ການພົບປະຂັ້ນສຸດຍອດ ຈີນ - ອາເມລິກາ: ຊຸກຍູ້ການພົວພັນເພື່ອ ສະຖຽນລະພາບທົ່ວໂລກ

(vovworld)- ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ພວມ​ມີ​ການປະຕິບັດ​ງານ​ທີ່ສຳຄັນ​​ເຖິງ​ອາ​ເມ​ລິ​ກາ. ຕາມ​ແຜນການ, ວັນ​ທີ 6/6 ຕາມ​ເວລາ​ອາ​ເມ​ລິ​ກາ, ການ​ນຳ​ຈີນ​ຈະ​ພົບ​ປະຂັ້ນ​ສຸດ​ຍອດກັບ​ປະທານາທິບໍດີ ​ອາ​ເມ​ລິ​ກາ Barack Obama. ເຖິງ​ວ່າ​ບໍ່​ແມ່ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຢ່າງ​ເປັນ​ທາງ​ການ​ກໍ​ຕາມ ​ແຕ່​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ນີ້​ພວມ​ໄດ້​ຮັບ​ຄວາມ​ຫວັງ​ຈາກ​ຫາ​ງສຽງ​ເພື່ອ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເພື່ອ​ລົບ​ລ້າງ​ຄວາມ​ບໍ່​ລົງ​ລອຍ​ກັນ, ຈາກ​ນັ້ນ​ປັບປຸງ​ການ​ພົວພັນ ທັງຮ່ວມ​ມື ທັງ​ແກ້ງ​ແຍ້​ງ​​ລະ​ຫວ່າງ​ສອງ​ປະ​ເທດ​ຂຶ້ນ​ບາດກ້າວ​ຫນຶ່ງ, ພ້ອມ​ກັນ​ມານະ​ພະຍາຍາມ​ເພ່ືອ​ສັນຕິພາບ,​ສະຖຽນ​ລະ​ພາບ​ໃນ​ທົ່ວ​ໂລກ.

ການພົບປະຂັ້ນສຸດຍອດ ຈີນ - ອາເມລິກາ: ຊຸກຍູ້ການພົວພັນເພື່ອ ສະຖຽນລະພາບທົ່ວໂລກ - ảnh 1
ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ແລະປະທານາທິບໍດີ ອາເມລິກາ Barack Obama
ພາບ:internet

        ຈີນ ​ແລະ ອາ​ເມ​ລິ​ກາ ​ແມ່ນ​ສອງ​ພື້ນຖານ​ເສດຖະກິດ​ໃຫຍ່​ກວ່າ​ໝູ່​​ໃນ​​ໂລກ, GDP ຂອງ​ສອງ​ປະ​ເທດ​ກວມ​ເກືອບ 1/3 GDP ທົ່ວ​ໂລກ, ວົງ​​ເງິນ​ການ​ຄ້າ​ສອງ​ຝ່າຍ​ຄາດ​ວ່າ​ລື່ນ​ກາຍ 500 ຕື້ USD ​ໃນ​ປີ 2013. ສະ​ນັ້ນ ບໍ່​ວ່າການ​​ຜັນ​ແປ​ຢ່າງ​ເລັກ​ນ້ອຍ​ໃດ​ໆໃນ​ພື້ນຖານ​ເສດຖະກິດ, ການ​ເງິນ​ຂອງ​ແຕ່ລະ​ປະ​ເທດ​ກໍລ້ວນ​ແຕ່​ສົ່ງ​ຜົນ​ສະທ້ອນ​​ເຊິ່ງກັນ ​ແລະ​ກັນ ​ກໍ​ຄື​ເຖິງ​​ພື້ນຖານ​ເສດຖະກິດ​ໂລກ. ຍິ່ງ​ກວ່າ​ນັ້ນ ສອງ​ປະ​ເທດ​ ເປັນ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ ສປຊ, ສວມ​ບົດບາດ​ສຳຄັນ​ໃນ​ການ​ສ້າງ​ຄວາມດຸນ​ດຽງ​ບັນດາການ​ພົວພັນ​ສາກົນ, ສະ​ນັ້ນ ສຳລັບ​ບັນດາບັນຫາ​ຮ້ອນ​ເຮັ່ງ​ທີ່​ເກີດ​ຂຶ້ນ​ໃນ​ໂລກ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະຫວ່າງ ຈີນ ​ແລະ ອາ​ເມ​ລິ​ກາ ຈະມີ​ຄວາມ​ໝາຍ​ທີ່​ສຸດເພື່ອ​ຊ່ວຍ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ຢ່າງ​ເຖິງ​ຖອງ, ຕັ້ງຫນ້າ. ຄຽງ​ຄູ່​ກັນ​ນັ້ນ, ຈີນ ​ແລະ ອາ​ເມ​ລິ​ກາ ກໍ​ແມ່ນ​ສອງ​ປະ​ເທດ​ໃຫຍ່​ສຸດ​ຢູ່ ອາຊີ ປາຊີ​ຟີ​ກ, ​ແມ່ນ​ສະຖານ​ທີ່​ເຄີ​ຍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ກຳລັງ​ຫນູນພັດທະນາ​ຂອງ​ໂລກ, ສະ​ນັ້ນ ການ​ພົວພັນ​ລະຫວ່າງ​ປັກ​ກີ່ງ ​ແລະ ວໍ​ຊິງ​ຕັນ ​ໄດ້ ​ແລະ ພວມ​ໄດ້​ຮັບ​ຖື​ວ່າ​​ມີ​ບົດບາດ​ຫລັກ​ແຫ​ລ່ງ​ໃນ​ການ​ກຳນົດ​ການ​ຫັນປ່ຽນ​ດ້ານ​ການ​ເມືອງ, ​ເສດຖ​ະກິດ​ຂອງ​ພາກ​ພື້ນ​, ຕັດສິນ​ຊີ້​ຂາດ​ອະນາຄົດ​ຂອງ​ພາກ​ພື້ນ​ກໍ​ຄື​ໂລກ. ສະ​ນັ້ນ ຖ້າ​ສັງ​ເກດ​ພາຍ​ໃຕ້​ແງ່​ມູມ​ໃດ, ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຈີນ ກໍ​ລ່ືນ​ກາຍ​ຂອບ​ເຂດ​ສອງ​ປະ​ເທດ ​ແລະ ມີ​ຄວາມ​ໝາຍ​ສາກົນ​ອັນ​ກວ້າງຂວາງ. ​ເລື່ອງ​ປັບປຸງ, ຮັດ​ແຫນ້ນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ ຍາມ​ໃດ​ກໍ​ເປັນ​ຫົວ​ຂໍ້​ເພື່ອ​ໃຫ້​ຫາງ​ສຽງ​​ປຶກສາ​ຫາລື ​ແລະ ມຸ່ງ​ຫວັງ.

        ​​ເຖິງ​ຢ່າງ​ໃດ​ກໍ​ຕາມ,​​ໃນ​ໄລຍະ​ຜ່ານ​ມາ ການ​ພົວພັນ​ລະຫວ່າງ ຈີນ ​ແລະ ອາ​ເມ​ລິ​ກາ ​ໄດ້​ເກິ​ດຄວາມ​​ເຄັ່ງ​ຕຶງ​ມາຫລາຍ​ຄັ້ງ​ຊື່​ງກ່ຽວ​ຂ້ອງ​ເຖິງ​ສະພາບ​ພົ້ນ​ເດັ່ນ​ຂຶ້ນ​ຂອງ​ຈີນ ​ແລະ ການ​ຫັນຍຸດ​ທະ​ສາດ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ອາ​ເມ​ລິ​ກາຈາກ ຕາ​ເວັນ​ຕົກ​ໄປ​ສູ່​ຕາ​ເວັນ​ອອກ. ການ​ແກ້ງ​ແຍ້​ງ ​ແລະ ການ​ກົດ​ຫນ່ວງເຊິ່ງກັນ ​ແລະ​ກັນ ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຈີນ ​ໄດ້​ສ້າງ​ເປັນສະພາບ​ພູມ​ສາດ, ການ​ເມືອງ,​ຄວາມ​ໝັ້ນຄົງ​ໃຫມ່​ຢູ່​ອາ​ຊີ ປາຊີ​ຟີ​ກ ​ເຮັດ​ໃຫ້​ເກີດ “​ຈຸດ​ຮ້ອນ​ເຮັ່ງ”​ຫລາຍ​​ແຫ່ງ​ໃນ​ພາກ​ພື້ນ ​ທັງ​ສ້າງ​ການ​ຊ່ວງ​ເສັງ​ກຳລັງ​ແຮງ ​ແລະ ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ການ​ທະຫານ​ຂອງ​ຫລາຍ​ປະ​ເທດ. ​ໃນ​ຂະນະ​ທີ່​ວໍ​ຊີງ​ຕັນ ຜັນ​ຂະຫຍາຍ​ນະ​ໂຍບາຍ “ສ້າງ​ຄວາມດຸນ​ດຽງ​ຄືນ​ໃຫມ່” ຢ່າງ​ແຂງ​ແຮງ ​ແລະ ​ເປີດ​ກວ້າງ​ຜົນ​ສະທ້ອນ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟີ​ກ, ປັກ​ກິ​ງກໍ​ຊອກ​ວິທີ​ເພື່ອ​ເພີ່ມ​ທະວີ​ຜົນ​ສະທ້ອນ​ຢູ່​ພາກ​ພື້ນ ອາ​ເມ​ລິ​ກາ​ລາຕີ​ນ, ຊື່​ງ​ແມ່ນ​ພາກ​ພື້ນ​ເຄີຍ​​ໄດ້​ຮັບ​ຖື​ວ່າ “ຂຶ້ນ​ກັບ​”ອາ​ເມ​ລິ​ກາ. ສິ່ງ​ດັ່ງກ່າວ​​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ຜ່ານ​ການ​ປະຕິບັດ​ງານ​ສາມ​ປະ​ເທດ ອາ​ເມ​ລິ​ກາ ກາງ ຊື່​ງລວມມີ: Trinidad ​ແລະ Tobago, Costa Rica Mexico ​ໃນ​ທ້າ​ຍ​ເດືອນ 5/2013 ຂອງ​ປະທານ ສີ​ຈິ້ນ​ຜິ​ງ. ການ​ຢ້ຽມຢາມ​ດຳ​ເນີນ​ໄປພາ​ຍຫລັງ​ປະທານາທິບໍດີ ອາ​ເມ​ລິ​ກາ B Obama ຕ້ອນຮັບ​ປະທານາທິບໍດີ ມຽນມາ Thein Sein, ການ​ນຳ​ປະ​ເທດ​ຫນຶ່ງ​ຊື່​ງມີຜົນ​ສະທ້ອນຢ່າງ​ກວ້າງຂວາງ​ເຖິງ​ປະ​ເທດ​ຈີນ ພຽງ​ສອງ​ສາມມື້. ຜ່ານ​ການ​ຢ້ຽມຢາມ​ດຳ​ເນີນ​ໄປ, ປັກ​ກີ່​ງ ຢາກ​ຢືນຢັນ​ວ່າ: ພ້ອມ​ແລ້ວ​ທີ່ເປີດ​ກວ້າງ​ການ​ພົວພັນ​ກັບບັນດາ​ປະ​ເທດ​ນ້ອຍ ຄຽງ​ຂ້າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຄື ອາ​ເມ​ລິ​ກາ. ​​ເປັນ​ຫນ້າ​ສົນ​ໃຈ​ແມ່ນ ການ​ນຳ​ຈີນ ໄດ້​ຮັບ​ການ​ຕ້ອນຮັບ​ຢູ່ Trinidad ​ແລະ Tobago​ ພາຍຫລັງ​ການ​ຢ້ຽມຢາມ​ປະ​ເທດ​ອາ​ເມ​ລິ​ກາ​ກາງຂອງ ຮອງ​ປະທານາທິບໍດີ ​ອາ​ເມ​ລິ​ກາ Joe Biden ພຽງ​ສອງ​ສາມ​ມື້.

        ​ໄລຍະ​ມໍ່ໆ​ມາ​ນີ້ ບັນຫາ​ຄວາມ​ປອດ​ໄພ​ເຄືອ​ຂ່າຍຄອມ​ອີນ​ເຕີ​ແນ​ັດກໍ່​ເຮັດ​ໃຫ້ການ​ພົວພັນ​ລະ​ຫວ່າງ ຈີນ ​ແລະ ອາ​ເມ​ລິ​ກາ ຊົ່ວ​ຮ້າຍ​ລົງ. ວັນ​ທີ 5/6, ຜູ້ອຳນວຍການ​ສູນ​ຮັບ​ມື​ຢ່າງ​ຮີບ​ດ່ວນ​ກັບ​ເຄືອ​ຂ່າຍ​ຄອມ​ພິວ​ເຕີ​ແຫ່ງ​ຊາດ (CNCERT) ຂອງ​ຈີນ ​ໃຫ້​ຮູ້​ວ່າ: ປັກ​ກີ່​ງ ມີ​ຖານ​ຂໍ້​ມູນ​ຫລາຍ​ສົມຄວນ​ເພື່ອ​ຊີ້​ໃຫ້​ເຫັນ​ການ​ເຄື່ອນ​ໄຫວ​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ຂອງ​ອາ​ເມ​ລິ​ກາ​ເພື່ອ​ແນ​ໃສ່​ຈີນ, ຫາງ​ສຽງ​ຖື​ວ່າ: ການ​ກະກຳ​ດັ່ງກ່າວ​ແມ່ນ​ການ​ໂຕ້​ຕອບ​ຄຳ​ກ່າວ​ຫາ​ຊື່​ງກະຊວງ​ປ້ອງ​ກັນ​ປະ​ເທດ​ ອາ​ເມ​ລິ​ກາ ຍົກ​ອອກ​ໃນ​ຕົ້ນ​ເດືອນ 5/2013. ຕາມ​ນັ້ນ​ແລ້ວ, ທຳນຽບ 5 ​ແຈ ປະກາ​ດບົດ​ລາຍ​ງານ​ປະຈຳ​ປີ​ໂດຍ​ໃສ່​ຊື່ວ່າ “ບົດ​ລາຍ​ງານ​ພັດທະນາ​ການ​ທະຫານ ​ແລະ ຄວາ​ມໝັ້ນຄົງ​ກ່ຽວຂ້ອງ​ເຖິງ​ຈີນ​ປີ 2013”, ​ໃນ​ນັ້ນ ​ເປັນ​ຄັ້ງ​ທຳ​ອິດ​ກ່າວ​​: ລັດຖະບານ ​ແລະ ກອງທັບ​ຈີນ ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ດ ​ເພື່ອແນ​ໃສ່​ອາ​ເມ​ລິ​ກາຢ່າງ​ເປັນ​ທາງ​ການ. ​ໃນ​ບົດ​ລາຍ​ງານ​ສົ່ງ​ເຖິງ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ, ອົງການ​ນີ້​ຖື​ວ່າ: ​ໃນ​ປີ 2012, ລະບົບ​ຄອ​ມພິວ​ເຕີ​ໃນ​ໂລກ, ​ໃນ​ນັ້ນ ມີ​ບັນດາລະບົບສັງກັດ​ລັດຖະບານ ອາ​ເມ​ລິ​ກາ, ສືບ​ຕໍ່​ແມ່ນ​ຈຸດໝາຍ​ແຊກ​​ແຊງ, ​ໃນ​ນັ້ນ ມີ​ບາງກໍລະນີ ອາດ​ຈະ​ຂຶ້ນ​ກັບຄວາມ​ຮັບຜິດຊອບ​ຂອງ​ລັດຖະບານ ​ແລະ ກອງທັບ​ຈີນ​ໂດຍ​ກົງ. ຂໍ້​ຂັດ​ແຍ້​ງນີ້ ​ໄດ້ ​ແລະ ພວມ​ສ້າງ​ຮົ້ວ​ກີດຂວາງ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ. ນີ້​ກໍ​ແມ່ນ​ຫົວ​ຂໍ້​ຕົ້ນຕໍ​ຊື່​ງຄາດ​ວ່າ​ຖືກ​ຍົກ​ອອກ​ໃນ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ລະຫວ່າງ​ປະທານາທິບໍດີ Obama ​ແລະ ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ.

        ​ເພາະສະ​ນັ້ນ ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ຄັ້ງ​ນີ້ ລະຫວ່າງ​ການ​ນຳ​ສອງ​ປະ​ເທດ​ມະຫາ​ອຳນາດ​​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ຕາມ​ວົງການ​ນັກ​ໃຈ້​ແຍກ​ແລ້ວ, ທີ່​ການ​ພົບ​ຄັ້ງ​ນີ້, ການ​ນຳ​ສອງ​ທ່ານ​ຈະ​ເຕື້ອງ​ເຖິງ​ບັນດາ​ບັນຫາ​ຂັດ​ແຍ້ງ​ລະຫວ່າງ​ສອງ​ປະ​ເທດ, ນັບ​ແຕ່ຄວາມ​ປອດ​ໄພ​ດ້ານເຄືອ​ຂ່າຍອິນ​ເຕີ​ແນັດ, ການຂາດ​ຄວາມ​ດຸນດຽງ​ດ້ານ​ການ​ຄ້າ, ອັດຕາ​ແລກປ່ຽນ​ເງິນ​ຢວນ, ຄວາມ​ໝັ້ນຄົງ ຄວາມ​ປອດ​ໄພ​​ໃນການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮົວຕຸ​ງ, ບັນຫາ​ນິວ​ເຄຼຍຂອງ ສປປ ​ເກົາຫລີ ຈົນ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ ທີ່​ບໍ່​ທັນ​ໝັ້​ນ​ຄົງໃນ​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ. ການ​ຢ້ຽມຢາມ​ພຽງ​ໃນ​ເວລາ 2 ວັນ, ​ແຕ່​ການ​ນຳ​ສອງ​ທ່ານ​ຈະ​ສະ​ຫງວນ​ເວລາສ່ວນຫລາຍ​ເພື່ອ​ພັດທະນາ​ການ​ພົວພັນ​ສ່ວນ​ບຸກຄົນ​ກໍ​ຄື​ກາ​ນປຶກສາ​ຫາລື​ບັນດາ​ບັນຫາ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ

ຕອບກັບ

ຂ່າວ/ບົດ​ອື່ນ