ການພັດທະນາແຫລ່ງຊັບພະຍາກອນມະນຸດຢູ່ເຂດຊົນເຜົ່າ, ເຂດພູດອຍ

(vovworld) - ​ເພື່ອ​ພັດທະນາ​ເສດຖະກິດ ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກຢູ່​ເຂດ​ຊົນ​ເຜົ່າ​ສ່ວຍ​ຫນ້ອຍ ​ແລະ ​ເຂດ​ພູດ​ອຍ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ລັກສະນະ​ບຸກທະລຸ ​ແລະ ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ. ​ເວທີ​ປາ​ໄສ “ສະພາບຊັບພະຍາກອນ​ມະນຸດ​ຕົວ​ຈິງ​ຢູ່​ເຂ​ດຊົນ​ເຜົ່າ, ​ເຂດ​ພູດ​ອຍ​ຮອດ​ປີ 2020” ​ໂດຍຄະນະ​ກຳມະການ​ຊົນ​ເຜົ່າ ​ແລະ ​ໂຄງການ​ພັດທະນາ​ ສປຊ ປະຈຳ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ​ຂຶ້ນ​ຫວ່າງ​ມໍ່ໆ​ມາ​ນີ້ ຢູ່ ຮ່າ​ໂນ້ຍ ​ໄດ້​ເຕື້ອງ​ເຖິງ​ຫລາຍ​ມາດ​ຕະການ​ເພື່ອ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ​ຢູ່​ເຂດຊົນ​ເຜົ່າ, ​ເຂດ​ພູດ​ອຍ.

ການພັດທະນາແຫລ່ງຊັບພະຍາກອນມະນຸດຢູ່ເຂດຊົນເຜົ່າ, ເຂດພູດອຍ - ảnh 1
ເວທີ​ປາ​ໄສ “ສະພາບຊັບພະຍາກອນ​ມະນຸດ​​ຢູ່​ເຂ​ດຊົນ​ເຜົ່າ, ​ເຂດ​ພູດ​ອຍ​ຮອດ​ປີ 2020” ​
ພາບ: internet

        ຫວຽດນາມ ມີ 54 ຊົນ​ເຜົ່າ, ​ໃນ​ນັ້ນ ມີ 53 ຊົນ​ເຜົ່າ​ສ່ວນ​ຫນ້ອຍ ກວມ​ກວ່າ 14% ຍອດ​ຈຳນວນ​ພົນລະ​ເມືອງ​ໃນ​ທົ່ວ​ປະ​ເທດ. ບັນດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ດຳລົງ​ຊີວິດ​ຢູ່​ເຂດ​ພູດ​ອຍທາງ​ພາກ​ເຫນືອ, ພາກ​ກາງ, ​ເຂດ​ໄຕ​ງວຽນ ​ແລະ ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້ ຫວຽດນາມ. ປະຈຸ​ບັນ ບັນດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ພວມ​ເຕ​ີບ​ໂຕ​ຢ່າງ​ວ່ອງ​ໄວ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ພັດທະນາ​ລວມຂອງ​ທົ່ວ​ປະ​ເທດ​ຜ່ານ​ບັນດາ​ໂຄງການ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ໃນ​ຫລາຍ​ປີຜ່ານມາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ກຳລັງ​ແຮງ​ພາຍ​ໃນຂອງ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ຍັງ​ຈຳກັດ​ຢູ່, ບໍ່​ທັນ​ຕອບ​ສະຫນອງ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ ​ແລະ ​ເຂັ້ມ​ແຂງ​ຂອງ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ ​ໄດ້ ຍ້ອນ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ແຮງ​ງານ​ຢູ່​ເຂດ​ນີ້​ຍັງ​ຈຳກັດ​ນັບ​ທັງ​ຈຳນວນ ​ແລະ ຄຸນ​ນະ​ພາບ ​​ເມື່ອ​ທຽບ​ໃສ່​ລະດັບ​ປານ​ກາງ​ຢູ່​ທ້ອງ​ຖິ່ນ. ສະ​ນັ້ນ ການ​ບຳລຸງ​ສ້າງ​ພັດທະນາ​ແຫ​ລ່ງຊັບ​ພະຍາກອນ​ມະນຸດ​ຢູ່​ເຂດ​ຊົນ​ເຜ່ົາ​ສ່ວນ​ຫນ້ອຍ, ​ເຂດ​ພູດ​ອຍ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ພັກ, ລັດ ຫວຽດນາມ ​ແລະ ຖື​ວ່າ ​ແມ່ນ​ບັນຫາ​ພິ​ເສດສະ​ເພາະ​ໃນ​ນະ​ໂຍບາຍ​ສັງ​ລວມຂອງຍຸດ​ທະ​ສາດ​ພັດທະນາ​​ແຫ​ລ່ງຊັບພະ

ຍາກອນ​ມະນຸດ​ໃຫ້​ແກ່​ບັນດາ​​ເຂດຊົນ​ເຜົ່າ​ສ່ວນ​ຫນ້ອຍ. ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ບຳລຸງ​ສ້າງ​​ໃຫ້​ປະຊາຊົນ​ຢູ່ເຂ​ດຊົນ​ເຜົ່າ, ຄະນະ​ກຳມະການ​ຊົນ​ເຜົ່າ​ເຂດ​ພູດ​ອຍ ຈະ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຊົນ​ເຜົ່າ​ເພື່ອ​ບຳລຸງ​ສ້າງ​ນັກຮຽນ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​, ພະນັກງານ​ທີ່​ເຮັດວຽກ​​ຢູ່​ເຂດ​ຊົນ​ເຜົ່າ, ​ເຂດ​ພູດ​ອຍ. ບໍລິການ​ການ​ແພດ​ຂອງ​ລັດ, ​ເບິ່ງ​ແຍງ​​ສຸຂະພາບ​ໃຫ້​ແກ່​ປະ​ຊາ​ຊົນ​ກໍ​ແມ່ນ​ປັດ​ໄຈ​ສຳຄັນ​ປະກອບສ່ວນ​ປັບປຸງ​ຄຸນ​ນະພາ​ບ​ແຫ​ລ່ງຊັບພະຍາກອນ​ມະນຸດ. ຕາມທ່ານ Kso Phuoc, ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ​ແລ້ວ, ຫນ້າ​ທີ່​ສຳຄັນ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແມ່ນ​ປະຕິບັດ​ວຽກ​ງານ​ວາງ​ແຜນ​ກຳນົດ​ການພັດທະນາ​ເສດຖະກິດ ສັງຄົມ ຢູ່ ​ເຊ​ດຊົນ​ເຜົ່າ, ​ເຂດ​ພູດ​ອຍ ​ເປັນ​ຢ່າງ​ດີ ​ເພື່ອ​ເປັນ​ພື້ນຖານ​​ໃຫ້​ແກ່​ການພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ.

        “ບົນ​ພື້ນຖານ​ວາງ​ແຜນ​ກຳນົດ​ພັດທະນາ​ເສດຖະກິດ​ສັງຄົມ ຕາມ​ທ້ອງ​ຖິ່ນ, ​ຕາມ​ເຂດ​ທີ່​ຈຳ​ເປັນ​ຕ້ອງ​ວາງ​ແຜນ​ກຳນົດ​ພັດທະນາ​ແຫ​ລ່ງຊັບ​ພະຍາກອນ​ມະນຸດ​ມີ​ການ​ກຳນົດ​ທິດ, ມີຂັ້ນ​ຕອນ ​ແລະ ບາດກ້າວ​ເດີນ​ທີ່ເໝາະ​ສົມ, ຈັດ​ແບ່ງ, ຊັບຊ້ອນ​ລະບົບ​ເຄືອ​ຂ່າຍ​ການ​ສຶກສາ​ຈາກຊັ້ນ​ອະນຸ​ບານຕະຫລອດ​ຮອດ​ມັດທະຍົມ​, ບັນດາ​ໂຮງຮຽນ​ລົ​ງ​ເລິກ​ວິຊາ, ບັນດາ​ໂຮງຮຽນ​ສອນ​ວິຊາ​ຊີບ, ວິທະຍາ​ໄລ, ມະຫາວິທະຍາ​ໄລ, ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ​ການ​ພັດທະນາ​ຢ່າງ​ແຮງນັບ​ທັງ​ດ້ານຈຳນວນ ​ແລະ ຄຸນ​ນະພາ​ບ​ອົງ​ປະກອບ​ວິຊາ​ຊີບ​,​ ມີ​ນະ​ໂຍບາຍ​ບຸລິມະສິດ​ບຳລຸງ​ສ້າງ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ໃຫ້​ແກ່​ບັນດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ.”

ການພັດທະນາແຫລ່ງຊັບພະຍາກອນມະນຸດຢູ່ເຂດຊົນເຜົ່າ, ເຂດພູດອຍ - ảnh 2
ພັກ, ລັດ ເອົາໃຈໃສ່ເປັນພິເສດເຖິງການບຳລຸງສ້າງແຫລ່ງ
ຊັບພະຍາກອນມະນຸດຢູ່ເຂດຊົນເຜົ່າສ່ວນຫນ້ອຍ
ພາບ: internet

        ​ເພື່ອ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ​ຢ່າງ​ວ່ອງ​ໄວ, ມີຄຸນ​ນະພາ​ບ ​ແລະ ຍືນ​ຍົງ, ຄຽງ​ຄູ່​ກັບ​ການ​ລົງທຶນ, ຫນູນ​ຊ່ວຍ​ຈາກ​ສູນ​ກາງ, ບັນດາ​ທ້ອງ​ຖິ່ນ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ​ເຂດ​ພູດ​ອຍຕ້ອງ​ເສີມ​ຂະຫຍາຍ​ລັກສະນະ​ກຸ້ມ​ຕົນ​ເອງ, ​ເປັນ​ເຈົ້າ​ການ, ບືນ​ຕົວ​ຂຶ້ນ.  ຕາມ​ທ່ານ ດຣ Phan Van Hung ຮອງ​ຫົວຫນ້າ​ຄະນະ​ກຳມະການ​ຊົນ​ເຜົ່າ, ​ເຂດ​ພູດ​ອຍ​ແລ້ວ, ການພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງາ​ນບຳລຸງ​ສ້າງ​ພະນັກງານ.

        “ຕ້ອງ​ຖື​ການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ​ແມ່ນ​ການ​ລົງທຶນ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ອະນາຄົດ. ພວກ​ເຮົາ​ຕ້ອງ​ມີ​ໂຄງການ​ບຳລຸງ​ສ້າງ​ປັນຍາ​ຊົນ, ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ ໃນ​ຕໍ່ຫນ້າ. ພວກ​ເຮົາ ຕ້ອງ​ເຮັດ​ແນວ​ໃດ​ໃຫ້​ແຕ່​ລະ​ຊົນ​ເຜົ່າ​ລ້ວນ​ແຕ່​ມີ​ປັນ​ຍາ​ຊົນ​ເພື່ອ​ນຳພາ​ຊົນ​ເຜົ່າຕົນ​​ໃຫ້ພັດທະນາ. ຕ້ອງ​ມີ​ລາຍການສົ່ງ​ບັນດາ​ຊາວ​ຫນຸ່ມ​ດີ​ເດັ່ນ​ຢູ່​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ, ສຳ​ພັດ​ກັບ​ເຕັກ​ໂນ​ໂລ​ຊີ​ໃຫມ່, ຄວາມ​ຮູ້​ໃຫມ່​ຫາກ​ບໍ່​ພຽງ​ແຕ່​ຮຳ່ຮຽນ​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ.”

        ປະຈຸ​ບັນ ​ແຫລ່ງຊັບພະຍາກອນ​ມະນຸດ​ຢູ່​ເຂດ​ຊົນ​ເຜົ່າ​, ​ເຂດ​ພູດ​ອຍຍັງ​ຂາດ​ເຂີນ​ຢູ່ ​ແລະ ມີ​ຄວາມ​ຜິດ​​ໂຕນ​ກັນລະຫວ່າງ​ເຂດ, ພາກ. ​ເພາະສະ​ນັ້ນ ນະ​ໂຍບາຍ​ພັດທະນາ​ແຫ​ລ່ງຊັບ​ພະຍາກອນ​ມະນຸດ​ສຳລັບ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ຕ້ອງ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ແຕ່ລະເຂດ, ພາກ​ນັ້ນ. ທ່ານ​ນາງ Le Thi Than Huyen ພະນັກງານ​ໂຄງການ​ພັດທະນາ​ປະຊາກອນ ສປຊ ປະຈຳ ຫວຽດນາມ ​​ໃຫ້​ຮູ້​ວ່າ:

        “ບັນດາ​ນະ​ໂຍບາຍ​ຕ້ອງ​ເໝາະ​ສົມ​ກັບ​ຈຸດພິ​ເສດຂອງ​ແຕ່ລະ​ເຂດ, ​​ແຕ່​ລະ​ໝວດ​ຊົນ​ເຜົ່າ. ​ໃຫ້​ບຸລິມະສິດ​ແກ້​ໄຂແຫ​ລ່ງຊັບພະຍາກອນ​ມະນຸດ​ຢູ່​ກັບ​ທີ່​ແມ່ນ​ສຳຄັນ​ກວ່າ​ໝູ່. ​ເພື່ອ​ໃຫ້​ມີ​ການ​ບຸກທະລຸ​ໃນ​ນະ​ໂຍບາຍ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ລັດຖະບານ​ຄວນ​ພິຈາລະນາ​ສ້າງ​ຕັ້ງ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ບັນຫາ​ຊົນ​ເຜົ່າ, ​ເຂດ​ພູດ​ອຍ ​ເພື່ອ​ບໍລິຫານ​ລວມ.”

        ຍົກ​ສູງ​ຄຸນ​ນະພາ​ບ​ແຫ​ລ່ງຊັບພະຍາກອນ​ມະນຸດ​ຊົນ​ເຜົ່າ, ​ເຂດ​ພູດ​ອຍ ​ແມ່ນ​ຫນ້າ​ທີ່​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ​ແລະ ​ທັງ​ລະບົບ​ການ​ເມືອງ. ຄະນະ​ກຳ​ມະ​ການ​ຊົນ​ເຜົ່າ​ຈະ​ເປັນ​ເຈົ້າພາບ​ສ້າງ​ໂຄງການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ​ທີ່​ມີຄຸນ​ນະພາ​ບສູງ​ໃຫ້​ແກ່​ເຂດ​ຊົນ​ເຜົ່າ, ​ເຂດ​ພູດ​ອຍ, ຕອບ​ສະຫນອງ​ຄວາມ​ຕ້ອງການ, ຫນ້າ​ທີ່​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ​ໃນ​ໄລຍະ​ຈະ​ມາ​ເຖິງ.  ຫນ້າ​ທີ່​ຂອງ​ບັນດາ​ຂະ​ແຫນງ​ການ,​ ບັນດາຂັ້ນ ​ແມ່ນ​ຜັນ​ຂະຫຍາຍ​ແຜນການ, ມາດ​ຕະການ​ແກ້​ໄຂ​ບັນດາ​ບັນຫາ​ຮີ​ບດ່ວນ, ຍາວ​ນານ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ການ​ຫັນປ່ຽນ​ຢ່າງ​ແທ້​ຈິງ​ໃນ​ການ​ຂຸດ​ຄົ້ນ, ບຳລຸ​ງສ້າງ ​ແລະ ນຳ​ໃຊ້​         ແຫ​ລ່ງຊັບພະຍາກອນ​ມະນຸດ​ຢູ່​ເຂດຊົນ​ເຜົ່າ, ​ເຂດ​ພູດ​ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ