ການພັດທະນາເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ ໃຫ້ເຂັ້ມແຂງດ້ານເສດຖະກິດທະເລ, ສ້າງຄວາມຮັ່ງມີຈາກທະເລ

(VOVWORLD) -

ການພັດທະນາເສດຖະກິດທະເລເພື່ອຊ່ວຍໃຫ້ ຫວຽດນາມ ກາຍເປັນປະເທດເຂັ້ມແຂງດ້ານເສດຖະກິດທະເລ, ສ້າງຄວາມຮັ່ງມີຈາກທະເລແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງການນຳ ຫວຽດນາມ. ອີກເທື່ອໜຶ່ງ, ທັດສະນະນີ້ໄດ້ເນັ້ນໜັກໃນກອງປະຊຸມຜັນຂະຫຍາຍປະຕິບັດມະຕິເລກທີ 26 ກ່ຽວກັບການພັດທະນາເສດຖະກິດ, ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ ຮອດປີ 2030, ວິໄສທັດຮອດປີ 2045 ທີ່ຈັດຂຶ້ນຫວ່າງແລ້ວນີ້. ຕາມນັ້ນແລ້ວ, ເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ ຕ້ອງເຂັ້ມແຂງທາງດ້ານເສດຖະກິດ, ສ້າງຄວາມຮັ່ງມີຈາກທະເລ.


ການພັດທະນາເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ ໃຫ້ເຂັ້ມແຂງດ້ານເສດຖະກິດທະເລ, ສ້າງຄວາມຮັ່ງມີຈາກທະເລ - ảnh 1ກອງປະຊຸມຜັນຂະຫຍາຍປະຕິບັດມະຕິເລກທີ 26 ກ່ຽວກັບການພັດທະນາເສດຖະກິດ, ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ ຮອດປີ 2030, ວິໄສທັດຮອດປີ 2045
(ພາບ: VGP/Nhật Bắc)

      ເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ ລວມມີ 14 ແຂວງ, ນະຄອນແຄມທະເລຂຶ້ນກັບສູນກາງ, ຈາກແຂວງ ແທັງຮ໊ວາ ຕະຫຼອດຮອດແຂວງ ບິ່ງທ້ວນ. ເນື້ອທີ່ທຳມະຊາດທົ່ວເຂດກວມເອົາເກືອບ 29% ເນື້ອທີ່ຂອງທົ່ວປະເທດ, ດ້ວຍຝັ່ງທະເລຍາວເກືອບ 1.800 ກມ, ກວມເອົາກ່ວາ 55% ຝັ່ງທະເລຂອງປະເທດ ຫວຽດນາມ (ເຊິ່ງມີລວງຍາວທັງໝົດ 3.260 ກມ) ແລະ ມີທ່າກ່ຳປັ່ນນ້ຳເລິກຫຼາຍແຫ່ງ, ບັນດາເກາະ, ໝູ່ເກາະ ສຳຄັນຫຼາຍແຫ່ງຄື: ຮ່ວາງຊາ, ເຈື່ອງຊາ, ຫຼີເຊີນ, ກູ່ລາວຈ່າມ…

ເນື້ອໃນເສດຖະກິດທາງທະເລໄດ້ວາງອອກແມ່ນສຳຄັນທີ່ສຸດ

        14 ແຂວງ, ນະຄອນຂອງເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ ລ້ວນແຕ່ແມ່ນບັນດາທ້ອງຖິ່ນຕິດກັບທະເລ ແລະ ຫັນໜ້າໄປທາງທະເລຕາເວັນອອກ, ຍ້ອນເຫດນັ້ນ, ເສດຖະກິດທະເລຈຶ່ງມີທີ່ຕັ້ງສຳຄັນຕໍ່ການພັດທະນາຂອງເຂດ, ທັງດ້ານເສດຖະກິດ, ສັງຄົມ ກໍ່ຄືຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

        ມະຕິເລກທີ 26 ກຳນົດແຈ້ງເປົ້າໝາຍຮອດປີ 2030, ເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງຕ້ອງແມ່ນເຂດພັດທະນາທີ່ຂະຫຍັນຂັນເຄື່ອນ, ວ່ອງໄວ, ເຂັ້ມແຂງ ແລະ ໝັ້ນຄົງທາງດ້ານເສດຖະກິດທະເລກ່ວາອີກ; ມີພື້ນຖານໂຄງລ່າງດ້ານເສດຖະກິດ - ສັງຄົມຄົບຊຸດ, ທັນສະໄໝ; ມີບາງສູນອຸດສາຫະກຳ, ການບໍລິການ, ການຮ່ວມມືສາກົນໃຫຍ່ຂອງທົ່ວປະເທດດ້ວຍບັນດາເຂດເສດຖະກິດແຄມທະເລ ແລະ ລະບົບຕົວເມືອງແຄມທະເລບັນລຸມາດຖານລະດັບຊາດ ແລະ ພາກພື້ນ; ແມ່ນປະຕູເຂົ້າ - ອອກທະເລຂອງເຂດ ໄຕງວຽນ ແລະ ສປປ ລາວ.

        ຮອດປີ 2045, ເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ ແມ່ນເຂດພັດທະນາໄວ ແລະ ຍືນຍົງ, ເຂັ້ມແຂງດ້ານເສດຖະກິດທະເລ; ມີບາງສູນອຸດສາຫະກຳ, ການບໍລິການ, ການຮ່ວມມືສາກົນໃຫຍ່ເທົ່າທຽມກັບພາກພື້ນ ອາຊີ ດ້ວຍບັນດາເຂດເສດຖະກິດແຄມທະເລທີ່ທັນສະໄໝ ແລະ ລະບົບຕົວເມືອງແຄມທະເລທີ່ອັດສະລິຍະ, ໝັ້ນຄົງ, ມີສີສັນສະເພາະ.

        ທ່ານ ເຈິ່ນຕວັນແອັງ, ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ, ໃຫ້ຮູ້ວ່າ:

        “ບັນດາເນື້ຶ້ອໃນເສດຖະກິດທາງທະເລທີ່ວາງອອກແມ່ນເປັນຈຸດສຸມທີ່ສຸດ. ເຂດໄດ້ກຳນົດຕ້ອງແມ່ນເຂດພັດທະນາໂດຍອີງໃສ່ບັນດາແຫຼ່ງຜົນປະໂຫຍດຈາກເສດຖະກິດທະເລ, ເຂັ້ມແຂງຂຶ້ນຈາກທະເລ, ສ້າງຄວາມຮັ່ງມີຈາກທະເລ, ພິເສດແມ່ນຂຸດຄົ້ນ ແລະ ເສີມຂະຫຍາຍກຳລັງຄວາມສາມາດບົ່ມຊ້ອນດ້ານເສດຖະກິດທະເລຕ້ອງຕິດພັນກັບກ້ານສ້າງ, ປະຕິບັດສຳເລັດບັນດາລະບົບແລວເສດຖະກິດເພື່ອໃຫ້ ຫວຽດນາມ ມີບັນດາເຂດເສດຖະກິດແຄມທະເລທີ່ພັດທະນາຢ່າງແທ້ຈິງ”.

        ກ່ອນນັ້ນ, ໃນເດືອນ ກໍລະກົດ 2022, ລັດຖະບານໄດ້ອະນຸມັດຜ່ານແຜນຮ່າງພັດທະນາກຸ່ມຮ່ວມສຳພັນຂະແໜງເສດຖະກິດຕິດພັນກັບການສ້າງສູນເສດຖະກິດທະເລເຂັ້ມແຂງຮອດປີ 2030. ແຜນຮ່າງກຳນົດພັດທະນາກຸ່ມຮ່ວມສຳພັນຂະແໜງເສດຖະກິດທະເລຢູ່ຕອນເໜືອພາກກາງ ກັບບັນດາເຂດຈຸດສຸມພັດທະນາແມ່ນແຄມທະເລ ເງະອານ - ຮ່າຕິ້ງ ຕິດພັນກັບການສ້າງສູນເສດຖະກິດທະເລເຂັ້ມແຂງ ລະດັບສາກົນ. ພັດທະນາກຸ່ມຮ່ວມສຳພັນຂະແໜງເສດຖະກິດທະເລຢູ່ຕອນກາງພາກກາງດ້ວຍເຂດຈຸດສຸມແມ່ນພັດທະນາຢູ່ ດ່ານັ້ງ - ເທື່ອທຽນເຫ້ວ ຕິດພັນກັບການກໍ່ສ້າງໃຫ້ກາຍເປັນສູນເສດຖະກິດທະເລເຂັ້ມແຂງລະດັບສາກົນແຖວໜ້າຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ພັດທະນາກຸ່ມຮ່ວມສຳພັນຂະແໜງເສດຖະກິດທະເລຢູ່ຕອນໃຕ້ພາກກາງ ດ້ວຍເຂດຈຸດສຸມພັດທະນາຢູ່ແຂວງແຄງຮ່ວາ - ຝູອຽນໃຕ້ ຕິດພັນກັບການກໍ່ສ້າງໃຫ້ກາຍເປັນສູນເສດຖະກິດທະເລເຂັ້ມແຂງລະດັບສາກົນສູງຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ການພັດທະນາເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ ໃຫ້ເຂັ້ມແຂງດ້ານເສດຖະກິດທະເລ, ສ້າງຄວາມຮັ່ງມີຈາກທະເລ - ảnh 2ເຂດທະເລແຂວງ ຝູອຽນ
(ພາບປະກອບຈາກ: TTXVN)

ການບືນຕົວຂອງບັນດາທ້ອງຖິ່ນ

        ໂດຍຮັບຮູ້ໄດ້ທ່າໄດ້ປຽບດ້ານພູມສາດທີ່ສະດວກ ພ້ອມກັບຄວາມສາມາດບົ່ມຊ້ອນທີ່ອຸດົມບູນເພື່ອພັດທະນາເສດຖະກິດທະເລ, ໄລຍະຜ່ານມາ, ຫຼາຍທ້ອງຖິ່ນມີບັນດາບາດກ້າວລະອຽດ. ຢູ່ແຂວງ ກ໋ວາງບິ່ງ, ນອກຈາກເຂດເສດຖະກິດ ຮ່ອນລາ ແລ້ວ, ແຂວງໄດ້ສ້າງແຜນຜັງ, ດຳເນີນການລົງທຶນ ແລະ ຮຽກຮ້ອງການລົງທຶນຢູ່ບັນດາເຂດອຸດສາຫະກຳ, ເຂດຕົວເມືອງຢູ່ແຄມທະເລໃໝ່ ຕາມທິດສຳຜັດຮູບແບບເຂດອຸດສາຫະກຳຊີວະພາບ.

        ຢູ່ແຂວງ ແຄງຮ່ວາ, ຄາດວ່າ, ປະຈຸບັນບັນດາຂະແໜງເສດຖະກິດທະເລປະກອບ GRDP ກ່ວາ 80% ຂອງແຂວງ ແລະ ແຫຼ່ງລາຍຮັບຈາກການບໍລິການ - ການທ່ອງທ່ຽວກວມອັດຕາສູງໃນໂຄງປະກອບເສດຖະກິດ. ປະຈຸບັນ, 3 ເຂດເສດຖະກິດຈຸດສຸມຂອງແຂວງ ແຄງຮ່ວາ ຕິດພັນກັບ 3 ເຂດອ່າວທະເລທີ່ມີຊື່ສຽງຄື: ເວິນຟອງ, ກາມແຣງ ແລະ ຍາຈາງ. ທ່ານ ຫງວຽນເຕີນຕວນ, ປະທານ ຄະນະກຳມະການປະຊາຊົນ ແຂວງ ແຄ໊ງຮ່ວາ, ໃຫ້ຮູ້ວ່າ:

“ແຂວງ ແຄງຮ່ວາ ມີການປ່ຽນແປງກ່ຽວກັບໂຄງປະກອບເສດຖະກິດໃນໄລຍະ 5 ປີຈະມາເຖິງດ້ວຍການສ້າງບັນດາເຂດອຸດສາຫະກຳທັນສະໄໝ, ພັດທະນາກະສິກຳມີຄຸນນະພາບສູງ, ຜະລິດຕະພັນການທ່ອງທ່ຽວໃໝ່. ເຂດເສດຖະກິດ ເວິນຟອງ ຍັງມີຄວາມສາມາດພັດທະນາຫຼາຍ, ດ້ວຍເນື້ອທີ່ດິນ 150.000 ເຮັກຕາ ມີການວາງແຜນກຳນົດຈະແຈ້ງ, ທັນສະໄໝ, ແນ່ນອນວ່າ ເວິນຟອງ ຈະກາຍເປັນຈຸດນັດພົບທີ່ດຶງດູດ, ນັ້ນແມ່ນເສດຖະກິດເປີດ ມີທ່າກ່ຳປັ່ນນ້ຳເລິກ. ພວກເຮົາກໍ່ມີເມືອງເກາະ ເຈື່ອງຊາ ມີເຂດຫາປາທີ່ກ້ວາງໃຫຍ່, ເມື່ອພັດທະນາຄວນເອົາໃຈໃສ່ເຈລະຈາວ່າເຂດຫາປາ ເຈື່ອງຊາ ແມ່ນບ່ອນເພື່ອຂຸດຄົ້ນ, ປຸງແຕ່ງ, ນັບທັງການລ້ຽງປູກສິນໃນນ້ຳຕື່ມອີກ”.

        ການນຳແຂວງ  ຝູອຽນ ໃຫ້ຮູ້ວ່າ: ເຂດເສດຖະກິດ ຝູອຽນໃຕ້, ໜຶ່ງໃນ 8 ເຂດເສດຖະກິດແຄມທະເລຈຸດສຸມຂອງທົ່ວປະເທດ, ໄດ້ຮັບການລົງທຶນພື້ນຖານໂຄງລ່າງຄົບຊຸດພໍສົມຄວນ.

        ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງທະເລໃນສະຕະວັດທີ XXI, ຫວຽດນາມ ຈະໝູນໃຊ້ບັນດາທ່າໄດ້ປຽບທີ່ມີຢູ່ແລ້ວ, ສົມທົບກັບການເປັນເຈົ້າການຂອງອຳນາດການປົກຄອງທຸກຂັ້ນ, ປະກອບສ່ວນສ້າງຄວາມເຂັ້ມແຂງຈາກເສດຖະກິດທະເລ, ສ້າງຄວາມຮັ່ງມີຈາກທະເລ./.

ຕອບກັບ

ຂ່າວ/ບົດ​ອື່ນ