ການປ່ຽນໃໝ່, ການປະດິດຄິດສ້າງແມ່ນກຳລັງໝູນຊຸກຍູ້ການເຕີບໂຕຂອງເສດຖະກິດ ຫວຽດນາມ

(VOVWORLD) - ຄຽງຄູ່ກັບ 3 ຂອດບຸກທະລຸຍຸດທະສາດ ແມ່ນການປະຕິຮູບລະບອບລະບຽບການ, ພັດທະນາພື້ນຖານໂຄງລ່າງ, ບຳລຸງສ້າງແຫ່ງຊັບພະຍາກອນມະນຸດ, ນັ້ນແມ່ນການປ່ຽນແປງໃໝ່, ປະດິດຄິດສ້າງບົນພື້ນຖານອຸດສາຫະກຳ 4.0 ແລະ ພັດທະນາເສດຖະກິດພາກເອກະຊົນ ໄດ້ຮັບຖືວ່າແມ່ນກຳລັງໜູນຊຸກຍູ້ການເຕີບໂຕ ຂອງເສດຖະກິດ ຫວຽດນາມໃນໄລຍະຈະມາເຖິງ.

 ນີ້ແມ່ນເນື້ອໃນທີ່ຜູ້ນຳໜ້າລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ, ເນັ້ນໜັກທີ່ເວທີປາໄສ ປະຕິຮູບ ແລະ ພັດທະນາ ຫວຽດນາມຄັ້ງທຳອິດ, ໂດຍກະຊວງແຜນການ ແລະ ການລົງທຶນ ຮ່ວມກັບທະນາຄານໂລກປະຈຳ ຫວຽດນາມ ຈັດຂຶ້ນໃນວັນທີ 5 ທັນວາ ທີ່ຮ່າໂນ້ຍ.

ພື້ນຖານເສດຖະກິດຫວຽດນາມ ໃນຊຸມປີຈະມາເຖິງ ມີທັງກາລະໂອກາດ ແລະ ສິ່ງທ້າທາຍປະສົມປະສານກັນ. ແຕ່ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ກຳລັງຢືນຢູ່ຕໍ່ໜ້າກາລະໂອກາດຄຳເພື່ອປະຕິຮູບ ແລະ ພັດທະນາ. ສະນັ້ນ, ຄຳຖາມໃຫຍ່ໄດ້ຕັ້ງຂຶ້ນໃນປັດຈຸບັນແມ່ນ ເຮັດແນວໃດເພື່ອໃຫ້ ຫວຽດນາມ ໝູນໃຊ້ທຸກກາລະໂອກາດ, ໂດຍສະເພາະແມ່ນກາລະໂອກາດໃນການປະຕິວັດອຸດສາຫະກຳ 4.0 ເພື່ອຊອກຫາວິທີການທີ່ດີທີ່ສຸດ ໃຫ້ແກ່ການເຕີບໂຕ ແລະ ພັດທະນາຂອງ ຫວຽດນາມ, ມຸ່ງໄປສູ່ການເຕີບໂຕບຸກທະລຸ, ພັດທະນາໄວ ແລະ ໝັ້ນຄົງ.

ປ່ຽນແປງໃໝ່ການປະດິດສ້າງບົນພື້ນຖານອຸດສາຫະກຳ 4.0

ຊຸກຍູ້ກຳລັງຄວາມສາມາດປະດິດຄິດສ້າງ, ໝູນໃຊ້ເຕັກໂນໂລຊີ 4.0 ແລະ ເພີ່ມທະວີການ Start Up ແມ່ນວິທີເພື່ອໃຫ້ ຫວຽດນາມ ເພີ່ມສະມັດຕະພາບແຮງງານ, ປັບປຸງກຳລັງຄວາມສາມາດໃນການແກ່ງແຍ້ງ ແລະ ຍົກສູງກຳລັງຄວາມສາມາດປ່ຽນແປງໃໝ່, ປະດິດຄິດສ້າງໃນໄລຍະຈະມາເຖິງ. ກ່ຽວກັບສິ່ງດັ່ງກ່າວນີ້, ທ່ານນາຍົກລັດຖະມົນຕີ  ຫວຽດນາມ ຫງວຽນຊວນຝຸກ ຖືວ່າ Start Up ການປະດິດສ້າງຢູ່ ຫວຽດນາມ ຍັງບໍ່ທັນມີຍພັດທະນາຢ່ງແຂງແຮງ, ກວ້າງຂວາງຄືໃນປັດຈຸບັນຈັກເທື່ອ. ແລະ ກໍ່ຍັງບໍ່ທັນມີວິສາຫະກິດ Start Up ປ່ຽນແປງໃໝ່, ປະດິດຄິດສ້າງປະສົບຜົນສຳເລັດຫຼາຍຄືໃນປະຈຸບັນຈັກເທື່ອ. ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ແລ້ວ, Start Up ບໍ່ແມ່ນຂະບວນການ, ແຕ່ນັ້ນແມ່ນຈິດໃຈ ແລະ ຄວາມຕັດສິນໃຈ. ກ່າວຄຳເຫັນທີ່ເວທີປາໄສຊາວໜຸມ Start Up 2018 ວ່າງບໍ່ດົນມານີ້ ຢູ່ດາໜັງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ໃຫ້ຄຳໝັ້ນສັນຍາວ່າຈະສ້າງ ລະບົບນິເວດ Start Up ເພື່ອຊຸກຍູ້ນ້ຳໃຈ Start Up ຢ່າງມີຫົວຄິດປະດິດສ້າງຂອງ ຫວຽດນາມ.

ປະຊາຊົນ, ນັກທຸລະກິດມີການປ່ຽນໃຫມ່ ການປະດິດຄິດສ້າງ ຮ່ວມເດີນທາງພ້ອມກັບລັດຖະບານ ເພື່ອນຳເສດຖະກິດຫວຽດນາມ ບັນລຸບາດກ້າວບຸກທະລຸ, ເທົ່າທຽມກັບບັນດາປະເທດພັດທະນາ. ເວທີປາໄສຄັ້ງນີ້ ໄດ້ນຳມາເຊິ່ງກາລະໂອກາດຫລາຍຢ່າງໃຫ້ນັກທຸລະກິດຫນຸ່ມດີເດັ່ນຂອງປະຊາຄົມ Startup ຫນຸ່ມ ແລະ ກໍ່ແມ່ນໂອກາດເພື່ອໃຫ້ເຂົາເຈົ້າແລກປ່ຽນບົດຮຽນນຳກັນ. ດ້ວຍບັນດາເອກະສານທີ່ໄດ້ປະກາດໃຊ້ໃນໄລຍະຜ່ານມາ, ພວກເຮົາ ໄດ້ສ້າງລະບົບ Startup  ຂອງຫວຽດນາມ ຢືນອັນດັບ 3 ໃນກຸ່ມ ອາຊຽນ. ຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ລັດຖະບານ ຈະຕັດສິນໃຈສ້າງທຸກເງື່ອນໄຂເພື່ອໃຫ້ລະບົບ Startup ຂອງຫວຽດນາມ ເຕີບໃຫຍ່ເຂັ້ມແຂງ ແລະ ສົມບູນກວ່າໃນໄລຍະຈະມາເຖິງ.”

ທີ່ເວທີປາໄສ ປະຕິຮູບ ແລະ ພັດທະນາ ຫວຽດນາມ ຄັ້ງທີ 1, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ຢືນຢັນວ່າ: ລັດຖະບານ ຈະວາງອອກບັນດານະໂຍບາຍເໝາະສົມ, ໃນນັ້ນ ສຸມໃສ່ສ້າງສະພາບແວດລ້ອມດ້ານນິຕິກຳໃຫ້ສຳເລັດ, ປະຕິບັດກ່ຽວກັບຊັບສິນທາງປັນຍາ, ສ້າງສຳເລັດບັນດາລະບອບລະບຽບການຕະຫລາດກ່ຽວກັບວິທະຍາສາດ - ເຕັກໂນໂລຊີ ແລະ ສ້າງການຮ່ວມສຳພັນລະຫວ່າງວິສາຫະກິດກັບບັນດາຮາກຖານຄົ້ນຄ້ວາ, ບຳລຸງສ້າງ ແລະ ບັນດາສ່ວນບຸກຄົນເຄື່ອນໄຫວການປະດິດຄິດສ້າງ ພ້ອມທັງນຳໃຊ້ແຫລ່ງຊັບພະຍາກອນມະນຸດຢ່າງມີປະສິດທິຜົນ, ພື້ນຖານດ້ານວັດຖຸທີ່ມີຢູ່ແລ້ວໃນປະຈຸບັນ, ແຫລ່ງງົບປະມານແຫ່ງລັດເພືື່ອສ້າງລະບົບ Sartup ແລະ ຊຸກຍູ້ການປ່ຽນໃຫມ່ຢ່າງມີຫົວຄິດປະດິດສ້າງ.

ຍູ້ໄວການປະຕິຮູບດ້ານບໍລິຫານເພື່ອຊຸກຍູ້ການພັດທະນາເສດຖະກິດພາກເອກະຊົນ

ໃນໄລຍະຜ່ານມາ, ເສດຖະກິດພາກເອກະຊົນຫວຽດນາມ ໄດ້ຢັ້ງຢືນບົດບາດໃນພື້ນຖານເສດຖະກິດ ດ້ວຍຄຸນຄ່າແມ່ນປະກອບປະມານ 40% ເຂົ້າ GDP. ນອກນັ້ນ ເສດຖະກິດພາກເອກະຊົນກໍ່ໄດ້ສ້າງວຽກເຮັດງານທຳໃຫ້ຄົນງານປະມານ 5 ລ້ານຄົນ, ຜ່ານນັ້ນ ປະກອບສ່ວນຍົກສູງລາຍຮັບໃຫ້ແກ່ປະຊາຊົນ. ນີ້ກໍ່ແມ່ນເຂດບັນລຸບາດກ້າວບຸກທະລຸຫລາຍຢ່າງ, ນຳຫນ້າໃນຫລາຍຂົງເຂດຜະລິດດຳເນີນທຸລະກິດໃນໄລຍະຜ່ານມາ. ແຕ່ເຖິງຢ່າງໃດກໍ່ຕາມ, ການພັດທະນາຂອງເສດຖະກິດພາກເອກະຊົນຢູ່ ຫວຽດນາມ ມີການພັດທະນາ ແຕ່ຍັງປະເຊີນໜ້າກັບຮົ້ວກີດຂວາງຫຼາຍຢ່າງ, ພິເສດແມ່ນບັນດາຮົ້ວກີດຂວາງກ່ຽວຂ້ອງເຖິງນິຕິກຳ, ສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດຂອງບັນດາວິສາຫະກິດ. ດັ່ງນັ້ນ, ເພື່ອໃຫ້ເສດຖະກິດພາກເອກະຊົນມີບັນດາບາດກ້າວພັດທະນາບຸກທະລຸກ່ວາອີກ ເລື່ອງຫລຸດຜ່ອນບັນດາເງື່ອນໄຂດຳເນີນທຸລະກິດແມ່ນບັນຫາຫຼັກແຫຼ່ງພວມໄດ້ວາງອອກໃນປະຈຸບັນ. ນັ້ນ, ບໍ່ພຽງແຕ່ແມ່ນການລົບລ້າງຮົ້ວກີດຂວາງ, ຫຼືການສ້າງຄວາມສະດວກໃຫ້ບັນດາວິສາຫະກິດເທົ່ານັ້ນ, ຫາກນັ້ນແມ່ນການສ້າງເງື່ອນໄຂເພື່ອຊຸກຍູ້ການພັດທະນາຂອງພື້ນຖານການຜະລິດ, ສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕເສດຖະກິດ. ທ່ານ ເດົ້າແອງຕວັນ, ຫົວໜ້າຄະນະກົດໝາຍ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຢັ້ງຢືນວ່າ:

        “ວິວັດການກວດກາ ແລະ ຫັນບັນດາເງື່ອນໄຂດຳເນີນທຸລະກິດເປັນງ່າຍດາຍ ແມ່ນວິວັດການຕ້ອງດຳເນີນເປັນປະຈຳ, ຫາກບໍ່ແມ່ນວ່າ ລົງມືປະຕິບັດແລ້ວ ແລະ ຢຸດຕິຢູ່ພຽງເທົ່ານັ້ນ. ຄວນມີກົນໄກຄວບຄຸມເອກະລາດ ເມື່ອວາງບັນດາເງື່ອນໄຂດຳເນີນທຸລະກິດໃໝ່, ບັນດາໃບອະນຸຍາດດຳເນີນທຸລະກິດໃໝ່. ຖ້າຫາກບັນດາກະຊວງ, ຂະແໜງການ ວາງອອກບັນດາເງື່ອນໄຂດຳເນີນທຸລະກິດຢ່າງງ່າຍດາຍ ຫາກບໍ່ຕ້ອງການຄິດໄລ່ຊັ່ງຊາເຖິງເງື່ອນໄຂລວມ, ບໍ່ຕ້ອງຄິດໄລ່ຊັ່ງຊາເຖິງສິດເສລີໃນການດຳເນີນທຸລະກິດ ນັ້ນເປັນທີ່ຈະແຈ້ງແລ້ວວ່າຈະປະລາໄຊໃນວິວັດການປະຕິຮູບເງື່ອນໄຂດຳເນີນທຸລະກິດ ແລະ ລະບຽບການບໍລິຫານຢູ່ ຫວຽດນາມ.”

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ: ເລື່ອງເສີມຂະຫຍາຍບົດບາດກຳລັງໜູນຂອງພື້ນຖານເສດຖະກິດເອກະຊົນຢ່າງເລິກເຊິ່ງນັ້ນ ຈະແມ່ນໜຶ່ງໃນບັນດາໄມ້ງັດສຳຄັນ, ສ້າງໃຫ້ແກ່ແກ່ງແຍ້ງ, ສ້າງຄວາມມີໄຫວພິບສຳລັບພື້ນຖານເສດຖະກິດໃນເງື່ອນໄຂສະພາບແວດລ້ອມເສດຖະກິດສາກົນ ແລະ ວິທະຍາສາດ - ເຕັກໂນໂລຊີມີການຜັນປ່ຽນໃນໄລຍະຈະມາເຖິງ. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ລັດຖະບານ ຫວຽດນາມ ໄດ້ ແລະ ຍາມໃດກໍ່ເອົາໃຈໃສ່ ແລະ ມີບັນດາການກະທຳຢ່າງລະອຽດເພື່ອແນໃສ່ພັດທະນາເສດຖະກິດພາກເອກະຊົນ, ມຸ່ງໄປເຖິງຄາດໝາຍປີ 2020 ມີວິສາຫະກິດປະມານ 1 ລ້ານແຫ່ງ, ເປັນຕົ້ນແມ່ນເສດຖະກິດພາກເອກະຊົນ, ເພື່ອແນໃສ່ຫັນວິໄສທັດ ແລະ ຍຸດທະສາດພັດທະນາຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ