ການ​ພົບ​ປະລະ​ຫ່​ວາງ ອາ​ເມ​ລິ​ກາ - ສ​ປ​ປ.ເກົາຫຼີ ຄັ້ງ​ທີ 3 ແລະ ໂອ​ກາດ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ນິວ​ເຄຼຍ ຄື​ນ​ໃໝ່

(VOVWORLD) - ວັນທີ 30 ມິຖຸນາ 2019 ໄດ້ເຫັນປະຈັກຕາຂີດໝາຍປະຫວັດສາດຢູ່ສະຖານທີ່ປະຫວັດສາດ Panmunjom. ການນຳສອງທ່ານຂອງສອງປະເທດ ອາເມລິກາ ແລະ ສປປ.ເກົາຫຼີ ທີ່ເຄີຍສູ້ຢັນກັນມາແລ້ວ, ເຖິງວ່າໄດ້ພົບປະກັນໃນເວລາສັ້ນກໍ່ຕາມແຕ່ກໍ່ມີປະສິດທິຜົນ. ພິເສດ, ທ່ານ Donald Trump ເປັນປະທານາທິບໍດີ ອາເມລິກາ ຄົນທຳອິດທີ່ໄປຢຽບຜືນແຜ່ນດິນຂອງ ສປປ.ເກົາຫຼີ ເມື່ອໄດ້ກ້າວບາດຕີນຜ່ານເສັ້ນຂີດຂັ້ນຢູ່ເຂດປອດການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ (DMZ). ບັນດາສັນຍານທີ່ຕັ້ງໜ້າທັງໝົດນີ້ໄດ້ເປີດອອກຄວາມຫວັງວ່າ ໃນການເຈລະຈານິວເຄຼຍຈະມີບາດກ້າວຄືບໜ້າຫຼາຍຢ່າງໃນໄລຍະຈະມາເຖິງ.
ການ​ພົບ​ປະລະ​ຫ່​ວາງ ອາ​ເມ​ລິ​ກາ - ສ​ປ​ປ.ເກົາຫຼີ ຄັ້ງ​ທີ 3 ແລະ ໂອ​ກາດ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ນິວ​ເຄຼຍ ຄື​ນ​ໃໝ່ - ảnh 1ທ່ານ ປະທານາທິບໍດີ Donald Trump ພົບປະກັບ ທ່ານ Kim Jong-un ການນຳ ສປປ.ເກົາຫຼີຢູ່ DMZ (ພາບ:TTXVN)

ພາຍຫຼັງການພົບປະກັນ, ສອງຝ່າຍໄດ້ເຫັນດີຕິດຕໍ່ສື່ສານກັນໃນອະນາຄົດ ແລະ ຊຸກຍູ້ບັນດາການເຈລະຈາໃນວິວັດການປອດນິວເຄຼຍໃນແຫຼມເກົາຫຼີ ແລະ ການພົວພັນສອງຝ່າຍ. ທ່ານ ປະທານາທິບໍດີ Donald Trump ໄດ້ແຈ້ງໃຫ້ຊາບວ່າ ວໍຊິງຕັນ ຈະສ້າງຕັ້ງກຸ່ມປະຕິບັດງານໃໝ່ໂດຍທ່ານ Stephen Biegun ທູດພິເສດຮັບຜິດຊອບ ບັນຫາ ສປປ.ເກົາຫຼີ ນຳໜ້າພາຍໃນເວລາ 2 – 3 ອາທິດຈະມາເຖິງເພື່ອເຊື່ອມຕໍ່ການເຈລະຈາຄືນໃໝ່, ພ້ອມທັງສະແດງຄວາມຫວັງວ່າ ການຂວໍ້າບາດແນໃສ່ພຽງຢາງອາດຈະໄດ້ຍົກເລີກໃນມື້ໃດມື້ໜຶ່ງ. ບັນດາການຜັນແປໃໝ່ນີ້ິໄດ້ຮັບເອົາ/ຮັບການຕ້ອນຮັບຢ່າງຕັ້ງໜ້າຈາກປະຊາຄົມສາກົນ ແລະ ໄດ້ຖືວ່ານີ້ເປັນບາດລ້ຽວໃນວິວັດທະນາການປອດນິວເຄຼຍໃນແຫຼມເກົາຫຼີ.

ບັນດາການຫັນປ່ຽນ ຢ່າງຕັ້ງໜ້າພາຍໃນເວລາ 365 ວັນຜ່ານມາ

        ຫຼາຍກ່ວາໜຶ່ງປີທີ່ຜ່ານມາ, ໃນເດືອນມິຖຸນາ 2018, ທ່ານ D.Trump ແລະ ທ່ານ Kim Jong-un ໄດ້ມີການພົບປະກັນຄັ້ງທຳອິດຢູ່ ສິງກະໂປ. ເຖິງວ່າຍັງມີຫຼາຍບັນຫາກໍ່ຕາມ ແຕ່ການພົບປະຄັ້ງທຳອິດ ກໍ່ໄດ້ສິ້ນສຸດລົງດ້ວຍໝາກຜົນທີ່ດີພໍສົມຄວນ, ເມື່ອສອງຝ່າຍຍົກອອກມາບັນດາຫຼັກການໃຫ້ແກ່ການຫຼຸດຜ່ອນນິວເຄຼຍໃນແຫຼມເກົາຫຼີ ແລະ ມຸ່ງໄປສູ່ການຫັນການພົວພັນລະຫວ່າງ ອາເມລິກາ - ສປປ.ເກົາຫຼີເປັນປົກກະຕິ. ພາຍຫຼັງ 8 ເດືອນ, ການນຳສອງທ່ານພັດມີການພົບປະຄັ້ງທີສອງ, ຫຼັງຈາກທ່ານ ປະທານ Kim Jong-un ຍົກອອກສັນຍານປາດຖະໜາຢາກພົບປະກັບທ່ານ D.Trump ຄືນໃໝ່ໃນການຖະແຫຼງຂ່າວເມື່ອຕົ້ນປີໃໝ່ ແລະ ໄດ້ຮັບການຕອບສະໜອງຈາກທ່ານປະທານາທິບໍດີ D.Trump. ໃນຄັ້ງນີ້, ເຖິງແມ່ນວ່າບໍ່ບັນລຸໄດ້ໝາກຜົນຄືຄວາມຫວັງ ແລະ ບໍ່ສາມາດອອກຖະແຫຼງການຮ່ວມໄດ້ກໍ່ຕາມ, ແຕ່ວິທີຊຶ່ງການນຳສອງທ່ານເວົ້າເຖິງກັນ, ສະຫງວນຄວາມເຄົາລົບໃດໜຶ່ງໃຫ້ກັນ, ຊ້ຳບໍ່ໜຳຍັງເອີ້ນກັນວ່າເປັນເພື່ອນນັ້ນ, ເຮັດໃຫ້ຫາງສຽງສາກົນເຊື່ອບໍ່ໄດ້ວ່າ ວິວັດການທາງການທູດອາດຈະຖືກຢຸດສະຫງັກ. ໃນເວລາທີ່ ໂຄງການດຳເນີນງານຂອງ “ເຈົ້າຂອງທຳນຽບຂາວ” ພວມຄ້າງຄາກັບວຽກງານທີ່ສຸດກ່ຽວກັບສົງຄາມການຄ້າກັບຈີນ ແລະ ບັນດາການເຄື່ອນໄຫວທີ່ແໜ້ນໜາຢູ່ກອງປະຊຸມສຸດຍອດ G20, ທ່ານ D.Trump ໄດ້ຍົກອອກຄຳສະເໜີໃຫ້ແກ່ການພົບປະຄັ້ງທີ່ 3 ຢູ່ເຂດປອດການທະຫານ DMZ ໂດຍບັງເອີນເນື່ອງໃນໂອກາດຢ້ຽມຢາມ ສ.ເກົາຫຼີ.

        ເປັນອັນວ່າ, ອາດເຫັນໄດ້ວ່າ ໃນ 1 ປີຜ່ານມາ, ການນຳ 2 ທ່ານຂອງ 2 ປະເທດເປັນ “ປໍລະປັກກັນ” ໄດ້ສ້າງວິວັດທະນາການການທູດໄດ້ຢ່າງງາມຕາ, ນຳແຫຼມ ເກົາຫຼີ ຈາກຄວາມເຄັ່ງຕຶງ, ດຳເນີນບັນດາເຫດທົດລອງນິວເຄຼຍຢ່າງລຽນຕິດ, ດ້ວຍການລົ້ມເຫຼວຂອງການເຈລະຈາ 6 ຝ່າຍ ຕະຫລອດຮອດບັນດາການພົບປະໂດຍກົງທີ່ເຕັມໄປດ້ວຍຄວາມໝາຍ. ບັນດາເຫດທົດລອງນິວເຄຼຍ, ລູກສອນໄຟຖືກຢຸດຕິຊົ່ວຄາວ, ເລື່ອງມອບ-ສົ່ງບັນດາອັດຖິທະຫານ ອາເມລິກາ ແຕ່ປາງສົງຄາມສປປ. ເກົາຫຼີ ໄດ້ດຳເນີນ ແລະ ສືບຕໍ່, ບັນດາຄຳນາບຂູ່, ການປຸກປັນຍຸແຍ່ໄດ້ປ່ຽນແທນດ້ວຍທ່າທີສ້າງສັນກ່ວາ, ເພີ່ມພູນຄູນສ້າງການພົບປະເຈລະຈາ. ນີ້ບໍ່ແມ່ນສິ່ງທີ່ງ່າຍດາຍ, ເປັນຕົ້ນແມ່ນໃນສະພາບການແຕ່ລະຝ່າຍ ລ້ວນແຕ່ຖືກຄວາມກົດດັນຈາກພາຍໃນ. ເມື່ອຫວນຄືນອະດີດຕະການ, ບັນດາປະທານາທິບໍດີ ອາເມລິກາ ກ່ອນນີ້, ນັບແຕ່ປະທານາທິບໍດີ Reagan ຈົນເຖິງປະທານາທິບໍດີ B.Obama ບໍ່ມີໃຜສ້າງໄດ້ຂີດໝາຍໃດໃນການພົວພັນກັບ ສປປ.ເກົາຫຼີ. ເລື່ອງທ່ານ Donald Trump ມານະພະຍາຍາມໃຫ້ແກ່ການພົວພັນກັບທ່ານປະທານ Kim Jong-un ອາດແມ່ນວິທີ ຊຶ່ງທ່ານ Trump ມີຄວາມປາດຖະໜາ ໃນການສ້າງຂີດໝາຍສະເພາະຂອງຕົນ ເມື່ອສະແດງໃຫ້ເຫັນທັດສະນະຢ່າງຈະແຈ້ງວ່າ ບັນດາການພົວພັນສາກົນພວມເກີດວິກິດການ ຄວນມີການສຳຜັດໃໝ່ ແລະ ທ່ານ Trump ພວມເດີນຕາມວິທີສຳຜັດນັ້ນ.

ໄລຍະທາງຍາວໄກ ຍັງມີສິ່ງທ້າທາຍຫລາຍຢ່າງ

       ເລື່ອງທ່ານ Trump ເປັນປະທານາທິບໍດີ ອາເມລິກາ ຄົນທຳອິດໄດ້ຂ້າມຜ່ານຂີດຂັ້ນ DMZ  ກ້າວຂາເຂົ້າຢຽບດິນແດນ ສປປ.ເກົາຫຼີ ແລະ ເຊີນທ່ານປະທານ Kim Jong-un ໄປຢ້ຽມຢາມທຳນຽບຂາວ, ບໍ່ພຽງແຕ່ມີລັກສະນະປະຫວັດສາດເທົ່ານັ້ນ, ຫາກຍັງແມ່ນສັນຍາລັກທີ່ມີຄວາມໝາຍອັນເລິກເຊິ່ງ, ໄດ້ຮັບຖືວ່າເປັນກຳລັງໜູນໃຫ້ແກ່ບັນດາບາດກ້າວຜ່ອນສັ້ນຜ່ອນຍາວທີ່ຫຍຸ້ງຍາກຕໍ່ໄປ.

        ແນ່ນອນວ່າໄລຍະທາງໃນຕໍ່ໜ້າຍັງຍາວໄກ ແລະ ມີສິ່ງທ້າທາຍຫລາຍຢ່າງ. ຍ້ອນ 2 ຝ່າຍບໍ່ສາມາດຜ່ານຜ່າໄດ້ຢ່າງງ່າຍດາຍບັນດາຜົນຮ້າຍຢ້ອນຫລັງຢ່າງເລິກເຊິ່ງໃນ 70 ປີເກີດສົງຄາມ, ຄຳສັ່ງຂວ້ຳບາດ, ການສູ້ຢັນກັນຢ່າງລະແວງສົງໄສ. ຍ້ອນເຫດນັ້ນ, ໃນການພົບປະຄັ້ງນີ້ິ້, ທັງ 2 ຝ່າຍລ້ວນແຕ່ຢັ້ງຢືນວ່າ ຈະສືບຕໍ່ການເຈລະຈາ ແລະ ເຂົ້າໃຈສິ່ງທີ່ບັນລຸໄດ້ໃນໄລຍະຜ່ານມາ ດ້ວຍຈິດໃຈສ້າງສາ, ແຕ່ບໍ່ຟ້າວຟັ່ງ. ພາຍຫລັງການພົບປະຢູ່ ປານມູນຈອມ ໃນວັນທີ 30 ມິຖຸນາຜ່ານມາ, 2 ຝ່າຍໄດ້ເລີ່ມລົງມື ກະກຽມໃຫ້ແກ່ການເຈລະຈາຂັ້ນນັກຊ່ຽວຊານຢ່າງຮີບເຮັ່ງ, ຄາດວ່າຈະດຳເນີນໃນກາງເດືອນນີ້. ຖ້າຫາກລາບລື່ນ, ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຢູ່ທຳນຽບຂາວ ອາດຈະດຳເນີນໃນໄລຍະໄວໆນີ້. ເຖິງຢ່າງໃດກໍ່ຕາມ, ສິ່ງນີ້ ຮຽກຮ້ອງໃຫ້ 2 ຝ່າຍຕ້ອງມີການຕັດສິນໃຈສູງ. ສິ່ງກີດຂວາງໃຫຍ່ທີ່ສຸດໃນປັດຈຸບັນ ຍັງຄົງແມ່ນເຮັດແນວໃດ ເພື່ອແກ້ໄຂບັນດາບັນຫາໄປພ້ອມໆກັນ, ບໍ່ພຽງແຕ່ລະຫວ່າງ 2 ປະເທດເທົ່ານັ້ນ ຫາກຍັງໃຫ້ທັງແຫຼມ ເກົາຫຼີ ອີກດ້ວຍ. ເຮັດແນວໃດເພື່ອໃຫ້ມີຄວາມດຸ່ນດ່ຽງລະຫວ່າງບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບວິວັດການປອດນິວເຄຼຍ ແລະ ຍົກເລີກຄຳສັ່ງຂວ້ຳບາດ, ຫັນການພົວພັນເປັນປົກກະຕິ.

        ບັນຫາທັງໝົດເຫຼົ່ານີ້ ລ້ວນແຕ່ຕ້ອງການມີການຜ່ອນສັ້ນຜ່ອນຍາວຈາກທັງ 2 ຝ່າຍ, ເຖິງວ່າສິ່ງນີ້ບໍ່ງ່າຍດາຍກໍ່ຕາມແລ້ວ. ແຕ່ສຳລັບສະພາບການໃນປັດຈຸບັນ, ດ້ວຍບັນດາສັນຍານຕັ້ງໜ້າ ພວມແຜ່ຂະຫຍາຍຈາກການພົບປະລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເຊິ່ງຫາກໍ່ດຳເນີນໄປ, ຄວາມຫວັງຕໍ່ເລື່ອງ 2 ຝ່າຍອາດຈະເຈລະຈາຢ່າງກົງໄກກົງມາ, ພ້ອມແລ້ວທີ່ຈະເວົ້າ ແລະ ຮັບຟັງ, ນັບທັງບັນດາບັນຫາຫຍຸ້ງຍາກທີ່ສຸດ ເຖິງວ່າຍັງມີຄວາມແຕກຕ່າງກັນຫລາຍກໍ່ຕາມ,  ແຕ່ກໍ່ມີພື້ນຖານຢ່າງສົມບູນ. ການເຈລະຈາ, ການທູດ ແທນໃຫ້ຄວາມເຄັ່ງຕຶງ, ການສູ້ຢັນກັນ ນັ້ນແມ່ນຮຽກຮ້ອງໃຫ້ 2 ຝ່າຍຕ້ອງເຄົາລົບ, ເຂົ້າໃຈເຊິ່ງກັນ ແລະ ກັນ, ຈາກນັ້ນ ມີບັນດາບາດກ້າວເດີນໃໝ່, ໃຫ້ແກ່ວິວັດທະນາການອາດຈະພາໄປເຖິງວິທີການແກ້ໄຂທີ່ຍາວນານ./.

ຕອບກັບ

ຂ່າວ/ບົດ​ອື່ນ