ການ​ຜັນ​ແປ​ດ້ານ​ການ​ເມືອງ ຢູ່ ອີ​ຕາ​ລີ ແລະ ຄວາມ​ສົນ​ໃຈ​ຂອງ ອີ​ຢູ

(VOVWORLD) -  ວັນທີ 21 ກໍລະກົດ, ທ່ານປະທານາທິບໍດີ ອີຕາລີ Sergio Mattarella ໄດ້ແຈ້ງໃຫ້ຊາບວ່າ ໄດ້ຮັບຮອງເອົາໃບຄຳຮ້ອງລາອອກຈາກຕຳແໜ່ງຂອງທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi ພ້ອມທັງຕົກລົງຍຸບເລີກລັດຖະສະພາ, ເປີດທາງໃຫ້ແກ່ການເລືອກຕັ້ງກ່ອນກຳນົດໃນໄລຍະຈະມາເຖິງ. ນີ້ແມ່ນການຜັນແປຫຼ້າສຸດ ແລະ ແມ່ນສິ່ງທີ່ໜ້າສົນໃຈທີ່ສຸດກ່ຽວກັບການປະກົດຕົວໃນເວທີການເມືອງ ອີຕາລີ ນັບແຕ່ກາງເດືອນ ກໍລະກົດ ນີ້, ພ້ອມດຽວກັນນັ້ນ ກໍສ້າງຄວາມສົນໃຈແກ່ວົງການການນຳສະຫະພາບເອີຣົບ (ອີຢູ).

  ໃນແຈ້ງການຍຸບເລີກລັດຖະສະພາ ອີຕາລີ (ລວມມີສະພາສູງ ແລະ ສະພາຕ່ຳ), ທ່ານປະທານາທິບໍດີ Sergio Mattarella ຊີ້ແຈ້ງວ່າ, ໃນສະພາບການທີ່ລັດຖະບານບໍ່ໄດ້ຮັບການສະໜັບສະໜູນຈາກລັດຖະສະພາ, ເລື່ອງຍຸບເລີກລັດຖະສະພາແມ່ນສິ່ງທີ່ຫຼີກລ້ຽງບໍ່ໄດ້, ນີ້ແມ່ນມາດຕະການສຸດທ້າຍ. ກໍຕາມແຈ້ງການດັ່ງກ່າວ, ເລື່ອງດຳເນີນການຫາສຽງເລືອກຕັ້ງທົ່ວປະເທດກ່ອນກຳນົດ ຈະດຳເນີນພາຍໃນ 70 ວັນ ຕາມຂໍ້ກໍານົດຂອງກົດໝາຍ, ອາດຈະເລີ່ມຂຶ້ນໃນວັນທີ 25 ກັນຍາ ຈະມາເຖິງ. ຕາມນັກໄຈ້ແຍກຫຼາຍຄົນແລ້ວ, ສຳລັບການຜັນແປຫຼ້າສຸດນີ້, ບໍ່ພຽງແຕ່ເຮັດໃຫ້ສະພາບຄວາມເຄັ່ງຕຶງໃນເວທີການເມືອງ ອີຕາລີ ເພີ່ມຂຶ້ນສູງ ເທົ່ານັ້ນ, ຫາກຍັງເຮັດໃຫ້ ເອີຣົບ, ພິເສດແມ່ນສະຫະພາບເອີຣົບ (ອີຢູ) ມີຄວາມວິຕົກກັງວົນອີກດ້ວຍ.

ການ​ຜັນ​ແປ​ດ້ານ​ການ​ເມືອງ ຢູ່ ອີ​ຕາ​ລີ ແລະ ຄວາມ​ສົນ​ໃຈ​ຂອງ ອີ​ຢູ - ảnh 1ທ່ານນາຍົກລັດຖະມົນຕີ Mario Draghi ໃນກອງປະຊຸມສະພາສູງ ໃນວັນທີ 21/06/2021 (ພາບ: TTXVN)

        ການຜັນແປໃນເວທີການເມືອງ ອີຕາລີ

        ຄວາມເຄັ່ງຕຶງໃນເວທີການເມືອງ ອີຕາລີ ເລີ່ມຂຶ້ນນັບແຕ່ວັນທີ 13 ກໍລະກົດ ເມື່ອ ທ່ານ Giuseppe Conte ອະດີດນາຍົກລັດຖະມົນຕີ ອີຕາລີ, ການນຳພັກຂະບວນການ 5 ດາວ (M5S), ຂູ່ຈະຖອນ M5S ອອກຈາກສຳພັນທະມິດກຳອຳນາດ ໂດຍທ່ານນາຍົກລັດຖະມົນຕີ Mario Draghi ນຳພາ. M5S ແມ່ນພັກການເມືອງໃຫຍ່ທີ່ສຸດ, ກວມເອົາຫຼາຍກວ່າ 30% ຈຳນວນທີ່ນັ່ງຢູ່ສະພາສູງ ແລະ ສະພາຕ່ຳ ອີຕາລີ ພາຍຫຼັງການຫາສຽງເລືອກຕັ້ງທົ່ວປະເທດໃນປີ 2018. M5S ເຂົ້າຮ່ວມ ສຳພັນທະມິດກຳອຳນາດ ແຕ່ເດືອນ ກຸມພາ 2021.

        ຫຼັງຈາກນັ້ນ, ການນຳພັກປະຊາທິປະໄຕ ແລະ ພັກສະຫະພັນ ກໍຂູ່ຈະຖອນຕົວອອກຈາກສຳພັນທະມິດກຳອຳນາດ, ພາໄປເຖິງເລື່ອງ ທ່ານນາຍົກລັດຖະມົນຕີ Draghi ຍື່ນໃບຄຳຮ້ອງ ຂໍລາອອກຈາກຕຳແໜ່ງເທື່ອທຳອິດ ຕໍ່ທ່ານປະທານາທິບໍດີ Mattarella ໃນວັນທີ 15 ກໍລະກົດ, ແຕ່ຖືກປະຕິເສດ. ໃນຂະນະນັ້ນ, ທ່ານປະທານາທິບໍດີ Mattarella ຮຽກຮ້ອງໃຫ້ທ່ານນາຍົກລັດຖະມົນຕີ Draghi ສົນທະນາກັບສະພາແຫ່ງຊາດເພື່ອຊອກຫາມາດຕະການໃຫ້ແກ່ວິກິດການດ້ານການເມືອງນີ້.

        ເຖິງຢ່າງໃດກໍຕາມ, ຮອດວັນທີ 20 ກໍລະກົດ, ສຳພັນທະມິດກຳອຳນາດ ຖືກພັງທະລາຍລົງຢ່າງເປັນທາງການ ເມື່ອສາມພັກ M5S, ປະຊາທິປະໄຕ ແລະ ພັກກ້າວຂຶ້ນ (ຂອງທ່ານອະດີດນາຍົກລັດຖະມົນຕີ Silvio Berlusconi) ຕົກລົງບໍ່ເຂົ້າຮ່ວມການປ່ອນບັດໄວ້ວາງໃຈ ເພື່ອແນໃສ່ຢຸດຕິການແບ່ງແຍກ ແລະ ຟື້ນຟູສຳພັນທະມິດຄືນໃໝ່. ຫຼັງຈາກນັ້ນໜຶ່ງວັນ (ວັນທີ 21 ກໍລະກົດ), ທ່ານນາຍົກລັດຖະມົນຕີ Draghi  ໄດ້ຍື່ນໃບຄຳຮ້ອງຂໍລາອອກຈາກຕຳແໜ່ງຄັ້ງທີ 2 ຕໍ່ ທ່ານປະທານາທິບໍດີ Mattarella ແລະ ໄດ້ຮັບການຍອມຮັບ. ເຖິງຢ່າງໃດຕາມ, ທ່ານ Draghi ໄດ້ຮັບຄຳຮຽກຮ້ອງວ່າ ຕ້ອງສືບຕໍ່ປະຕິບັດໜ້າທີ່ວຽກງານຈົນເຖິງເວລາໃດທີ່ການເລືອກຕັ້ງໄດ້ດຳເນີນ. 

ການ​ຜັນ​ແປ​ດ້ານ​ການ​ເມືອງ ຢູ່ ອີ​ຕາ​ລີ ແລະ ຄວາມ​ສົນ​ໃຈ​ຂອງ ອີ​ຢູ - ảnh 2ທ່ານນາຍົກລັດຖະມົນຕີ Mario Draghi ແລະ ທ່ານ ປະທານາທິບໍດີ Mattarella (ພາບ: AFP)

        ທ່ານນາຍົກລັດຖະມົນຕີ Mario Draghi (ອາຍຸ 74 ປີ) ເຄີຍດຳລົງຕຳແໜ່ງເປັນຜູ້ວ່າການທະນາຄານສູນກາງເອີຣົບ (ECB) ແລະ ໄດ້ຮັບການຕີລາຄາຈາກວົງການນັກຊ່ຽວຊານ ກໍຄື ການເມືອງ ອີຕາລີ ວ່າ “ແມ່ນການເລືອກເຟັ້ນທີ່ປອດໄພ” ເພື່ອນຳພາປະເທດຊາດຟື້ນຟູເສດຖະກິດ ພາຍຫຼັງຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19. ເພາະສະນັ້ນ, ການຊຸດໂຊມຂອງລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ Draghi ນຳພາ, ໄດ້ຮັບຖືວ່າ ແມ່ນບາດຄ້ອນຢ່າງຮ້າຍແຮງ ບໍ່ພຽງແຕ່ສຳລັບເວທີການເມືອງເທົ່ານັ້ນ, ຫາກນັບທັງພື້ນຖານເສດຖະກິດຂອງ ອີຕາລີ ອີກດ້ວຍ, ພິເສດແມ່ນໃນສະພາບເສດຖະກິດປະເທດນີ້ພວມປະເຊີນໜ້າກັບສະພາບໄພເງິນເຟີ້ຢູ່ໃນລະດັບສູງສະຖິຕິໃນຮອບເວລາ 10 ປີ ຜ່ານມາ. ທ່ານ Renato Brunetta ລັດຖະມົນຕີກະຊວງບໍລິຫານລັດ ອີຕາລີ ຢັ້ງຢືນວ່າ ປະເທດນີ້ ພວມຢູ່ໃນໄລຍະ “ບໍ່ສາມາດຂາດທ່ານ Draghi ໄດ້” ໃນຂະນະທີ່ທ່ານປະທານາທິບໍດີ Sergio Mattarella ກໍກ່າວເຕືອນວ່າ ອີຕາລີ ພວມປະເຊີນໜ້າກັບສິ່ງທ້າທາຍຢ່າງຮ້າຍແຮງ.

 ຄວາມສົນໃຈຂອງ ອີຢູ

        ບໍ່ພຽງແຕ່ແມ່ນປະຊາຊົນ ອີຕາລີ ເທົ່ານັ້ນ, ຫາກການນຳຫຼາຍປະເທດ ອີຢູ ກໍພວມມີຄວາມວິຕົກກັງວົນກັບການຜັນແປໃໝ່ນີ້ໃນເວທີການເມືອງຂອງ ອີຕາລີ ອີກດ້ວຍ. ໃນນັ້ນ, ປະຕິກິລິຍາຂອງ ຝລັ່ງ, ເຊິ່ງເປັນໜຶ່ງໃນບັນດາປະເທດທີ່ມີບົດບາດ ແລະ ຜົນກະທົບຢ່າງໃຫຍ່ຫຼວງທີ່ສຸດໃນ ອີຢູ ແມ່ນຈະແຈ້ງທີ່ສຸດ.

        ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi ຍື່ນໃບຄຳຮ້ອງຂໍລາອອກຈາກຕຳແໜ່ງເທື່ອທີ 2 ໃນວັນທີ 21 ກໍລະກົດ, ທ່ານ Laurence Boone ລັດຖະມົນຕີຮັບຜິດຊອບບັນດາບັນຫາເອີຣົບ ຂອງ ຝລັ່ງ ໄດ້ກ່າວປະນາມກ່ຽວກັບ “ໄລຍະຂາດສະຖຽນລະພາບ” ຢູ່ ອີຕາລີ. ໃນການໃຫ້ສຳພາດຕໍ່ວົງການສື່ມວນຊົນ, ທ່ານລັດຖະມົນຕີ Laurence Boone ຢັ້ງຢືນວ່າ “ທ່ານນາຍົກລັດຖະມົນຕີ ອີຕາລີ Draghi ແມ່ນນັກການເມືອງຜູ້ລ້ຳເລີດ, ແມ່ນຄູ່ຮ່ວມມືທີ່ມີປະສິດທິຜົນຂອງ ຝລັ່ງ ແລະ ແມ່ນເສົາຄ້ຳຂອງ ເອີຣົບ”.

        ຕາມວົງການນັກໄຈ້ແຍກແລ້ວ, ມີຫຼາຍສາຍເຫດເຮັດໃຫ້ບັນດາການນຳ ອີຢູ ມີຄວາມວິຕົກກັງວົນກ່ຽວກັບການຜັນແປຢູ່ເວທີການເມືອງ ອີຢູ ໃນປັດຈຸບັນ. ທີໜຶ່ງແມ່ນ, ພາຍຫຼັງທີ່ ອັງກິດ ຖອນຕົວອອກຈາກ ອີຢູ (Brexit), ອີຕາລີ ເຊິ່ງເປັນພື້ນຖານເສດຖະກິດໃຫຍ່ອັນດັບ 3 ຢູ່ ອີຢູ ແລະ ໄດ້ຮັບຖືວ່າ ແມ່ນເສົາຄ້ຳໃໝ່ສາມາດທົດແທນ ເພື່ອພ້ອມກັບສອງປະເທດນຳໜ້າແມ່ນ ເຢຍລະມັນ ແລະ ຝລັ່ງ ນຳພາ ອີຢູ ຜ່ານຜ່າສິ່ງທ້າທາຍ. ທີສອງແມ່ນ ຄວາມຂາດສະຖຽນລະພາບຢູ່ເວທີການເມືອງ ອີຕາລີ ມີຄວາມສ່ຽງສ້າງເປັນກະແສ, ໝາຍຄວາມວ່າ ອາດຈະສົ່ງຜົນກະທົບບໍ່ດີຕໍ່ເວທີການເມືອງຂອງບັນດາປະເທດສະມາຊິກ ອີຢູ ອື່ນໆ. ໃນຂະນະນັ້ນ, ສະພາບການເມືອງພາຍໃນຂອງຫຼາຍປະເທດສະມາຊິກ ອີຢູ  ພວມມີການແບ່ງແຍກຢ່າງເລິກເຊິ່ງ, ພ້ອມທັງຖືກກຳລັງກົດດັນຢ່າງໃຫຍ່ຫຼວງ ເຊິ່ງກ່ຽວຂ້ອງເຖິງຫຼາຍບັນຫາສະຖານນະການເມືອງຄື ວິກິດການລະຫວ່າງ ລັດເຊຍ - ຢູແກຼນ, ລາຄາເຊື້ອໄຟ, ສະບຽງອາຫານ ແລະ ອັດຕາໄຟເງິນເຟີ້ຂຶ້ນສູງ…

        ເປັນທີ່ຈະແຈ້ງແລ້ວວ່າ, ມີຫຼາຍວຽກຕ້ອງເຮັດ ແລະ ແນ່ນອນວ່າ ອີຢູ ຈະຕ້ອງມານະພະຍາຍາມຫຼາຍກວ່າອີກ ເພື່ອຜ່ານຜ່າໄລຍະທີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການຄືໃນປັດຈຸບັນນີ້. ./.

ຕອບກັບ

ຂ່າວ/ບົດ​ອື່ນ