ການ​ພົບ​ປະ​ສຸດຍອດ ລັດ​ເຊ​ຍ - ອາ​ເມ​ລິ​ກາ: ກາ​ລະ​ໂອ​ກາດ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ

(VOVWORLD) -ການພົບປະສຸດຍອດໂດຍກົງເປັນຄັ້ງທຳອິດ ລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Joe Biden  ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ ສະວິດ ແມ່ນເຫດການທີ່ໄດ້ຮັບຄວາມສົນໃຈຈາກຫາງສຽງສາກົນໃນຊຸມວັນຜ່ານມາ. ເຖິງວ່າການພົບປະຄັ້ງນີ້ ບໍ່ບັນລຸໄດ້ໝາກຜົນບຸກທະລຸຢ່າງໃຫຍ່ຫຼວງກໍຕາມ, ແຕ່ກໍເປັນການຮັບຮູ້ເຈດຕະນາດີ ເຊິ່ງທັງ ລັດເຊຍ ແລະ ອາເມລິກາ ຕ່າງກໍມີຄວາມປາດຖະໜາຢາກປັບປຸງ ແລະ ພັດທະນາສາຍພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງໃຫ້ດີຍິ່ງໆຂຶ້ນ. ບັນດາສັນຍານທີ່ຕັ້ງໜ້າໃນການພົບປະສຸດຍອດຄັ້ງນີ້ ໄດ້ຮັບຖືວ່າ ແມ່ນພື້ນຖານເພື່ອປັບປຸງສາຍພົວພັນລະຫວ່າງສອງຝ່າຍ ເຊິ່ງຕົກເຂົ້າສູ່ສະພາບເຄັ່ງຕຶງໃນເວລາຍາວນານ.

ນີ້ບໍ່ພຽງແຕ່ແມ່ນຄັ້ງທຳອິດ ເຊິ່ງທ່ານປະທານາທິບໍດີ ອາເມລິກາ Joe Biden ພົບປະກັບທ່ານ Vladimir Putin ແຕ່ນີ້ແມ່ນກອງປະຊຸມສຸດຍອດທຳອິດ ລະຫວ່າງການນຳສອງປະເທດ ນັບແຕ່ເມື່ອທ່ານ Joe Biden ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ.  ການພົບປະລະຫວ່າງການນຳສອງປະເທດ ຖືກຈັດຂຶ້ນຢູ່ ເຊີແນວ ແລະ ໄດ້ດຳເນີນໃນເວລາເກືອບ 4 ຊົ່ວໂມງ, ເຖິງວ່າຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງກໍຕາມ, ແຕ່ສອງຝ່າຍໄດ້ມີການປຶກສາຫາລືຢ່າງກົງໄປກົງມາ, ພ້ອມກັນນັ້ນ ກໍຊອກໄດ້ໂອກາດຮ່ວມມືໃນບັນດາບັນຫາ ເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດ.

ການ​ພົບ​ປະ​ສຸດຍອດ ລັດ​ເຊ​ຍ - ອາ​ເມ​ລິ​ກາ: ກາ​ລະ​ໂອ​ກາດ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ - ảnh 1ການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖືກຈັດຂຶ້ນຢູ່ ເຊີແນວ ໃນວັນທີ 16/6/2021 (ພາບ: TTXVN)

ມີຫຼາຍທັດສະນະທີ່ແຕກຕ່າງກັນ

ໃນການພົບປະສຸດຍອດຄັ້ງນີ້, ສອງຝ່າຍ ໄດ້ສະແດງໃຫ້ເຫັນທັດສະນະທີ່ແຕກຕ່າງໃນຫຼາຍບັນຫາ. ວໍຊິງຕັນ ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ມົດສະກູ ຈັບຕົວນັກເຄື່ອນໄຫວຝ່າຍຄ້ານ Alexei Navalny, ກໍ່ຄືການເພີ່ມທະວີການມີໜ້າຂອງກອງທັບ ລັດເຊຍ ຢູ່ຊາຍແດນທາງທິດຕາເວັນອອກ ຢູແກຼນ. ອາເມລິກາ ກໍ ກ່າວຫາ ລັດເຊຍ ຢືນຢູ່ເບື້ອງຫຼັງບັນດາເຫດບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ ຢູ່ ອາເມລິກາ.

ຊ້ຳບໍ່ໜຳ, ທ່ານປະທານາທິບໍດີ Joe Biden ຍັງເນັ້ນສຽງ ເມື່ອປະກາດວ່າ ລັດເຊຍ ຈະຕ້ອງປະເຊີນໜ້າກັບ “ຜົນຮ້າຍຢ້ອນຫຼັງທີ່ທໍລະຫົດ” ຖ້າຫາກວ່າ ທ່ານ Alexei Navalny ການນຳຝ່າຍຄ້ານ ລັດເຊຍ ເຊິ່ງພວມຖືກຈັບຕົວໃນປັດຈຸບັນຖືກເສຍຊີວິດ ຫຼື ບັນດາການບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ ຢູ່ ອາເມລິກາ ສືບຕໍ່ເກີດຂຶ້ນ. ໂຕ້ຕອບສິ່ງດັ່ງກ່າວ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປະຕິເສດຄວາມວິຕົກກັງວົນຂອງ ວໍຊິງຕັນ ກ່ຽວກັບເຫດຈັບຕົວທ່ານ Alexei Navalny, ພ້ອມທັງຢັ້ງຢືນວ່າ ເລື່ອງ ລັດເຊຍ ເພີ່ມທະວີການມີໜ້າຂອງກອງທັບຢູ່ໃກ້ເຂດຊາຍແດນທາງທິດຕາເວັນອອກ ຢູແກຼນ ແມ່ນພຽງແຕ່ເພື່ອປະຕິບັດການຊ້ອມຮົບໃນເຂດດິນແດນຂອງຕົນເທົ່ານັ້ນ. ກ່ຽວຂ້ອງເຖິງເຈດຈຳນົງເຂົ້າຮ່ວມ NATO ຂອງ ຢູແກຼນ, ເຊິ່ງແມ່ນສິ່ງທີ່ ລັດເຊຍ ໄດ້ຄັດຄ້ານມາໂດຍຕະຫຼອດນັ້ນ, ການນຳ ລັດເຊຍ ໃຫ້ຮູ້ວ່າ “ບໍ່ມີຫຍັງເພື່ອປຶກສາຫາລືຢູ່ນີ້”.

ທັງສອງຝ່າຍ ຕ່າງກໍເຊື້ອເຊີນຄູ່ຮ່ວມມືໄປຢ້ຽມຢາມ ວໍຊິງຕັນ ຫຼື ມົດສະກູ ແລະ ເນັ້ນໜັກວ່າ ເພື່ອດຳເນີນບັນດາການຢ້ຽມຢາມເຫຼົ່ານັ້ນ ຕ້ອງມີເງື່ອນໄຂທີ່ເໝາະສົມ.

ສ້າງໂອກາດເພື່ອເສີມສ້າງສາຍພົວພັນ ລະຫວ່າງ ອາເມລິກາ - ລັດເຊຍ ໃຫ້ມີສະຖຽນລະພາບ

        ເຖິງວ່າຍັງມີທັດສະນະທີ່ແຕກຕ່າງກັນໃນຫຼາຍບັນຫາກໍຕາມ, ແຕ່ການພົບປະສຸດຍອດຄັ້ງນີ້ ກໍຮັບຮູ້ໄດ້ເຖິງບັນດາສັນຍານທີ່ຕັ້ງໜ້າ. ເຖິງວ່າບໍ່ແມ່ນໝາກຜົນບຸກທະລຸກໍຕາມ ແຕ່ຢ່າງໜ້ອຍ ກໍສະແດງໃຫ້ເຫັນວ່າ ສອງປະເທດກໍມີເຈດຕະນາດີໃນບາງບັນຫາ.

        ສິ່ງທີ່ໜ້າສົນໃຈນັ້ນແມ່ນ ການນໍາສອງປະເທດ ບັນລຸໄດ້ຄວາມເຫັນດີເຫັນພ້ອມໃນສາມບັນຫາສຳຄັນ. ທຳອິດແມ່ນ, ສອງຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມໃນການມຸ່ງໄປເຖິງການສ້າງສະຖຽນລະພາບຍຸດທະສາດ, ພ້ອມທັງເຫັນດີຈະດຳເນີນການປຶກສາຫາລືລະຫວ່າງຂະແໜງການ ໂດຍກະຊວງການຕ່າງປະເທດສອງປະເທດເປັນປະທານ ກ່ຽວກັບການຜັນຂະຫຍາຍປະຕິບັດ ສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດ ສະບັບໃໝ່ (START – 3). ຖະແຫຼງການຮ່ວມກໍຊີ້ແຈ້ງວ່າ, ວໍຊິງຕັນ ແລະ ມົດສະກູ ຈະເລີ່ມດຳເນີນການສົນທະນາຮອບດ້ານ ກ່ຽວກັບການສ້າງສະຖຽນລະພາບຍຸດທະສາດ, ຜ່ານນັ້ນ ກໍສ້າງພື້ນຖານໃຫ້ແກ່ການຄວບຄຸມອາວຸດ ແລະ ຫຼຸດຜ່ອນຄວາມສ່ຽງໃນອະນາຄົດ. ທີສອງແມ່ນວຽກງານພົວພັນຕ່າງປະເທດ, ສອງປະເທດໄດ້ເຫັນດີ ແຕ່ງຕັ້ງເອກອັກຄະລັດຖະທູດຂອງຕົນ ກັບມາປະຕິບັດໜ້າທີ່ຢູ່ປະເທດຂອງກັນ ກໍຄື ເລີ່ມດຳເນີນການປຶກສາຫາລືລະຫວ່າງກະຊວງການຕ່າງປະເທດສອງປະເທດ. ການກະທຳດັ່ງກ່າວ ແມ່ນບາດກ້າວເດີນສຳຄັນ ສາມາດຊ່ວຍໃຫ້ການເຄື່ອນໄຫວຂອງບັນດາອົງການຕາງໜ້າທາງການທູດລະຫວ່າງສອງປະເທດກັບມາເຄື່ອນໄຫວເປັນປົກກະຕິ. ສຸດທ້າຍ ແມ່ນກ່ຽວກັບບັນຫາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ສອງປະເທດໄດ້ເຫັນດີນຳກັນວ່າ ຈະດຳເນີນການປຶກສາຫາລືເປັນລະອຽດ.

        ພາຍຫຼັງການພົບປະ, ການນຳສອງປະເທດ ໄດ້ມີບົດກ່າວປາໄສທີ່ຕັ້ງໜ້າ. ໃນຂະນະທີ່ທ່ານປະທານາທິບໍດີ ອາເມລິກາ Joe Biden ຢືນຢັນວ່າ ຊຸມເດືອນຈະມາເຖິງ ຈະແມ່ນເວລາທົດສອບ ແລະ ເປັນການຢັ້ງຢືນໃຫ້ແກ່ການພົບປະຢູ່ ເຊີແນວ ເພື່ອນຳ ອາເມລິກາ ແລະ ລັດເຊຍ ຫຍັບເຂົ້າໃກ້ກັນກວ່າ ດ້ວຍການປັບປຸງການພົວພັນນັ້ນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຕີລາຄາວ່າ ນີ້ແມ່ນການເຈລະຈາເຕັມໄປດ້ວຍຄວາມເປີດອົກເປີດໃຈ ແລະ ກົງໄປກົງມາ ພໍສົມຄວນ, ໃນນັ້ນ, ສອງຝ່າຍບໍ່ຊອກຫາວິທີເພື່ອກໍ່ຄວາມກົດດັນໃຫ້ແກ່ກັນ.

        ເຖິງວ່າການພົບປະສຸດຍອດຄັ້ງນີ້ ບໍ່ນຳມາເຊິ່ງໝາກຜົນບຸກທະລຸກໍຕາມ, ແຕ່ສິ່ງດັ່ງກ່າວກໍບໍ່ມີຫຍັງເປັນໜ້າປະຫຼາດໃຈ ເພາະວ່າ ການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ກໍຕົກເຂົ້າສູ່ສະພາບຈົນຕາແຈໃນໄລຍະຜ່ານມາແລ້ວ, ແຕ່ບັນດາສັນຍາທີ່ຕັ້ງໜ້າໃນເບື້ອງຕົ້ນ ໄດ້ຊີ້ໃຫ້ເຫັນວ່າ ສອງຝ່າຍ ພວມດຳເນີນບັນດາບາດກ້າວເດີນຢ່າງລະມັດລະວັງ ເພື່ອມຸ່ງໄປເຖິງການສ້າງສາຍພົວພັນທີ່ມີສະຖຽນລະພາບ. ເລື່ອງສອງຝ່າຍພ້ອມແລ້ວທີ່ຈະຮັບຟັງທັດສະນະຂອງກັນ ກ່ຽວກັບບັນດາບັນຫາທີ່ຍັງມີຄວາມແຕກຕ່າງກັນໃນການພົບປະສຸດຍອດຄັ້ງນີ້ ກໍແມ່ນການເລີ່ມຕົ້ນທີ່ຕັ້ງໜ້າ, ສາມາດສ້າງໂອກາດໃຫ້ດຳເນີນການສົນທະນາຄັ້ງຕໍ່ໆໄປ ກ່ຽວກັບບັນດາມາດຕະການລະອຽດກວ່າ ເພື່ອແນໃສ່ປັບປຸງການພົວພັນລະຫວ່າງສອງຝ່າຍ./.

ຕອບກັບ

ຂ່າວ/ບົດ​ອື່ນ