່ງມີທັງແມ່ຍິງ ແລະ ເດັກນ້ອຍ.

        ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດ ວາລະປະຊຸມດ່ວນ  3 ຄັ້ງ ເພື່ອປຶກສາຫາລືກ່ຽວກັບສະພາບການດັ່ງກ່າວ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ພ້ອມດ້ວຍການນຳຫຼາຍປະເທດໃນໂລກ ໄດ້ກ່າວປະນາມຢ່າງແຮງຕໍ່ບັນດາເຫດບຸກໂຈມຕີ ເລັ່ງໃສ່ສາມັນຊົນ, ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ ອິດສະຣາແອັນ ແລະ ປາແລັດສະຕິນ ຈົ່ງລະງັບໃຈ, ຫຼີກລ້ຽງບັນດາບາດກ້າວທີ່ອາດຈະເຮັດໃຫ້ສະພາບການປະທະກັນຢູ່ ເຢຣູຊາແລມ ຕາເວັນອອກ ແລະ ເຂດ Gaza ເຄັ່ງຕຶງຕື່ມອີກ. ບັນດາປະເທດກໍຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງຮ່ວມມືກັນຊອກຫາວິທີໜຶ່ງທີ່ຮອບດ້ານ ແລະ ຍືນຍົງ ບົນພື້ນຖານທີ່ມີການຄົງຕົວຂອງທັງ 2 ລັດ ອິດສະຣາແອັນ ແລະ ປາແລັດສະຕິນ.

ສາຍເຫດເຮັດໃຫ້ການປະທະກັນສືບຕໍ່ແກ່ຍາວ

        ສາຍເຫດທີ່ກໍ່ໃຫ້ເກີດການປະທະກັນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ ກໍບໍ່ມີຫຍັງໃໝ່, ເຊິ່ງຍັງຄົງຕົວໃນຫຼາຍທົດສະວັດ ແລະ ເຢຣູຊາແລມ ແມ່ນໜຶ່ງໃນບັນດາບັນຫາແກ່ນສານຂອງການປະທະກັນ. ທັງ ອິດສະຣາແອັນ ແລະ ປາແລັດສະຕິນ ຕ່າງກໍຖະແຫຼງວ່າ ເຢຣູຊາແລມ ແມ່ນນະຄອນຫຼວງຂອງຕົນ. ເຖິງຢ່າງໃດຕາມ, ດິນແດນທັງໝົດຂອງນະຄອນດັ່ງກ່າວ, ປັດຈຸບັນໂດຍ ອິດສະຣາແອັນ ຄວບຄຸມ. ກ່ຽວກັບສະພາບການທາງນິຕິກຳສາກົນຂອງ ເຢຣູຊາແລມ ແມ່ນຍັງບໍ່ທັນໄດ້ຮັບການກຳນົດຢ່າງຈະແຈ້ງເທື່ອ. ພາຍຫຼັງສົງຄາມທີ່ແກ່ຍາວເປັນເວລາ 6 ວັນ ເມື່ອປີ 1967, ອິດສະຣາແອັນ ໄດ້ຢຶດຄອງ ເຢຣູຊາແລມ ຕາເວັນອອກ (ເຊິ່ງລວມທັງເຂດນະຄອນເກົ່າ) ແລະ ຖະແຫຼງວ່າ ດິນແດນທັງໝົດຂອງ ເຢຣູຊາແລມ ແມ່ນນະຄອນຫຼວງຂອງປະເທດນີ້, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງສາກົນໃນຄາວນັ້ນ. ສະພາຄວາມໝັ້ນຄົງ ສປຊ ໄດ້ອອກມະຕິວ່າດ້ວຍການ ຖືເລື່ອງໂຮມ ເຢຣູຊາແລມ ເຂົ້າເປັນນະຄອນຫຼວງຂອງ ອິດສະຣາແອນ ແມ່ນບໍ່ຖືກຕ້ອງຕາມລະບຽບການ ແລະ ນັບແຕ່ນັ້ນມາ ກໍໄດ້ຢັ້ງຢືນຄືນຫຼັກໝັ້ນດັ່ງກ່າວເປັນຫຼາຍເທື່ອແລ້ວ. ປີ 1988, ລັດ ປາແລັດສະຕິນ ຖະແຫຼງສ້າງຕັ້ງ ແລະ ຖື ເຢຣູຊາແລມ ເປັນນະຄອນຫຼວງຂອງຕົນ. ໃນກົດບັດສັນຕິພາບ Oslo ທີ່ໄດ້ລົງນາມເມື່ອປີ 1993 ລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອັນ ໄດ້ກຳນົດວ່າ ສອງຝ່າຍຈະເຈລະຈາ ແລະ ລົງນາມໃນຂໍ້ຕົກລົງກ່ຽວກັບລະບຽບການຂອງນະຄອນ ເຢຣູຊາແລມ. 136 ປະເທດ ໃນຈຳນວນ 193 ປະເທດສະມາຊິກ ສປຊ ໄດ້ຮັບຮອງ ວ່າ ເຢຣູຊາແລມ ແມ່ນນະຄອນຫຼວງຂອງ ລັດ ປາແລັດສະຕິນ.

        ອາດເວົ້າໄດ້ວ່າ, ການປະທະກັນ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ ແມ່ນການປະທະກັນທີ່ແກ່ຍາວ ແລະ ສັບສົນທີ່ສຸດໃນປະຫວັດສາດຍຸກກ່ອນສະໄໝໃໝ່, ດ້ວຍສົງຄາມຫຼາຍຄັ້ງທີ່ນອງເລືອດ ແຕ່ຍັງບໍ່ທັນຮູ້ໝາກຜົນສຸດທ້າຍ. ເລື່ອງ ອຳນາດການປົກຄອງ ອິດສະຣາແອັນ ຂັບໄລ່ຊາວ ປາແລັດສະຕິນ ອອກຈາກບາງບໍລິເວນໃນພາກ ຕາເວັນອອກ ເຢຣູຊາແລມ ໃນອາທິດຜ່ານມາ ແລະ ດຳເນີນກົງກັບເດືອນກິນເຈ Ramadan ຂອງ ຊາວ ມຸດສະລິມ ນັ້ນ ຍິ່ງເຮັດໃຫ້ການຂັດແຍ້ງການລະຫວ່າງສອງຝ່າຍຮ້າຍແຮງຂຶ້ນຕື່ມ. ການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ ຢູ່ເຂດ Gaza ນີ້ ຍັງບໍ່ຮູ້ວ່າ ເວລາໃດຈິ່ງສິ້ນສຸດລົງ./.

ຕອບກັບ

ຂ່າວ/ບົດ​ອື່ນ