ການຜັນ​ແປ​ດ້ານ​ການ​ເມືອງ​ຢູ່ ອີ​ຕາ​ລີ ແລະ ຄວາມ​ອາດ​ສາ​ມາດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ນະ​ໂຍ​ບາຍ​ລວມ​ຂອງ​ເອີ​ຣົບ

(VOVWORLD) -ໂດຍແມ່ນປະເທດທີ່ມີບົດບາດ ພ້ອມດ້ວຍທີ່ຕັ້ງຍຸດທະສາດສຳຄັນໃນສະຫະພາບເອີຣົບ (ອີຢູ), ການຜັນແປທາງດ້ານການເມືອງທີ່ເກີດຂຶ້ນຢ່າງຕໍ່ເນື່ອງຢູ່ ອີຕາລີ ໃນປັດຈຸບັນ ພວມໄດ້ດຶງດູດຄວາມສົນໃຈເປັນພິເສດຈາກຫາງສຽງໃນພາກພື້ນ ແລະ ສາກົນ. ໃນນັ້ນ, ໝາກຜົນຂອງການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ ຄືວັນທີ 25 ກັນຍາ ດ້ວຍໄຊຊະນະໄດ້ແກ່ຝ່າຍຂວາຈັດນັ້ນ, ໄດ້ຮັບຖືວ່າ ອາດຈະກໍ່ຜົນກະທົບສ່ວນໃດສ່ວນໜຶ່ງຕໍ່ການກຳນົດທິດ ແລະ ນະໂຍບາຍລວມຂອງ ອີຢູ.

ການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາຢູ່ ອີຕາລີ ໄດ້ດຳເນີນພາຍຫຼັງ 2 ກວ່າເດືອນ ທີ່ລັດຖະບານຂອງທ່ານນາຍົກລັດຖະມົນຕີ Mario Draghi ຕ້ອງປະກາດລາອອກຈາກຕຳແໜ່ງຍ້ອນຄວາມກົດດັນຢູ່ພາຍໃນປະເທດ. ຕາມໝາກຜົນການການປ່ອນບັດທີ່ໄດ້ປະກາດໃນວັນທີ 26 ກັນຍາ, ສຳພັນທະມິດຝ່າຍຂວາ ໂດຍພັກ FDI ຍາດໄດ້ໄຊຊະນະ ດ້ວຍຈຳນວນບ່ອນນັ່ງສ່ວນຫຼາຍຢູ່ທັງສະພາຕ່ຳ ແລະ ສະພາສູງ ຂອງສະພາແຫ່ງຊາດ ອີຕາລີ ໃນອາຍຸການໃໝ່. ສຳພັນທະມິດຝ່າຍຊ້າຍຢູ່ ອີຕາລີ ໂດຍພັກປະຊາທິປະໄຕ PD ນຳພາ ໄດ້ອອກສຽງຍອມຮັບປະລາໄຊ, ພ້ອມທັງຖະແຫຼງວ່າ ຈະແມ່ນກຳລັງທີ່ເປັນປໍລະປັກໃຫຍ່ທີ່ສຸດໃນລັດຖະສະພາ ອີຕາລີ. ໝາກຜົນນີ້ ເຮັດໃຫ້ສະພາບການເມືອງ ຢູ່ ອີຕາລີ ມີການປ່ຽນແປງໂດຍພື້ນຖານ ກ່ຽວກັບຄວາມດຸນດ້ານກຳລັງ, ໝາຍຄວາມວ່າ ຈະມີການປັບປຸງຢ່າງເລິກເຊິ່ງກ່ຽວກັບນະໂຍບາຍເສດຖະກິດ ແລະ ການຕ່າງປະເທດຂອງປະເທດສະມາຊິກ ອີຢູ ໃນໄລຍະຈະມາເຖິງ.

ການຜັນ​ແປ​ດ້ານ​ການ​ເມືອງ​ຢູ່ ອີ​ຕາ​ລີ ແລະ ຄວາມ​ອາດ​ສາ​ມາດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ນະ​ໂຍ​ບາຍ​ລວມ​ຂອງ​ເອີ​ຣົບ - ảnh 1ການປ່ອນບັດເລືອກຕັ້ງທີ່ຈັດຂຶ້ນໃນວັນທີ  25/9/2022 (ພາບ: AFP/TTXVN)

ການປ່ຽນແປງຕ່າງໆທີ່ໜ້າສົນໃຈ

        ຕາມບັນດານັກໄຈ້ແຍກໃນພາກພື້ນ ແລະ ສາກົນແລ້ວ, ໝາກຜົນຂອງການເລືອກຕັ້ງ ສະພາແຫ່ງຊາດ ອີຕາລີ ໃນທ້າຍອາທິດຜ່ານມາ ແມ່ນສິ່ງທີ່ໄດ້ຮັບການຄາດຄະເນລ່ວງໜ້າແລ້ວ, ນັບແຕ່ຈຸດເວລາທີ່ທ່ານນາຍົກລັດຖະມົນຕີ Mario Draghi ແລະ ລັດຖະບານຈຳເປັນຕ້ອງປະກາດລາອອກຈາກຕຳແໜ່ງເມື່ອເດືອນກໍລະກົດຜ່ານມາ. ມີຫຼາຍອົງການຈັດຕັ້ງໄດ້ດຳເນີນການສຳຫຼວດຫາງສຽງຄັ້ງຕ່າງໆກ່ອນການເລືອກຕັ້ງ ຕ່າງກໍຊີ້ໃຫ້ເຫັນທ່າຊະນະຢ່າງຈະແຈ້ງຂອງສຳພັນທະມິດຝ່າຍຂວາ FDI.

        ເປັນອັນວ່າ, ການຊັ່ງຊາກຳລັງຢູ່ເວທີການເມືອງ ອີຕາລີ ພວມມີການປ່ຽນແປງໂດຍພື້ນຖານ. ຕາມນັ້ນແລ້ວ, ກຳລັງຝ່າຍຂວາຍາດໄດ້ສິດອຳນາດນຳພາ ແລະ ສ້າງຕັ້ງລັດຖະບານ, ພ້ອມທັງທີ່ທ່າໄດ້ປຽບໃນການຄວບຄຸມຢູ່ທັງສະພາຕ່ຳ ແລະ ສະພາສູງ. ໃນນັ້ນ, ເລື່ອງ ທ່ານນາງ Giorgia Meloni  - ຫົວໜ້າສຳພັນທະມິດຝ່າຍຂວາ FDI ເປັນນາຍົກລັດຖະມົນຕີຍິງຄົນທຳອິດ ຂອງ ອີຕາລີ ແມ່ນມີຄວາມເປັນໄປໄດ້ສູງ.

ຕົວຈິງ, ເລື່ອງຝ່າຍຂວາຈັດຂຶ້ນກຳອຳນາດຢູ່ປະເທດທີ່ມີການຜັນແປໃຫຍ່ໃນເວທີການເມືອງເປັນປະຈຳຄື ອີຕາລີ ກໍບໍ່ແມ່ນສິ່ງທີ່ໜ້າປະຫຼາດໃຈ. ເພາະວ່າ, ອີຕາລີ ມີນາຍົກລັດຖະມົນຕີເຖິງ 43 ລຸ້ນ ນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ II ແລະ ກຳລັງຈະມີລັດຖະບານຜູ້ທີ 4 ໃນຮອບເວລາ 4 ປີ. ເຖິງຢ່າງໃດກໍຕາມ, ສິ່ງທີ່ເຮັດໃຫ້ຫາງສຽງສົນໃຈຫຼາຍທີ່ສຸດ ແມ່ນໃນສະພາບການທີ່ພິເສດນີ້ ກໍຍັງເກີດມີການຜັນແປແນວນີ້ຂຶ້ນ. ນັ້ນແມ່ນຄວາມຫຍຸ້ງຍາກຢ່າງໜັກໜ່ວງກ່ຽວກັບດ້ານເສດຖະກິດ - ສັງຄົມ ເຊິ່ງ ອີຕາລີ ແລະ ທົ່ວເອີຣົບພວມປະເຊີນໜ້າ, ຍ້ອນຜົນກະທົບຈາກລາຄາພະລັງງານ ແລະ ສະບຽບອາຫານທົ່ວໂລກເພີ່ມຂຶ້ນສູງແບບບໍ່ເຄີຍມີມາກ່ອນ ພາຍຫຼັງເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.        ເພາະສະນັ້ນ, ການປັ່ນປວນໃນກົງຈັກການນຳຢູ່ ອີຕາລີ ໃນສະພາບການປັດຈຸບັນ, ຍິ່ງເຮັດໃຫ້ ເອີຣົບ ມີຄວາມເປັນຫ່ວງ.
ການຜັນ​ແປ​ດ້ານ​ການ​ເມືອງ​ຢູ່ ອີ​ຕາ​ລີ ແລະ ຄວາມ​ອາດ​ສາ​ມາດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ນະ​ໂຍ​ບາຍ​ລວມ​ຂອງ​ເອີ​ຣົບ - ảnh 2ທ່ານນາງ Giorgia Meloni ຫົວໜ້າສຳພັນທະມິດຝ່າຍຂວາ FDI (ພາບ: Reuters)
   ຄວາມວິຕົກກັງວົນຂອງເອີຣົບ

        ຕາມບັນດານັກໄຈ້ແຍກແລ້ວ, ມີເຫດຜົນທີ່ຈະແຈ້ງເພື່ອໃຫ້ ເອີຣົບ, ລະອຽດແມ່ນ ສະຫະພາບເອີຣົບ (ອີຢູ) ມີຄວາມສົນໃຈ ແລະ ວິຕົກກັງວົນຕໍ່ການຜັນແປຕ່າງໆໃນເວທີການເມືອງ ຢູ່ ອີຕາລີ.

       ທີໜຶ່ງແມ່ນ, ກ່ຽວກັບດ້ານເສດຖະກິດ, ອີຕາລີ ແມ່ນປະເທດສະມາຊິກ ອີຢູ ທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກບ້ວງເງິນໜູນຊ່ວຍໂລກລະບາດໂຄວິດ - 19 ປີ 2021 ຈາກ ອີຢູ ດ້ວຍມູນຄ່າ 750 ຕື້ ເອີໂຣ. ເລື່ອງຮັບປະກັນປະສິດທິຜົນ ແລະ ຜົນສຳເລັດບ້ວງເງິນໜູນຊ່ວຍຢູ່ ອີຕາລີ ອາດຈະສົ່ງຜົນກະທົບຕໍ່ປະສິດທິຜົນ ແລະ ຜົນສຳເລັດຂອງທັງບ້ວງໜູນຊ່ວຍໃນຂອບເຂດທົ່ວ ອີຢູ.  ໄປຄຽງຄູ່ກັນນັ້ນ, ໃນວິວັດທະນາການອອກສະໝັກເລືອກຕັ້ງຜ່ານມາ, ຫົວໜ້າສຳພັນທະມິດຝ່າຍຂວາ FDI (ທ່ານນາງ Giorgia Meloni), ໄດ້ຖະແຫຼງເປັນຫຼາຍເທື່ອແລ້ວວ່າ ຈະລົບລ້າງຂໍ້ກຳນົດຕ່າງໆຂອງ ອີຢູ ກ່ຽວກັບງົບປະມານ (ການຂາດດຸນໃນແຕ່ລະປີບໍ່ໃຫ້ກາຍ 3% GDP ແລະ ໜີ້ສິນສາທາລະນະບໍ່ໃຫ້ກາຍ 60% ຍອດງົບປະມານ). ເປັນທີ່ຈະແຈ້ງແລ້ວວ່າ, ເມື່ອສຳພັນທະມິດຝ່າຍຂວາ FDI ປົກຄອງລັດຖະບານ ອີຕາລີ, ສະຖຽນລະພາບກ່ຽວກັບນະໂຍບາຍເສດຖະກິດຂອງ ອີຢູ ອາດຈະຕ້ອງປະເຊີນໜ້າກັບກຳລັງດັນຕື່ມອີກ, ໃນສະພາບການທີ່ ອີຢູ ພວມຕ້ອງສຸມກຳລັງແກ້ໄຂສິ່ງທ້າທາຍຢ່າງຮ້າຍແຮງກ່ຽວກັບດ້ານເສດຖະກິດ ຍ້ອນສະພາບໄພເງິນເຟີ້ເພີ່ມຂຶ້ນສູງແບບບໍ່ເຄີຍບໍ່ມີມາກ່ອນໃນຫຼາຍທົດສະວັດຜ່ານມາ.

        ທີສອງແມ່ນ, ກ່ຽວກັບການພົວພັນຕ່າງປະເທດ, ການນຳຫຼາຍທ່ານຂອງສຳພັນທະມິດຝ່າຍຂວາ FDI ມີແນວຄິດທີ່ແຕກຕ່າງກັນກັບສ່ວນຫຼາຍປະເທດສະມາຊິກ ອີຢູ ໃນບັນຫາປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ໝາຍຄວາມວ່າ ເມື່ອ ອີຕາລີ ມີລັດຖະບານໃໝ່ນັ້ນ ຄວາມເຫັນດີເຫັນພ້ອມໃນການແກ້ໄຂບັນຫາລະຫວ່າງ ລັດເຊຍ - ຢູແກຼນ ໃນ ອີຢູ ແມ່ນມີຄວາມສ່ຽງຖືກແບ່ງແຍກ ແລະ ຍາກທີ່ຈະບັນລຸໄດ້. ນອກຈາກນັ້ນແລ້ວ, ບັນດາການນຳສຳພັນທະມິດຝ່າຍຂວາ FDI ກໍສະແດງທັດສະນະທີ່ມີຄວາມແຕກຕ່າງໃນນະໂຍບາຍແກ້ໄຂບັນຫາຊາວອົບພະຍົບ, ຊາວລີ້ໄພຂອງ ເອີຣົບ ໃນປັດຈຸບັນ, ຕາມນັ້ນແລ້ວ, FDI ມີທັດສະນະແຂງກະດ້າງໃນບັນຫາຮັບຊາວອົບພະຍົບຈາກພາຍນອກເຂົ້າເມືອງ ອີຕາລີ. ສຳລັບເລື່ອງ ອີຕາລີ ມີທີ່ຕັ້ງພູມີສາດສຳຄັນໃນແຜນທີ່ອົບພະຍົບທົ່ວໂລກ, ຖ້າຫາກນະໂຍບາຍນີ້ໄດ້ຮັບການຜັນຂະຫຍາຍ ຈະກໍ່ກຳລັງກົດດັນຢ່າງໃຫຍ່ຫຼວງເພີ່ມຂຶ້ນຕໍ່ຍຸດທະສາດຊາວອົບພະຍົບຂອງທັງ ອີຢູ.

        ເຖິງຢ່າງໃດກໍຕາມ, ນັກໄຈ້ແຍກບາງທ່ານຖືວ່າ, ເລື່ອງ ອີຕາລີ - ປະເທດສະມາຊິກສຳຄັນໃນ ອີຢູ  ມີລັດຖະບານໃໝ່, ອາດຈະກໍ່ຜົນກະທົບ, ຊ້ຳບໍ່ໜຳຍັງກໍ່ຄວາມປ່ຽນແປງຢ່າງຕັ້ງໜ້າສຳລັບທັງ ເອີຣົບ. ໃນນັ້ນ, ບາງຄຳເຫັນເຊື່ອໝັ້ນວ່າ ຄວາມມານະພະຍາຍາມຊຸກຍູ້ມາດຕະການທາງການທູດກັບ ລັດເຊຍ ເພື່ອແກ້ໄຂວິກິດການລະຫວ່າງ ລັດເຊຍ - ຢູແກຼນ, ກໍຄືສະພາບການລວມໃນການພົວພັນລະຫວ່າງ ອີຢູ ກັບ ລັດເຊຍ, ຈະໄດ້ຮັບການເພີ່ມທະວີ. ປັດຈຸບັນ, ປະເທດທີ່ ອີຢູ ພວມສະໜັບສະໜູນມາດຕະການທາງການທູດ ກັບ ລັດເຊຍ ຢ່າງແຮງທີ່ສຸດ ແມ່ນຮຸງກາຣີ. ບັນດາການນຳ ຮຸງກາຣີ ເຊື່ອໝັ້ນວ່າ ມີແຕ່ການເຈລະຈາຢ່າງສ້າງສັນກັບ ລັດເຊຍ ຈຶ່ງແກ້ໄຂວິກິດການທີ່ກໍ່ຄວາມຫຍຸ້ງຍາກຫຼາຍຢ່າງຕໍ່ເອີຣົບໃນປັດຈຸບັນໄດ້ຢ່າງສົມເຫດສົມຜົນ. ./.

ຕອບກັບ

ຂ່າວ/ບົດ​ອື່ນ